ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລາວ ຍອມຮັບ​ວ່າ ມີຄວາມຫຍຸ້ງຍາກ ໃນການຢຸດ​ຢັ້ງ ຂະ​ບວນລັກລອບ ​ຕັດ​ໄມ້ ​ຜິດ​ກົດໝາຍ


ໜ່ວຍ​ຕຳຫລວດ​ສະ​ເພ​າະກິດ ສາມາດ​ຢຶດ ​ໄມ້​ທີ່​ລັກລອບ​ຕັດ ​ໄດ້ 8 ​ແສນ​ກວ່າ​​ແມັດ​ກ້ອນ​ໃນ​ຊ່ວງ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ​ປະຈຳ​ປີ 2013-2014 ນີ້.
ໜ່ວຍ​ຕຳຫລວດ​ສະ​ເພ​າະກິດ ສາມາດ​ຢຶດ ​ໄມ້​ທີ່​ລັກລອບ​ຕັດ ​ໄດ້ 8 ​ແສນ​ກວ່າ​​ແມັດ​ກ້ອນ​ໃນ​ຊ່ວງ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ​ປະຈຳ​ປີ 2013-2014 ນີ້.

ນາຍົກລັດຖະມົນຕີລາວ​ຍອມຮັບ​ວ່າ ​ເປັນ​ການ​ຍາກ​ຍິ່ງ​ທີ່​ຈະ
​ຢຸດ​ຢັ້ງຂະ​ບວນການ​ລັກລອບ​ຕັດ​ໄມ້​ຜິດ​ກົດໝາຍຖ້າ​ຫາກ​ວ່າ
​ບັນດາ​ພະນັກງານ​ຂອງລັດຖະບານ​ ຍັງ​ສໍ້ລາດ​ບັງ​ຫລວງ ຫຼື
ຄໍ​ລັບ​ຊັ​່ນ ​ໃນ​ການ​ປະຕິບັດ​ໜ້າ​ທີ່.

ທ່ານ​ດວງ​ດີ ອຸດທະ​ຈັກ ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ ຈາກ​
ເຂດ​ນະຄອນ​ວຽງ​ຈັນ ​ໄດ້​ຕັ້ງຂໍ້​ສົງ​ໄສ​ຕໍ່ນະ​ໂຍບາຍ ​ກ່ຽວ​ກັບ​ປ່າ​ໄມ້
​ຂອງ​ລັດຖະບານລາວ ຊຸດ​ປັດ​ຈຸ​ບັນ ​ໃນ​ໂອກາດ​ການ​ປະຊຸມ​ສະ​
ໄໝສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ວ່າການ​ບໍລິ
ຫານ​ງານ​ໃນ​ດ້ານ​ປ່າ​ໄມ້​ໃນ​ລະຍະ​ທີ່​ຜ່ານ​ມາ ຍັງ​ຂາດ​ຄວາມ​ຊັດ​ເຈນ ທັງ​ຍັງ​ຂັດ​ແຍ້​ງກັບ​
ເປົ້າໝາຍ​ທີ່​ຈະ​ເພີ້​ມຄວາມ​ໜາ​ແໜ້ນ ຂອງ​ປ່າ​ໄມ້​ໃຫ້ຫຼາຍຂຶ້ນອີກ​ດ້ວຍ ດັ່ງ​ທີ່​ທ່ານ​ດວງ​ດີ
​ໄດ້​ຖະ​ແຫລ​ງ ຢືນຢັນ​ວ່າ:

“ກະ​ແມ່ນ​ວ່າ​ປະຊາຊົນ​ຂັດຂ້ອງ​ວ່າ ​ເປັນ​ແນວ​ໃດ ອັນ​ລັດຖະບານ​ນີ້ ຄື​ຈັ່ງ​ວ່າ​ປ່ອຍ​ໃຫ້​ຂຸດ​ຄົ້ນ​ໄມ້ຫຼາຍ​ແທ້ ຂົນ​ໝົດ​ມື້​ໝົດ​ຄືນ ຈັກ​ໄປ​ທາງ​ເລກ 7 ​ໄປ​ທາງ​ນ້ຳ​ກັນ ​ໄປ​ທາງ​ເລກ 12 ​ໄປ​ທາງ​ເລກ 9 ​ແລະ ວ່າ​ເລື່ອງ​ນີ້ ຜູ້​ແທນ​ຫລວງ​ນ້ຳ​ທາ ກະ​ວ່າ​ໄປ​
ທາງ​ພຸ້ນ​ອີກ.”

