ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ-ໄທ ເປີດນໍາໃຊ້ ຂົວມິດຕະພາບ ແຫ່ງທີ່ 4 ຢ່າງເປັນທາງການ


ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ ແລະສົມເດັດ ພະເທບ ລັດຕະນະຮາດຊະສຸດາ ທໍາພິທີເປີດຂົວ ມິດຕະພາບ ລາວ-ໄທ ແຫ່ງທີ່ 4 ຢ່າງເປັນທາງການ.
ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ ແລະສົມເດັດ ພະເທບ ລັດຕະນະຮາດຊະສຸດາ ທໍາພິທີເປີດຂົວ ມິດຕະພາບ ລາວ-ໄທ ແຫ່ງທີ່ 4 ຢ່າງເປັນທາງການ.
ລາວ-​ໄທ ​ເປີດ​ນໍາ​ໃຊ້​ຂົວ​ມິດຕະພາບ​ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ່ 4
ຢ່າງ​ເປັນ​ທາງ​ການ ​ເພື່ອ​ເຊື່ອມ​ຕໍ່​ໄປ​ຍັງ​ຈີນ ​ແລະ​ຂະຫຍາຍ​ໄປ​
ຍັງ​ບັນດາ​ປະ​ເທດ​ສະມາ​ຊີກ​ໃນ​ກຸ່ມ​ອາຊ່ຽນ​ດ້ວຍ​ກັນ.


ພິທີ​ເປີດ​ການ​ນໍາ​ໃຊ້​ຂົວ​ມິດຕະພາບ​ຂ້າ​ມ​ແມ່​ນໍ້າຂອງ​ແຫ່ງ​ທີ່ 4 ​ເຊື່ອມ​ຕໍ່​ລະຫວ່າງ​ເມືອງ​ຫ້ວຍ​ຊາຍ​ໃນ​ແຂວງ​ບໍ່​ແກ້ວຂອງ​ລາວ ກັບ​ອໍາ​ເພີ​ຊຽງ​ຂອງ ຈັງຫວັດ​ຊຽງ​ລາຍ​ ຂອງ​ໄທ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 11 ທັນວາ​ນີ້​ໂດຍ​ມີ​ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ ​ກັບ​ສົມ​ເດັດພະ​ເທບ​ລັດຕະນະ​ລາດຊະ​ສຸດາ ສະ​ຢາມ​ບໍລົມມະ​ລາດ ຊະ​ກຸ​ມາ​ລີ ​ເປັນ​ປະທານ​ໃນ​ພິທີ​ຮ່ວມ​ກັນ. ​

ໂດຍ​ຂົວ​ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ 4 ລະຫວ່າງ​ລາວ-​ໄທ ດັ່ງກ່າວນີ້ ​ໄດ້​ໃຊ້​ທຶນ​ກໍ່ສ້າງ​ໃນ​ມູນ​
ຄ່າ ລວມ​ເກີນ​ກວ່າ 48 ລ້ານ​ໂດ​ລ່າ ​ໂດຍ​ມີ​ລັດຖະບານ​ໄທ ​ແລະ​ຈີນ ​ເປັນ​ຜູ້​ອອກ​ເງິນ​ທຶນ
​ຝ່າຍລະ 50% ​ເລີ່​ມລົງມືກໍ່ສ້າງ​ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ​ໂດຍ​ເມື່ອ​ໃດ​ມີ​ການ​ເປີດໃຊ້
​ຢ່າງເປັນ​ທາງ​ການ​ແລ້ວນີ້ ກໍ​ຄາດ​ຫວັງວ່າ​ຈະ​ປະກອບສ່ວນ​ຢ່າງ​ສໍາຄັນ​ໃນການ​ເຊື່ອມ​ຕໍ່
ການຄົມມະນາຄົມ-ຂົນ​ສົ່ງ​ຈາກ​ມົນທົນ​ຢຸນໜານ​ຂອງ​ຈີນ ຜ່ານ​ຖະໜົນ​ເລກ 3 ​ໃນ​ແຂວງ​
ຫຼວງ​ນໍ້າທາຕໍ່​ໄປ​ຈັງຫວັດຊຽງ​ລາຍ ​ໃນ​ໄທ ຈຶ່ງ​ເຊື່ອ​ວ່າ​ຈະ​ສົ່ງ​ຜົນ​ດີຕໍ່​ການຂະຫຍາຍ​ການຄ້າ
ການລົງທຶນແລະ​ການທ່ອງທ່ຽວ​ລະຫວ່າງ 3 ປະ​ເທດ ທັງ​ຍັງ​ສາມາດ​ເຊື່ອມ​ຕໍ່ ​ໄປ​ຍັງ​ປະ​ເທດ
​ສະມາຊິກໃນ​ກຸ່ມ​ອາ​ຊ່ຽນ​ໄດ້​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງນາຍົກ
ລັດຖະມົນຕີ ຜູ້​ຊີ້ນໍາວຽກ​ງານ​ດ້ານ​ເສດຖະກິດ​ຂອງ ລັດຖະບານ​ລາວ ​ໄດ້​ຢືນຢັນ​ວ່າ:

