ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກໍ່ສ້າງ ເຂື່ອນໄຊຍະບູລີ ສໍາເລັດໄປແລ້ວ ເກີນກວ່າ 10%


ຄວາມກ້າວໜ້າໃນການສ້າງເຂື່ອນໄຊຍະບູລີ
ຄວາມກ້າວໜ້າໃນການສ້າງເຂື່ອນໄຊຍະບູລີ
ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າການກໍ່ສ້າງເຂື່ອນໄຊຍະ
ບູລີ ເທິງແມ່ນໍ້າຂອງ ໄດ້ຄືບໜ້າໄປແລ້ວເກີນກວ່າ 10% ຂອງ
ແຜນການທີ່ຈະກໍ່ສ້າງໃຫ້ສໍາເລັດໂດຍສົມບູນພາຍໃນປີ 2019.
ລິງໂດຍກົງ

ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າຜະແນກພັດທະນາໂຄງການ
ກົມທຸລະກິດພະລັງງານໃນສັງກັດກະຊວງພະລັງງານ ແລະບໍ່
ແຮ່ ຖະແຫຼງຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະບູລີເທິງແມ່
ນໍ້າຂອງທີ່ໄດ້ເລີ່ມລົງມືກໍ່ສ້າງນັບ ແຕ່ທ້າຍປີ 2012 ເປັນຕົ້ນ
ມາຈົນເຖິງປັດຈຸບັນນີ້ ໄດ້ຄືບໜ້າໄປແລ້ວ ຄິດເປັນສັດສ່ວນ 13% ຂອງແຜນການທີ່ວາງ
ໄວ້ຈົນເຖິງປີ 2019.

ທັງນີ້ ໂດຍການກໍ່ສ້າງເຂື່ອນໄຊຍະບຸລີ ໄດ້ແບ່ງອອກເປັນ 2 ລະຍະດ້ວຍກັນ ຄືລະຍະທີ 1
ໃນຊ່ວງປີ 2012-2014 ແລະລະຍະທີ່ 2 ໃນຊ່ວງປີ 2015-201 ໂດຍການດໍາເນີນງານ
ໃນລະຍະທີ່ຜ່ານມາກໍໄດ້ສ້າງຄູກັກນໍ້າ ສໍາເລັດແລ້ວ 100% ສ່ວນການກໍ່ສ້າງເກາະກາງ
ນໍ້າ ກໍຄືບໜ້າກວ່າ 20% ການກໍ່ສ້າງທາງເດີນເຮືອ ຄືບໜ້າກວ່າ 3% ທາງລະບາຍນໍ້າ
ລົ້ນຄືບໜ້າກວ່າ 2% ແລະໃນດ້ານອື່ນໆ ເຊັ່ນ ທາງຂຶ້ນ-ລົງຂອງປາ ແລະໂຮງຈັກໄຟຟ້າ
ນັ້ນ ກໍກໍາລັງດໍາເນີນການຢ່າງຕັ້ງໜ້າ ແລະເປັນໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ
ຈຶ່ງເຊື່ອໝັ້ນວ່າ ການກໍ່ສ້າງເຂື່ອນໄຊຍະບູລີຈະສໍາເລັດໂດຍສົມບູນພາຍໃນປີ 2019 ຢ່າງ
ແນ່ນອນ ດັ່ງທີ່ທ່ານສົມພິດ ໄດ້ໃຫ້ການຢືນຢັນວ່າ:

ຄວາມກ້າວໜ້າໃນການສ້າງເຂື່ອນໄຊຍະບູລີ
ຄວາມກ້າວໜ້າໃນການສ້າງເຂື່ອນໄຊຍະບູລີ

"ການພັດທະນາໂຄງການນີ້ກໍແມ່ນເດີນຕາມແຜນ
ການເປັນຢ່າງດີເນາະ ແລະກະເຊື່ອວ່າຈະສາມາດ
ພັດທະນາໃຫ້ສໍາເລັດຕາມແຜນການໃນປີ 2019 ໃຫ້ໄດ້ຂາຍໄຟຢ່າງເປັນທາງການເນາະ ປັດຈຸບັນນີ້
ໂຄງການມີຄວາມຄືບໜ້າໂດຍລວມປະມານ 13%​ ກະຖືວ່າຢູ່ໃນເກນທີ່ດີຂອງການພັດທະນາໂຄງການ.”


ແຕ່ຢ່າງໃດກໍຕາມ ທ່ານນາງ ພຽນພອນ ດີເທດ ຜູ້ປະສານ
ງານຂອງອົງການ ແມ່ນໍ້າສາກົນໃນໄທ ກໍໄດ້ໃຫ້ການຢືນ
ຢັນວ່າໃນເວລານີ້ ບັນດາອົງການອະນຸລັກສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງ
ແລະລະດັບສາກົນກໍາລັງຕຽມເຄື່ອນໄຫວເພື່ອຄັດຄ້ານການກໍ່ສ້າງເຂື່ອນເທິງແນວແມ່ນໍ້າ
ຂອງອີກເທື່ອໃໝ່ ໂດຍມີເປົ້າໝາຍຈະຊຸກຍູ້ໃຫ້ບັນຫາຂັດແຍ້ງກ່ຽວກັບການກໍ່ສ້າງເຂື່ອນ
ເທິງແນວແມ່ນໍ້າຂອງໃຫ້ເປັນປະເດັນບັນຫາໃນລະດັບພູມິພາກຂອງອາຊ່ຽນ.

