ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ເລີ້ມ​ເປີດ​ປ​ະ​ເທດ​ແຕ່​ຢູ່​ໃນ​ຂອບ​ເຂດ ​​ຈຳ​ກັດ​ ຊຶ່ງ​ອະ​ນຸ​ຍາດ​ໃຫ້​ແຕ່​ນັກ​ທ່ອງ​ທ່ຽວ​ ທີ່​ເປັນ​ກຸ່ມ​ເທົ່າ​ນັ້ນ​ເຂົ້າ​ປະ​ເທດ


ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ຮອດ ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ, ສ​ປ​ປ ລາວ.
ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ຮອດ ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ, ສ​ປ​ປ ລາວ.

​ຄົນ​ລາວ​ຢູ່​ຕ່​າງ​ປະ​ເທດຫລາຍ​ຄົນ ກໍ​ຄົງ​ມີ​ຄວາມ​ດີ​ໃຈ ທີ່​ທາງ​ການໄດ້​ເລີ້ມ​ເປີດ​ໃຫ້​ຄົນ​ຢູ່​ຕ່າງ​ປະ​ເທດ​ໄປ​ຢ້ຽມ​ຢາມ​ລາວໄດ້​ອີກນັບວັນ​ທີ 1 ມັງ​ກອນ​ເປັນ​ຕົ້ນ​ມາ. ແຕ່​ແນວ​ໃດກໍ​ຕາມການ​ເປີດ​ປະ​ເທດ​ທີ່​ວ່ານີ້ ຍັງ​ເປັນ​ການ​ເປີດ​ເປັນ​ໄລ​ຍະ​ຢູ່ ​ຊຶ່ງ​ກໍ​ຄື ໄລຍະທີ 1 ແຕ່ວັນທີ 1 ມັງກອນຫາ 30 ມີນາ; ໄລຍະທີ 2 ແຕ່ວັນທີ 1 ເມສາຫາ 30 ມິຖຸນາ; ໄລຍະທີ 3 ແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ. ໃນໄລ​ຍະ​ທີ 1 ນີ້ ກໍເປັນ​ການ​ເປີດ​ໃຫ້ ສໍາລັບແຕ່ເຂດທ່ອງທ່ຽວສີຂຽວທີ່​ມີ 3 ເຂດ ຄືນະຄອນຫລວງວຽງຈັນ, ຫລວງພະບາງແລະ ເມືອງວັງວຽງ ເທົ່າ​ນັ້ນ ແລະ​ການ​ເດີນ​ທາງ​ເຂົ້າ​ໄປ​ລາວ ​ກໍ​ຍັງມີ​ຂໍ້​ຈຳ​ກັດ​ຫລາຍ​ຢູ່. ມີແຕ່​ນັກ​ທ່ອງ​ທ່ຽວ​ທີ່​ໄດ້ຮັບ​ວີ​ຊາ​ສີ​ຂຽວທີ່​ເຂົ້າ​ໄປ​ລາວ​ຜ່ານການ​ບໍ​ລິ​ການ​ຂອງ​ບໍ​ລິ​ສັດ​ທ່ອງ​ທ່ຽວເທົ່າ​ນັ້ນຈຶ່ງ​ເຂົ້າ​ໄດ້ ດັ່ງທີ່ທ່ານອາ​ດາມ ແດ​ໂຣ, ​ຊາວ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ທີ່​ຍັງ​ອາ​ໄສ​ຢູ່​ລາວ ແລະ​ໄດ້​ຕິດ​ຕາມ​ເລື້ອງນີ້​ຕະ​ຫລອດ​ມາເວົ້າສູ່​ຟັງ​ວ່າ:

