ລັດຖະບານລາວວາງແຜນທີ່ຈະສົ່ງເສີມການລົງທຶນໂດຍກົງຂອງຕ່າງປະເທດໃນຂົງເຂດເຕັກໂນໂລຈີທີ່ທັນສະໄໝ ທີ່ເນັ້ນການຜະລິດສິນຄ້າມາດຕະຖານສາກົນເພື່ອເພີ່ມການສົ່ງອອກ. ຊົງລິດ ໂພນເງິນມີລາຍງານກ່ຽວກັບ ເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການ ແລະການລົງທືນ ຖະແຫລງວ່າ ແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດ ແຕ່ປີ 2021-2025, ລັດຖະບານລາວ ໄດ້ວາງເປົ້າໝາຍ ຈະໃຫ້ການສົ່ງເສີມການລົງທືນຂອງຕ່າງປະເທດ ໃຫ້ມາລົງທຶນພັດທະນາໃນດ້ານເທັກໂນໂລຈີທີ່ທັນສະໄໝ ທີ່ເນັ້ນໜັກການຜະລິດສິນຄ້າທີ່ໄດ້ມາດຕະຖານສາກົນ ເພື່ອສົ່ງອອກໄປຕ່າງປະເທດເພີ້ມຂຶ້ນນັບມື້ ດັ່ງທີ່ທ່ານສອນໄຊ ໄດ້ຢືນຢັນວ່າ:
“ລັກສະນະຂອງໂຄງການນີ້ ແມ່ນຈະໄດ້ເນັ້ນໃສ່ບັນດາໂຄງການທີ່ເປັນຫົວຈັກຫລັກແຫລ່ງ ແລ້ວດຶງດູດການພັດທະນາເສດຖະກິດຂອງປະເທດເປັນການລົງທຶນ ທີ່ຖ່າຍທອດເທັກໂນໂລຈີ ແລະນະວັດຕະກຳ ທີ່ຕິດພັນກັບການຫັນເປັນອຸດສະຫະກຳ ແລະຫັນເປັນທັນສະໄໝ ໃນຍຸກອຸດສາຫະກຳ 4.0 ແລະ ການປັບຕົວເຂົ້າກັນເຂົ້າຍຸກ ຂອງປັນຍາປະດິດ ແລະການສ້າງຕ່ອງໂສ້ ເພີ່ມມູນຄ່າການຜະລິດໃຫ້ມີຄຸນນະພາບ ແລະມີຄວາມຫລາກຫລາຍ ທັງກ້າວໄປສູ່ມາດຕະຖານສາກົນ”
ທັງນີ້ ລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ເປັນພາກ ສ່ວນທີ່ຮັບຜິດຊອບການປະສານງານເພື່ອການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດລາວ ໄປສູ່ລະບົບດິຈິຕອລ ໃຫ້ໄດ້ຢ່າງເປັນຮູບປະທຳ ພາຍໃນປີ 2025 ດ້ວຍການຮ່ວມມືກັບຢ່າງໃກ້ຊິດກັບທາງການຈີນ ທີ່ໃຫ້ການຊ່ວຍເຫຼືອແກ່ລາວ ທັງໃນດ້ານເງິນທຶນ ແລະ ດ້ານເທັກໂນໂລຈີ ການສື່ສານຢ່າງຄົບວົງຈອນ ໂດຍຄາດຫວັງວ່າ ການນໍາໃຊ້ລະບົບດິຈິຕອລ ໃນພາກທຸລະກິດ-ການຜະລິດຕ່າງໆຢ່າງກວ້າງຂວາງນັ້ນ ຈະເຮັດໃຫ້ເສດຖະກິດລາວ ຂະຫຍາຍຕົວດີຂຶ້ນ ທັງຍັງຈະເຮັດໃຫ້ລັດຖະບານລາວ ຈັດເກັບລາຍຕ່າງໆໄດ້ເພີ່ມຂຶ້ນອີກດ້ວຍ.