“ຂົວ​ມິດຕະພາບ​ ລາວ-​ໄທ ​ແຫ່ງ​ທີ 4 ​ເປັນ​ການ​ຕອບ​ສະໜອງກັບ​ທ່າ​ອຽງ ​ແຫ່​ງການ​ສ່ົງ​ເສີມ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ ກໍແມ່ນ​ເປັນ​ສ່ວນ​ສໍາຄັນ​ອັນ​ນຶ່ງຂອງ​ໂຄງການ​ເຊື່ອມ​ໂຍງອະນຸ​ພາກ​ພື້ນ​ແມ່​ນໍ້າຂອງ GMS ​ແລ້ວ ​ເສດຖະກິດ​ເໜືອ-​ໃຕ້ ​ແລະ​ການ ​ເຊື່ອມ​ໂຍງດ້ານ​ຄົມມະນາຄົມ​ລະຫວ່າງ​ອາ​ຊ່ຽນ​ກັບ ສປ​.ຈີນ.”

ຂົວມິດຕະພາບ ແຫ່ງທີ່ 4
ຂົວມິດຕະພາບ ແຫ່ງທີ່ 4

ລາ​ວ-​ໄທ​ ມີ​ຂົວ​ມິດ​ຕະພາບ​ແຫ່ງ​ທໍາ​ອິດ​ທີ່​ເຊື່ອມ​ຕໍ່​ນະຄອນ​ວຽງ​
ຈັນ ກັບ​ຈັງຫວັດ​ໜອງ​ຄາຍ ​ເມື່ອ​ປີ 1994 ​ໂດຍ​ເປັນ​ການ​ອອກ​
ທືນຮ່ວມ​ກັນ​ລະຫວ່າງ​ລັດຖະບານ​ໄທ​ກັບ​ອອສເຕຣ ສ່ວນ​ແຫ່ງ​
ທີ່ 2 ທີ່​ແຂວງ​ສະຫວັນ​ນະ​ເຂດ​ກັບ​ຈັງ​ຫວັດ​ມຸກດາ​ຫານ​ກໍ​ໄດ້​ກໍ່
ສ້າງ​ສໍາ​ເລັດ​ໃນ​ທ້າ​ຍປີ 2006 ​ແລະ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ​
ເມື່ອ​ຕົ້ນ​ປີ 2007 ​ໂດຍ​ລັດຖະບາ​ນລາ​ວ-​ໄທ ​ໄດ້​ຮ່ວມ​ກັນ​ກູ້ຢືມ​
ເງິນ​ທຶນ​ສໍາລັບນໍາ​ໃຊ້​ໃນ​ການ​ກໍ່ສ້າງ​ຈາກ​ລັດຖະບານ​ຍີ່ ປຸ່ນ​ໃນ​
ມູນ​ຄ່າ​ລວມທັງ​ໝົດ 84 ລ້ານ​ໂດ​ລ່າ ສ່ວນ​ຂົວ​ມິດຕະພາບ​ແຫ່​ງ
ທີ່ 3 ທີ່​ເຊື່ອມ​ຕໍ່ ລະຫວ່າງ​ແຂວງ​ຄໍາ​ມ່ວນ ກັບ​ຈັງຫວັດ​ນະຄອນ​
ພະ​ນົມ ທີ່​ກໍ່ສ້າງ​ສໍາ​ເລັດ​ແລ້ວ ​ແລະ​ເປີດ ​ໃຊ້ຢ່າງ​ເປັນ​ທາງ​ການນັບ​ຕັ້ງ​ແຕ່​ທ້າຍປີ 2011 ​ເປັນ​ຕົ້ນ​ມາ​ນັ້ນ ກໍ​ອອກທຶນ​ໂດຍ​ລັດຖະ ບານ​ໄທ.

