ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນລາວ ຍັງຕ້ອງປະເຊີນກັບພາວະຄ່າຄອງຊີບສູງຕໍ່ໄປ ເນື່ອງຈາກການຂາດດຸນການຄ້າ ແລະ ຂາດແຄນເງິນຕາຕ່າງປະເທດ


ຕະຫຼາດຂາຍໄຂ່ໄກ່ ແລະເຂົ້າສານ ຢູ່ບ້ານໂຊກໃຫຍ່ ນະຄອນວຽງຈັນ
ຕະຫຼາດຂາຍໄຂ່ໄກ່ ແລະເຂົ້າສານ ຢູ່ບ້ານໂຊກໃຫຍ່ ນະຄອນວຽງຈັນ

ປະຊາຊົນລາວຍັງຕ້ອງປະເຊີນກັບບັນຫາພາວະຄ່າຄອງຊີບສູງຕໍ່ໄປ ຊຶ່ງມີສາເຫດ ສຳຄັນມາຈາກການຂາດດຸນການຄ້າ ແລະ ຂາດແຄນເງິນຕາຕ່າງປະເທດ ທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳລົງຢ່າງຕໍ່ເນື່ອງ ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ພາຍໃນກະຊວງອຸດສາຫະກຳແລະການຄ້າ ເປີດເຜີຍວ່າ ການຄ້າຕ່າງ ປະເທດຂອງລາວມີມູນຄ່າລວມເຖິງ 13,650 ລ້ານໂດລາ ໃນປີ 2022 ທີ່ຜ່ານມາ ຊຶ່ງໃນນີ້ ເປັນການສົ່ງສິນຄ້າອອກໄປຕ່າງປະເທດ ຄິດເປັນມູນຄ່າລວມເຖິງ 7,600 ລ້ານໂດລາ ແລະນຳເຂົ້າສິນຄ້າຈາກຕ່າງປະເທດໃນມູນຄ່າລວມ 6,050 ລ້ານໂດລາ ຈຶ່ງເຮັດໃຫ້ລາວ ໄດ້ປຽບດຸນການຄ້າຕ່າງປະເທດເຖິງ 1,550 ລ້ານໂດລາ ແຕ່ເນື່ອງຈາກວ່າ ມູນຄ່າການສົ່ງອອກດັ່ງກ່າວ ໄດ້ລວມການສົ່ງອອກພະລັງງານໄຟຟ້າໃນມູນຄ່າ 1,760 ລ້ານໂດລາດ້ວຍນັ້ນ ໃນຂະນະທີ່ລາຍໄດ້ສ່ວນໃຫຍ່ຈາກການສົ່ງອອກພະລັງງານໄຟຟ້າຕ້ອງນຳໃຊ້ເພື່ອຊຳລະໜີ້ຕ່າງປະ ເທດ ຈຶ່ງເຮັດໃຫ້ສະພາບການໂຕຈິງທີ່ເກີດຂຶ້ນ ກໍຄືລາວ ຍັງປະເຊີນກັບບັນຫາຂາດດຸນການຊຳລະເງິນຕາຕ່າງປະເທດຢ່າງຕໍ່ເນື່ອງ ອັນເປັນສາເຫດທີ່ເຮັດໃຫ້ພາກທຸລະກິດໃນລາວ ຍັງຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດຢ່າງໜັກໜ່ວງ ເພາະເງິນຕາ ໄດ້ຖືກໂອນໄປຕ່າງປະເທດຫຼາຍກວ່າທີ່ໂອນເຂົ້າມາໃນລາວ ນັ້ນເອງ ດັ່ງທີ່ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ການຍອມຮັບວ່າ:

“ການຄຸ້ມຄອງເງິນຕາ ທີ່ຕິດພັນກັບການສົ່ງອອກ ການລົງທຶນຈາກຕ່າງປະເທດ ແລະແຫລ່ງອື່ນໆຍັງບໍ່ຮັດກຸມ ຍ້ອນກົນໄກການປະສານງານການແລກປ່ຽນຂໍ້ມູນ ລະຫວ່າງຂະແໜງການ ກະຍັງບໍ່ທັນລະອຽດຈະແຈ້ງ ໃນນີ້ ອີງໃສ່ຂໍ້ມູນສະຖິຕິປັດຈຸບັນນີ້ ມີພຽງແຕ່ປະມານ 36.4 ເປີເຊັນຂອງມູນຄ່າສົ່ງອອກທີ່ໄດ້ໂອນເງິນຕາຕ່າງປະເທດກັບຄືນຜ່ານລະບົບທະນາຄານ ໃນທາງກົງກັນຂ້າມ ເງິນຕາຕ່າງປະ ເທດທີ່ໂອນເພື່ອຊຳລະການນຳເຂົ້າ ແມ່ນຢູ່ໃນລະດັບ 87.79 ເປີເຊັນຂອງມູນຄ່າການນຳເຂົ້າທັງໝົດ.”

