ລັດຖະບານລາວ ໄດ້ຖືກຕຳນິຕິຕຽນຢ່າງແຮງ ຈາກບັນດາລັດ
ຖະບານຢູ່ໃນຂົງເຂດ ແລະພວກປົກປ້ອງສິ່ງແວດລ້ອມ ທີ່ບໍ່
ເອົາຫົວໃສ່ໃຈຊາກັບຄວາມເປັນຫ່ວງຂອງເຂົາເຈົ້າ ແລະດຳ
ເນີີນການໄປໜ້າກັບແຜນກໍ່ສ້າງເຂື່ອນ ໃສ່ແມ່ນຳ້ຂອງ. Luke
Hunt ລາຍງານຈາກ ດອນເດັດທາງພາກໃຕ້ຂອງປະເທດ
ລາວ ທີ່ບັນດາປະຊາຄົມທ້ອງຖິ່ນ ມີຄວາມເປັນຫ່ວງນຳກັນ
ກ່ຽວກັບຫຼາຍໆບັນຫາ ແຕ່ບໍ່ແມ່ນໝົດທຸກໆຄົນຕໍ່ຕ້ານການ
ສ້າງເຂື່ອນດອນສະໂຮງ ທີ່ຢູ່ໃກ້ໆນັ້ນ ຊຶ່ງ ກິ່ງສະຫວັນ ຈະ
ນຳເອົາເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຢູ່ໃນບັນດາປະຊາຄົມທີ່ສອກຫລີກ ຫ່າງໄກຂອງສີ່ພັນດອນ ຊຶ່ງ
ຢັ່ງຢາຍກັນຢູ່ຕາມລຳແມ່ນຳ້ຂອງ ທາງພາກໃຕ້ຂອງປະເທດລາວ ເວົ້າເຖິງການສ້າງເຂື່ອນ
ມູນຄ່າ 600 ລ້ານໂດລາ ຕັນຮູດອນສະໂຮງນັ້ນ ໄດ້ກໍ່ໃຫ້ເກີດມີຄວາມສົນໃຈ ຢູ່ໝູ່ດອນທີ່ໂດດດ່ຽວຫ່າງໄກ ຊຶ່ງຕາມປົກກະຕິແລ້ວ ແມ່ນພົວພັນກັບການທ່ອງທ່ຽວແບບຜະຈົນໄພນັ້ນ.
ແຜນການຂອງລັດຖະບານ ທີ່ຈະສ້າງເຂື່ອນຕັນຮູນ້ຳ ທີ່ສຳຄັນໃນລຳແມ່ນຳ້ ແລະສ້າງໂຮງ
ໄຟຟ້າພະລັງນ້ຳທີ່ມີຄວາມແຮງ 260 ເມກາວັດ ໄດ້ເຮັດໃຫ້ເກີດມີການຖົກຖຽງກັນກ່ຽວກັບ
ການພັດທະນາໃໝ່ທີ່ ກາງຕໍ່ອາໄສກະແສໄຟຟ້າຢ່າງສະໝຳ່ສະເໝີ ແລະປັບປຸງການໄຫລ
ຂອງນໍ້າ. ລາຄາທີ່ດິນ ໄດ້ສູງຂື້ນເກືອບເປັນສອງເທົ່າ ຫວ່າງບໍ່ເທົ່າໃດປີທີ່ຜ່ານມານີ້ໃນຂະ
ນະທີ່ພວກເກັງກຳໄລເຂົ້າມາເປັນເຈົ້າການ.
ປະຊາຊົນໃນເຂດທ້ອງຖິ່ນຈຳນວນນຶ່ງ ພາກັນຄັດຄ້ານຕໍ່ໂຄງການສ້າງເຂື່ອນ. ແຕ່ຄົນ
ອື່ນໆກ່າວວ່າ ເຂື່ອນອາດຈະຊ່ວຍປັບປຸງຊີວິດການເປັນຢູ່ ຂອງເຂົາເຈົ້າໃຫ້ດີຂື້ນ ແລະມີການໃຫ້ຄຳໝັ້ນສັນຍາວ່າ ເຂົາເຈົ້າຈະໄດ້ຄ່າຊົດເຊີຍ ຖ້າຫາກຖືກຍົກຍ້າຍ.
