ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເນັ້ນຢໍ້າ ແຜນປະຕິບັດການ ສາມສ້າງ ເພື່ອຫຼຸດຜ່ອນ ຄວາມທຸກຈົນ ຂອງປະຊາຊົນ


ປະທານປະເທດລາວ ທ່ານ ຈູມມາລີ ໄຊຍະສອນ ຂະນະໄປຢ້ຽມຢາມ ຈີນເມື່ອທ້າຍເດືອນກັນຍາຜ່ານມາ
ປະທານປະເທດລາວ ທ່ານ ຈູມມາລີ ໄຊຍະສອນ ຂະນະໄປຢ້ຽມຢາມ ຈີນເມື່ອທ້າຍເດືອນກັນຍາຜ່ານມາ
ປະທານ​ປະ​ເທດ​ລາວ​ເນ້ນ​ຢໍ້າ​ໃນ​ການຈັດ​ຕັ້ງປະຕິບັດ​ແຜນການ​
ສາມ​ສ້າງ​ ຕາມ​ມະຕິ​ຂອງ​ກົມການ​ເມືອງ​ ສູນ​ກາງ​ພັກ ທີ່​ແນ​ໃສ່​
ການ​ຫຼຸດຜ່ອນ​ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ໃນ​ປີ 2015


ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ແລະ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິ
ວັດລາວ ​ໄດ້​ໃຫ້ການ​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ຈີນ​ ໃນ​ໂອກາດ​ເດີນທາງ​ໄປ​ຢ້ຽມຢາມ​ສາທາລະ
ນະລັດປະຊາຊົນ​ຈີນ ​ຢ່າງ​ເປັນ​ທາງ​ການ​ ໃນ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່ານ​ມາ​ວ່າ ​ເປົ້າໝາຍ​ສໍາຄັນ​ທີສຸດຂອງ​ການ​ພັດທະນາ​ລາວ​ເຖິງ​ປີ 2015 ກໍ​ຄື​ການ​ລົບ​ລ້າງ​ບັນຫາ​ຄວາມທຸກ​ຈົນ​
ຂອງປະຊາຊົນ​ໃຫ້​ໄດ້ໂດຍພື້ນຖານ. ​

ໂດຍ​ພ້ອມ​ກັນ​ນັ້ນ​ທ່ານ ຈູມ​ມາລີ ກໍ​ໄດ້​ໃຫ້ການ​ອະ​ທິບາຍ ວ່າການ​ລົບ​ລ້າງ​ບັນຫາ​ຄວາມ​
ຍາກ​ຈົນ​ຂອງປະຊາຊົນ​ລາວ​ໃຫ້​ໄດ້​ຕາມ​ພື້ນຖານ​ດັ່ງກ່າວ​ນີ້​ ກໍ​ຄື​ການ​ເຮັດ​ໃຫ້ບັນຫາ
ຄວາມຍາກຈົນ​ຂອງ​ປະຊາຊົນ​ລາວ ​ລົດ​ລົງ​ເຫຼືອ​ບໍ່​ເກີນ 10% ຂອງ​ຈໍານວນ​ປະຊາກອນ​
ທັງ​ໝົດໃນທົ່ວ​ປະ​ເທດ​ ດ້ວຍ​ການ​ປະຕິບັດ​ຕາມ​ມະຕິ​ຂອງ​ຄະນະ​ກໍາມະການ​ກົມ​ການ​
ເມືອງ​ສູນ​ກາງ​ພັກທີ່​ເອີ້ນ​ວ່າ​ແຜນການ​ສາ​ມສ້າງ ດັ່ງ​ທີ່​ທ່ານ​ຈູມ​ມາລີ​ໄດ້​ໃຫ້ການ​ຢືນຢັນວ່າ:

“ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໄດ້​ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​
ຂອງ​ກົມ​ການ​ເມືອງ​ສູນ​ກາງພັກ ກ່ຽວ​ກັບ​ການສ້າງ​ແຂວງ​ ໃຫ້​ເປັນ​ຫົວໜ່ວຍ​
ຍຸດ​ທະ​ສາດ ສ້າງ​ເມືອງ​ໃຫ້​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງຮອບດ້ານ ສ້າງ​ບ້ານ​ໃຫ້​
ເປັນ​ຫົວໜ່ວຍ​ພັດທະນາ​ ສູ້​ຊົນ​ ບັນລຸ​ເປົ້າໝາຍເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​
ທົ່ວ​ປະ​ເທດ ​ໃຫ້ຍັງ​ເຫຼືອບໍ່​ເກີນ​ ສິບ​ສ່ວນ​ຮ້ອຍ​ ໃນ​ປີ 2015.”


ທ່ານ ຈູມມາລີ ອອກໄປຢ້ຽມຢາມເຂດຊົນນະບົດລາວ
ທ່ານ ຈູມມາລີ ອອກໄປຢ້ຽມຢາມເຂດຊົນນະບົດລາວ

ທັງ​ນີ້​ໂດຍ​ທາງ​ການ​ລາວ ໄດ້​ເລີ່​ມການຈັດ​ຕັ້ງ​ປະຕິບັດ​ຕາມ
​ແຜນການ​ສາມ​ສ້າງ​ດັ່ງກ່າວ​ນັບ​ແຕ່​ເດືອນ​ຕຸລາ​ 2012 ​ເປັນ
​ຕົ້ນ​ມາ ຊຶ່ງ​ໃນ​ຮອບ 1 ປີ​ທີ່​ຜ່ານ​ມາ​ນັ້ນ ກໍ​ໄດ້​ຈັດ​ຕັ້ງ​ປະຕິບັດ ​
ແຜນການ ໃນ​ 109 ບ້ານ ທີ່​ໄດ້​ຄັດ​ເລືອກ​ຈາກ 51 ​ເມືອງ​ໃນ
​ທັງ 17 ​ແຂວງ​ທົ່ວ​ປະ​ເທດ ແຕ່​ເນື່ອງ​ຈາກ​ວ່າ​ລັດຖະບານ​ລາວ​
ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​ແຄນ​ງົບປະມານ​ ຢ່າງ​ຕໍ່ເນື່ອງ
ຈຶ່ງ​ເຮັດ​ໃຫ້​ ສາມາດ​ຕອບ​ສະໜອງ​ງົບປະມານ​ໃຫ້​ກັບ​ການຈັດ
​ຕັ້ງ​ປະຕິບັດ​ແຜນການ ​ໄດ້​ພຽງ 85.3 ຕື້​ກີບໃນ 381 ​ໂຄງການ
ຫຼື​ຄິດ​ສະ​ເລ່ຍ​ໄດ້​ ໂຄງການ​ລະ 223 ລ້ານ​ກີບ ​ເທົ່າ​ນັ້ນ.

ສໍາລັບ​ແຜນການ​ພັດທະນາ​ ເສດຖະກິດ​ແລະ​ສັງຄົມ​ ທີ່​ລັດຖະບານ​ລາວ​ກໍາລັງ​ປະຕິ​ບັດ​
ຈັດ​ຕັ້ງ​ ຢູ່​ໃນ​ປັດຈຸບັນ​ນີ້ ກໍ​ແມ່ນ​ສະບັບ​ທີ 7 ຊຶ່ງ​ໄດ້​ເລີ່​ມລົງມື​ປະຕິບັດ​ ນັບແຕ່​ປີ 2011 ​
ເປັນ​ຕົ້ນ​ມາ​ແລ້ວ ​ແລະ​ກໍ​ຈະ​ຍັງ​ຄົງ​ປະຕິບັດ​ຈັດ​ຕັ້ງ​ຕໍ່​ໄປ​ຈົນ​ເຖິງ​ປີ 2015 ​ໂດຍ​ໃນ​ລະຍະ​
ຂອງ​ການຈັດ​ຕັ້ງ​ປະຕິບັດ​ທີ່​ຜ່ານມາ ກໍ​ປາກົດ​ວ່າ​ເສດຖະກິດ​ຂອງ​ລາວ​ໄດ້​ຂະຫຍາຍຕົວ​
ເພີ່​ມຂຶ້ນ ຈາກ 8.1% ​ໃນ​ແຜນການ​ປີ 2010-2011 ​ເປັນ 8.3% ​ໃນ​ປີ 2011-2012 ​
ແລະ​ກໍ​ຍັງ​ຂະຫຍາຍຕົວ​ເພີ່ມຂຶ້ນ​ ໃນ​ອັດຕາ​ສະ​ເລ່ຍ 8.3% ​ໃນ​ແຜນການ​ປີ 2012-2013
ທີ່​ໄດ້​ສິ້ນ​ສຸດ​ແຜນການ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່າ​ນມາ​ນີ້.

