ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດຂະໜາດນ້ອຍ ແລະຂະໜາດກາງຂອງລາວ ຫລື SME ຕ້ອງໄດ້ຈົດທະບຽນຈຶ່ງຈະສາມາດກູ້ເງິນ ຈາກກອງທຶນ SME ໄດ້


ຮູບພາບການບັນຍາຍກ່ຽວກັບທຸລະກິດຂະນາດນ້ອຍ ແລະກາງ SME
ຮູບພາບການບັນຍາຍກ່ຽວກັບທຸລະກິດຂະນາດນ້ອຍ ແລະກາງ SME

ບັນດາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME), ຈະຕ້ອງຈົດທະບຽນຕາມລະບຽບກົດໝາຍ ຈຶ່ງຈະມີສິດກູ້ຢືມເງິນຈາກກອງທຶນ SME, ທັງຍັງຈະຕ້ອງປະຕິບັດຕາມເງື່ອນໄຂທີ່ທະນາຄານກໍາໜົດອີກດ້ວຍ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ ຢືນ ຢັນວ່າ ສາເຫດສໍາຄັນ ທີ່ເຮັດໃຫ້ວິສາຫະກິດຂະໜາດນ້ອຍ ແລະຂະໜາກກາງ (SME) ຈໍານວນນຶ່ງທີ່ບໍ່ໄດ້ຮັບການອະນຸມັດເງິນກູ້ຈາກກອງທຶນສະໜັບສະໜຸນ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃນໄລຍະທີ່ຜ່ານມານັ້ນ ກໍເພາະວ່າ ບັນດາຜູ້ປະກອບກິດຈະການ SME ດັ່ງກ່າວບໍ່ໄດ້ປະ ຕິບັດຕາມລະບຽບກົດໝາຍ ແລະເງື່ອນໄຂທີ່ທະນາຄານການຄ້າກໍາໜົດໄວ້ຢ່າງຄົບຖ້ວນ ໂດຍສະເພາະແມ່ນການຈົດທະບຽນ SME ແລະການນໍາສະເໜີແຜນ ການດ້ານລາຍຮັບ-ລາຍຈ່າຍໃນທຸລະກິດທີ່ຊັດເຈນນັ້ນ, ດັ່ງທີ່ທ່ານຄໍາແພງ ໄດ້ຢືນຢັນວ່າ:

“ໃນປັດຈຸບັນນີ້ ກໍແມ່ນວ່າ ພະຍາຍາມປັບປຸງສະພາບແວດລ້ອມ ການດໍາເນີນທຸ ລະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ຕິດພັນກັບຕົວຊີ້ວັດການເລີ້ມຕົ້ນທຸລະກິດ, ໂດຍປັບປຸງຂະບວນການຈົດທະບຽນວິສາຫະກິດແລະອອກໃບອະນຸຍາດດໍາເນີນທຸລະກິດຕ່າງໆ ໃຫ້ມີຄວາມໂປ່ງໃສ ແລະມີປະສິດທິພາບກວ່າເກົ່າ, ຊ່ວຍຫລຸດ ຜ່ອນຄ່າໃຊ້ຈ່າຍທີ່ ບໍ່ຈໍາເປັນໃຫ້ວິສາຫະກິດ ໂດຍສະເພາະ ແມ່ນການເຂົ້າເຖິງກອງທຶນ SME ຕ້ອງໄດ້ປະຕິບັດຕາມ ລະບຽບຂັ້ນຕອນເອກະສານ ໂດຍຕາມລະບົບແລ້ວແມ່ນທະນາຄານເປັນຜູ້ປ່ອຍກູ້.”

ທັງນີ້ ລັດຖະບານລາວໂດຍກະຊວງການເງິນໄດ້ກູ້ຢືມເງິນຈາກທະນາຄານໂລກໃນມູນຄ່າ 40 ລ້ານໂດລາ ເມື່ຶອບໍ່ດົນມານີ້ ສໍາລັບນໍາໃຊ້ເຂົ້າໃນການຟື້ນຟູກິດ ຈະການ ຂອງບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃນທົ່ວປະເທດ, ເຊິ່ງເງິນກູ້ຢືມດັ່ງກ່າວ ໄດ້ຈັດແບ່ງອອກເປັນສອງສ່ວນຄື 34 ລ້ານໂດລາສໍາລັບປ່ອຍເປັນເງິນກູ້ໃຫ້ SME ນໍາໄປໃຊ້ເພື່ອຟື້ນຟູກິດຈະການ ໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄດ້, ແລະສ່ວນອີກ 6 ລ້ານໂດລານັ້ນ ສໍາລັບນໍາໃຊ້ໃນການພັດທະນາທາງດ້ານການບໍລິຫານແລະເທັກນິກສະ ໄໝໃໝ່ ທີ່ເປັນປະໂຫຍດຕໍ່ການພັດທະນາ SME ໃນລາວໃຫ້ສາມາດແຂ່ງຂັນກັບຕ່າງປະເທດໃຫ້ໄດ້ຢ່າງແທ້ຈິງ.

