ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນໍາ ສປປ ລາວ ເວົ້າວ່າ ລາວສາມາດຫຼຸດຜ່ອນ ຄວາມທຸກຈົນຂອງປະຊາຊົນ ໄດ້ຫຼາຍຂຶ້ນ


ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວ ຂະນະຖະແຫຼງ ເລຶ່ອງຄວາມທຸກຈົນ ຂອງປະຊາຊົນລາວ.
ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວ ຂະນະຖະແຫຼງ ເລຶ່ອງຄວາມທຸກຈົນ ຂອງປະຊາຊົນລາວ.
ປະທານ​ປະ​ເທດ​ລາວ ​ເນັ້ນ​ຢໍ້າວ່າການ​ຫຼຸດຜ່ອນ​ຄວາມ​ຍາກຈົນ​
ຂອງ​ປະຊາຊົນ ມີຄວາມ​ຄື​ບໜ້າ​ຢ່າງ​ຕໍ່​ເນື່ອງ ​ແລະ​ ໝັ້ນ​ໃຈ​ວ່າ​
ຈະ​ສາມາດ​ລົບ​ລ້າງ​ຄວາມ​ຍາກຈົນ​ໄດ້​ໂດຍ​ພື້ນຖານ ພາຍ​ໃນ​
ປີ 2015

please wait

No media source currently available

0:00 0:04:33 0:00
ລິງໂດຍກົງ

ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດແລະ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນປະຕິ ວັດ​ລາວ ​ໃຫ້ການ​ຢືນຢັນ​ຕໍ່​ຄະນະ​ທູຕານຸທູດ​ຕ່າງປະ​ເທດ ທີ່​ເຂົ້າຢ້ຽມ​ຄໍານັບ​ໃນ​ໂອກາດ ວັນຊາດ ວັນທີ 2 ທັນວາ ຄົບຮອບ 38 ປີ ​ໃນ​ປີ​ນີ້ ວ່າການ​ຈັດ​ຕັ້ງປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາ​ດລະ​ຍະ 5 ປີ ຄັ້ງທີ 7 ​ໃນ​ລະຍະ​ນັບ​ແຕ່​ປີ 2011-2015 ​ນັ້ນ ໄດ້​ເຮັດ​ໃຫ້​ເສດຖະກິດ​ໃນ​ລາວ​ມມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ແລະ ​ເຮັດ​ໃຫ້​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນນັບ​ມື້.

​ໂດຍ​ຈະ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ຈາກ​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ ຫຼື GDP ​ໃນ​ແຜນ ການ ປະ​ຈໍາປີ 2012-2013 ທີ່​ຄິດ​ສະ​ເລ່ຍ​ເປັນລາຍ​ຮັບ​ຂອງ​ປະຊາຊົນ​ລາວ​ໄດ້​ເຖິງ 12 ລ້ານ​ກີບ
ຫຼື​ປະມານ 1,500 ​ໂດ​ລ່າ​ຕໍ່​ຄົນ​ຕໍ່​ປີ ​ໃນ​ຂະນະ​ທີ່​ອັດຕາ​ສະ​ເລ່ຍຄວາມທຸກ​ຈົນ​ຂອງ​ປະຊາ​ຊົນ
​ກໍ​ຫຼຸດ​ລົງ​ມາ​ຢູ່​ທີ່​ລະດັບ 10.57% ​ໃນ​ປີ 2013 ທັງ​ຍັງ​ເປັນ​ພື້ນຖານ​ອັນ​ດີ​ໃຫ້​ແກ່​ການປະຕິ​
ບັດ​ຄາດໝາຍ ​ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ ຍັງເຫຼືອ​ບໍ່​ເກີນ 10% ພາຍ​ໃນ​ປີ 2015.

