ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານແຫ່ງຊາດ ຈະຄວບຄຸມອັດຕາເງິນເຟີ້ປະຈຳປີ ໃຫ້ຢູ່ໃນລະດັບ ບໍ່ເກີນ 9 ເປີເຊັນ ໃນປີ 2023


ເງິນກີບຂອງລາວ ແລະເງິນບາດຂອງໄທ
ເງິນກີບຂອງລາວ ແລະເງິນບາດຂອງໄທ

ທະນາຄານແຫ່ງຊາດລາວ ຈະຄວບຄຸມອັດຕາເງິນເຟີ້ ໃຫ້ຢູ່ທີ່ລະດັບບໍ່ເກີນ 9 ເປີເຊັນ ໃນຕະຫຼອດປີ 2023 ນີ້ ແຕ່ກໍຄົງຈະເປັນໄປໄດ້ຍາກ ເພາະການສົ່ງອອກສິນຄ້າຂອງລາວ ຍັງມີປະສິດທິພາບຕ່ຳ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດການຄ້າຂາອອກ-ຂາເຂົ້າໃນລາວ ໃຫ້ທັດສະນະວ່າ ການທີ່ລາວຍັງ ຕ້ອງປະເຊີນກັບບັນຫາ ຄ່າເງິນກີບຕົກຕ່ຳລົງ ແລະດັດຊະນີລາຄາການຊົມໃຊ້ສິນຄ້າໃນຊີວິດປະຈຳວັນ ຍັງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເພາະວ່າ ການດຳເນີນມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວຂອງລັດຖະບານລາວ ມີປະສິດທິພາບຕ່ຳໃນທຸກໆດ້ານ ກໍຄື ບໍ່ສາມາດຄວບຄຸມລາຄາສິນຄ້າ-ບໍ່ສາມາດຄວບຄຸມການແລກປ່ຽນເງິນຕາຕ່າງປະເທດ ແລະບໍ່ສາມາດໃຫ້ການສົ່ງເສີມການຜະລິດສິນ ຄ້າເພື່ອຕອບສະໜອງການຊົມໃຊ້ພາຍໃນຢ່າງພຽງພໍກັບການບໍລິໂພກຕົວຈິງ ທັງຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ດ້ວຍນັ້ນ ຈຶ່ງເປັນໄປບໍ່ໄດ້ເລີຍທີ່ທະນາຄານແຫ່ງຊາດລາວ ຈະສາມາດຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບສະເລ່ຍບໍ່ເກີນ 9 ເປີເຊັນ ໃນຕະຫຼອດປີ 2023 ນີ້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ການເພີ້ມຂຶ້ນຂອງອັດຕາເງິນເຟີ້ເຮັດໃຫ້ເງິນກີບອ່ອນຄ່ານີ້ ລາຄາສິນຄ້ານຳເຂົ້າ ແມ່ນປັບຕົວໄປທິດທາງດຽວກັນ ການເພີ້ມຂຶ້ນຂອງລາຄານ້ຳມັນນີ້ ກະແມ່ນປັດໄຈນຶ່ງ ພື້ນຖານການຜະລິດຂອງປະເທດເຮົາ ທີ່ຍັງບໍ່ທັນເຂັ້ມແຂງ ມີການນຳເຂົ້າສິນຄ້າອຸປະໂພກ ແລະບໍລິໂພກໃນຊີວິດປະຈຳວັນນີ້ ອັນນີ້ ກະເປັນປັດໄຈນຶ່ງເຊັ່ນກັນ ການຜະລິດກະສິກຳ ແລະການລ້ຽງສັດເພື່ອສະໜອງພາຍໃນ ກໍຍັງຕ້ອງອາໄສການສຳເຂົ້າວັດຖຸດິບ ເຊັ່ນການຜະລິດຫົວອາຫານສັດນີ້ ກະຍັງຈຳ ເປັນຕ້ອງໄດ້ນຳເຂົ້າວັດຖຸດິບ ໃນເບື້ອງການປູກເຂົ້າ ກະແມ່ນມີຕົ້ນທຶນຂອງຝຸ່ນເຄມີ ສ່ວນໃຫຍ່ແມ່ນນຳເຂົ້າຈາກຕ່າງປະເທດ ອັນນີ້ ກໍລ້ວນແຕ່ເປັນປັດໄຈເຮັດໃຫ້ລາຄາສິນຄ້ານີ້ສູງຂຶ້ນ.”