ໃນປີ 2019 ທີ່ຜ່ານມາລັດຖະບານ ລາວ ເກັບລາຍຮັບຈາກພາສີອາກອນໄດ້ 11,422 ຕື້ກີບ ເທົ່າກັບ 92.72 ເປີເຊັນຂອງແຜນການປີ ຫາກແຕ່ກໍເພີ້ມຂຶ້ນເຖິງ 580 ຕື້ກີບ ຫຼື 5.8 ເປີເຊັນ ທຽບໃສ່ປີ 2018 ເພາະວ່າໄດ້ເລີ້ມນຳໃຊ້ລະບົບ Electronic ທີ່ທັນສະໄໝຢູ່ດ່ານສາກົນບາງດ່ານ ນັບແຕ່ເດືອນສິງຫາ 2019 ເປັນຕົ້ນມາແລະການທີ່ໄດ້ຕິດຕັ້ງລະບົບເພີ້ມຂຶ້ນ ທັງຍັງມີບັນດານັກທຸລະກິດການຄ້າໄດ້ເຂົ້າເຖິງລະບົບແລ້ວ ຫຼາຍກວ່າ 60 ເປີເຊັນ ໃນປັດຈຸບັນນີ້ ຈຶ່ງເຮັດໃຫ້ທາງການລາວໝັ້ນໃຈວ່າ ຈະສາມາດຈັດເກັບລາຍຮັບຈາກພາສີອາກອນໄດ້ເພີ້ມຂຶ້ນໃນປີ 2020 ກໍຄືບໍ່ໜ້ອຍກວ່າ 28,997 ຕື້ກີບຄຶດເປັນ 16.31 ເປີເຊັນຂອງຜະລິດຕະພັນພາຍໃນ ຫລື GDP ແລະໃນຂະນະດຽວກັນ ກໍຈະຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າບໍ່ເກີນ 35,693 ຕື້ກີບ ຄຶດເປັນ 20.08 ເປີເຊັນ ຂອງ GDP ປີ 2020 ເພື່ອເຮັດໃຫ້ຂາດດຸນທາງການດ້ານງົບປະມານ ພຽງແຕ່ 3.77 ເປີເຊັນຂອງ GDP ດ້ວຍອີກນັ້ນ. ຫາກແຕ່ວ່າການລະບາດຂອງເຊື້ອໄວຣັສ ໂຄວິດ-19 ຈຶ່ງເຮັດໃຫ້ລັດຖະບານລາວ ຄາດວ່າຈະຈັດເກັບລາຍຮັບໄດ້ບໍ່ເກີນ 70 ເປີເຊັນຂອງແຜນການປີ 2020 ກໍຄືໃນມູນຄ່າລວມບໍ່ເກີນ 20,298 ຕື້ກີບເທົ່ານັ້ນ.
ທັງນີ້ ການລະບາດຂອງພະຍາດໂຄວິດ-19 ຍັງໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດ ເຂົ້າມາລົງທຶນໃນລາວພຽງ 23 ໂຄງການ ທີ່ມີມູນຄ່າລວມ 2,064 ລ້ານໂດລາ ເທົ່ານັ້ນໃນ 10 ເດືອນຕົ້ນປີ 2020 ນີ້ ຊຶ່ງຫລຸດລົງເກີນກວ່າ 78 ເປີເຊັນ ທຽບໃສ່ກັບໄລຍະດຽວກັນໃນປີ 2019 ທັງກໍຍັງ ມີການນຳເງິນລົງທຶນເຂົ້າມາໃນລາວຕົວຈິງ ພຽງແຕ່ 17 ເປີເຊັນ ຂອງມູນຄ່າລົງທຶນທັງໝົດເທົ່ານັ້ນ ໂດຍນອກຈາກ ຈະເປັນຍ້ອນການລະບາດ ຂອງໄວຣັສ Covid-19 ແລ້ວ ກໍຍັງເປັນຍ້ອນຂໍ້ຈໍາກັດໃນຫລາຍດ້ານຂອງລາວ ດັ່ງທີ່ສະມາຊິກຂອງສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ຢືນຢັນວ່າ:
“ສະພາບແວດລ້ອມການດໍາເນີນທຸລະກິດ ແລະການລົງທຶນຢູ່ລາວນີ້ ຍັງຢູ່ໃນລະດັບຕໍ່າ ຖ້າທຽບໃສ່ບັນດາ ປະເທດໃນໂລກ ໃນບັນຫາຕົ້ນຕໍທີ່ໄດ້ສະແດງຈາກນັກທຸລະກິດ ອັນທີນຶ່ງ ແມ່ນບັນຫາໃນການເລີ້ມຕົ້ນ ທຸລະກິດ ມີຄວາມຫຍຸ້ງຍາກໃນການເຈາະຫາແຫລ່ງທຶນ ຫລືຄວາມຫຍຸ້ງຍາກໃນການອະນຸຍາດກໍ່ສ້າງໂຮງງານ ການຈັດຫາແຮງງານທີ່ມີຝີມື ແລະການສະໜອງພະລັງງານໄຟຟ້າໃນເຂດອຸດສາຫະກໍາ.”
ທັງນີ້ ກົດໝາຍສົ່ງເສີມການລົງທຶນໃນລາວໄດ້ກຳນົດໄວ້ຢ່າງຊັດເຈນແລ້ວວ່າ ການອະຍາດການລົງທຶນໃນກິດຈະການທີ່ລັດຄວບຄຸມນັ້ນ ໃຫ້ໃຊ້ເວລາບໍ່ເກີນ 8 ວັນທຳການ ແລະ 60 ວັນທຳການສຳລັບກິດຈະການສຳປະທານຈາກລັດ ຫາກແຕ່ກໍຍັງບໍ່ສາມາດປະຕິບັດໄດ້ໃນຕົວຈິງແຕ່ຢ່າງໃດ.