ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິການ ດ້ານສາທາລະນະສຸກ ໃນລາວ ຍັງດ້ອຍປະສິດທິພາບ ເພາະແພດ ແລະ ພງ ຂາດຈັນຍາບັນ ແລະບໍ່ມີຈິດສຳນຶກ


ບັນດາແມ່ທັງຫຼາຍ ນຳເອົາລູກເຕົ້າ ມາກວດພະຍາດ ໂດຍເຈົ້າໜ້າທີ່ ສາທາລະນະສຸກ
ບັນດາແມ່ທັງຫຼາຍ ນຳເອົາລູກເຕົ້າ ມາກວດພະຍາດ ໂດຍເຈົ້າໜ້າທີ່ ສາທາລະນະສຸກ

ບໍລິການດ້ານສາທາລະນະສຸກໃນລາວ ຍັງດ້ອຍປະສິດທິພາບ ເພາະວ່າ ບັນດາແພດ
ແລະພະນັກງານ ໃນກະຊວງສາທາລະນະສຸກ ຂາດຈັນຍາບັນ ແລະບໍ່ມີຈິດສຳນຶກ
ໃນການໃຫ້ບໍລິການ ແກ່ປະຊາຊົນລາວ.


ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຖະແຫລງ
ຍອມຮັບວ່າ ການບໍລິການດ້ານສາທາລະນະສຸກ ຂອງລັດຖະບານລາວ ໃນປັດຈຸບັນນີ້
ຍັງບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການຕົວຈິງຂອງປະຊາຊົນລາວ ບັນດາເຜົ່າ
ໄດ້ຢ່າງທົ່ວເຖິງ ໂດຍນອກຈາກຈະມີສາເຫດຈາກການຂາດງົບປະມານ ຂອງລັດຖະ
ບານແລ້ວ ກໍຍັງມີສາເຫດທີ່ສຳຄັນຈາກການປະຕິບັດໜ້າທີ່ຂອງບັນດາແພດ ແລະ
ພະນັກງານຂອງລັດ ທີ່ຂາດຈັນຍາບັນ ແລະບໍ່ມີຈິດສຳນຶກ ໃນການໃຫ້ບໍລິການແກ່
ປະຊາຊົນລາວ ອີກດ້ວຍ ໂດຍສ່ວນໃຫຍ່ ຍັງເຫັນແກ່ຜົນປະໂຫຍດສ່ວນຕົວເປັນ
ສຳຄັນ ດັ່ງທີ່ ທ່ານບຸນກອງ ໄດ້ໃຫ້ການຢືນຢັນວ່າ:

“ຄວາມຮັບຜິດຊອບນີ້ ຍັງບໍ່ທັນສູງ ແລະກໍແລ່ນນຳຜົນປະໂຫຍດຫັ້ນແຫລະ ຄວາມ
ສາມາດຊອກຄົ້ນຫາພະຍາດແລະປິ່ນປົວ ກໍບໍ່ທັນຊັດເຈນ ແລະວ່ອງໄວທັນກັບຄວາມ
ຕ້ອງການ ກົນໄກບໍລິຫານໂຮງໝໍນີ້ ກໍຍັງບໍ່ທັນຄ່ອງຕົວ ແລະບໍລິການປິ່ນປົວນີ້ ຍັງ
ຈຳກັດ ແລ້ວກໍບົບວິທີເຮັດວຽກ ກໍບໍ່ທັນຖືກຕ້ອງເໝາະສົມ ແລະກໍບໍ່ຖືກຕາມ ມາດຕະຖານຂອງສາກົນ.

ທາງດ້ານເຈົ້າໜ້າທີ່ໃນອົງການສະຫະປະຊາຊາດ ເພື່ອການພັດທະນາ ຫຼື UNDP
ໃນລາວ ເປີດເຜີຍວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ
ໃນໄລຍະ 5 ປີຜ່ານມາ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້ານ ຊຶ່ງ
ໃນນີ້ ກໍມີເຖິງ 5 ດ້ານ ທີ່ກ່ຽວຂ້ອງກັບບໍລິການດ້ານສາທາລະນະສຸກ ກໍຄື ເດັກອາຍຸ
ຕ່ຳກວ່າ 5 ປີ ຍັງມີສ່ວນສູງຕ່ຳກວ່າ ເກນມາດຕະຖານເຖິງ 38 ເປີເຊັນ ສ່ວນເດັກທີ່
ນ້ຳໜັກຕ່ຳກວ່າເກນ ກໍມີຢູ່ເຖິງ 27 ເປີເຊັນ ຂະນະທີ່ອັດຕາການເສຍຊີວິດ ຂອງເດັກ
ອາຍຸ ຕ່ຳກວ່າ 1 ປີ ກໍສູງເຖິງ 45 ຄົນຕໍ່ 1,000 ຄົນ ແລະການເສຍຊີວິດຂອງແມ່
ຂະນະຖືພາສູງເຖິງ 197 ຄົນຕໍ່ 1 ແສນຄົນ ສ່ວນແມ່ຍິງທີ່ເກີດລູກທັງໝົດໃນລາວ.

