ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະນາຄານການຄ້າຂອງລັດ ກຳລັງປະເຊີນກັບສະພາວະຄວາມສ່ຽງສູງ ຈາກການທີ່ມີໜີ້ເສຍ ໃນລະບົບສິນເຊື່ອເພີ້ມຂຶ້ນນັບມື້


ທະນາຄານພັດທະນາລາວ ຄົບຮອບ 50 ປີ
ທະນາຄານພັດທະນາລາວ ຄົບຮອບ 50 ປີ

ທະນາຄານການຄ້າຂອງລັດຖະບານລາວ ກຳລັງປະເຊີນກັບສະພາວະຄວາມສ່ຽງສູງຈາກການທີ່ມີມູນໜີ້ເສຍໃນລະບົບສິນເຊື່ອເພີ້ມຂຶ້ນນັບມື້ ເພາະບັນຫາຂາດທຶນສະສົມຂອງບັນດາວິສາຫະກິດຂອງລັດຖະບານ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວເປີດເຜີຍວ່າ ເງິນກູ້ຢືມໃນລະບົບ ສິນເຊື່ອທະນາຄານຂອງລາວ ໃນປັດຈຸບັນ ມີມູນຄ່າລວມເກີນກວ່າ 95,000 ຕື້ກີບ ໃນນີ້ເປັນການປ່ອຍເງິນກູ້ຢືມ ໂດຍທະນາຄານການຄ້າ ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງຊາດລາວ ໃນສັດສ່ວນ 48.45 ເປີເຊັນ ແລະທະນາ ຄານທີ່ຮ່ວມທຶນລະຫວ່າງລັດ ກັບເອກະຊົນ ໃນສັດສ່ວນ 10.15 ເປີເຊັນ ກັບ 41.4 ເປີເຊັນເປັນສິນເຊື່ອຂອງທະນາຄານເອກະຊົນໃນລາວ ແຕ່ດ້ວຍການລະ ບາດໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ ກໍໄດ້ສົ່ງຜົນກະທົບຕໍ່ທຸລະກິດການຄ້າແລະບໍລິການຢ່າງໜັກໜ່ວງ ຊຶ່ງກໍເຮັດໃຫ້ບັນດາຫົວໜ່ວຍທຸລະກິດທັງຂອງລັດແລະເອກະຊົນ ບໍ່ສາມາດຊຳລະໜີ້ເງິນກູ້ ແລະດອກເບ້ຍຄືນໃຫ້ກັບທະນາຄານໄດ້ເລີຍ ໂດຍຜົນທີ່ຕິດຕາມມາ ກໍຄືໜີ້ເສຍ (NPL) ໃນລະບົບທະນາຄານເພີ້ມຂຶ້ນເປັນເກີນກວ່າ 7 ເປີເຊັນ ທັງຍັງມີໜີ້ເງິນກູ້ທີ່ມີຄວາມສ່ຽງສູງທີ່ຈະເກັບຄືນບໍ່ໄດ້ອີກເຖິງ 17.48 ເປີເຊັນ ຂອງມູນຄ່າສິນເຊື່ອລວມທັງໝົດອີກດ້ວຍ ໂດຍສະເພາະລັດວິສາຫະກິດນັ້ນ ກໍຄືພາກສ່ວນທີ່ກູ້ຢືມເງິນ ຈາກທະນາ ຄານ ແລະປະເຊີນກັບສະພາວະຂາດທຶນຈາກການດຳເນີນທຸລະກິດຫຼາຍທີ່ສຸດ ຊຶ່ງເຮັດໃຫ້ລັດຖະບານ ຕ້ອງເຂົ້າໄປໃຫ້ການຊ່ອຍເຫຼືອດ້ວຍມາດຕະການແລະລະບຽບ-ກົດໝາຍຂອງທະນາຄານໂດຍກົງ ເພື່ອບໍ່ໃຫ້ເກີດການລົ້ມລະລາຍທາງທຸລະກິດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ:

“ຜ່ານການປັບປຸງ ດ້ວຍລະບຽບການ ຂັ້ນຕອນ ແລະວິທີການຢ່າງລະອຽດຖີ່ຖ້ວນ ເຫັນວ່າ ສະພາບຖານະຂອງທະນາຄານດັ່ງກ່າວ ໃນເບື້ອງຕົ້ນ ກໍມີການປັບປຸງ ໄດ້ມີໜີ້ສິິນ ຫຼືວ່າ NPL ນີ້ ຈຳນວນຫຼວງຫຼາຍ ອັນນີ້ກະແມ່ນຍ້ອນການຂາດສະພາບຄ່ອງ ກໍຄືການບໍລິຫານຂອງທະນາຄານ ສະນັ້ນ ທາງລັດ ຖະບານ ຈຶ່ງໄດ້ມີການຕັດສິນໃຈສູງໃນການປັບປຸງທະນາຄານດ້ວຍຮູບແບບ-ເຄື່ອງມືຂອງທະນາຄານ ແລະເຄື່ອງມືທາງດ້ານເສດຖະກິດຫຼາຍອັນ.”