ເຖິງຢ່າງໃດກໍດີ ດັ່ງນັກຂຽນກ່ຽວກັບການທ່ອງທ່ຽວ Anna Fenton ໃຫ້ຂໍ້ສັງເກດ ໃນຂະ
ນະໄປຢ້ຽມຢາມຢູ່ທີ່ນັ້ນວ່າ ອຸບປະສັກໃຫຍ່ສຸດທີ່ຍັງຄ້າງຄາຢູ່ກໍຄື ການຂາດຂໍ້ມູນທີ່ເຊື່ອ
ຖືໄດ້ ກ່ຽວກັບເຂື່ອນ ແລະຜົນກະທົບທີ່ຈະເກີດຂື້ນຕໍ່ໝູ່ປາ ແລະສິ່ງແວດລ້ອມ ໃນບໍລິ
ເວນອ້ອມແອ້ມນັ້ນ.
ທ່ານນາງ Fenton ກ່າວວ່າ “ສິ່ງສຳຄັນທີ່ສຸດເບິ່ງຄືວ່າ ປະຊາຊົນໃນທ້ອງຖິ່ນປາກົດ
ວ່າ ບໍ່ໄດ້ມີຄວາມຄິດທີ່ແຈ້ງຂາວວ່າ ເຂື່ອນນັ້ນມີຄວາມໝາຍຢ່າງໃດ. ຈຳນວນນຶ່ງ
ໄດ້ບອກ ຂ້າພະເຈົ້າວ່າ ເຂົາເຈົ້າຄິດວ່າມັນກວມແຕ່ບໍລິເວນນຳ້ຕົກຄອນເ ທົ່ານັ້ນ
ຊຶ່ງເປັນຂອບເຂດທີ່ຈຳກັດ ແຕ່ ບາງຄິດວ່າ ມັນຈະກວມເອົາທັງໝົດ ຂອງເຂດສີ່
ພັນດອນ ຊຶ່ງເປັນຈຸດ ທີ່ກວ້າງທີ່ສຸດຂອງແມ່ນໍ້າຂອງ ແລະຈົນກວ່າສິ່ງເຫຼົ່ານັ້ນ ໄດ້
ຮັບຄວາມກະຈ່າງແຈ້ງ ມັນຍາກທີ່ຈະບອກໃຫ້ຮູ້ວ່າ ເຂື່ອນມີຄວາມໝາຍຢ່າງໃດ
ກັນແທ້.”
ການນຳເອົາຂ່າວສານອອກໄປເຜີຍແຜ່ໃຫ້ທົ່ວເຖິງນັ້ນ ມີຄວາມລຳບາກ ຫລາຍ.
ຢູ່ໃນປະເທດລາວ ແມ່ນບໍ່ມີການໂຍະຍານຜ່ອນຜັນກ່ຽວກັບການຕຳໜິຕິຕຽນ ຕໍ່ພັກຄອມ
ມິວນິສທີ່ປົກຄອງປະເທດ. ພວກຄັດຄ້ານການສ້າງເຂື່ອນກ່າວວ່່າ ການສະແດງຄວາມບໍ່
ເຫັນພ້ອມໄດ້ຖືກກົດດັນເມື່ອສອງປີກ່ອນ ເວລານັກເຄື່ອນໄຫວດ້ານສິດທິທີ່ດິນຄົນສຳຄັນ
ທ່ານສົມບັດ ສົມພອນ ໄດ້ຫາຍໂຕໄປ ໂດຍປາດສະຈາກຮ່ອງຮອຍ ຫລັງຈາກບັນທຶກພາບ
ກ້ອງວົງຈອນປິດສະແດງວ່າ ຜູ້ກ່ຽວຢຸດຢູ່ບ່ອນກວດຂອງຕຳ ຫລວດ.
ປະເທດຕາເວັນຕົກກຸ່ມນຶ່ງ ແລະບັນດານັກປົກປ້ອງກັນສິ່ງແວດລ້ອມທີ່ ຮູ້ກັນໃນນາມ
ເພື່ອນມິດຂອງແມ່ນຳ້ຂອງ ໄດ້ຮຽກຮ້ອງໃຫ້ລັດຖະບານ ລາວ ເລື່ອນການຕັດສິນໃຈກ່ຽວ
ກັບການກໍ່ສ້າງເຂື່ອນອອກໄປຈົນກວ່າ ການສຶກສາເພີ້ິມເຕີມໄດ້ເສັດສິ້ນລົງ. ຢູ່ກອງປະຊຸມຫວ່າງມໍ່ໆມານີ້ ທີ່ມີຂຶ້ນທີ່ເມືອງປາກເຊ ໃກ້ໆກັບດອນເດດນັ້ນ ກຸ່ມດັ່ງກ່າວເວົ້າວ່າ ການ
ປືກສາຫາລືເປັນເວລາຫົກເດືອນທີ່ຫາກໍ່ສຳເລັດລົງນັ້ນ ບໍ່ເປັນທີ່ພຽງພໍ.