ປະຊາຊົນ ລໍຖ້າເຂົ້າຮັບການຮັກສາປິ່ນປົວ ຢູ່ທີ່ໂຮງໝໍເມືອງແຫ່ງນຶ່ງ
ປະຊາຊົນ ລໍຖ້າເຂົ້າຮັບການຮັກສາປິ່ນປົວ ຢູ່ທີ່ໂຮງໝໍເມືອງແຫ່ງນຶ່ງ

ສ່ວນ ທ່ານບຸນປອນ ສີສຸລາດ ສະມາຊິກສະພາແຫ່ງຊາດ ແລະປະທານຄະນະກຳ
ມາທິການ ເສດຖະກິດ ເທັກໂນໂລຈີ ແລະສິ່ງແວດລ້ອມ ຢືນຢັນວ່າ ການຈັດຕັ້ງປະຕິ
ບັດຂອງລັດຖະບານລາວ ບໍ່ບັນລຸຄາດໝາຍທີ່ວາງໄວ້ເກືອບທຸກດ້ານ ໂດຍສະເພາະ
ແມ່ນການເຂົ້າເຖິງ ຫລັກປະກັນດ້ານສຸຂະພາບ ຂອງປະຊາຊົນລາວບັນດາເຜົ່າ
ສາມາດ ຈັດຕັ້ງປະຕິບັດໄດ້ບໍ່ເຖິງ 35 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວງເອົາໄວ້
ເຖິງ 51 ເປີເຊັນ ຂອງປະຊາກອນລາວ ທັງປະເທດ ແລະໃນຂະນະດຽວກັນຍັງໄດ້
ມີການປ່ອຍປະໃຫ້ມີຄລີນິກ ທີ່ບໍ່ໄດ້ມາດຕະຖານ ຈຳນວນຫລາຍອີກດ້ວຍ ໂດຍເຫັນ
ໄດ້ຈາກການຍຸບເລີກຄລີນິກເອກກະຊົນ ທີ່ບໍ່ໄດ້ມາດຕະຖານ 248 ແຫ່ງໃນປີ 2018
ທັງຍັງໄດ້ສືບຕໍ່ການກວດສອບຄລີນິກເອກກະຊົນ ອີກ 802 ແຫ່ງໃນປັດຈຸບັນ.

ທາງດ້ານເຈົ້າໜ້າທີ່ຂອງອົງການອະນາໄມໂລກ ຫຼື WHO ໃນລາວ ເປີດເຜີຍວ່າ ການ
ປະຕິບັດວຽກງານຄວບຄຸມພະຍາດໄຂ້ມາລາເຣຍ ໃນລາວໃນຊ່ວງປີ 2010-2018 ທີ່
ຜ່ານມາ ໄດ້ເຮັດໃຫ້ອັດຕາສະເລ່ຍການຕິດເຊື້ອໄຂ້ມາລາເຣຍ ຂອງປະຊາຊົນລາວ
ຫລຸດລົງຈາກ 6.7 ເປີເຊັນ ໃນປີ 2010 ມາຢູ່ທີ່ອັດຕາສະເລ່ຍ 3.1 ເປີເຊັນ ໃນປີ 2018
ສ່ວນອັດຕາການເສຍຊີວິດຍ້ອນໄຂ້ມາລາເຣຍ ກໍໄດ້ຫລຸດລົງຈາກ 3.5 ຄົນຕໍ່ 100,000
ຄົນໃນປີ 2010 ເປັນ 0.9 ຄົນຕໍ່ 100,000 ຄົນໃນປີ 2018 ຊຶ່ງດ້ວຍຜົນການດຳເນີນ
ງານດັ່ງກ່າວນີ້ ກໍເຮັດໃຫ້ຄາດໝາຍໄດ້ວ່າ ລັດຖະບານລາວ ຈະລົບລ້າງການຕິດເຊື້ອ
ໄຂ້ມາລາເຣຍ ຂອງປະຊາຊົນລາວໄດ້ ຢ່າງສິ້ນເຊີງ ໃນປີ 2030 ຫາກແຕ່ການບັນລຸ
ເປົ້າໝາຍດັ່ງກ່າວ ກໍບໍ່ແມ່ນເລື້ອງງ່າຍ ເພາະວ່າ ອັດຕາສະເລ່ຍການຕິດເຊື້ອໄຂ້
ມາລາເຣຍໃນລາວ ຍັງສູງໃນຫຼາຍພື້ນທີ່ ໂດຍສະເພາະແມ່ນໃນແຂວງສະຫວັນນະເຂດ ຈຳປາສັກ ສາລະວັນ ອັດຕະປື ແລະເຊກອງ ທີ່ປະຊາຊົນລາວ ຈຳນວນບໍ່ນ້ອຍຍັງດຳລົງ
ຊີບດ້ວຍການເຂົ້າໄປ ເກັບເຄື່ອງປ່າຂອງດົງນັ້ນ.

ໂດຍນອກຈາກໄຂ້ມາລາເຣຍດັ່ງກ່າວ ປະຊາຊົນລາວ ຍັງຕ້ອງປະເຊີນກັບ ການແຜ່
ລະບາດຂອງພະຍາດໄຂ້ເລືອດອອກອີກດ້ວຍ ໂດຍສູນວິເຄາະ ແລະລະບາດວິທຍາ
ກະຊວງສາທາລະນະສຸກ ລາຍງານວ່າ ແຕ່ເດືອນມັງກອນເຖິງສິ້ນເດືອນສິງຫາ 2019
ມີປະຊາຊົນລາວ 28,500 ກວ່າຄົນຕິດພະຍາດໄຂ້ເລືອດອອກ ແລະເສຍຊີວິດໄປ 60
ກວ່າຄົນໃນທົ່ວປະເທດ ໂດຍມີພຽງແຕ່ແຂວງຫົວພັນ ເທ່ານັ້ນ ທີ່ຍັງບໍ່ມີລາຍງານການ
ເສຍຊີວິດ ໃນປັດຈຸບັນ.

XS
SM
MD
LG