ທັງນີ້ ບັນດາວິສາຫະກິດຂອງລັດຖະບານລາວ ມີໜີ້ຈາກການກູ້ໃນລະບົບສິນເຊື່ອຂອງທະນາຄານໃນລາວ ຄິດເປັນມູນຄ່າລວມ ເກີນກວ່າ 55,670 ຕື້ກີບ ໃນນີ້ໄດ້ຕົກເປັນ NPL ໄປແລ້ວເກີນກວ່າ 3,897 ຕື້ກີບ ແລະອີກເກີນກວ່າ 9,731 ຕື້ກີບ ກໍຖືກຈັດໃຫ້ເປັນເງິນສິນເຊື່ອທີ່ມີຄວາມສ່ຽງສູງທີ່ຈະບໍ່ສາມາດຈັດເກັບຄືນມາໄດ້ ເພາະຜົນກະທົບຈາກການລະບາດໄວຣັສໂຄວິດ-19 ເຮັດໃຫ້ລັດວິສາຫະກິດສ່ວນຫຼາຍບໍ່ມີລາຍໄດ້ ຫຼືວ່າມີລາຍໄດ້ບໍ່ພຽງພໍສຳລັບການຊຳລະໜີ້ເງິນກູ້ດັ່ງກ່າວ ຊຶ່ງກໍເຊັ່ນດຽວກັບຫົວໜ່ວຍທຸລະກິດເອກະຊົນເກືອບ 130,000 ລາຍ ທີ່ບໍ່ສາມາດຊຳລະໜີ້ໃຫ້ທະນາຄານໃນລາວ ໃນເວລານີ້.

ໃນປັດຈຸບັນ ລັດຖະບານລາວ ມີວິສາຫະກິດໃນການຄຸ້ມຄອງຈຳນວນທັງໝົດ 187 ຫົວໜ່ວຍ ມີທຶນຈົດທະບຽນຮວມກັນເກີນກວ່າ 225,495 ຕື້ກີບ ແຕ່ມີພຽງ 34 ລັດວິສາຫະກິດເທົ່ານັ້ນ ທີ່ມີຜົນການດຳເນີນທຸລະກິດໃນລະດັບທີ່ດີ ແລະລະດັບປານກາງ ສ່ວນທີ່ເຫຼືອອີກ 153 ຫົວໜ່ວຍນັ້ນ ກໍຄືລັດວິສາຫະກິດທີ່ຂາດທຶນ ແລະສ້າງພາລະໜີ້ສິນມະຫາສານ ໃຫ້ກັບລັດຖະບານລາວ ໂດຍສະເພາະລັດວິສາຫະກິດຂະໜາດໃຫຍ່ 9 ຫົວໜ່ວຍ ກໍຄື ລັດວິສາຫະກິດການບິນລາວ ລັດວິສາຫະກິດໄຟຟ້າລາວ ລັດວິສາຫະກິດລ້ານຊ້າງພັດທະນາແລະບໍລິການຂາເຂົ້າ-ຂາອອກ ລັດວິສາຫະກິດການຄ້າສາກົນ ລາວບໍລິການ ບໍລິສັດ DAFI ທີ່ຢູ່ໃນການຄຸ້ມຄອງຂອງກອງທັບປະຊາຊົນລາວ ລັດວິສາຫະກິດວິສະວະກຳນ້ຳແລະສິ່ງແວດລ້ອມ ທະນາຄານພັດທະນາລາວ ແລະທະນາ ຄານສົ່ງເສີມກະສິກຳ ທັງນີ້ ໂດຍພາກສ່ວນທີ່ປະເຊີນກັບການຂາດທຶນ ແລະສ້າງພາລະໜີ້ສິນໃຫ້ແກ່ລັດຖະບານລາວຫຼາຍທີ່ສຸດ ກໍຄື ລັດວິສາຫະກິດໄຟຟ້າລາວ (EDL).

ສ່ວນທ່ານດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ກໍຢືນຢັນວ່າ ລັດວິສາຫະກິດໄຟຟ້າລາວ (EDL) ກຳລັງປະເຊີນກັບບັນຫາຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງໃນປັດຈຸບັນ ໂດຍມີສາເຫດສຳຄັນມາຈາກການມີໜີ້ສິນໃນລະດັບສູງ ທີ່ສົມທົບດ້ວຍການຂາດທຶນຈາກການດຳເນີນທຸລະກິດຢ່າງຕໍ່ເນື່ອງ ເພາະການບໍລິຫານທຸລະກິດທີ່ມີປະສິດທິພາບຕ່ຳ ໂດຍສະເພາະ ກໍແມ່ນການຈັດທຳສັນຍາຊື້ຂາຍພະລັງງານໄຟຟ້າ ທັງພາຍໃນແລະຕ່າງປະເທດນັ້ນ ຍັງມີຂໍ້ບົກຜ່ອງໃນການກຳນົດລາຄາກະແສໄຟຟ້າທີ່ເໝາະສົມ ຈຶ່ງເຮັດໃຫ້ສູນເສຍຜົນປະໂຫຍດທາງທຸລະກິດເລື້ອຍມາ ທັງມີໜີ້ສິນຈາກການ ກູ້ຢືມທັງຈາກພາຍ ໃນແລະຕ່າງປະເທດກວ່າ 2,000 ລ້ານໂດລາ.

XS
SM
MD
LG