ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄ່າໄຟຟ້າໃນ ລາວ ສູງກວ່າ ຫວຽດນາມ ແລະ ໄທ ເພາະໄຟຟ້າສ່ວນໃຫຍ່ ຕ້ອງສົ່ງອອກຕ່າງປະເທດ


ສາຍສົ່ງໄຟຟ້າ ລາວ.
ສາຍສົ່ງໄຟຟ້າ ລາວ.

ຄ່າທຳນຽມການໃຊ້ໄຟຟ້າໃນ ລາວ ສູງກວ່າ ຫວຽດນາມ ແລະ ໄທ ເພາະໄຟຟ້າສ່ວນໃຫຍ່ທີ່ຜະລິດໃນ ລາວ ຕ້ອງສົ່ງອອກຕ່າງປະເທດຕາມສັນຍາສຳປະທານທີ່ລັດຖະບານ ລາວ ອະນຸຍາດໃຫ້ນັກລົງທຶນຕ່າງຊາດ.


ເຈົ້າໜ້າທີ່ຂັ້ນສູງຂອງລັດວິສາຫະກິດໄຟຟ້າ ລາວ (EDL) ຍອມຮັບວ່າຄ່າທຳນຽມການໃຊ້ໄຟຟ້າພາຍໃນຄົວເຮືອນໃນ ລາວ ສູງກວ່າ ຫວຽດນາມ ແລະ ໄທ ຄິດເປັນອັດຕາສະເລ່ຍ 34 ເປີເຊັນກັບ 26 ເປີເຊັນຕາມລຳດັບ ກໍຄືໃນຂະນະທີ່ຄ່າທຳນຽມການໃຊ້ໄຟຟ້າໃນຄົວເຮືອນຂອງປະຊາຊົນ ຫວຽດນາມ ແລະ ໄທ ຢູ່ໃນອັດຕາສະເລ່ຍ 7.24 ເຊັນສະຫະລັດ ແລະ 8.07 ເຊັນສະຫະລັດຕໍ່ກິໂລວັດ/ໂມງນັ້ນ ແຕ່ປະຊາຊົນ ລາວ ຕ້ອງແບກຮັບຄ່າທຳນຽມການໃຊ້ໄຟຟ້າທີ່ສູງເຖິງ 11 ເຊັນສະຫະ ລັດຕໍ່ກິໂລວັດ/ໂມງ ເຖິງແມ່ນວ່າ ລາວ ຈະເປັນປະເທດທີ່ຜະລິດຜະລັງງານໄຟຟ້າກໍຕາມ ແຕ່ເນື່ອງຈາກວ່າໂຮງໄຟຟ້າ ແລະ ເຂື່ອນໄຟຟ້າສ່ວນໃຫຍ່ເປັນການລົງທຶນຂອງບໍລິສັດຕ່າງຊາດທີ່ໄດ້ຮັບອະນຸຍາດສຳປະທານຈາກລັດຖະບານ ລາວ ນັ້ນຈຶ່ງເຮັດໃຫ້ໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ ຫຼື 85 ເປີເຊັນຂອງໄຟຟ້າທີ່ຜະລິດໄດ້ທັງໝົດໃນ ລາວ ນັ້ນຈະຕ້ອງສົ່ງອອກໄປຕ່າງປະເທດ ຊຶ່ງກໍເປັນໄປຕາມສັນຍາທີ່ລັດຖະບານ ລາວ ໄດ້ອະນຸຍາດສຳປະທານໃຫ້ກັບນັກລົງທຶນຕ່າງຊາດນັ້ນເອງ.

ທັງນີ້ຄວາມສາມາດໃນການຜະລິດພະລັງງານໄຟຟ້າຂອງ ລາວ ເພີ່ມຂຶ້ນນັບມື້ ຊຶ່ງໃນປັດຈຸບັນມີແຫຼ່ງຜະລິດໄຟຟ້າ 73 ແຫ່ງກຳລັງຕິດຕັ້ງລວມ 9,531 ເມກະວັດໃນນີ້ກໍສົ່ງໄປຂາຍໃຫ້ ໄທ 5,620 ເມກະວັດ ແລະ ຈະເພີ່ມຂຶ້ນເປັນ 7,000 ເມກະວັດໃນປີ 2022 ສ່ວນທີ່ເຫຼືອກໍຈະຂາຍໃຫ້ ກຳປູ ເຈຍ ແລະ ຫວຽດນາມ ດັ່ງທີ່ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ການຢືນຢັນວ່າ

“ປັດຈຸບັນນີ້ພວກເຮົາຂາຍໄຟອອກສູ່ງປະເທດ ໄທ ທີ່ມີສັນຍາຊື້ຂາຍໄຟຮຽບຮ້ອຍແລ້ວແມ່ນ 8 ໂຄງການ ມີກຳລັງຕິດຕັ້ງໄຟຟ້າເຖິງ 5,620 ເມກະວັດ ແລ້ວກະຍັງຈະສົ່ງອອກເພີ່ມໃນປີ 2021-2022 ນີ້ກະຄາດວ່າຈະເຕັມ 7,000 ເມກະວັດ ແລະ ກຳປູເຈຍ ພວກເຮົາໄດ້ເຊັນສັນຍາກັນມາ ຮອດປັດຈຸບັນນີ້ກໍປະມານ 3,200 ເມກະວັດ ສຳລັບກັບ ຫວຽດນາມ ປັດຈຸບັນນີ້ ທາງລັດຖະບານ ຫວຽດນາມ ກະໄດ້ເຊັນຢັ້ງຢືນວ່າ ຈະຊື້ໄຟຟ້າຈາກ ສປປ ລາວ 1,000 ກວ່າເມກະວັດ.