ພ້ອມ​ກັນ​ນີ້ ທ່ານ ຈູມ​ມາລີ ​ກໍ​ໄດ້​ໃຫ້ການ​ອະທິບາຍ​ວ່າ ການ​ຫຼຸດຜ່ອນ​ຄວາມ​ຍາກຈົນຂອງ​
ປະຊາ​ຊົນລາວ​ໃຫ້​ໄດ້​ໂດຍ​ພື້ນຖານ​ດັ່ງກ່າວ ​ເປັນ​ການ​ປະຕິບັດ​ຕາມ​ມະຕິ​ຂອງ​ຄະນະກໍາມະ
ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ທີ່​ເອີ້​ນວ່າ​ແຜນການ​ສາມ​ສ້າງ ດັ່ງ​ທີ່​ທ່ານ​ໄດ້ໃຫ້ການຢືນຢັນ​ວ່າ.

“ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ໄດ້​ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິຂອງກົມ​
ການ​ເມືອງ​ສູນ​ກາງ​ພັກ ກ່ຽວ​ກັບ​ສາມ​ສ້າງ ຄືສ້າງ​ແຂວງ​ໃຫ້​ເປັນ​ຫົວໜ່ວຍ​ຍຸ​ທະ​ສາດ
ສ້າງ​ເມືອງ​ໃຫ້​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ສ້າງ​ບ້າ​ນ​ໃຫ້​ເປັນ​ຫົວໜ່ວຍພັດທະນາ
ສູ້​ຊົນບັນລຸ​ເປົ້າໝາຍ​ ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​ທົ່ວ​ປະ​ເທດ​ໃຫ້​ຍັງ​ເຫຼືອ​ບໍ່​ເກີນສິບສ່ວນ​
ຮ້ອຍ​ ​ໃນ​ປີ 2015.”


ເດັກລາວ ໃນເຂດຊົນນະບົດ
ເດັກລາວ ໃນເຂດຊົນນະບົດ

ທັງ​ນີ້​ໂດຍ​ທາງ​ກນລາວ​ໄດ້​ເລີ່​ມການຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນ
ການ​ສາມ​ສ້າງ​ດັ່ງກ່າວ​ ນັບ​ແຕ່​ເດືອນຕຸລາ 2012 ​ເປັນ​ຕົ້ນ​ມາ
ຊຶ່ງ​ ໃນ​ຮອບ 1 ປີ ທີ່​ຜ່ານ​ມາ​ນີ້ ກໍ​ໄດ້​ຈັດ​ຕັ້ງ​ປະຕິ​ບັດ​ ແຜນການ​
ໃນ​ປີ 109 ບ້ານ ທີ່​ໄດ້​ຄັດ​ເລືອກ​ ຈາກ 51 ​ເມືອງ ​ໃນ​ທັງ 17
​ແຂວງ​ທົ່ວ​ປະ​ເທດ ​ແຕ່​ເນື່ອງ​ຈາກ​ວ່າ​ລັດຖະບານ​ລາວ​ຍັງ​ຕ້ອງ​
ປະ​ເຊີນ​ກັບ​ ບັນຫາ​ຂາດ​ແຄນ​ງົບປະມານ ຢ່າງ​ຕໍ່​ເນື່ອງ ຈຶ່ງ​ເຮັດ​
ໃຫ້ສາມາດ​ຕອບ​ສະໜອງ​ ງົບປະມານ​ໃຫ້​ກັບ​ການຈັດ​ຕັ້ງ​ປະຕິ
ບັດ​ແຜນການ​ ໄດ້​ພຽງ 85.3 ຕື້​ກິບ ​ໃນ 381 ​ໂຄງການ ຫຼື​ຄິດ​
ສ​ະ​ເລ່ຍ​ໄດ້​ໂຄງການ​ລະ 223 ລ້ານ ກີບ​ເທົ່າ​ນັ້ນ.

