ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜ່ວຍສະເພາະກິດຂອງລັດຖະບານລາວ ຈັບກຸມຜູ້ກະທຳຜິດໄດ້ເຖິງ 1,119 ຄົນ ທີີ່ມີສ່ວນກ່ຽວຂ້ອງ


ໄມ້ທ່ອນຈຳນວນຫຼວງຫຼາຍຈາກລາວ ກຳລັງຖືກນຳສົ່ງຂ້າມຊາຍແດນໄປຫວຽດນາມ ເພຶ່ອປຸງແຕ່ງເປັນສິນຄ້າສຳເລັດຮູບ.
ໄມ້ທ່ອນຈຳນວນຫຼວງຫຼາຍຈາກລາວ ກຳລັງຖືກນຳສົ່ງຂ້າມຊາຍແດນໄປຫວຽດນາມ ເພຶ່ອປຸງແຕ່ງເປັນສິນຄ້າສຳເລັດຮູບ.

ໜ່ວຍສະເພາະກິດຂອງລັດຖະບານລາວ ຈັບກຸມຜູ້ກະທຳຜິດໄດ້ເຖິງ 1,119 ຄົນ ທີີ່ມີສ່ວນກ່ຽວຂ້ອງໃນການລັກລອບຕັດແລະຄ້າໄມ້ເຖື່ອນ ໂດຍໃນນີ້ມີຮວມທັງ ພະນັກງານລັດ 127 ຄົນທີ່ຮ່ວມຢູ່ໃນຂະບວນການດ້ວຍ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງຂອງກະຊວງກະສິກຳ ແລະປ່າໄມ້ ເປີດເຜີຍວ່າການລັກລອບຕັດ ແລະຄ້າໄມ້ເຖື່ອນຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ນາຍົກລັດຖະມົນຕີລາວ ຈະໄດ້ອອກຄຳສັ່ງເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບຕັ້ງແຕ່ເດືອນພຶດສະພາ ປີ 2016 ເປັນຕົ້ນມາ ແລ້ວກໍຕາມ ແຕ່ດ້ວຍການຈັດຕັ້ງປະຕິບັດຢ່າງເປັນຂະບວນການ ໃນເຄືອຂ່າຍ ການລັກລອບຄ້າໄມ້ເຖື່ອນໃນລາວທັງຍັງມີລັກຊະນະຂ້າມຊາດ ທີ່ພະນັກງານຂອງລັດຖະບານລາວ ເຂົ້າໄປພົວພັນແລະມີຜົນປະໂຫຍດ ຮ່ວມດ້ວຍນັ້ນ ຈຶ່ງເຮັດໃຫ້ຍາກຕໍ່ການສະກັດກັ້ນ ແລະປາບປາມໃຫ້ໄດ້ ຢ່າງສິ້ນເຊີງ ໂດຍເຫັນໄດ້ຈາກປະຕິບັດການປິດລັບຂອງໜ່ວຍສະເພາະກິດ ທີ່ຈັດຕັ້ງຂຶ້ນຕາມຄຳສັ່ງນາຍົກລັດຖະມົນຕີເລກທີ່ 15/ນຍ ໃນປີ 2016 ຫາ 2020 ຜ່ານມາກໍປາກົດວ່າ ສາມາດຈັບກຸມສະມາຊິກໃນຂະບວນການຄ້າໄມ້ ເຖື່ອນໄດ້ເຖິງ 1,119 ຄົນ ໃນນີ້ເປັນພະນັກງານລັດ 127 ຄົນຜູ້ປະກອບກິດຈະການຄ້າໄມ້ 246 ຄົນ ປະຊາຊົນທີ່ຮັບຈ້າງຕັດໄມ້ 746 ຄົນ ແລະຍຶດໄມ້ທີ່ຖືກລັກລອບຕັດໄດ້ຫຼາຍກວ່າ 2 ແສນແມັດກ້ອນ ຈຶ່ງນັບເປັນສະ ພາບທີ່ສວນທາງກັບເປົ້າໝາຍການພັດທະນາຢ່າງຍືນຍົງຂອງລັດຖະບານລາວ ຢ່າງສີ້ນເຊີງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

