ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປະຊາຊົນລາວ ຕ້ອງປະເຊີນກັບບັນຫາໄພທໍາມະຊາດ ເພີ້ມຂຶ້ນນັບມື້ ທັງຍັງບໍ່ມີລະບົບເຕືອນໄພທີ່ທັນສະໄໝ


ຮູບພາບກ່ຽວກັບ ໄພນໍ້າຖ້ວມຢູ່ໃນຂົງເຂດແຫ່ງນຶ່ງຂອງ ສປປ ລາວ
ຮູບພາບກ່ຽວກັບ ໄພນໍ້າຖ້ວມຢູ່ໃນຂົງເຂດແຫ່ງນຶ່ງຂອງ ສປປ ລາວ

ປະຊາຊົນລາວຕ້ອງປະເຊີນກັບບັນຫາໄພພິບັດທໍາມະຊາດເພີ້ມຂຶ້ນນັບມື້ ທັງຍັງບໍ່ມີລະບົບເຕືອນໄພທີ່ທັນສະໄໝ ຈຶ່ງເຮັດໃຫ້ສົ່ງຜົນກະທົບ ແລະເກີດການເສຍຫາຍທາງເສດຖະກິດໄປຢ່າງຫຼວງຫຼາຍ, ຊົງຣິດ ໂພນເງິນ ມີລາຍເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກົມສັງຄົມສັງເຄາະ ກະຊວງແຮງງານ ແລະສະຫວັດດີການສັງຄົມເປີດເຜີຍວ່າ ໃນຊ່ວງປີ 2016-2021 ປະຊາຊົນລາວປະເຊີນກັບໄພພິບັດ ທໍາມະຊາດ 300 ກວ່າຄັ້ງ ອັນໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວຫຼາຍກວ່າ 1.9 ລ້ານຄົນເສຍຊີວິດ 140 ຄົນ, ສູນຫາຍ 45 ຄົນ ໂດຍສະເພາະແມ່ນໄພນໍ້າຖ້ວມຈາກກໍລະນີເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກໃນປີ 2018 ຕິດຕາມດ້ວຍໄພນໍ້າຖ້ວມພາກກາງ ແລະພາກໃຕ້ໃນປີ 2019, ໄພນໍ້າຖ້ວມແຂວງສະຫວັນນະເຂດໃນປີ 2020 ແລະໄພນໍ້າຖ້ວມເຂດພາກເໜືອໃນປີ 2021. ໄດ້ເຮັດໃຫ້ເກີດການເສຍຫາຍທາງເສດຖະກິດຫຼາຍກວ່າ 5,700 ຕື້ກີບໃນໄລຍະ 6 ປີດັ່ງກ່າວ.

ສ່ວນໄພນໍ້າຖ້ວມສະເພາະໃນແຂວງສະຫວັນນະເຂດ ທີ່ເກີດຂຶ້ນໃນເດືອນຕຸລາປີ 2020 ທີ່ເກີດຈາກພາຍຸສອງໜ່ວຍຕິດຕໍ່ກັນນັ້ນ ກໍເຮັດໃຫ້ 8 ເມືອງຖືກນໍ້າຖ້ວມຢ່າງໜັກໜ່ວງຄື: ເມືອງສອງຄອນ, ເມືອງຈໍາພອນ, ເມືອງຊົນບຸລີ, ເມືອງອາດສະພອນ, ເມືອງພິນເຊໂປນ, ເມືອງນອງ, ເມືອງວິລະບຸລີ ແລະເມືອງທ່າປາງທອງນັ້ນ ກໍເຮັດໃຫ້ຕ້ອງໃຊ້ງົບປະມານຫຼາຍກວ່າ 2,500 ຕື້ກີບ ສໍາລັບຟື້ນຟູການຜະລິດດ້ານກະສິກໍາ ແລະເພື່ອການສ້ອມແປງລະບົບພື້ນຖານໂຄງລ່າງຕ່າງໆທີ່ເສຍຫາຍຈາກໄພນໍ້າຖ້ວມດັ່ງກ່າວ.