“ວີ​ຊາສີ​ຂຽວແມ່ນວີຊາແຮງທີ່ຈູງໃຈນັກທ່ອງທ່ຽວປະ​ເພດ​ນຶ່ງ ຂອງວິທີການເປີດ​ປະ​ເທດຄືນ ​ແບບ​ເປັນໄລຍະຢູ່ນີ້. ພວກເຂົາເຈົ້າ​ມີ​ຂໍ້​ຈຳ​ຈັດ ມີພຽງແຕ່ນັກທ່ອງ ທ່ຽວເປັນ​ກຸ່ມເທົ່າ​ນັ້ ນທີ່ຈະເຂົ້າມາໄດ້ ແລະພວກ​ເຂົາ​ເຈົ້າຖືກ​ອະນຸຍາດໃຫ້ໄປ ໄດ້​ແຕ່ບາງບ່ອນເທົ່າ​ນັ້ນໃນລາວ. ເຂົາເຈົ້າຍັງບໍ່ທັນໃຫ້ວີຊານັກທ່ອງທ່ຽວແບບປົກກະຕິເລີຍ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ​ກໍ​ລະ​ນີ​ຂອງ​ໄລ​ຍະ​ທີ​ສອງກໍ​ຈະ​ເປັນ​ແບບ​ດຽວ​ກັນ​ນີ້​, ຊຶ່ງເຂົາ​ເຈົ້າ​ໄດ້​ວາງ​ແຜນ​ໄວ້ແລ້ວ​, ແຕ່​ວ່າ​ມັນ​ຍັງ​ບໍ່​ທັນ​ເປັນ​ການເປີດ​ຫມົດເທື່ອ​.”

ສ​ະ​ນັ້ນ ມັນກໍ​ຍັງ​ເປັນ​ການ​ຍາກ​ຫລາຍ​ສຳ​ລັບ​ຄົນ​ເຊື້ອ​ສາຍ​ລາວທີ່ຖື​ສັນ​ຊາດ​ອື່ນ​ຈະ​ໄດ້​ກັບ​ໄປ​ຢ້ຽມ​ຢາມ​ບ້ານ​ເກີດ​ເມືອງນອນ​ໄດ້ ​ໃນ​ໄລ​ຍະ​ນີ້ ຫລັງ​ຈາກ​ປະ​ເທດ​ໄດ້​ປິດ​ເປັນ​ບາງ​ສ່ວນ ​ຫລື​ທັງ​ໝົດ​ມາ​ໄດ້​ເກືອບ 2 ປີ​ແລ້ວ ຍ້ອນ​ກາ​ນ​ລະ​ບາດ​ຂອງ​ໂຄວິດ.

ສຳ​ລັບ​ພວກ​ທີ່​ຈະ​ເດີນ​ທາງ​ເຂົ້າ​ລາວ ​ແບບທຸ​ລະ​ກິດ ຫລື​ເຮັດ​ວຽກ​ເຮັດ​ການນັ້ນກໍ​ຕ້ອງ​ໄດ້​ຮັບ​ວີ​ຊາ​ທຸ​ລະ​ກິດ ແລະ​ມີ​ການ​ຮັບ​ປະ​ກັນ ​ຈາກ​ບໍ​ລິ​ສັດ​ທີ່​ຈະ​ໄປ​ພົວ​ພັນ​ຢູ່​ລາວນັ້ນ ​ຮັບ​ປະ​ກັນ ແລະ​ກໍ​ຕ້ອງ​ໄດ້ຮັບ​ອະ​ນຸ​ຍາດ ​ຈາກ​ໜ່ວຍ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມແລະ​ແກ້​ໄຂ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກ່ອນແລະ ​ກໍ​ຕ້ອງ​ໄດ້​ຜ່ານກັກ​ກັນ​ຕົວ 14 ວັນ​ຈຶ່ງ​ອອກ​ໄປ​ປະ​ຕິ​ບັດ​ວຽກ​ງານ​ຕາມ​ແຜນການ ​ໄດ້, ອີ​ງຕາມ​ຄຳ​ແນະ​ນຳ​ ຂອງ​ໝ່ວຍ​ສະ​ເພາະ​ກິດ​ດັ່ງ​ກ່າວ ​ສະ​ບັບ​ເລກ​ທີ 4881 ລົງ​ວັນ​ທີ 31 ທັນ​ວາ 2021.

XS
SM
MD
LG