ນອກຈາກ​ນີ້ ທາງ​ການ​ລາວ-​ໄທ​ ຍັງ​ມີ​ແຜນການ​ຈະ​ກໍ່ສ້າງ​ຂົວ​ມິດ​ຕະພາບ​ ແຫ່ງ​ທີ່ 5 ​ເພື່ອ​
ເຊື່ອມ​ຕໍ່​ລະຫວ່າງ​ແຂວງ​ບໍລິ​ຄໍາ​ໄຊ ກັບ​ຈັງຫວັດ​ບຶງ​ການ ​ໂດຍ​ລັດຖະບານ​ໄທ ຈະ​ອອກ
ທຶນ​ກໍ່ສ້າງ​ຄື​ກັບ​ຂົວ​ມິດຕະພາບ​ແຫ່ງ​ທີ່ 3 ອີກ​ດ້ວຍ ຊຶ່ງ​ຕໍ່​ກໍລະນີ​ດ່ັງ ກ່າວ​ນີ້ ທ່ານ​ສຸລະ​ພົງ
​ໂຕ​ຈັກໄຊ​ກຸນ ຮອງ​ນາຍົກລັດຖະມົນ​ຕີ ​ແລະ​ລັດຖະມົນຕີ​ວ່າການຕ່າງປະ​ເທດ​ຂອງ​ໄທ ກໍ​
ໄດ້​ຖະແຫຼງຢືນຢັນ​ວ່າ ລັດຖະບານ​ລາວແລະ​ໄທ​ ໄດ້​ຕົກລົງ​ໃນຫຼັກການ ຮ່ວມກັນແລ້ວ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສຸລະ​ພົງ ກໍ​ຍອມຮັບ​ວ່າ​ຈົນ​ເຖິງ​ຂະນະ​ນີ້ ກໍ​ຍັຄົງ​ບໍ່​ສາມາດ​ທີ່​ຈະ​
ກໍານົດ​ໄດ້​ວ່າການ​ກໍ່ສ້າງ​ຂົວ​ມິດ​ຕະພາບ​ຂ້າມ​ແມ່ນໍ້າຂອງ ​ແຫ່ງ​ທີ່ 5 ລະຫວ່າງ ​ລາວ-​ໄທ
ເລີ່​ມລົງມື​ກໍ່ສ້າງ​ໃນ​ພາກ​ຕົວ​ຈິງ​ໄດ້​ເມື່ອ​ໃດ ​ເນື່ອງ​ຈາກຈະ​ຕ້ອງລໍຖ້າ​ການ​ອະນຸມັດ​ແຜນ
ງົບປະມານ​ລາຍ​ຈ່າຍ​ຈາກ​ລັດຖະສະພາໄທ​ ຢ່າງ​ເປັນ​ທາງ​ການ​ເສຍ​ກ່ອນ.

ທາງດ້ານ​ທ່ານຄໍາ​ບຸນ ດວງ​ປັນຍາ ​ເຈົ້າ​ແຂວງແລະ​ເລຂາ​ພັກແຂວງ​ສາລະ​ວັນ ຖະ​ແຫຼ​ງ
ຢືນຢັນ​ວ່າ ​ໄດ້​ສະ​ເໜີ​ແຜນການ​ກໍ່ສ້າງ​ຂົວ​ມິ​ດຕະພາບ​ແຫ່ງ​ທີ່ 6 ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​
ແຂວງ​ສາລະ​ວັນ ກັບ​ຈັງຫວັດ​ອຸບົນ​ລາດຊະ​ທາ​ນີຕໍ່ລັດຖະບານ​ລາວແລະ​ໄທ ​ເພື່ອ​ຂໍ​ໃຫ້
ພິ​ຈາລະ​ນາ​ອະນຸມັດ​ແຜນການ​ດັ່ງກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​
ສະໜັບສະໜຸນຈາກ​ລັດຖະບານ​ຂອງ​ທັງ 2 ປະ​ເທດ​ພາ​ຍ​ໃນ​ປີ 2014 ກໍ​ຈະ​ເຮັດ​ໃຫ້​ສາ
ມາດ​ລົງມືກໍ່ສ້າງ​ໄດ້​ໃນ​ປີ 2015 ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2018.

​ໂດຍ​ຂົວ​ຂ້າມ​ແມ່​ນໍ້າຂອງດັ່ງກ່າວ​ນີ້ ຈະ​ກໍ່ສ້າງ​ຢູ່​ທີ່​ເຂດ​ບ້ານ​ຫົວ​ຕະພານ​ ​ເມືອງລະຄອນ
ເພັງ ​ເຊື່ອມ​ຕໍ່​ກັບ​ອໍາ​ເພີ​ປາກ​ແຊງ ຈັງຫວັດ​ອຸບົນ​ລາດຊະ​ທານີ​ຂອງ​ໄທ ຊຶ່ງ​ຈາກ​ການ​ສຶກ
ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ແຜນການ​ໃນ​ລະຍະ​ທີ່​ຜ່ານ​ມາ ກໍ​ພົບ​ວ່າການ​ກໍ່​ສ້າງ​ຂົວດັ່ງ
ກ່າວ ນີ້​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ຄ້າ ການ​ບໍລິການ​ ແລະ​ທ່ອງ​ທ່ຽວ​ ລະຫວ່າງ​ລາວ-​ໄທ ​ແລະ
ຫວຽດນາມ ໃນ​ລະຍະ​ຕໍ່​ໄປ.
XS
SM
MD
LG