ຍິ່ງໄປກວ່ານັ້ນ ລະບົບເຕືອນໄພໃນລາວກໍບໍ່ທັນສະໄໝ ແລະມີປະສິດທິພາບຕໍ່າດ້ວຍນັ້ນ ຍັງເຮັດໃຫ້ເກີດການເສຍຫາຍຫຼາຍຂຶ້ນອີກ ໂດຍເຫັນໄດ້ຈາກໄພພິບັດທໍາມະຊາດໃນຊ່ວງປີ 2019-2021 ທີ່ມີທັງນໍ້າຖ້ວມ, ລົມພາຍຸ, ຟ້າຜ່າ, ດິນເຈື່ອນ, ໄຟປ່າ ແລະສັດຕູພື້ນນັ້ນ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 670,000 ກວ່າຄົນ ໃນເຂດ 2,858 ບ້ານ, 132 ເມືອງ, ໃນ 13 ແຂວງຄື: ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈໍາປາສັກ ແລະເຊກອງ ໂດຍຖະໜົນເສຍຫາຍ 10,591 ກິໂລແມັດ, ຂົວ 12 ແຫ່ງ, ໂຮງຮຽນ 215 ແຫ່ງ, ໂຮງໝໍສຸກສາລາ 20 ກວ່າແຫ່ງ, ໜອງປາ 2,000 ກວ່າແຫ່ງ, ເຂົ້ານາປີເສຍຫາຍເກີນກວ່າ 150,000 ແຮັກຕ້າ, ຮ່ອງຊົນລະປະທານ 76 ແຫ່ງ ແລະສັດລ້ຽງອີກຫຼາຍໝື່ນໂຕ, ສ່ວນລັດຖະບານລາວກໍມີງົບປະມານສໍາລັບກູ້ໄພຢ່າງຈໍາກັດ ຈຶ່ງເຮັດໃຫ້ຕ້ອງລະດົມທຶນຈາກສັງຄົມລາວ ແລະຊາວຕ່າງຊາດເປັນດ້ານຫຼັກ, ດັ່ງທີ່ ທ່ານພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວຖະແຫຼງຢືນຢັນວ່າ:

“ໃນນຶ່ງປີຜ່ານມາ ພວກເຮົາໄດ້ຍາດແຍ່ງຂົນຂວາຍແຫຼ່ງທຶນຈາກສັງຄົມທັງຢູ່ພາຍໃນປະເທດ ແລະຢູ່ຕ່າງປະເທດ ທັງການຈັດຕັ້ງກາແດງສາກົນເພື່ອໃຫ້ການເຄື່ອນໄຫວວຽກງານມະນຸດສະທໍາຂອງພວກເຮົາກໍຄື ການບັນເທົາທຸກເບື້ອງຕົ້ນຕໍ່ຜູ້ປະສົບໄພທໍາມະຊາດ, ຜົນກະທົບຈາກພະຍາດໂຄວິດ-19 ເຊິ່ງວ່າປີຜ່ານມານີ້ເຮົາຂົນຂວາຍວັດຖຸ ແລ້ວກະງົບປະມານເປັນເງິນນີ້ໄດ້ທັງໝົດນີ້ 15 ຕື້ 579 ລ້ານກວ່າກີບ ເພື່ອມາເຄື່ອນໄຫວວຽກງານມະນຸດສະທໍາບນເທົທທຸກແກ່ຜູ້ທີ່ປະສົບໄພ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງທະນາຄານພັດທະນາເອເຊຍ (ADB) ປະມານວ່າ ສະເພາະໄພນໍ້າຖ້ວມຈາກກໍລະນີເຊປຽນ-ເຊນໍ້ານ້ອຍແຕກນັ້ນ ໄດ້ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 4,400 ຕື້ກີບ, ເພາະວ່າ ໄພນໍ້າຖ້ວມໄດ້ສ້າງຜົນກະທົບຕໍ່ປະຊາຊົນ 616,477 ຄົນ ຫຼື 126,619 ຄອບຄົວ ໃນເຂດ 2,382 ບ້ານ 124 ເມືອງໃນທົ່ວປະເທດ ຫາກແຕ່ວ່າລັດຖະບານລາວກໍສາມາດຈັດຫາງົບປະມານຊ່ວຍເຫຼືອໄດ້ພຽງ 500 ຕື້ກີບເທົ່ານັ້ນ, ແຕ່ ຖ້າຫາກຄິດໄລ່ຄວາມເສຍຫາຍທີ່ເກີດຂຶ້ນ ໃນຊ່ວງປີ 2016 ເຖິງປີ 2021 ນັ້ນກໍຄິດເປັນມູນຄ່າເກີນກວ່າ 11,000 ຕື້ກີບ.

ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ກໍ່ຢືນຢັນວ່າ ການທີ່ລາວປະເຊີນກັບໄພທໍາມະຊາດຢ່າງຕໍ່ເນື່ອງນັ້ນ ກໍຍັງເປັນສາເຫດສໍາຄັນທີ່ເຮັດໃຫ້ການຫຼຸດຜ່ອນຄວາມຍາກຈົນ ປະຕິບັດໄດ້ຕໍ່າກວ່າເປົ້າໝາຍອີກດ້ວຍ ໂດຍເຫັນໄດ້ຈາກປະຊາຊົນລາວ 632,909 ຄົນ ທີ່ມີສະພາບຊີວິດການເປັນຢູ່ຍາກຈົຍຢ່າງຍິ່ງ ຫຼື ຄິດເປັນ 9 ເປີເຊັນຂອງປະຊາກອນລາວທັງໝົດ, ໃນຂະນະທີ່ການລະບາດ ໄວຣັສໂຄວິດ-19 ກໍຍັງເຮັດໃຫ້ບັນຫາຍາກ ຈົນຂອງລາວເພີ້ມຂຶ້ນຈາກ 18.3 ເປີເຊັນໃນປີ 2019 ເປັນ 21.4 ເປີເຊັນຂອງປະຊາກອນລາວທັງໝົດໃນປັດຈຸບັນນີ້.

XS
SM
MD
LG