“ໄມ້ພວກເຮົານີ້ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບຈາກ ການຂາຍໄມ້ນີ້ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນນຶ່ງ ພວກເຂົາຂາຍນີ້ຈະຢູ່ໃນລະດັບ 50 ໂດລາ ຫາ 60 ໂດລາ ຫຼືຕໍ່ແມັດກ້ອນ 50 ໂດລາ ຫາ 60 ໂດລາ ນີ້ແລ້ວ ໄປເບິ່ງປ່າໄມ້ພວກເຮົາທີ່ຖືກບຸກລຸກ ທຳລາຍຫັ້ນເປັນຈຳນວນມະຫາສານ ອັນນີ້ ແມ່ນມັນສວນທາງກັນກັບການພັດທະນາແບບຍືນຍົງ.”

ໄມ້ເຖື່ອນຈຳນວນຫຼວງຫຼາຍທີ່ທາງການລາວກວດພົບ ກຳລັງຖືກຂົນສົ່ງໄປປະເທດເພື່ອນບ້ານຕິດກັບລາວ.
ໄມ້ເຖື່ອນຈຳນວນຫຼວງຫຼາຍທີ່ທາງການລາວກວດພົບ ກຳລັງຖືກຂົນສົ່ງໄປປະເທດເພື່ອນບ້ານຕິດກັບລາວ.

ທາງດ້ານທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງຍອມຮັບວ່າ ການລັກລອບຕັດແລະຄ້າໄມ້ເຖື່ອນຍັງເກີດຂຶ້ນໃນທົ່ວປະເທດລາວ ໂດຍເຖິງແມ່ນວ່າ ລັດຖະບານ ຈະໄດ້ດຳເນີນມາດຕະການຕາມຄຳສັ່ງເລກທີ 15/ນຍ ດັ່ງກ່າວຢ່າງ ເຂັ້ມງວດກໍຕາມທັງກໍຍັງປາກົດວ່າ ມີການບຸກລຸກແລະລັກລອບຕັດໄມ້ຢູ່ໃນເຂດ ຫວງຫ້າມເກິດຂຶ້ນຢ່າງກວ້າງຂວາງອີກດ້ວຍ ໂດຍເຫັນໄດ້ຈາກການທີ່ໜ່ວຍສະ ເພາະກິດຂອງລັດຖະບານສາມາດຍຶດໄມ້ເຖື່ອນໄດ້ຈຳນວນຫຼາຍ ທັງຍັງກວດພົບ ການບຸລຸກເຂົ້າໄປລັກລອບຕັດໄມ້ໃນເຂດປ່າຫວງຫ້າມອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳແລະການຄ້າ ຢືນຢັນວ່າຄະນະຜູ້ຕາງໜ້າທາງການຄ້າຂອງສະຫະພາບຢູໂຣບ (EU) ຍັງບໍ່ມີທີທ່າວ່າ ຈະຕົກລົງອະນຸຍາດໃຫ້ນຳເຂົ້າສິນຄ້າປະເພດໄມ້ສຳເລັດຮູບຈາກລາວ ແຕ່ຢ່າງໃດ ເຖິງແມ່ນວ່າ ຄະນະຜູ້ແທນການຄ້າຂອງລາວກັບສະຫະພາບຢູໂຣບ ໄດ້ເຈລະຈາ ກັນມາແລ້ວ 5 ຄັ້ງ ໃນຊ່ວງປີ 2017 ຫາ 2020 ແຕ່ກໍຍັງຈະສືບຕໍ່ການເຈລະຈາ ຈົນກວ່າສະຫະພາບຢູໂຣບຈະໝັ້ນໃຈວ່າ ລັດຖະບານລາວສາມາດຢຸດຢັ້ງ ການລັກລອບຕັດໄມ້ເຖື່ອນໄດ້ຢ່າງແທ້ຈິງ ແລ້ວ ຈຶ່ງຈະມີການພິຈາລະນາ ເຖິງການເປີດຕະຫຼາດສະຫະພາບຢູໂຣບ ເພື່ອຮັບການນຳເຂົ້າຜະລິດຕະພັນໄມ້ສຳເລັດຮູບຈາກລາວ.