ກ່ອນ​ໜ້າ​ນີ້ ທະນາຄານ​ໂລກກໍ​ໄດ້ສ​ະ​ເໜີ​ລາຍ​ງານ​ວ່າ ​ເສດຖະກິດ​ຂອງ​ລາວ​ຂະຫຍາຍຕົວ ​
ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 8.2% ​ໃນ​ປີ 2012 ຊຶ່ງ​ສອດຄ່ອງ​ກັນ​ກັບ​ລາຍ​ງານ​ຂອງ​
ທະນາ​ພັດທະນາ​ເອ​ເຊຍ ຫຼື ADB ທັງ​ຍັງ​ຖື​ເປັນ​ການ​ຂະຫຍາຍຕົວ​ ທາງ​ເສດຖະກິດທີ່​
ສູງ​ສຸດ​ໃນ​ເອ​ເຊຍ​ ​ແລະ​ຍັງ​ໄດ້​ແຊງ​ໜ້າ​ປະ​ເທດ​ຈີນ ​ເປັນ​ປີ​ທີ​ສອງ​ ຕິດ​ຕໍ່​ກັນ​ອີກ​ດ້ວຍ.

​ປັດ​ໄຈ​ສໍາຄັນ​ ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ໃນ​ລາວ​ ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນດັ່ງກ່າວ ກໍ
​ແມ່ນ​ການ​ຂະຫຍາຍຕົວ​ຂອງ​ການ​ຜະລິດ​ໃນ​ພາກ​ອຸດສາຫະກໍາ​ຂຸດ​ຄົ້ນ​ແຮ່​ທາດ ທີ່ສົມ
ທົບດ້ວຍ​ການ​ຜະລິດ​ໃນ​ພາກ​ພະລັງງານ​ໄຟຟ້າ ຊຶ່ງ​ກໍາລັງ​ມີ​ການ​ກໍ່ສ້າງ​ເຂື່ອນ​ຜະລິດ​
ໄຟຟ້າ​ຫຼາຍ ​ໂຄງການ​ຢູ່​ໃນ​ລາວ​ເວລາ​ນີ້. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ທັງ​ທະນາຄານ​ໂລກ​ ​ແລະ ADB ກໍ​ໄດ້​ເຕືອນ​ວ່າ ການ​ພັດທະນາ​ເສດ
ຖະກິດ​ຂອງ​ລາວ ​ທີ່​ມີ​ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທໍາ​ມະ​ຊາດ​ໄປ​ຢ່າງ​ຫຼວງ​ຫຼາຍ​ນັ້ນ ຈະບໍ່​
ສົ່ງຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ໃນ​ລະ​ຍະ​ຍາວ ​ເພາະ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້ຊັບພະ
ຍາກອນທໍາ​ມະ​ຊາດ​ຕ້ອງ​ລົດ​ນ້ອຍ​ລົງ​ໄປ​ເລື້ອຍໆ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ຍັງ​ຈະ​ສົ່ງ​ຜັນ​ກະທົບ​
ຕໍ່​ສະພາບແວດ​ລ້ອມ​ທໍາ​ມະ​ຊາດ ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ
ທັງ​ໃນປັດຈຸບັນ ​ແລະ​ໃນ​ລະຍະ​ຕໍ່​ໄປ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້​ອີກ​ດ້ວຍ.
XS
SM
MD
LG