ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສື່ມວນຊົນລາວ ຂໍການຊ່ວຍເຫຼືອຈາກຈີນຫຼາຍຂຶ້ນ ໂດຍສະເພາະແມ່ນການຊ່ວຍເຫຼືອດ້ານເທັກໂນໂລຈີຂັ້ນສູງ


ງານສະເຫຼີມສະຫຼອງ ສະຖານີວິທະຍຸ CRI 93.0 MHz ຂອງຈີນ ຢູ່ໃນລາວ ຄົບຮອບ 7 ປີ.
ງານສະເຫຼີມສະຫຼອງ ສະຖານີວິທະຍຸ CRI 93.0 MHz ຂອງຈີນ ຢູ່ໃນລາວ ຄົບຮອບ 7 ປີ.

ສື່ມວນຊົນລາວຮຽກຮ້ອງຂໍການຊ່ວຍເຫຼືອຈາກທາງການຈີນຫຼາຍຂຶ້ນ ໂດຍສະເພາະແມ່ນການຊ່ວຍເຫຼືອດ້ານເທັກໂນໂລຈີຂັ້ນສູງເພື່ອພັດທະນາເຄືອຂ່າຍສື່ມວນຊົນລາວ ໃຫ້ເທົ່າທັນກັບສະຖານະການໂລກ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສະຫວັນຄອນ ລາດຊະມົນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ຖະແຫລວວ່າ ການພັດທະນາເຄືອຂ່າຍສື່ມວນຊົນລາວ ໃຫ້ທັນສະໄໝແລະເທົ່າທັນກັບສະຖານະການສາກົນໃຫ້ໄດ້ນັ້ນ ຈຳເປັນທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອດ້ານວິຊາການແລະເທັກໂນໂລຈີສູງ ຊຶ່ງສະມາຄົມນັກຂ່າວແຫ່ງ ສປປ ລາວ ກໍໄດ້ຮຽກຮ້ອງໄປຍັງສະມາຄົມນັກຂ່າວແຫ່ງ ສປ ຈີນ ເມື່ອບໍ່ນານມານີ້ ເພື່ອຂໍໃຫ້ຊ່ວຍປະສານງານ ໃນການຂໍຄວາມຊ່ວຍເຫຼືອດັ່ງກ່າວຈາກລັດຖະບານຈີນຕໍ່ໄປດັ່ງທີ່ທ່ານສະຫວັນຄອນ ຢືນຢັນວ່າ:

“ພວກເຮົາກະມີແຜນທີ່ຈະຂໍການຮ່ວມມື ການສະໜັບສະໜຸນ ຈາກສື່ມວນຊົນຈີນຜ່ານສະມາຄົມນັກຂ່າວທົ່ວປະເທດຈີນ ໃນການຍົກລະດັບສື່ມວນຊົນຖັນແຖວນັກຂ່າວພວກເຮົານີ້ ໃຫ້ສູງຂຶ້ນ ຕົວຢ່າງວ່າ ດຽວນີ້ ສື່ມວນຊົນຈີນ ກ້າວໜ້າຫຼາຍສາມາດໃຫ້ AI ອ່ານຂ່າວແທນຄົນ ອັນນີ້ແຫລະເຂົາເອີ້ນວ່າ ສິ່ງທ້າທາຍຂອງສື່ມວນຊົນພວກເຮົາ ອັນນີ້ນັກຂ່າວລາວ ກໍຈະຕ້ອງໄດ້ຊອກຮູ້-ຮ່ຳຮຽນໃຊ້ເຄື່ອງມືທັນສະໄໝແທນຄົນ.”