ທ່ານ​ທອງ​ສິງ ຍອມຮັບ​ວ່າ​ ໂດຍ​ເງື່ອນ​ໄຂ​ສຳ​ຄັນ​ທີ່​ເຮັດ​ໃຫ້​ສະພາບ​ການ​ດັ່ງກ່າວ​ ສາມາດ​ເກີດຂຶ້ນ​ໄດ້ ກໍ​ຄື​ການ​ປະຕິບັດ​ໜ້າ​ທີ່​ຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ ຂອງ​ບັນດາ​ພະນັກງານ​ລັດຖະບານ ​ໃນ​ທຸກ​ລະດັບ​ຊັ້ນ.
ທ່ານ​ທອງ​ສິງ ຍອມຮັບ​ວ່າ​ ໂດຍ​ເງື່ອນ​ໄຂ​ສຳ​ຄັນ​ທີ່​ເຮັດ​ໃຫ້​ສະພາບ​ການ​ດັ່ງກ່າວ​ ສາມາດ​ເກີດຂຶ້ນ​ໄດ້ ກໍ​ຄື​ການ​ປະຕິບັດ​ໜ້າ​ທີ່​ຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ ຂອງ​ບັນດາ​ພະນັກງານ​ລັດຖະບານ ​ໃນ​ທຸກ​ລະດັບ​ຊັ້ນ.

ທາງ​ດ້ານ​ທ່ານ​ທອງສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ກໍ​ໄດ້​
ຖະ​ແຫລ​ງ​ເພື່ອ​ຕອບ​ຂໍ້​ສົງ​ໄສ​ດັ່ງກ່າວ​ນີ້​ວ່າ ລັດຖະບານ​ລາວ​ມີ
​ແນວ​ນະ​ໂຍບາຍ​ກ່ຽວ​ກັບ​ປ່າ​ໄມ້​ ທີ່ຊັດ​ເຈນ​ກໍ​ຄື​ການ​ເພີ້​ມລະດັບ
​ຄວາມໜາ​ແໜ້ນ​ຂອງ​ປ່າ​ໄມ້​ພາຍ​ໃນ​ປະ​ເທດ​ໃຫ້​ໄດ້​ເຖິງ 65 ​
ເປີ​ເຊັນ ​ແລະ 70 ​ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດ​ໃນ​ປີ 2015 ​ແລະ​
ປີ 2020 ​ແຕ່ ການ​ທີ່​ຈະ​ສາມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງກ່າວ​ໄດ້​ຢ່າງ​
ແທ້​ຈິງ​ນັ້ນ ກໍ​ຈະ​ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ທຸກ​ພາກ​ສ່ວນ​ທັງ​ໃນ
​ພາກ​ລັດຖະບານ ພາກ​ເອກະ​ຊົນ ​ແລະ ປະຊາຊົນ​ລາວ​ບັນດາ​
ເຜົ່າ​ໃນ​ທົ່ວ​ປະ​ເທດ.

ທັງ​ນີ້​ໂດຍ​ທ່ານ​ທອງ​ສິງ ຍອມຮັບ​ວ່າ​ໃນ​ປັດ​ຈຸ​ບັນ​ນີ້ ຍັງ​ມີ​ການ​ລັກ​
ລອບ​ຕັດໄມ້​ໂດຍ​ຜິດ​ກົດໝາຍ​ເກີດ​ຂຶ້ນຢ່າງ​ກວ້າງຂວາງ​ໃນ​ທົ່ວ​
ປະ​ເທດ ​ໂດຍ​ເງື່ອນ​ໄຂ​ສຳ​ຄັນ​ທີ່​ເຮັດ​ໃຫ້​ສະພາບ​ການ​ດັ່ງກ່າວ​ສາມາດ​ເກີດຂຶ້ນ​ໄດ້ ກໍ​ຄື​
ການປະຕິບັດ​ໜ້າ​ທີ່​ຢ່າງ​ບໍ່ຖືກຕ້ອງ​ຕາມ​ກົດໝາຍ ​ຂອງບັນດາ​ພະນັກງານ​ລັດຖະບານ ​
ໃນ​ທຸກ​ລະດັບ​ຊັ້ນ ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ເລື້ອງ​ການ​ຕັດ​ໄມ້​ ມີ​ນະ​ໂຍບາຍ​ ໃຫ້​ຢຸ​ດ​ການ​ຕັດ​ໄມ້​ນີ້ ​ແມ່ນ​ໄດ້​ອອກ​ມາ​ດົນ​ແລ້ວ ຂ້າພະ​ເຈົ້າ​ເປັນ ກຳມະການ​ສູນ​ກາງ​ນີ້ ກະ​ຫ້າ​ຫົກ​ສະ​ໄໝ​ແລ້ວ ​ແລະ​ກະ​ໄດ້​ຍິນ​ສະ​ໄໝ​ໃດ ກະ​ເວົ້າກັນ ກໍ​ໄດ້​ປຶກສາ​ຫາລືເວົ້າ​ເລື້ອງ​ການ​ຢຸດ​ ການ​ຖາງ​ປ່າ​ເຮັດ​ໄຮ່ ຢຸດ​ການ​ຕັດ​ໄມ້ ​ແຕ່​ວ່າ ບໍ່​ມີ​ເວລາ​ໃດ ຢຸດ​ໄດ້.”

