ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລມຕ ລາວ ສັ່ງໃຫ້ຍົກຍ້າຍ ສະຖານ ບັນເທີງ ທຸກປະເພດ ອອກຈາກເຂດໂຮງຮຽນ


ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ສັ່ງການໃຫ້ຍົກຍ້າຍ ສະຖານບັນເທີງທຸກປະເພດ ໄປໃຫ້ໄກ ຈາກອານາເຂດຂອງສະຖານສຶກສາທຸກແຫ່ງ ໃນທົ່ວປະເທດ.
ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ສັ່ງການໃຫ້ຍົກຍ້າຍ ສະຖານບັນເທີງທຸກປະເພດ ໄປໃຫ້ໄກ ຈາກອານາເຂດຂອງສະຖານສຶກສາທຸກແຫ່ງ ໃນທົ່ວປະເທດ.

ນາຍົກລັດຖະມົນຕີລາວ ສັ່ງການໃຫ້ຍົກຍ້າຍສະຖານບັນເທີງທຸກປະເພດ ໄປໃຫ້ໄກ ຈາກອານາເຂດຂອງສະຖານສຶກສາທຸກແຫ່ງ ໃນທົ່ວປະເທດ ເພາະເປັນແຫລ່ງ ມອມເມົາເຍົາວະຊົນລາວ ໃຫ້ເສຍຄົນ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ທ່ານຈະບໍ່ອະນຸຍາດ ໃຫ້ຕັ້ງສະຖານບັນເທີງທຸກປະເພດ ໃກ້ກັບສະຖານສຶກສາທຸກແຫ່ງໃນທົ່ວປະເທດ ຢ່າງເດັດຂາດ ພ້ອມກັນນີ້ ທ່ານຍັງໄດ້ສັ່ງການໃຫ້ຮື້ຖອນ ແລະຍົກຍ້າຍສະຖານ
ບັນເທີງທຸກປະເພດ ເຊັ່ນ ຮ້ານກິນດື່ມປະເພດສິ່ງມຶນເມົາ ແລະສະຖານທີ່ເລັ້ນ ການພະນັນຕ່າງໆ ທີ່ຕັ້ງຢູ່ໃກ້ສະຖານສຶກສາທຸກແຫ່ງນັ້ນ ໃຫ້ໜີໄປຈາກເຂດພື້ນທີ່
ກຳນົດ ແລະຖ້າຫາກຍັງປະກົດວ່າ ມີການລະເມີດຄຳສັ່ງດັ່ງກ່າວນີ້ ກໍຈະຖືກອົບຮົມ ແລະໃສ່ວິໄນ ໂດຍບໍ່ມີການຍົກເວັ້ນ ທັງຍັງຈະຖືກຖອນໃບອະນຸຍາດອີກດ້ວຍ.

ໂຮງຮຽນແຫ່ງນຶ່ງໃນລາວ ລົນນະລົງ ໃຫ້ເປັນເຂດປອດສິ່ງເສບຕິດ
ໂຮງຮຽນແຫ່ງນຶ່ງໃນລາວ ລົນນະລົງ ໃຫ້ເປັນເຂດປອດສິ່ງເສບຕິດ


ທ່ານທອງລຸນ ໄດ້ໃຫ້ເຫດຜົນຂອງການມີຄຳສັ່ງຄັ້ງນີ້ ວ່າ ຮ້ານກິນດື່ມປະເພດສິ່ງ
ມຶນເມົາ ສະຖານທີ່ເລັ້ນການພະນັນ ແລະສະຖານບັນເທີງຕ່າງໆ ໄດ້ກໍ່ໄພອັນຕະລາຍ ຮ້າຍແຮງອັນໜຶ່ງ ທີ່ກັດກິນ ແລະເບື່ອເມົານັກຮຽນ ນັກສຶກສາ ໄວໜຸ່ມ ແລະເຍົາວະຊົນ ລາວ ໃຫ້ກາຍເປັນບັນຫາຫຍໍ້ທໍ້ທາງສັງຄົມຢ່າງກວ້າງ ຊຶ່ງຈະເຫັນໄດ້ຈາກບັນຫາ ອາຊະຍາກຳ ທີ່ເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນອາຊະຍາກຳ ກ່ຽວກັບຊັບສິນ ຂອງພົນລະເມືອງລາວ ແລະການຄ້າຢາເສບຕິດນັ້ນ.

ໂດຍຕໍ່ບັນຫາດຽວກັນນີ້ ທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະກິລາ ໄດ້ຖະແຫລງຍອມຮັບວ່າ ສະຖານບັນເທີງຕ່າງໆ ໄດ້ກໍ່ໃຫ້ເກີດບັນຫາ ແລະຜົນກະທົບຕໍ່ເປົ້າໝາຍ ການພັດທະນາດ້ານການສຶກສາ ແຫ່ງຊາດລາວ ທັງໃນດ້ານປະລິມານ ແລະຄຸນນະພາບ ດັ່ງທີ່ທ່ານນາງ ໄດ້ໃຫ້ ການຢືນຢັນວ່າ:

“ປະກົດການຫຍໍ້ທໍ້ ໃນສັງຄົມມີລັກສະນະແພ່ລາມ ຊຶ່ງມີຜົນສະທ້ອນເຖິງສະຖານະ ການສຶກສາ ເປັນຕົນບັນຫາຮ້ານບັນເທີງ ຮ້ານກິນດື່ມທີ່ມີທາດເຫລົ້າ ຢູ່ໃກ້ສະຖານ ການສຶກສາ ບັນຫາສິ່ງເສບຕິດ ການປອມແປງໃບປະກາດ ແລະອື່ນໆ ນະໂຍບາຍ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ດ້ານປະລິມານມີລັກສະນະເຫຼືອ
ບໍ່ພໍ ສຳລັບດ້ານຄຸນນະພາບ ຖ້າທຽບໃສ່ພາກພືນ ແລະສາກົນ ເຫັນວ່າ ຍັງບໍ່ທັນ ສູງເທົ່າທີ່ຄວນ.”