ທັງນີ້ ທ່ານນາງພຽນພອນ ໄດ້ໃຫ້ການອະທິບາຍວ່າ ສາເຫດທີ່ເຮັດໃຫ້ຕ້ອງມີການຍົກ
ລະດັບຂອງການເຄື່ອນໄຫວ ຈາກສະເພາະໃນເຂດລຸ່ມແມ່ນໍ້າຂອງໄປສູ່ລະດັບອາຊ່ຽນ
ນັ້ນ ກໍຍ້ອນວ່າການເຈລະຈາຕໍ່ຮອງຜົນປະໂຫຍດຕ່າງໆ ຕາມການຕົກລົງວ່າດ້ວຍການ
ໃຊ້ປະໂຫຍດຈາກແມ່ນໍ້າຂອງລະຫວ່າງປະເທດສະມາຊິກໃນຄະນະກໍາມາທິການແມ່ນໍ້າ
ຂອງ (MRC) ບໍ່ສາມາດທີ່ຈະບັງຄັບໃຊ້ໄດ້ຢ່າງແທ້ຈິງ ໂດຍຈະເຫັນໄດ້ຈາກການສ້າງ
ເຂື່ອນໄຊຍະບຸລີ ທີ່ຍັງບໍ່ທັນໄດ້ຮັບສັນທາມະຕິຈາກສະມາຊິກ MRC ດ້ວຍກັນແຕ່ຢ່າງໃດ
ແຕ່ທາງການລາວແລະກຸ່ມລົງທຶນໃນໂຄງການ ກໍໄດ້ລົງມືກໍ່ສ້າງນັບ ແຕ່ທ້າຍປີ 2012
ເປັນຕົ້ນມາແລ້ວ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເຄືອຂ່າຍອົງ ການອະນຸລັກໄດ້ຕັດສິນໃຈຍົກລະ
ດັບການເຄື່ອນໄຫວ ແລະໃຊ້ໂຄງການເຂື່ອນໄຊຍະບຸລີເປັນກໍລະນີຕົວຢ່າງອີກດ້ວຍ.

ໂຄງການເຂື່ອນໄຊຍະບຸລີ ມີກໍານົດການກໍ່ສ້າງໃຫ້ສໍາເລັດ ແລະເລີ່ມສົ່ງກະແສໄຟຟ້າ
ຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ນັບແຕ່ປີ 2019 ເປັນຕົ້ນໄປ ຊຶ່ງກໍ
ຈະເຮັດໃຫ້ກຸ່ມລົງທຶນມີລາຍຮັບຈາກການຂາຍພະລັງງານໄຟຟ້າສ່ວນໃຫຍ່ທີ່ຜະລິດໄດ້
ເຖິງ 1,285 ເມກະວັດ ນັ້ນ ຄິດເປັນ ມູນຄ່າລວມກວ່າ 13,000 ລ້ານໂດລາ ໃນຕະຫຼອດ
ໄລຍະສໍາປະທານ 29 ປີ ໂດຍລັດຖະບານລາວກໍຈະໄດ້ສ່ວນແບ່ງຄິດເປັນມູນຄ່າລວມ
ເຖິງ 3,900 ລ້ານໂດລາ ໃນຕະຫຼອດໄລຍະສໍາປະທານດັ່ງກ່າວ.

ທາງດ້ານ Ms. Ame Trandem ຜູ້ອໍານວຍການປະຈໍາພູມີພາກເອເຊຍຕາເວັນອອກ
ສຽງໃຕ້ຂອງອົງການແມ່ນໍ້າສາກົນ ກໍຢືນຢັນວ່າ ຄະນະຂອງອົງການແມ່ນໍ້າສາກົນ ໄດ້ເດີນ
ທາງໄປເກັບກໍາຂໍ້ມູນພາກສະໜາມຢູ່ເຂດຄອນພະເພັງ ໃນແຂວງຈໍາປາສັກ ເມື່ອບໍ່ດົນ
ມານີ້ ຊຶ່ງພົບວ່າທາງການລາວ ແລະກຸ່ມ ບໍລິສັດ Mega First ຈາກມາເລເຊຍຜູ້ລົງທຶນ
ໃນໂຄງການກໍ່ສ້າງເຂື່ອນ ດອນສະໂຮງ ເທິງແນວແມ່ນໍ້າຂອງໃນເຂດຄອນພະເພັງນັ້ນ ຍັງສືບຕໍ່ການດໍາເນີນງານໃນດ້ານຕ່າງໆ ເພື່ອຮອງຮັບການກໍ່ສ້າງເຂື່ອນດັ່ງກ່າວຢູ່ເລື້ອຍ
ມາ ໂດຍບໍ່ໄດ້ສະເໜີແຜນການຕໍ່ MRC ແຕ່ຢ່າງໃດ.
XS
SM
MD
LG