ໂດຍໃນເດືອນເມສາ 2023 ອັດຕາເງິນເຟີ້ໃນລາວ ຢູ່ທີ່ລະດັບສະເລ່ຍ 39.89 ເປີເຊັນ ສ່ວນທາງດ້ານດັດຊະນີລາຄາການຊົມໃຊ້ສິນຄ້າຢູ່ທີ່ລະດັບສະເລ່ຍ 177.99 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022 ໃນຂະນະທີ່ອັດຕາແລກ ປ່ຽນຢູ່ທີ່ລະດັບສະເລ່ຍ 520 ກີບຕໍ່ 1 ບາດ, 2,560 ກີບຕໍ່ 1 ຢວນ ແລະ 17,563 ກີບຕໍ່ 1 ໂດລາ ສ່ວນການຄ້າຕ່າງປະເທດຂອງລາວ ໃນ 4 ເດືອນຕົ້ນປີ 2023 ມີມູນຄ່າລວມ 4,080 ລ້ານໂດລາ ຊຶ່ງບໍ່ລວມການສົ່ງອອກໄຟຟ້າທີ່ເປັນການລົງທຶນຂອງຕ່າງຊາດໃນລາວ ແຕ່ຢ່າງໃດ ແລະເຖິງແມ່ນວ່າ ລາວຈະໄດ້ປຽບດຸນການຄ້າໃນມູນຄ່າລວມ 42 ລ້ານໂດລາກໍຕາມ ແຕ່ກໍເປັນຍ້ອນອຳນາດການຊື້ສິນຄ້າຈາກຕ່າງປະເທດຂອງລາວ ຫລຸດລົງ ກໍຄືສາເຫດສຳຄັນທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳ ລວມເຖິງການບໍ່ເຊື່ອໝັ້ນຂອງປະຊາຊົນລາວ ແລະຊາວຕ່າງຊາດຕໍ່ສະຖຽນລະພາບຂອງເງິນກີບອີກດ້ວຍ ຫາກແຕ່ວ່າ ລັດຖະບານລາວ ກໍໄດ້ວາງຄາດໝາຍຈະຄວບຄຸມອັດຕາເງິນເຟີ້ໃນຕະຫຼອດປີ 2023 ນີ້ໃຫ້ຢູ່ທີ່ລະດັບບໍ່ເກີນ 9 ເປີເຊັນ ຊຶ່ງກໍຖືວ່າ ເປັນລະດັບທີ່ໃກ້ຄຽງກັບຄາດໝາຍຂອງສະຖາບັນການເງິນສາກົນ ດັ່ງທີ່ເຈົ້າໜ້າທີ່ລາວ ຢືນຢັນວ່າ:

“ຕົ້ນຕໍລະແມ່ນຄຸມອັດຕາແລກປ່ຽນໃຫ້ມັນມີສະຖຽນລະພາບ ແລ້ວຄັນຖ້າວ່າໄປໄດ້ກະພວກເຮົາ ເຮັດໃຫ້ເງິນກີບມີການແຂງຄ່າຂຶ້ນ ອັນນັນກໍແມ່ນປັດໄຈ ແລ້ວເຮົາມາເບິ່ງການຄາດຄະເນ ຂອງບັນດາອົງການຈັດຕັ້ງສາກົນ ຕໍ່ເງິນເຟີ້ລາວ ປີ 2023 ນີ້ ທະນາຄານໂລກ ເຂົາເຈົ້າຄາດຄະເນວ່າ 7.2 ເປີເຊັນ ຂອງ IMF ນີ້ ປະມານ 9 ເປີເຊັນ ຈັງຊັ້ນເບື້ອງວິຊາການຂອງທະນາຄານກາງຄົ້ນຄວ້າອອກມານີ້ ແມ່ນປະມານ 7 ຫາ 8 ເປີເຊັນ ແຕ່ພວກເຮົາກະຄິດວ່າ ບໍ່ໃຫ້ເກີນ 9 ເປີເຊັນ ນີ້ກະຖືວ່າ ເປັນອັດຕາທີ່ເໝາະສົມ.”

ແຕ່ຢ່າງໃດກໍຕາມ ດຣ. ອັດ ພິສານວານິຊ ຜູ້ອຳນວຍການ ສູນສຶກສາການຄ້າລະຫວ່າງປະເທດ ມະຫາວິທະຍາໄລຫໍການຄ້າໄທ ໄດ້ໃຫ້ທັດສະນະວ່າ ບັນຫາການຂາດດຸນການຄ້າຕ່າງປະເທດ ຍັງຖືເປັນປັດໄຈສຳຄັນທີ່ສຸດທີ່ຈະເຮັດໃຫ້ເງິນກີບຂອງລາວ ອ່ອນຄ່າລົງໄດ້ອີກ ເຊັ່ນດຽວກັບອັດຕາເງິນເຟີ້ທີ່ຈະປັບຕົວສູງຂຶ້ນໄດ້ອີກໃນປີ 2023 ນີ້ ຖ້າຫາກວ່າ ລັດຖະບານລາວ ຍັງຄົງບໍ່ສາມາດແກ້ໄຂບັນຫາການຂາດດຸນການຄ້າຕ່າງປະເທດໄດ້ຢ່າງແທ້ຈິງ ເພາະການຂາດດຸນການຄ້າ ບໍ່ພຽງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຫລຸດລົງເທົ່ານັ້ນ ແຕ່ຍັງເຮັດໃຫ້ລະດັບຄວາມເຊື່ອຖືທີ່ມີຕໍ່ເງິນກີບຫລຸດລົງອີກດ້ວຍ.

ປີ 2022 ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 13,650 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງອອກໃນມູນຄ່າ 7,600 ລ້ານໂດລາ ແລະການນຳເຂົ້າສິນຄ້າໃນມູນຄ່າ 6,050 ລ້ານໂດລາ ແຕ່ເນື່ອງຈາກວ່າ ລາຍໄດ້ຈາກການສົ່ງອອກໄຟຟ້າໃນມູນຄ່າ 1,760 ລ້ານນັ້ນ ຕ້ອງໃຊ້ເພື່ອຊຳລະໜີ້ຕ່າງປະເທດ ຈຶ່ງເຮັດໃຫ້ພາກທຸລະກິດໃນລາວ ຍັງຕ້ອງປະເຊີນບັນຫາຂາດແຄນເງິນຕາຢ່າງໜັກໜ່ວງຕໍ່ໄປໃນປີ 2023 ນີ້.

XS
SM
MD
LG