ທ່ານ ຄຳມະນີ ຢືນຢັນດ້ວຍວ່າ ລັດຖະບານ ຫວຽດນາມ ຕ້ອງການທີ່ຈະເລັ່ງການຮັບຊື້ກະແສໄຟ ຟ້າຈາກ ລາວ ໃຫ້ໄວຂຶ້ນ ແຕ່ມີຂໍ້ຈຳກັດດ້ານລະບົບສາຍສົ່ງໄຟຟ້າແຮງສູງ ທີ່ຍັງບໍ່ເຊື່ອມຕໍ່ກັບ ລາວ ຊຶ່ງກໍເຊັ່ນດຽວກັນກັບ ກຳປູເຈຍ ທີ່ຕ້ອງການຊື້ກະແສໄຟຟ້າຈາກ ລາວ ໃນປະລິມານລວມ 3,200 ເມກະວັດ ຫາກແຕ່ການຊື້ກະແສໄຟຟ້າຈາກ ລາວ ດັ່ງກ່າວນີ້ຈະເກີດຂຶ້ນໄດ້ຢ່າງເປັນຮູບປະທຳຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ໂດຍລັດຖະບານ ກຳປູເຈຍ ໄດ້ຂໍໃຫ້ລັດຖະບານ ຍີ່ ປຸ່ນ ຊ່ວຍເຫຼືອໃນການວາງແນວສາຍສົ່ງກະແສໄຟຟ້າແຮງສູງທີ່ເຊື່ອມຕໍ່ຈາກພາກໃຕ້ຂອງ ລາວ ໄປພາກເໜືອຂອງ ກຳປູເຈຍ ໃນໄລຍະຕໍ່ໄປ.

ໃນປັດຈຸບັນນີ້ ກຳປູເຈຍ ຊື້ກະແສໄຟຟ້າຈາກ ລາວ ໃນປະລິມານ 200 ເມກະວັດເທົ່ານັ້ນ ສ່ວນ ຫວຽດນາມ ໄດ້ຕົກລົງຊື້ໄຟຟ້າຈາກ ລາວ ໃນປະລິມານ 5,000 ເມກະວັດໃນປີ 2025 ທາງດ້ານ ມາເລເຊຍ ກໍໄດ້ຕົກລົງຊື້ໄຟຟ້າຈາກ ລາວ 300 ເມກະວັດ ທັງຍັງໄດ້ເຈລະຈາກັບລັດຖະບານ ສິງ ກະໂປ ເພື່ອໃຫ້ເລັ່ງການເຊື່ອມຕໍ່ສາຍສົ່ງໄຟຟ້າແຮງສູງເຂົ້າດ້ວຍກັນ ຊຶ່ງຈະເຮັດໃຫ້ ລາວ ສາມາດສົ່ງໄຟຟ້າໄປຂາຍໃຫ້ ສິງກະໂປ ໂດຍຜ່ານ ໄທ ແລະ ມາເລເຊຍ ໄດ້ຕາມການຕົກລົງທີ່ທັງ 4 ປະ ເທດມີຮ່ວມກັນນັບຈາກປີ 2017 ເປັນຕົ້ນມາ.

ສ່ວນທະນາຄານພັດທະນາເອເຊຍ (ADB) ລາຍງານວ່າການຜະລິດໄຟຟ້າໃນ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນ 7.5 ເປີເຊັນໃນປີ 2020 ທຽບໃສ່ປີ 2019 ຊຶ່ງຈະເຮັດໃຫ້ການສົ່ງອອກໄຟຟ້າຂອງ ລາວ ຍັງສືບຕໍ່ເພີ່ມຂຶ້ນໂດຍສະເພາະແມ່ນການສົ່ງໄຟຟ້າໄປຂາຍໃຫ້ ໄທ ນັ້ນຈະປັບຕົວສູງຂຶ້ນກວ່າ 20 ເປີເຊັນ ທັງຍັງຈະເພີ່ມຂຶ້ນອີກໃນປີຕໍ່ໄປ ເພາະວ່າລັດຖະບານ ໄທ ໄດ້ຕົກລົງຮັບຊື້ໄຟຟ້າຈາກ ລາວ 9,000 ເມກະວັດໃນຊ່ວງປີ 2019-2044 ທັງຍັງຄາດວ່າ ລາວ ຈະມີແຫຼ່ງຜະລິດໄຟຟ້າເພີ່ມ ຂຶ້ນເປັນ 100 ໂຄງການມີກຳລັງຕິດຕັ້ງລວມ 13,000 ເມກະວັດທີ່ຜະລິດກະແສໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງໃນປີ 2021.

ສ່ວນການຊົມໃຊ້ໄຟຟ້າໃນ ລາວ ນັ້ນກໍຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນພາຍ ຫຼັງຈາກການເປີດການເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ນັ້ນ ຈະເຮັດໃຫ້ການຊົມໃຊ້ໄຟຟ້າໃນ ລາວ ເພີ່ມຂຶ້ນເຖິງ 2 ເທົ່າຈາກລະດັບປັດຈຸບັນນີ້.

XS
SM
MD
LG