ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍໄດ້ສະເລ່ຍ ໃນແຂວງອັດຕະປື ເພີ່ມຂຶ້ນ ແຕ່ການພັດທະນາ ຍັງຂາດເຂີນ


ໂຮງແຮມ Hoang Anh Hotel ຂອງນັກລົງທຶນຈາກຫວຽດນາມ ໃນແຂວງອັດຕະປື
ໂຮງແຮມ Hoang Anh Hotel ຂອງນັກລົງທຶນຈາກຫວຽດນາມ ໃນແຂວງອັດຕະປື
ລາຍໄດ້ສະເລ່ຍຂອງປະຊາຊົນລາວໃນແຂວງອັດຕະປືເພີ່ມຂຶ້ນ
ເປັນ 7.35 ລ້ານກີບ ຕໍ່ຄົນ ຕໍ່ປີ ຫາກແຕ່ວ່າປະຊາຊົນສ່ວນໃຫຍ່ ກໍຍັງຕ້ອງການໃຫ້ພາກລັດຖະບານເລັ່ງລັດພັດທະນາພື້ນຖານ
ໂຄງລ່າງໃນຊົນນະບົດ.

ທ່ານ ຄໍາພັນ ພົມມະທັດ ເຈົ້າແຂວງ ແລະເລຂາພັກແຂວງອັດຕະ
ປື ຖະແຫຼງຢືນຢັນວ່າ ຍອດຜະລິດລວມພາຍໃນ ຫຼື GDP ຂອງ
ແຂວງອັດຕະປື ໃນແຜນການປະ ຈໍາປີ 2011-2012 ໄດ້ຂະ ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 11.5%​ ເມື່ອທຽບກັບ
ແຜນການປີ 2010-2011 ຊຶ່ງກໍເຮັດໃຫ້ GDP ໃນແຂວງມີມູນ
ຄ່າລວມເຖິງ 950 ຕື້ກີບ ແລະສາມາດຄິດສະເລ່ຍເປັນລາຍຮັບ
ຂອງປະຊາຊົນໃນແຂວງອັດຕະປືໄດ້ບໍ່ໜ້ອຍກວ່າ 7.35 ລ້ານ ກີບ ຫຼືປະມານ 918 ໂດລາ ຕໍ່ຄົນຕໍ່ປີ.

ທ່ານ ຄໍາພັນ ພົມມະທັດ ເຈົ້າແຂວງ ແລະເລຂາພັກແຂວງອັດຕະ ປື
ທ່ານ ຄໍາພັນ ພົມມະທັດ ເຈົ້າແຂວງ ແລະເລຂາພັກແຂວງອັດຕະ ປື

ແຕ່ຢ່າງໃດກໍຕາມ ການຂະຫຍາຍຕົວຂອງ GDP ໃນລະດັບ
ດັ່ງກ່າວນີ້ຂອງແຂວງອັດຕະປື ກໍເປັນຜົນມາຈາກການລົງທຶນ ຂອງພາກເອກກະຊົນເປັນສ່ວນໃຫຍ່ ຊຶ່ງໃນແຜນການປີ
2011-2012 ທີ່ຜ່ານມານີ້ກໍປາກົດວ່າ ບໍລິສັດເອກກະຊົນ
ລາວ ແລະຕ່າງຊາດໄດ້ລົງທຶນໃນແຂວງອັດຕະປື ຄິດເປັນ
ມູນຄ່າລວມກັນເຖິງ 323,83 ລ້ານໂດລາ ໃນຂະນະທີ່ລັດ
ຖະບານລາວ ກັບໄດ້ຈັດສັນງົບປະມານສໍາລັບການພັດທະ
ນາ ໃນແຂວງອັດຕະປື ຄິດເປັນມູນຄ່າລວມພຽງແຕ່ 87.94
ຕື້ກີບ ຫຼືບໍ່ເຖິງ 11 ລ້ານໂດລາ ເທົ່ານັ້ນ.

ຊຶ່ງດ້ວຍເຫດທີ່ໄດ້ຮັບການຈັດສັນງົບປະມານຢ່າງຈໍາກັດດັ່ງກ່າວ ຈຶ່ງບໍ່ພຽງແຕ່ຈະສົ່ງຜົນ ເຮັດໃຫ້ການພັດທະນາໂຄງການຕ່າງໆ ພາຍໃນແຂວງອັດຕະປືຕ້ອງດໍາເນີນໄປຢ່າງຊັກ ຊ້າເທົ່ານັ້ນ ຫາກແຕ່ກໍຍັງເຮັດໃຫ້ການພັດທະນາລະບົບພື້ນຖານໂຄງລ່າງຕ່າງໆ ບໍ່ສາ ມາດປະຕິບັດຈັດຕັ້ງໄດ້ຢ່າງເທົ່າທັນກັບຄວາມຕ້ອງການຕົວຈິງຂອງປະຊາຊົນ ໃນແຂວງ ອີກດ້ວຍ ດັ່ງທີ່ທ່ານນາງ ພອນມະນີ ຂຽນໄຊຍະວົງ ສະມາຊິກສະພາແຫ່ງຊາດລາວຈາກ ແຂວງອັດຕະປື ໄດ້ໃຫ້ການຊີ້ແຈງເຖິງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໃນແຂວງ ອັດຕະປືດັ່ງກ່າວວ່າ:

ກອງປະຊຸມຫລວງຄັ້ງທີ 8 ຂອງອົງຄະນະພັກປະຊາຊົນ ປະຕິວັດລາວ ປະຈໍາແຂວງອັດຕະປື
ກອງປະຊຸມຫລວງຄັ້ງທີ 8 ຂອງອົງຄະນະພັກປະຊາຊົນ ປະຕິວັດລາວ ປະຈໍາແຂວງອັດຕະປື