ພວກແມ່ຍິງ ພະນັກງານ ໂຄສະນາ ຂາຍເບຍ
ພວກແມ່ຍິງ ພະນັກງານ ໂຄສະນາ ຂາຍເບຍ


ທ່ານມີທອງ ສຸວັນວິໄຊ ຫົວໜ້າກົມອະນຸບານ ແລະປະຖົມສຶກສາ ກະຊວງສຶກສາ
ທິການ ແລະກິລາ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການພັດທະນາ ແລະ ຂະຫຍາຍໂອກາດທາງການສຶກສາ ໄປສູ່ເຍົາວະຊົນລາວ ໃນເຂດຊົນນະບົດ ໃນ
ຊ່ວງປີ 2011-2015 ທີ່ຜ່ານມາ ເຮັດໃຫ້ເຍົາວະຊົນລາວ ໄດ້ຮັບການສຶກສາຈົນຈົບ ຊັນປະຖົມປີທີ 5 ເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນ ໃນສົກຮຽນປະຈຳປີ 2015-
2016 ທີ່ຜ່ານມາ ກໍປະກົດວ່າ ມີນັກຮຽນຫຼາຍກວ່າ 49,000 ຄົນ ທີ່ສອບເສັງຈົບ ຊັ້ນປະຖົມ 5 ໃນທົ່ວປະເທດລາວ.

ທ່ານມີທອງ ບອກວ່າ ໃນປັດຈຸບັນນີ້ໂຮງຮຽນລະດັບປະຖົມສຶກສາຂອງລັດ 8,600
ກວ່າແຫ່ງ ທີ່ມີນັກຮຽນຊັ້ນປະຖົມ 1-5 ຈຳນວນຫຼາຍກວ່າ 8 ແສນຄົນ ຊຶ່ງໃນນີ້ ແບ່ງເປັນນັກຮຽນເພດຍິງ ເກີນກວ່າ 3 ແສນ ສ່ວນໂຮງຮຽນຂອງເອກະຊົນ ທີ່ມີຢູ່
200 ກວ່າແຫ່ງນັ້ນ ມີນັກຮຽນຊັ້ນປະຖົມ ຈຳນວນຫຼາຍກວ່າ 39,000 ຄົນ ໃນນີ້ແບ່ງ ເປັນນັກຮຽນເພດຍິງ 18,000 ກວ່າຄົນ ຊຶ່ງກໍຈະເຫັນໄດ້ວ່າ ຍັງມີບັນຫາ ກ່ຽວກັບ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນດ້ານການສຶກສາໃນລາວຢູ່ນັ້ນເອງ.

ກ່ອນໜ້ານີ້ ກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ທົ່ວປະເທດ ປະຈຳປີ
2016 ໄດ້ມີການສະເໜີລາຍງານວ່າ ໃນປັດຈຸບັນ ອັດຕາການເຂົ້າຮຽນຂອງເດັກ
ອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະ ລະດັບມັດທະຍົມປາຍນັ້ນ ຢູ່ທີ່ອັດຕາສະເລ່ຍ 97.9
ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລຳດັບ.

ໂດຍອັດຕາສະເລ່ຍດັ່ງກ່າວນີ້ ຖືເປັນການພັດທະນາທາງດ້ານການສຶກສາ ທີ່ມີ ການຂະຫຍາຍຕົວເພີ່ມຂຶ້ນໃນທຸກພາກສ່ວນ ເພາະໃນປີ 2015 ທີ່ຜ່ານມານັ້ນ ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີ ຢູ່ທີ່ລະດັບ 43 ເປີເຊັນ ສ່ວນການ ເຂົ້າຮຽນໃນລະດັບປະຖົມ ລະດັບມັດທະຍົມຕົ້ນ ແລະມັດທະຍົມປາຍ ຢູ່ທີ່ລະດັບ
97.2 ເປີເຊັນ 78 ເປີເຊັນ ແລະ 45.8 ເປີເຊັນ ຕາມລຳດັບ ຫາກແຕ່ວ່າ ການ ພັດທະນາດ້ານການສຶກສາໃນລາວ ຍັງຂາດເຂີນຄຸນນະພາບ ໂດຍຈະເຫັນໄດ້ຈາກ ອັດຕາການຄ້າງຫ້ອງ ໃນລະດັບປະຖົມສຶກສາ ຍັງຢູ່ທີ່ລະດັບ 4.9 ເປີເຊັນ ສ່ວນ
ບັນຫາ ຍາກຈົນກໍເຮັດໃຫ້ເດັກນ້ອຍຕ້ອງປະລະການຮຽນໃນອັດຕາສະເລ່ຍ 4.8
ເປີເຊັນ ຊຶ່ງສູງທີ່ສຸດໃນກຸ່ມອາຊຽນ.

XS
SM
MD
LG