ໂດຍໃນແຜນການພັດທະນາເສດຖະກິດແລະສັງຄົມແຫ່ງຊາດລາວ ໄລຍະ 5 ປີ ຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ລັດຖະບານລາວ ໄດ້ວາງເປົ້າໝາຍຈະພັດທະນາເສດຖະກິດໄປສູ່ລະບົບ Digital ໃຫ້ໄດ້ຢ່າງເປັນຮູບປະທຳໃນທົ່ວປະເທດ ດ້ວຍການຊ່ວຍເຫຼືອຈາກຈີນ ທັງດ້ານເງິນທຶນ ແລະເທັກໂນໂລຈີການສື່ສານຢ່າງຄົບວົງຈອນ ໂດຍສະເພາະກໍແມ່ນເຄືອຂ່າຍລະບົບສັນຍາໄຮ້ສາຍທັງໂຄງຂ່າຍໂທລະສັບມືຖື ແລະລະບົບ Internet ນັ້ນ ໃຫ້ມີການຂະຫຍາຍການເຕີບໂຕຢ່າງວ່ອງໄວອັນຖືເປັນພື້ນຖານສຳຄັນທີ່ຈະຮອງຮັບ ການພັດທະນາເສດ ຖະກິດລາວ ໄປສູ່ລະບົບ Digital ໃຫ້ໄດ້ຕາມແຜນການທີ່ວາງເອົາໄວ້ນັ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງໄປສະນີ ໂທລະຄົມແລະການສື່ສານ ໄດ້ໃຫ້ການຢືນ ຢັນວ່າ:

“ພວກເຮົາຊຸກຍູ້ໃຫ້ບັນດາຜູ້ປະກອບການນໍາເອົາເທັກໂນໂລຈີທີ່ທັນສະໄໝມາບໍລິ ການໃຫ້ແກ່ສັງຄົມ ໃຫ້ຂະຫຍາຍເຄືອຂ່າຍໄປສູ່ເຂດຫ່າງໄກສອກຫລີກຊົນນະບົດແລະໃຫ້ຕິດຕໍ່ຫາກັນໄດ້ ພົວພັນກັນໄດ້ໝົດ ຊຶ່ງມາຮອດປັດຈຸບັນນີ້ນິ ເລື້ອງເຄືອຂ່າຍສັນຍານໂທລະສັບ ໂດຍສະເພາະມືຖືນີ້ ກໍກວດປະມານ 90 ເປີເຊັນຂອງຈຳນວນບ້ານທັງໝົດ ແລະການນຳໃຊ້ 95 ເປີເຊັນຂອງການນຳໃຊ້ Internet ນີ້ແມ່ນ 57 ເປີເຊັນກະຖືວ່າ ເພີ້ມຂຶ້ນຫຼາຍທີ່ສຸດ ໂດຍສະເພາະແມ່ນມີ 3G-4G ເທິງມືຖື ໂຕນີ້ ມັນຂະຫຍາຍໄປໄວທີ່ສຸດ.”

ສະຖານີດາວທຽມ Lao-Sat 1 ຕັ້ງຢູ່ໃນນະຄອນວຽງຈັນ, ສປປ ລາວ.
ສະຖານີດາວທຽມ Lao-Sat 1 ຕັ້ງຢູ່ໃນນະຄອນວຽງຈັນ, ສປປ ລາວ.

ສ່ວນກະຊວງການເງິນ ກໍໄດ້ມີການຕິດຕັ້ງລະບົບ Electronic ທີ່ທັນສະໄໝເພື່ອນຳໃຊ້ໃນການຈັດເກັບລາຍຮັບຈາກພາສີອາກອນແລະບັນດາຄ່າທຳນຽມຕ່າງໆ ໄວ້ທີ່ດ່ານສາກົນ 24 ແຫ່ງ ແລະເຂດເສດຖະກິດພິເສດ 3 ແຫ່ງ ທີ່ເຊື່ອມຕໍ່ກັບລະ ບົບຄວບຄຸມການບໍລິການ ແບບປະຕູດຽວ Single Window ຂອງກົມພາສີໄດ້ຢ່າງຄົບຖ້ວນແລ້ວໃນປີ 2020 ທີ່ຜ່ານມາ ໂດຍແນໃສ່ການຈັດເກັບລາຍຮັບຈາກພາສີອາກອນແລະຄ່າທຳນຽມຕ່າງໆ ເຂົ້າງົບປະມານຂອງລັດຖະບານໃຫ້ໄດ້ເພີ້ມຂຶ້ນ ເພາະວ່າ ລະບົບດັ່ງກ່າວສາມາດຮອງຮັບການແຈ້ງເສຍພາສີຂອງນັກທຸລະ ກິດໄດ້ໂດຍລະບົບ Electronic ທີ່ດ່ານສາກົນທັງ 24 ແຫ່ງ ແລະເຂດເສດຖະ ກິດພິເສດ 3 ແຫ່ງ ທີ່ເຊື່ອມກັບລະບົບປະຕູດຽວຂອງກົມພາສີນັ້ນເອງ.

