ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັງຄົມລາວ ປະເຊີນກັບ ບັນຫາອາດຊະຍາກຳທີ່ຮຸນແຮງຂຶ້ນນັບມື້ ໂດຍສະເພາະ ແມ່ນອາດຊະຍາກຳທີ່ກ່ຽວຂ້ອງກັບແກັ່ງຄ້າຢາເສບຕິດ


ຢາເສບຕິດທີ່ຈັບໄດ້ໃນ ສປປ ລາວ
ຢາເສບຕິດທີ່ຈັບໄດ້ໃນ ສປປ ລາວ

ສັງຄົມລາວປະເຊີນກັບບັນຫາອາດຊະຍາກຳທີ່ຮຸນແຮງຂຶ້ນນັຍມື້ ໂດຍສະເພາະແມ່ນອາດຊະຍາກຳທີ່ທີສ່ວນກ່ຽວຂ້ອງກັບແກ້ງບຄ້າຢາເສບຕິດນັ້ນ ກໍຄືບັນຫາ ອາດຂະຍາກຳທີ່ເກີດຂຶ້ນ່ຢາງກວ້າງຂວາງທີ່ສຸດ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ເຈົ້າໜ້າທີ່ປາບປາມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ເປີດເຜີຍວ່າການກະທຳຄວາມຜິດກ່ຽວກັບຢາເສບຕິດ ຍັງຄອງອັນດັບ 1 ຂອງອາດຊະຍາກຳທີ່ເກີດຂຶ້ນຫລາຍທີ່ສຸດໃນສັງຄົມລາວໃນປັດຈຸບັນ ເຖິງແມ່ນວ່າລັດຖະບານລາວໄດ້ປະກາດວາລະແຫ່ງຊາດ ເພື່ອດຳເນີນມາດຕະການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງ ພາຍໃນປິ 2023 ນີ້ກໍຕາມ ແຕ່ກໍຄົງຈະເປັນໄປບໍ່ໄດ້ແລ້ວ ເພາະການປາບປາມໃນຊ່ວງ 2 ປີ ທີ່ຜ່ານມານີ້ປາກົດວ່າ ຍັງບໍ່ມີທ່າທີວ່າ ການກໍ່ອາດຊະຍາກຳທີ່ກ່ຽວຂ້ອງ ກັບຢາເສບຕິດໃນລາວ ຈະຫລົດລົງແຕ່ຢ່າງໃດ ແຕ່ສະພາບການໂຕຈິງກໍຄື ອາດຊະຍາກຳໃນລາວໄດ້ເພີ້ມຂຶ້ນເຖິງ 66 ເປີເຊັນ ໃນຊ່ວງປີ 2020-2022 ທຽບໃສ່ຊ່ວງປີ 2017-2019 ໂດຍໃນຊ່ວງປີ 2020-2022 ທາງການຕຳຫລວດລາວ ສາມາດຈັບນັກຄ້າຢາເສບຕິດໄດ້ເຖິງ 13,987 ຄົນ ຈາກ 9,438 ຄະດີ ແລະໃນຊ່ວງ 5 ເດືອນຕົ້ນ ປີ 2023 ນີ້ກໍສາມາດຈັບຜູ້ຕ້ອງຫາທີ່ກໍ່ອາດຊະຍາກຳຕ່າງໆໄດ້ເຖິງ 4,895 ຄົນ ໃນນີ້ເກີນກວ່າ 55 ເປີເຊັນ ກໍຄືຜູ້ຕ້ອງຫາທີ່ກະທຳຄວາມຜິດ ທີ່ກ່ຽວຂ້ອງກັບຢາເສບຕິດ ທັງໃນຖານະຜູ້ເສບ ຜູ້ຂາຍ ແລະຜູ້ຮັບຈ້າງຂົນສົ່ງທີ່ມີຈຳນວນເພີ້ມຂຶ້ນນັບມື້ ຈຶ່ງເປັນການຍາກທີ່ຈະປາບປາມໃຫ້ໝົດໄປໄດ້ຢ່າງແທ້ຈິງ ນອກຈາກທຸກພາກສ່ວນໃນລາວຈະຮວມມືກັນຢ່າງຈິງຈັງ ໂດຍສະເພາະແມ່ນໃນຂັ້ນບ້ານນັ້ນ ດັ່ງທີ່ເຈົ້າໜ້າທີ່ລາວ ໃຫ້ການຢືນ ຢັນວ່າ:

ນາຍບ້ານແຕ່ລະບ້ານນີ້ກໍຕ້ອງກວດສອບຄັກໆ ບໍ່ແມ່ນວ່າເຮັດພໍກະເທີນ ແຕ່ວ່າເຮົາຊິເຮັດແນວໃດ ເພື່ອທີ່ວ່າບໍ່ຢາກໃຫ້ມັນເກີດຂຶ້ນດຽວນີ້ນະ ເຮົາຕ້ອງເດັດດ່ຽວເພື່ອວ່າຢາກໃຫ້ປະເທດຊາດ ຫລືວ່າສັງຄົມເຮົາໃຫ້ມັນດີ ໃຫ້ມັນຈະເລີນພັດທະນາ ປາບປາມຜູ້ທີ່ວ່າເຂົາຂາຍຢາບ້າສາກ່ອນ ເອົາທີ່ວ່າຫົວໜ້າມັນທີ່ວ່າຂາຍຫັ້ນກ່ອນ ແລ້ວກະຄົນທີ່ວ່າກິນຢາບ້າ ຫລືອີ່ຫຍັງຫັ້ນ ເຮົາຈັ່ງເອົາມາບໍາບັດເອົາຈັ່ງຊີ້ນະ ແຕ່ຫລັກສູດກໍຄືປາບຫົວໜ້າມັນ ປາບຄົນທີ່ເຂົາຂາຍຫັ້ນນະສາກ່ອນ.”