ສໍາລັບ​ແຜນການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ ທີ່​ລັດຖະບານ​ລາ​ວກໍາລັງປະຕິບັດ​ຈັດ​ຕັ້ງ​
ຢູ່​ໃນ​ປັດຈຸບັນ​ນີ້ ກໍ​ແມ່ນ​ສະບັບ​ທີ່ 7 ຊຶ່ງ​ໄດ້​ເລີ່​ມລົງມື​ປະຕິບັດ​ນັບ​ຕັ້ງ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ​ແລ້ວ ​ແລະ​ກໍ​ຈະ​ຍັງ​ຄົງ​ປະຕິບັດ​ຈັດ​ຕັ້ງ​ຕໍ່​ໄປ ​ຈົນ​ເຖິງ​ປີ 2015 ​ໂດຍ​ໃນ​ລະຍະ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ທີ່​ຜ່ານ​ມາ ກໍ​ປາ​ກົດວ່າ ​ເສດຖະກິດ​ຂອງ​ລາວ​ໄດ້​ຂະຫຍາຍຕົວ​ເພີ່ມ​ຂຶ້ນ ຈາກ 8.1% ​ໃນ​ແຜນການ​ປີ 2010-2011 ​ເປັນ 8.3% ​ໃນ​ປີ 2011-2012 ​ແລະ​ຍັງ​ໄດ້ຂະຫຍາຍຕົວ​ເພີ່ມ​ຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 8.3% ​ໃນ​ແຜນການ​ປີ 2012-2013.

ສໍາລັບ​ປັດ​ໄຈ​ສໍາຄັນ ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ໃນ​ລາວ ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນດັ່ງກ່າວ
ກໍ​ແມ່ນ​ການຂະຫຍາຍຕົວ​ຂອງ​ການ​ຜະລິດ ​ໃນ​ພາ​ກອຸດສາຫະກໍາຂຸດ​ຄົ້ນ​ແຮ່​ທານ ທີ່ສົມ
ທົບ​ດ້ວຍ ການ​ຜະລິດ​ໃນ​ພາກ​ພະລັງງສານ​ໄຟຟ້າ ຊຶ່ງ​ກໍາລັງ​ມີ​ການ​ກໍ່ສ້າງ​ເຂື່ອນ​ຜະລິດ
​ໄຟຟ້າ​ຫຼາຍ​ໂຄງກາ​ນຢູ່​ໃນ​ລາວ​ເວລາ​ນີ້.

​ແຕ່​ຢ່າງໃດກໍ​ຕາມ ທັງ​ທະນາຄານ​ໂລກ ​ແລະ ADB ກໍ​ໄດ້​ເຕືອນ​ວ່າ ການ​ພັດທະນາ​ເສດຖະ
ກິດ​ຂອງ​ລາວ ທີ່​ມີ​ການ​ຂຸດ​ຄົ້ນ​ຊັບ​ພະຍາກອນ​ທໍາ​ມະຊາດ​ໄປ​ຢ່າງ​ຫຼວງ​ຫຼາຍ ຈະ​ບໍ່​ສົ່ງ​ຜົນ
ດີຕໍ່​ການ​ພັດທະນາເສດຖະກິດໃນໄລຍະ​ຍາວ ​ເພາະ​ບໍ່​ພຽງ​ແຕ່​ຈະ​ເຮັດໃຫ້ຊັບພະຍາກອນ​
ທໍາ​ມະ​ຊາດ​ຕ້ອງ​ລົດ​ນ້ອຍ​ລົງ​ໄປ​ເລື້ອຍໆ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ຍັງ​ຈະ​ສົ່ງ​ຜົນກະທົບ​ຕໍ່ສະພາບ
ແວດ​ລ້ອມ​ທໍາ​ມະ​ຊາດ ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ລາວບັນດາເຜົ່າ ທັງ​ໃນ​ປັດຈຸບັນ ​ແລະ​ໃນ​ລະຍະ​ຕໍ່​ໄປ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້​ອີກ​ດ້ວຍ.
XS
SM
MD
LG