ທ່ານ Tek Vannara ຈາກອົງການທີ່ບໍ່ຂື້ນກັບລັດຖະບານ ໃນປະເທດກຳປູເຈຍ ກ່າວວ່າ
ການຂາດການປຶກສາຫາລືດັ່ງກ່າວ ຄວນຈະເປັນທີ່ຄາດກັນຢູ່ແລ້ວ ຈາກປະເທດຄອມມິວ
ນິສທີ່ມີພັກດຽວ. ແຕ່ເມື່ອ ຜົນກະທົບໃນຂອບເຂດທີ່ກວ້າງຂວາງຂອງເຂຶ່ອນແລ້ວ ລັດຖະ
ບານກຳ ປູເຈຍ ຫວຽດນາມ ແລະບັນດາກຸ່ມສັງຄົມພົນລະເຮືອນ ຕະຫຼອດທັງຊາວລາວທີ່
ຢູ່ຕ່າງປະເທດ ແມ່ນເປັນສຽງດຽວກັນໃນການຮຽກຮ້ອງໃຫ້ ມີການສຶກສາຢ່າງລະອຽດເພີ້ມ
ຕື່ມ ກ່ອນຈະລົງມືສ້າງ.
ທ່ານ Vannara ກ່າວວ່າ “ສຳລັບປະຊາຊົນຢູ່ເມືອງລາວ ເມື່ອເວົ້າສະ ພາບທາງ
ດ້ານການເມືອງແລ້ວ ເຂົາເຈົ້າບໍ່ມີສິດປາກເວົ້າ ເພື່ອສະແດງ ຄວາມເປັນຫ່ວງ
ຂອງເຂົາເຈົ້າ ແຕ່ວ່າ ສຳລັບຕ່າງປະເທດແລ້ວ ພວກເຮົາຍັງຕິດຕໍ່ກັບປະຊາຊົນ
ລາວທີ່ຢູ່ນອກປະເທດ ແລະສ່ວນໃຫຍ່ບໍ່ເຫັນ ດີກັບການສ້າງເຂື່ອນດອນສະໂຮງ.”
ທ່ານ Vannara ຍັງກ່າວວ່າ ພົນລະເມືອງ 60 ລ້ານຄົນທີ່ກາງຕໍ່ໂດຍ ກົງນຳແມ່ນຳ້ຂອງ ແລະອີກ 300 ລ້ານຄົນ ທີ່ຢູ່ໃນເຂດອ້ອມແອ້ມນັ້ນ ມິສິດທິທຸກຢ່າງໃນຄວາມເປັນຫ່ວງກ່ຽວ
ກັບເລື້ອງໝູ່ປາ ແລະໂອກາດທີ່ ບ່ອນເພາະພັນ ແລະເສັ້ນທາງທີ່ຂຶ້ນລ່ອງໄປມາຂອງໝູ່ປາ
ຈະຖືກຍົກ ຍ້າຍ.
ເໝືອຈາກນີ້ຂຶ້ນໄປບໍ່ໄກປານໃດ ແມ່ນຳ້ຂອງໄດ້ແບ່ງແຍກອອກເປັນຫລາຍສາຍສຳຄັນ
ແລະໝູ່ເກາະໝູ່ດອນຕ່າງໆ. ຮູນ້ຳທີ່ແຍກດອນສະໂຮງອອກຈາກດອນສະດຳ ເປັນບ່ອນ
ທີ່ຈະມີການສ້າງເຂື່ອນໃສ່ ແລະບາງທີອາດຈະເປັນບ່ອນເລິກທີ່ສຸດ. ແລະນັກວິທະຍາ
ສາດກ່າວວ່າ ຮູນີ້ເປັນບ່ອນຂຶ້ນລົງພິເສດຂອງໝູ່ປາ ທີ່ອົບພະຍົບໄປມາໃນລະຫລ່າງລະ
ດູແລ້ງ. ທ່ານ Vannara ກ່າວວ່າ ນອກນັ້ນຍັງມີຄວາມເປັນຫ່ວງກ່ຽວ ກັບປາຂ່າ ຫລືປາ
dolphin ນຳ້ຈືດ ທີ່ໃກ້ຈະສູນພັນ.