ຍິ່ງໄປກວ່ານັ້ນ ການຕົກຕ່ຳລົງຢ່າງຮຸນແຮງຂອງຄ່າເງິນກີບ ນັບແຕ່ເດືອນເມສາ 2022 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ນອກຈາກຈະເຮັດໃຫ້ຫົວໜ່ວຍທຸລະກິດໄດ້ພາກັນຢຸດກິດຈະການເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລ້ວຍັງໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງອີກດ້ວຍ ເພາະການຕົກຕ່ຳລົງຂອງຄ່າເງິນກີບ ໄດ້ເຮັດໃຫ້ອຳນາດການຊື້ສິນຄ້າແລະບໍລິການຕ່າງໆ ຂອງປະຊາຊົນລາວ ລົດລົງເກີນກວ່າ 50 ເປີເຊັນໃນປັດຈຸບັນເມື່ອທຽບໃສ່ເດືອນເມສາ 2022 ທີ່ຜ່ານມາ ແລະສະພາບການຍັງມີທ່າອ່ຽງທີ່ຈະສືບຕໍ່ໄປອີກ ຖ້າຫາກວ່າ ທາງການລາວ ຍັງບໍ່ສາມາດຈະຄວບຄຸມອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນຕາຕ່າງປະເທດໄດ້ຢ່າງມີປະສິດທິພາບ ໃນຂະນະທີ່ການຜະລິດສິນຄ້າກໍຍັງບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນໄດ້ຢ່າງພຽງພຊ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ຢືນຢັນວ່າ:

“ຈຸດສຸມກ່ຽວກັບການສົ່ງເສີມການຜະລິດທີ່ເປັນຮູບປະທຳ ຍັງເກີດຂຶ້ນຊັກຊ້າຫຼາຍ ທັງໆທີ່ຮູ້ວ່າ ເປັນປັດໄຈຫລັກຂອງຖານເສດຖະກິດທີ່ໝັ້ນຄົງຂອງປະເທດ ກຳລັງການຜະລິດກໍຍັງອ່ອນແອ ຕົ້ນທຶນການຜະລິດສິນຄ້າເມື່ອທຽບໃສ່ ກັບບັນດາປະ ເທດອ້ອມຂ້າງຍັງສູງ ຍັງຂາດຄວາມສາມາດແຂ່ງຂັນ ໃນນີ້ ຍັງຂາດການວິ ເຄາະ-ວິໄຈຢ່າງຈິງຈັງວ່າ ຕົ້ນທຶນສູງດັ່ງກ່າວ ມັນຢູ່ຂອດໃດ ຜ່ານມາ ຍັງອ້າງອີງໃສ່ດອກເບ້ຍທະນາຄານ ຄ່າໄຟຟ້າ ຄ່ານ້ຳມັນເຊື້ອໄຟ ຝຸ່ນ-ປຸຍ ແຮງງານ ແລະອື່ນໆ.”

ທັງນີ້ ສູນສະຖິຕິແຫ່ງຊາດລາວ ລາຍງານວ່າ ອັດຕາເງິນເຟີ້ໄດ້ປັບຕົວສູງຂຶ້ນເຖິງ 38.46 ເປີເຊັນ ສ່ວນດັດຊະນີການຊົມໃຊ້ ກໍເພີ້ມຂຶ້ນເຖິງ 166.18 ເປີເຊັນ ໃນເດືອນພະຈິກ 2022 ຊຶ່ງເປັນລະດັບເງິນເຟີ້ ແລະດັດຊະນີລາຄາການຊົມໃຊ້ທີ່ເພີ້ມຂຶ້ນສູງທີ່ສຸດໃນອາຊຽນ ພ້ອມກັນນັ້ນ ທະນາຄານແຫ່ງຊາດລາວ ກໍບໍ່ສາມາດຄວບຄຸມຮ້ານແລກປ່ຽນເງິນ ເພື່ອໃຫ້ປະຕິບັດຕາມລະບຽບການແລກປ່ຽນເງິນໄດ້ຢ່າງແທ້ຈິງດ້ວຍນັນ ກໍຍັງເຮັດໃຫ້ເກີດສະພາວະຜັນຜວນຂອງຄ່າເງິນກີບໄດ້ຕະຫຼອດເວລາອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທະນາຄານແຫ່ງຊາດລາວ ໄດ້ໃຊ້ກຳລັງເຈົ້າໜ້າທີ່ຕຳຫຼວດ ເຂົ້າໃນການກວດກາບັນດາຮ້ານແລກປ່ຽນເງິນໃນທົ່ວປະເທດ ໂດຍຈະດຳເນີນຄະດີ ໃນທັນທີຫາກກວດພົບວ່າ ໄດ້ມີການປະຕິບັດທີ່ບໍ່ເປັນໄປຕາມລະບຽບກົດ ໝາຍກ່ຽວກັບການແລກປ່ຽນປີ 2022 ທະນາຄານແຫ່ງຊາດລາວ ກໍໄດ້ຖອນໃບອະນຸຍາດຮ້ານແລກປ່ຽນເງິນເຖິງ 306 ລາຍ ຈຶ່ງຍັງເຫຼືອ 113 ລາຍ ທີ່ຍັງສາ ມາດດຳເນີນກິດຈະການໄດ້ ໃນປັດຈຸບັນ.

XS
SM
MD
LG