ສ່ວນທ່ານບົວວັນ ວີຣະວົງ, ຫົວໜ້າກົມອຸດສາຫະກໍາແລະຫັດຖະກໍາຢືນຢັນວ່າ ການລະບາດຂອງໄວຣັສໂຄວິດ-19 ທີ່ຍັງສືບຕໍ່ສົ່ງຜົນກະທົບຢ່າງກວ້າງຂວາງໃນທຸກພາກສ່ວນຂອງລາວໃນປັດຈຸບັນນີ້ ເຮັດໃຫ້ຫົວໜ່ວຍທຸລະກິດເອກະຊົນໃນລາວຕ້ອງປະເຊີນກັບບັນຫາການຂາດທຶນຢ່າງໜັກ ທັງກໍຍັງຂາດແຄນດ້ານເງິນທຶນກູ້ຢືມສໍາລັບໃຊ້ໃນການຟື້ນຟູກິດຈະການອີກດ້ວຍ ຈຶ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດເອກະຊົນໃນລາວ ໄດ້ພາກັນຮ້ອງຂໍການຊ່ວຍເຫລືອ ຈາກລັດຖະ ບານລາວຢ່າງຮີບດ່ວນໃນ 5 ດ້ານອັນເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດໃນປັດຈຸບັນນີ້, ດັ່ງທີ່ທ່ານບົວວັນໄດ້ໃຫ້ການຢືນຢັນວ່າ:

“ຂໍ້ຫຍຸ້ງຍາກທີ່ພາກທຸລະກິດໄດ້ສະເໜີນັ້ນ ກໍມີຢູ່ 5 ຂໍ້, ຂໍ້ທີ 1 ກໍແມ່ນໃນເລື້ອງຂອງຂໍ້ຫຍຸ້ງຍາກໃນການຫລຸດຜ່ອນຄົນມາເຮັດວຽກ ເລື້ອງຂອງການນໍາໃຊ້ແຮງງານແຕ່ຢູ່ໃນຫໍພັກ, ຂໍ້ຫຍຸ້ງຍາກທີ 2 ກໍເລື້ອງຂອງການອອກຈາກບ້ານ ຫລືວ່າການເດີນທາງໄປເຮັດວຽກ, ຂໍ້ຫຍຸ້ງຍາກທີ 3 ແມ່ນການຂົນສົ່ງວັດຖຸດິບແລະກໍສິນຄ້າ, ຂໍ້ຫຍຸ້ງຍາກທີ 4 ແມ່ນເລື້ອງຂອງການຢຸດວຽກແລະກໍການຈະຈ່າຍຄ່າຊົດເຊີຍຄ່າແຮງງານແນວໃດ, ແລະກໍຂໍ້ທີ 5 ແມ່ນໄດ້ມີຂໍ້ສະເໜີໃຫ້ລັດຖະບານນັ້ນມີຂໍ້ຜ່ອນຜັນທາງດ້ານພາສີອາກອນ ການຊໍາລະຄ່ານໍ້າ ຄ່າໄຟ ແລະກໍ່ອື່ນໆ.”

ກ່ອນໜ້ານີ້ ລັດຖະບານລາວໄດ້ຈັດສັນເງິນທຶນມູນຄ່າ 1,800 ຕື້ກີບ, ເປັນເງິນກູ້ໃຫ້ແກ່ບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ແລະໄດ້ອະນຸມັດເງິນກູ້ແລ້ວ 1,652 ກວ່າຕື້ກີບ ໃຫ້ກັບ SME ຈໍານວນ 477 ແຫ່ງ ໃນກິດຈະການຜະລິດສິນຄ້າກະສິກໍາແລະສິນຄ້າອຸປະໂພກບໍລິໂພກເປັນດ້ານຫລັກ, ໂດຍໄດ້ມີການຖອນເງິນກູ້ດັ່ງກ່າວໄປແລ້ວໃນມູນຄ່າລວມ 1,369 ກວ່າຕື້ກີບ.

ສ່ວນສະພາອຸດສາຫະກໍາ ແລະການຄ້າສະຫະພາບຢູໂຣບ (EU) ກໍໄດ້ປະເມີນວ່າ ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ເກີນກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ເຊິ່ງກໍໄດ້ເຮັດໃຫ້ໜ່ວຍທຸລະກິດເຫລົ່ານີ້ບໍ່ມີເງິນສໍາລັບໃຊ້ຊໍາລະໜີ້ເງິນກູ້ແລະດອກເບ້ຍໃຫ້ກັບທະນາຄານ, ຂະນະທີ່ສະພາການຄ້າແລະອຸດສາຫະກໍາແຫ່ງຊາດລາວປະເມີນວ່າ ພາກບໍລິການແລະທ່ອງທ່ຽວໃນລາວໄດ້ມີການເລີກຈ້າງງານເກີນກວ່າ 2 ແສນຄົນ ສອດຄ້ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວທີ່ປະເມີນວ່າພາກບໍລິການແລະທ່ອງທ່ຽວໃນລາວສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ, ສ່ວນກະຊວງແຜນການແລະການລົງທຶນກໍປະເມີນວ່າການລະບາດຂອງໄວຣັສໂຄວິດ-19 ໄດ້ເຮັດໃຫ້ເສດຖະກິດລາວເກີດການສູນເສຍຫລາຍກວ່າ 7,000 ຕື້ກີບ, ອັນໄດ້ສົ່ງຜົນກະທົບຕໍ່ລາຍຮັບຕໍ່ລາຍຮັບຂອງບັນດາຫົວໜ່ວຍທຸລະກິດໃນລາວ ທີ່ມີຫລາຍກວ່າ 128,690 ກໍລະນີຢ່າງຫລີກລ້ຽງບໍ່ໄດ້ ແລະໃນນີ້ເກີນກວ່າ 97 ເປີເຊັນກໍຄື SME ນັ້ນເອງ.

XS
SM
MD
LG