ທ່ານ Vannara ເວົ້າວ່າ “ຂ້າພະເຈົ້າຄິດວ່າ ເຂື່ອນທີ່ສ້າງໃສ່ລຳນ້ຳຂອງ ຈະມີຜົນ
ກະທົບຕໍ່ປາຂ່າ ໂດຍສະເພາະປາຂ່າ ຢູ່ທີ່ແຂວງ Stung Treng ຂອງກຳປູເຈຍ
ແລະເຂດຊາຍແດນລາວ ແລະຍັງມີ ປາຂ່າ ຢູ່ໃນແຂວງ Kratie ເພາະວ່າຄຸນນະ
ພາບຂອງນຳ້ໃນລະ ຫວ່າງທີ່ມີການກໍ່ສ້າງ ແລະໃນອານາຄົດ ລະດັບນ້ຳທີ່ຂຶ້ນໆ
ລົງໆ ຈະເປັນຜົນກະທົບໂດຍກົງຕໍ່ປາຂ່າ.”
ບັນດານັກວິທະຍາສາດອິດສະຫຼະຍັງຢາກຮູ້ຈັກລາຍລະອຽດຢູ່ໃນແຜນ ການທີ່ຈະເຈາະ
ຮູໃຫ້ເລິກຕື່ມອີກຢູ່ໃກ້ໆນັ້ນເພື່ອເປັນທາງເລືອກໃນການຂຶ້ນລົງຂອງປາ. ທ່ານ Peter
Degen ທີ່ປຶກສາດ້ານເທັກນິກ ລະຫວ່າງຊາດ ຂອງຄະນະກຳມະການແມ່ນຳ້ຂອງສາກົນ ກ່າວວ່າ ການຕັດສິນໃຈໃດໆທີ່ຈະດຳເນີນຕໍ່ໄປກ່ຽວກັບການສ້າງເຂື່ອນ ແມ່ນເປັນເລື້ອງ
ການເມືອງ ແລະໜ້າທີ່ຂອງທ່ານກໍມີພຽງແຕ່ ໃຫ້ການສະໜັບສະໜູນດ້ານເທັກນິກ. ແຕ່
ທ່ານກ່າວວ່າ ຜູ້ພັດທະນາຈຳເປັນຕ້ອງ ໄດ້ສະໜອງຂໍ້ມູນລາຍລະອຽດເພີ້ມເຕີມ ກ່ຽວກັບໂຄງການດັ່ງກ່າວ.
ທ່ານ Degen ກ່າວວ່າ “ມີການຊັ່ງຊາກ່ຽວກັບສິ່ງແວດລ້ອມ ແລະການຊັ່ງຊາເບິ່ງ
ຜົນກະທົບຕໍ່ສັງຄົມ ນອກນັ້ນຍັງມີຊ່ອງຫວ່າງທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອ
ໃຫ້ປັບປຸງການອອກແບບ ໃນກໍລະນີທີ່ເຂົາເຈົ້າອາດຈະລົງມືກໍ່ສ້າງ.”
ລັດຖະບານລາວ ຍັງບໍ່ທັນໃຫ້ຄຳຕອບເທື່ອກ່ຽວກັບການຮຽກຮ້ອງເທື່ອຫລ້າສຸດເພື່ອໃຫ້
ເລື່ອນເວລາອອກໄປຕື່ມອີກ. ແຕ່ລາວຢືນຢັດວ່າ ຕົນ ມີສິດທີ່ຈະສືບຕໍ່ການສ້າງເຂື່ອນ
ດອນສະໂຮງ ຫລັງຈາກເສັດສິ້ນຂັ້ນ ຕອນການປຶກສາຫາລືເປັນເວລາຫົກເດືອນ ແລະນັ້ນ
ເປັນທີ່ພໍໃຈດ້ວຍ ການຄຳ້ປະກັນ ຈາກຜູ້ພັດທະນາ ຄືບໍລິສັດ First Corporation
Berhad Malaysia.