ກ່ອນ​ໜ້າ​ນີ້ ກະຊວງ​ກະສິກຳ ປ່າ​ໄມ້ ລາຍ​ງານ​ວ່າ​ໜ່ວຍ​ຕຳຫລວດ​ສະ​ເພ​າະກິດ ສາມາດ​
ຢຶດໄມ້​ທີ່​ລັກລອບ​ຕັດ ​ໄດ້ 8 ​ແສນ​ກວ່າແມັດ​ກ້ອນ​ໃນ​ຊ່ວງ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ​
ປະຈຳ​ປີ 2013-2014 ນີ້ ​ໂດຍ​ໄມ້​ທີ່ຢຶດ​ໄດ້​ດັ່ງກ່າວ​ຖື​ເປັນ​ປະລິມານ ທີ່ຫຼາຍກວ່າ​ໄມ້​ທີ່ຖືກ
​ຕັດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ລະຍະ​ດຽວ​ກັນ​ນີ້​ເຖິງ 8 ​ເທົ້າ​ຕົວ.

ທັງນີ້ ກໍເນື່ອງຈາກວ່າ ໃນຕະຫລອດແຜນການປີ 2013-2014 ນີ້ ລັດຖະບານລາວໄດ້ ອະນຸມັດໂຄວຕ້າການຕັດໄມ້ຄິດເປັນ ປະລິມານລວມຫຼາຍກວ່າ 1 ລ້ານແມັດກ້ອນ ໃນ
ທົ່ວປະເທດ ໂດຍໃນນີ້ກໍແບ່ງເປັນໂຄວຕ້າໄມ້ປົກກະຕິ 580,071 ແມັດກ້ອນ ແລະໂຄວ
ຕ້າໄມ້ພິເສດ ທີ່ຕ້ອງຕັດອອກຈາກ ເຂດພັດທະນາ ໂຄງການຕ່າງໆ ໃນປະລິມານລວມ
446,783 ແມັດກ້ອນ.

ຫາກແຕ່ວ່າ ຈາກການຈັດຕັ້ງປະຕິບັດ ໃນລະຍະ 6 ເດືອນທຳອິດ ຂອງແຜນການ ກໍຄື
ນັບແຕ່ເດືອນຕຸລາ 2013 ເຖິງເດືອນມີນາ 2014 ນີ້ ກໍປາກົດວ່າໄດ້ຕັດໄມ້ ໃນລະບົບ
ໂຄວຕ້າປົກກະຕິໄປແລ້ວ 69,888 ແມັດກ້ອນ ຫຼື ຄິດເປັນ 12 ເປີເຊັນ ຂອງແຜນການປີ
ເທົ່ານັ້ນ ສ່ວນໄມ້ໃນລະບົບໂຄວຕ້າພິເສດກໍໄດ້ຕັດໄປແລ້ວ 58,142 ແມັດກ້ອນ ຫຼື ຄິດ
ເປັນພຽງແຕ່ 13 ເປີເຊັນ ຂອງແຜນການ ຕະຫລອດປີເທົ່ານັ້ນ.

ທັງນີ້ໂດຍທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ປ່າໄມ້ ໄດ້ໃຫ້ການ
ອະທິບາຍວ່າ ສາເຫດທີ່ເຮັດໃຫ້ການຈັດຕັ້ງປະຕິບັດ ໃນລະຍະດັ່ງກ່າວ ດຳເນີນໄປຢ່າງ
ຊັກຊ້ານັ້ນ ກໍຍ້ອນວ່າ ມີການປະສານງານລະຫວ່າງສູນກາງ ແລະລະດັບທ້ອງຖິ່ນ ຫຼາຍ
ຂັ້ນຕອນ ຈຶ່ງເຮັດໃຫ້ການຕັດໄມ້ ໃນພາກຕົວຈິງ ສາມາດປະຕິບັດໄດ້ ນັບແຕ່ຕົ້ນປີ 2014
ມານີ້.

ຍິ່ງໄປກວ່ານັ້ນ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງປະເມີນດ້ວຍວ່າ ການລັກລອບຕັດໄມ້
ຜິດກົດໝາຍ ໃນຕະຫລອດແຜນການປີ 2013-2014 ນີ້ຈະມີປະລິມານລວມເກີນກວ່າ 1
ລ້ານແມັດກ້ອນ ອີກດ້ວຍ ແລະພື້ນທີ່ ທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດ ກໍແມ່ນເຂດຊາຍ
ແດນລາວ ທີ່ຕິດຕໍ່ກັບ ຫວຽດນາມ ຈີນ ແລະໄທ ຕາມລຳດັບ.

XS
SM
MD
LG