ໂດຍປັດຈຸບັນນີ້ ເຄືອຂ່າຍໂທລະສັບມືຖືແລະ Internet ໃນລາວໄດ້ນຳໃຊ້ລະບົບ-ສົ່ງສັນຍານດາວທຽມ Lao Sat-1 ທີ່ບໍລິການດາວທຽມລາວເອເຊຍ-ປາຊີຟິກຈຳ ກັດ ໂດຍລູກຄ້າ 5 ລາຍທີ່ໄດ້ເຊົ່າໃຊ້ບໍລິການ 5 ຊ່ອງສັນຍານຈາກທັງໝົດ 22 ຊ່ອງສັນຍານດາວທຽມ Lao Sat-1 ສ່ວນອີກ 17 ຊ່ອງສັນຍານທີ່ເຫຼືອ ກໍຈັດໄວ້ສຳລັບລູກຄ້າຢູ່ຕ່າງປະເທດທີ່ໄດ້ເຊົ່າໃຊ້ບໍລິການສັນຍານດາວທຽມ Lao Sat-1 ສຳລັບການຮັບ-ສົ່ງສັນຍານໂທລະພາບແລ້ວ ຈຳນວນ 130 ຊ້ອງທີ່ຖ່າຍທອດອອກອາກາດໃນ 9 ພາສາດ້ວຍກັນ ກໍຄື ອັງກິດ ລາວ ຈີນ ໄທ ກຳປູເຈຍ ຫວຽດນາມ ມຽນມາ ຝຣັ່ງ ແລະສະເປນ ໂດຍມີຄູ່ຮ່ວມການຄ້າແລະການຕະຫຼາດທັງພາຍໃນແລະຕ່າງປະເທດ ເກືອບເຖິງ 200 ແຫ່ງ.

ແຕ່ຢ່າງໃດກໍຕາມ ການແຂ່ງຂັນໃນທຸລະກິດດາວທຽມໃນປັດຈຸບັນນີ້ ກໍນັບເປັນປັດໄຈທີ່ທ້າທາຍ ຕໍ່ການສ້າງລາຍຮັບຂອງດາວທຽມ Lao Sat-1 ບໍ່ໜ້ອຍ ໂດຍສະ ເພາະດາວທຽມລຸ້ນໃໝ່ ທີ່ສາມາດຮອງຮັບການຮັບ-ສົ່ງສັນຍານໂທລະພາບ ທີ່ມີຄວາມຄົມຊັດສູງແລະສາມາດຕອບສະໜອງການຮັບ-ສົ່ງຂໍ້ມູນໃນລະບົບ 5G ໄດ້ດ້ວຍ ໂດຍສະເພາະແມ່ນດາວທຽມໄທຄົມດວງທີ 6, 7 ແລະ 8 ນັ້ນ ກໍຄືຄູ່ແຂ່ງສຳຄັນ ທີ່ຈະສົ່ງຜົນກະທົບຕໍ່ການເພີ້ມຈຳນວນລູກຄ້າຂອງດາວທຽມ Lao Sat-1 ຢ່າງຫລີກລ່ຽງບໍ່ໄດ້ ສ່ວນລັດຖະບານລາວ ກໍມີພັນທະຕ້ອງຊຳລະໜີ້ແລະດອກເບ້ຍເງິນກູ້ໃນມູນຄ່າ 341 ລ້ານໂດລາ ໃຫ້ກັບລັດຖະບານຈີນພາຍໃນປີ 2033.

XS
SM
MD
LG