"ການສະເໜີຂອງປະຊາຊົນໃນໄລຍະນີ້ ບັນຫາຫຼັກ
ກະແມ່ນບັນດາເສັ້ນທາງຄົມມະນາຄົມ ໃຫ້ໄດ້ທົ່ວ
ເຖິງແລ້ວ ບັນຫາທີ່ສອງແມ່ນນໍ້າດື່ມນໍ້າໃຊ້ ເພາະວ່າ
ກໍຄືຮູ້ນໍາກັນແລ້ວວ່າ ແຂວງອັດຕະປືກໍາລັງໄດ້ຮັບ
ການພັດທະນາ ຫ້ວຍນໍ້າລໍາເຊ ກະຖືກຜົນກະທົບ ຈັ່ງຊັ້ນແລ້ວ ນໍ້າດື່ມນໍ້າໃຊ້ຂອງພວກເຂົາເຈົ້າກໍຂາດ
ເຂີນ ບັດນີ້ ເນື້ອທີ່ ທໍາການຜະລິດກໍລົດນ້ອຍຖອຍລົງ ຈັ່ງຊັ້ນແລ້ວແນວໃດເພີ່ນກະສະເໜີ ໃຫ້ພວກເຮົາ ສະໜອງດ້ານຊົນລະປະທານ.”


ທາງດ້ານເຈົ້າໜ້າທີ່ໃນຄະນະຊີ້ນໍາການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກ ຍາກແຫ່ງຊາດລາວ ກໍຍອມຮັບວ່າ ລະດັບການພັດທະນາທາງເສດຖະກິດໃນແຂວງອັດ ຕະປືນັ້ນ ມີຄວາມແຕກໂຕນກັນກັບເຂດນະຄອນວຽງຈັນຫຼາຍຂຶ້ນນັບມື້ ເຖິງແມ່ນວ່າ GDP ຂອງແຂວງອັດຕະປື ຈະຂະຫຍາຍຕົວໃນລະດັບສູງເກີນກວ່າ 11% ກໍຕາມ ຫາກ ແຕ່ການພັດທະນາເສດຖະກິດ ໃນເຂດນະຄອນວຽງຈັນ ນັບຈາກປັດຈຸບັນໄປຈົນເຖິງປີ 2015 ນັ້ນ ກໍເຊື່ອວ່າຈະສາມາດຮັກສາລະດັບການເຕີບໂຕ ໄດ້ບໍ່ຕໍ່າກວ່າ 12% ຕໍ່ປີ ເຊັ່ນດຽວກັນ.

ຍິ່ງໄປກວ່ານັ້ນ ຖ້າຫາກການດໍາເນີນງານເປັນໄປຕາມແຜນການ ແລະເປົ້າໝາຍທີ່ວາງ ໄວ້ໃນທຸກໆດ້ານ ກໍຍັງຈະເຮັດໃຫ້ມູນຄ່າຂອງ GDP ໃນປີ 2015 ສາມາດ ຄິດສະເລ່ຍ ເປັນລາຍໄດ້ຂອງປະຊາຊົນລາວໃນເຂດນະຄອນວຽງຈັນໄດ້ເຖິງ 4,000 ໂດລາ ຕໍ່ຄົນຕໍ່ປີ ຫຼືສູງກວ່າລາຍໄດ້ສະເລ່ຍຂອງປະຊາຊົນລາວໃນແຂວງອັດຕະປືເຖິງ 4 ເທົ່ານັ້ນເອງ.

ພິທີເຊັນສນັຍາໃຫ້ນັກທຸລະກິດຫວຽດນາມກຸ່ມນຶ່ງ ລົງທຶນໃນແຂວງອັດຕະປື
ພິທີເຊັນສນັຍາໃຫ້ນັກທຸລະກິດຫວຽດນາມກຸ່ມນຶ່ງ ລົງທຶນໃນແຂວງອັດຕະປື

ສໍາລັບໃນໄລຍະຈາກປີ 2006-2010 ນັ້ນ GDP ຂອງນະ
ຄອນວຽງຈັນໄດ້ຂະ ຫຍາຍຕົວເພີ່ມໃນອັດຕາສະເລ່ຍເຖິງ
12.1% ຕໍ່ປີ ສ່ວນໃນໄລຍະນັບຈາກປີ 2011-2015 ນັ້ນ
ກໍເຊື່ອໝັ້ນວ່າ GDP ຂອງນະຄອນວຽງຈັນກໍຈະຍັງມີການ ຂະຫຍາຍຕົວເພີ່ມຂຶ້ນໄປໃນອັດຕາສະເລ່ຍບໍ່ຕໍ່າກວ່າ 12%
ຕໍ່ປີ ຊຶ່ງກໍຈະເຮັດໃຫ້ ລາຍໄດ້ສະເລ່ຍຂອງປະຊາຊົນໃນເຂດ
ນະຄອນວຽງຈັນໃນປີ 2015 ນັ້ນເພີ່ມຂຶ້ນ ຈາກລະດັບໃນ
ປັດຈຸບັນນີ້ເກີນກວ່າ 2 ເທົ່າອີກດ້ວຍ.

ທັງນີ້ໂດຍໂຄງປະກອບທາງເສດຖະກິດຂອງນະຄອນວຽງຈັນນັ້ນ ພາກກະສິກໍາ- ປ່າໄມ້ ກວາມເອົາ 19% ພາກອຸດສາຫະກໍາແລະກໍ່ສ້າງ 43% ແລະພາກບໍລິການ 38% ຂອງ ມູນຄ່າ GDP ຕາມລໍາດັບ.
XS
SM
MD
LG