ສ່ວນເຈົ້າໜ້າທີ່ດ້ານການບໍາບັດຜູ້ຕິດຢາເສບຕິດ ໃຫ້ການຍອມຮັບວ່າການກໍ່ອາດ ຊະຍາກຳທີ່ພົວພັນກັບແກັ່ງຢາເສບຕິດໄດ້ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ເຖິງແມ່ນວ່າຈະໄດ້ດຳເນີີນມາດຕະການປາບປາມທີ່ເດັດຂາດຫລາຍຂຶ້ນກໍຕາມ ຫາກແຕ່ກໍຍັງບໍ່ສາມາດຮັບມືກັບບັນຫາໂຕຈິງໄດ້ຢ່າງເທົ່າທັນ ເພາະວ່າກຳລັງເຈົ້າໜ້າທີ່ມີໜ້ອຍ ແຕ່ກໍມີຜູ້ກະທໍາຄວາມຜິດຈຳ ນວນຫລາຍ ທັງຍັງເປັນແກັ່ງອາດຊະຍາກຳຂ້າມຊາດ ທີ່ນຳໃຊ້ອຸບປະກອນສື່ສານທັນສະໄໝ ແລະມີອາວຸດຈຶ່ງເປັນການຍາກທີ່ຈະຕິດຕາມເພື່ອຈັບກຸມໄດ້ຢ່າງເທົ່າທັນ ສ່ວນການບໍາບັດຜູ້ທີີ່ຕິດຢານັ້ນກໍຍັງສາມາດຮອງຮັບໄດ້ ຢ່າງຈຳກັດ ຫລືບໍ່ເກີນ 5,000 ຄົນ ໃນທົ່ວປະເທດ ຊຶ່ງຜົນຈາກການບໍາບັດນັ້ນ ກໍຍັງປາກົດວ່າມີການກັບຄືນໄປເສບຢາອີກເທື່ອ​ໃໝ່ເຖິງ 40 ເປີເຊັນ ຂອງຈຳນວນຜູ້ທີ່ຜ່ານການ ບໍາບັດ ໃນແຕ່ລະຄັ້ງທີ່ໃຊ້ເວລາ 6 ເດືອນ ນັ້ນດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນວ່າ:

“ສຳລັບເຂົ້າໄປປີ່ນປົວຢູ່ໃນສູນຢາຂອງພວກເຮົານີ້ ຖືວ່າລະຍະການປິ່ນປົວຢູ່ພາຍໃນສູນຂອງພວກເຮົານີ້ ມາເບິ່ງແລ້ວກະອາການຂອງເຂົາເຈົ້າກະດີຫລາຍ ເພາະ ວ່າລະຍະການປິ່ນປົວ ພວກເຮົາຈະໃຊ້ເວລາ 6 ເດືອນເນາະ ການປິ່ນປົວຢູ່ພາຍໃນຫລັງຈາກດີແລ້ວເນາະ ເວລາກັບຄືນສູ່ຄອບຄົວຫັ້ນກະມີຈຳນວນນຶ່ງກະຫລົງຜິດ ອອກໄປແລ້ວບໍ່ມີວຽກເຮັດງານທຳ ຫລືວ່າມີບັນຫາທາງດ້ານຄອບຄົວເຂົາເຈົ້າ ແລ້ວກັບໄປເສບ ຖ້າທຽບໃສ່ເປັນເປີເຊັນ ກະຊິມີຢູ່ປະມານ 40 ເປີເຊັນ.

ທັງນີ້ໂດຍການປາບປາມການຄ້າຢາເສບຕິດໃນລາວ ໃນປິ 2022 ທີຜ່ານມາ ກໍຍັງພົບດ້ວຍວ່າ ມີລະດັບຂອງການກໍ່ອາດຊະຍາກຳທີ່ມີຄວາມຮຸນແຮງເພີ້ມຂຶ້ນ ດັ່ງຈະເຫັນໄດ້ຈາກການທີ່ມີນັກໂທດຖຶກຕັດສິນລົງໂທດປະຫານຊີວິດ ແລະໂທດຂັງຄຸກຕະຫລອດຊີວິດເພີ້ມຂຶ້ນ ໂດຍຄ້າຍຄຸມຂັງ ແລະດັດສ້າງໃນທົ່ວປະເທດລາວໃນປີທີ່ຜ່ານມາມີນັກໂທດທັງໝົດ 17,561 ຄົນ ໃນນີ້ເປັນນັກໂທດທີ່ຖືກສານຕັດ ສິນປະຫານຊີວິດ 603 ຄົນ ແລະມີນັກໂທດຖືກສານຕັດສິນຂັງຄຸກຕະຫລອດຊີວິດ 996 ຄົນ.

ສ່ວນຄະນະກຳມະການປ້ອງກັນ ແລະປາບປາມຢາເສບຕິດແຫ່ງຊາດໄທ ກໍໄດ້ປະມານ​ວ່າ ມີການຜະລິດຢາເສບຕິດໃນເຂດສາມຫລ່ຽມຄຳ ລະຫວ່າງມຽນມາ ລາວ ໄທ ນັ້ນ ຄິດເປັນມູນຄ່າຫລາຍກວ່າ

XS
SM
MD
LG