ທັງນີ້ໂດຍສະຫະພາບຢູໂຣບໄດ້ກຳນົດເງື່ອນໄຂເພື່ອປະກອບການພິຈາລະນາດັ່ງກ່າວໃນ 6 ດ້ານດ້ວຍກັນ ຊຶ່ງໃນນີ້ທາງການລາວສາມາດປະຕິບັດໄດ້ແລ້ວ 3 ດ້ານກໍຄືການກຳນົດໃຫ້ນຳເອົາໄມ້ຈາກປ່າຜະລິດເທົ່ານັ້ນມາແປຮູບເປັນສິນຄ້າສຳເລັດຮູບ ການກຳນົດພັນທະລະຫວ່າງແຮງງານກັບການຜະລິດ ແລະການຂຶ້ນທະບຽນຫົວໜ່ວຍລຸລະກິດການຄ້າໄມ້ ສ່ວນ 3 ເງື່ອນໄຂທີ່ຄະນະຜູ້ຕາງໜ້າ ທາງການຄ້າຂອງສະຫະພາບຢູໂຣບ ຍັງບໍ່ທັນເຊື່ອໝັ້ນວ່າ ທາງການລາວຈະ ສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຄືການພັດທະນານິຕິກໍາກ່ຽວກັບປ່າໄມ້ ການ ພັດທະນາລະບົບຄໍ້າປະກັນໄມ້ທິ່ຖືກກົດໝາຍໃຫ້ເປັນເອກກະສານທີ່ສົມບຸນ ແລະ ການຈັດຕັ້ງປະຕິບັດໂຕຈິງຢ່າງມີປະສິດທິພາບ ໂດຍສະເພາະແມ່ນການຮັບປະກັນວ່າ ໄມ້ທີ່ນຳເອົາມາແປຮູບນັ້ນ ເປັນໄມ້ທີ່ຖືກກົດໝາຍຢ່າງແທ້ຈິງ ດັ່ງທີ່ເຈົ້າ ໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການອະທິບາຍວ່າ:

“ໄມ້ແລະຂະບວນການທີ່ຖືກຕ້ອງຕາມກົດໝາຍ ອັນນຶ່ງລະແມ່ນໄມ້ຈາກປ່າຜະລິດ ຊຶ່ງມາຮອດປັດຈຸບັນ ພາຍໃຕ້ການສະໜັບສະໜຸນທຶນຮອນຈາກທະນາຄານໂລກ ແລະລັດຖະບານ Finland ພວກເຮົາ ໄດ້ເຮັດສຳເລັດໝົດແຜນຈັດສັນປ່າຜະລິດ ແລະຮູ້ໄດ້ແລ້ວວ່າ ໃນແຕ່ລະເຂດປ່າຜະລິດນີ້ ຈະສາມາດຂຸດຄົ້ນໄມ້ອອກມາໄດ້ ເທົ່າໃດ ຂົນສົ່ງອອກມາສະໜາມ 2 ແນວໃດ ມາຮອດສະໜາມ 3 ແນວໃດ ໝາຍຄວາມວ່າເຮົາຕ້ອງມິຕິກໍາເປັນໂຕຢັ້ງຢືນ ອັນທີ 2 ແມ່ນໄມ້ຈາກເຂດ ຫັນປ່ຽນທີ່ລັດຖະບານອະນຸຍາດ ແລະສະພາຮັບຮອງເປັນຕົ້ນແມ່ນຫັນປ່ຽນໄປເປັນ ໂຄງການພື້ນຖານໂຄງຮ່າງເຂື່ອນໄຟຟ້າ ບໍ່ແຮ່ ຫຼືວ່າເຂດພັດທະນາທີ່ຈຳເປັນ.”

ໂດຍໃນປີ 2016 ຫາ 2020 ທາງການລາວກໍໄດ້ສັ່ງປິດໂຮງງານປຸງແຕ່ງໄມ້ທີ່ລະເມີດຄຳສັ່ງ ເລກທີ 15/ນຍ ເຖິງ 1,545 ແຫ່ງ ກັບສັ່ງປິດໂຮງເລື່ອຍ 1,206 ແຫ່ງທີ່ກ່ຽວຂ້ອງໃນການຄ້າໄມ້ເຖື່ອນທີ່ເຮັດໃຫ້ລັດຖະບານລາວສູນເສຍລາຍຮັບໄປຫຼາຍກວ່າ 500 ຕື້ກີບ ແລະ 20 ກວ່າລ້ານໂດລາສະຫະລັດ.

XS
SM
MD
LG