ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະຊາຊົນລາວ ຖືກກະທົບຈາກໂຄງການສຳປະທານການຂຸດຄົ້ນແຮ່ທາດຂອງບັນດາບໍລິສັດຈີນໃນລາວ ເພີ້ມຂຶ້ນນັບມື້


ໂຄງການຂຸດຄົ້ນແຮ່ທາດຂະໜາດໃຫຍ່ ທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນແຂວງອັດຕະປື, ສປປ ລາວ
ໂຄງການຂຸດຄົ້ນແຮ່ທາດຂະໜາດໃຫຍ່ ທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນແຂວງອັດຕະປື, ສປປ ລາວ

ປະຊາຊົນລາວ ຖືກກະທົບຈາກໂຄງການສຳປະທານການຂຸດຄົ້ນແຮ່ທາດຂອງບັນດາບໍລິສັດຈີນໃນລາວ ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຜົນກະທົບຈາກສຳປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນນັ້ນ.

ເຈົ້າໜ້າທີ່ໃນສະພາປະຊາຊົນຂັ້ນແຂວງຫຼວງພະບາງ ເປີດເຜີຍວ່າ ການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ທາດແກ່ຕ່າງຊາດ ໂດຍສະເພາະແມ່ນບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຫຼາຍທີ່ສຸດໃນລາວນັ້ນ ຖືເປັນໂຄງການທີ່ສ້າງຄວາມກັງວົນໃຈໃຫ້ແກ່ປະຊາຊົນລາວຫຼາຍທີ່ສຸດ ເນື່ອງຈາກຢ້ານວ່າ ຈະສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດຢ່າງກວ້າງຂວາງໃນໄລຍະຕໍ່ໄປນີ້ ໂດຍສະເພາະແມ່ນການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດແບບທົດລອງຫຼືເລັ່ງດ່ວນ ທີ່ໃຫ້ແກ່ບັນດາບໍລິສັດຈາກຈີນ 98 ລາຍ ນັບຈາກປີ 2021 ເປັນຕົ້ນມານັ້ນ ກໍຄືໂຄງການສຳປະທານທີປະຊາຊົນລາວ ມີຄວາມກັງວົນໃຈຫຼາຍທີ່ສຸດ ເພາະເປັນການອະນຸຍາດໂດຍຂາດການປະສານງານກັນ ລະຫວ່າງສູນກາງກັບທອງຖິ່ນ ແລະບໍ່ໄດ້ປະຕິບັດຕາມລະບຽບກົດໝາຍຢ່າງແທ້ຈິງດ້ວຍແລ້ວ ກໍຍັງບໍ່ມີການສຶກສາ-ສຳຫຼວດເພື່ອປ້ອງກັນຜົນກະທົບຕໍ່ສັງຄົມແລະສິ່ງແວດລ້ອມທຳມະຊາດ ທັງບໍ່ມີກວດກາການຈັດຕັ້ງປະຕິບັດໂຄງການຕົວຈິງອີກດ້ວຍ ໂດຍຫລ້າສຸດກໍເກີດອຸບັດເດລົດບັນທຸກປີ້ນຄວ້ຳແລະກົດ Sulfuric ຫຼາຍກວ່າ 10 ໂຕນ ໄດ້ໄຫລລົງສູ່ນ້ຳຄານ ແລະນ້ຳຂອງທີ່ນະຄອນຫຼວງພະບາງນັ້ນ ກໍໄດ້ສົ່ງຜົນກະທົບຕໍ່ສັງຄມ ແລະສິ່ງແວດລ້ອມທຳມະຊາດໂດຍກົງ ດັ່ງເຈົ້າໜ້າທີ່ໃນສະພາປະຊາຊົນແຂວງຫຼວງພະບາງ ໄດ້ຢືນຢັນວ່າ:

“ໄດ້ມີລົດບັນທຸກສານເຄມີ ເປັນຕົ້ນຫລະແມ່ນກົດກັດຄຳ ຈຳນວນ 10 ປາຍກວ່າໂຕນ ໄດ້ປີ້ນຄວ້ຳຢູ່ທາງຕົວເມືອງ ບ້ານພູຊ້າງຄຳ ທີ່ວ່າ ຕິດກັບຊູມຊົນ ຈາກນັ້ນໄດ້ເຮັດໃຫ້ສານນັ້ນ ລົງສູ່ຮ່ອງໄດ້ເກີດເປັນຄວັນໄໝ້ໄປຕາມໜ້າດິນລົງສູ່ຮ່ອງຫ້ວຍ ຊຶ່ງຮ່ອງຫ້ວຍດັ່ງກ່າວນັ້ນ ໄດ້ຕິດພັນເປັນສາຂານ້ຳຫ້ວຍລົງສູ່ນ້ຳຄານ ສະນັ້ນ ເພື່ອຄວາມປອດໄພ ອີງໃສ່ທິດຊີ້ນຳຂອງທ່ານເຈົ້ານະຄອນເພິ່ນກະໄດ້ໃຫ້ອອກແຈ້ງການເຖິງ ບັນດາພໍ່ແມ່-ປະຊາຊົນ ແລະບ້ານທີ່ຢູ່ໃຕ້ກັບນ້ຳຄານນັ້ນ ໃຫ້ລະມັດລະວັງ ບໍ່ໃຫ້ລົງນ້ຳ.”

ໃນປັດຈຸບັນ ທາງການລາວ ໄດ້ອະນຸຍາດສຳປະທານການຂຸດຄົ້ນແຮ່ທາດໃຫ້ແກ່ບໍລິສັດເອກະຊົນລາວ ແລະບໍລິສັດຕ່າງຊາດໄປແລ້ວ 942 ໂຄງການ ໂດຍບໍ່ລວມເຖິງການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນຈຳນວນ 98 ໂຄງການແຕ່ຢ່າງໃດ ແຕ່ເນື່ອງຈາກວ່າ ເປັນການອະນຸຍາດໃຫ້ສຳປະທານໂດຍທີ່ບໍ່ມີການສຳຫຼວດ ແລະກວດກາພື້ນທີ່ຕົວຈິງນັ້ນ ຈຶ່ງເຮັດໃຫ້ມີໂຄງການທີ່ຈັດຕັ້ງປະຕິບັດບໍ່ເປັນໄປຕາມສັນຍາຈຳນວນຫຼາຍ ທັງຍັງມີໂຄງການຂຸດຄົ້ນແຮ່ທາດຜິດກົດໝາຍເກີດຂຶ້ນຢ່າງກວ້າງຂວາງອີກດ້ວຍ ໃນນີ້ກໍລວມເຖິງການຂຸດຄົ້ນຄຳຕົກຂ້ອນຜິດກົດໝາຍຢູ່ໃນແຂວງໄຊສົມບູນ ທີ່ມີຫຼາຍກວາ 60 ບໍ່ແຮ່ດ້ວຍດັ່ງທີ່ເຈົ້າໜ້າທີ່ໃນຄະນະກວດກາປະຈຳສະພາປະຊາຊົນຂັ້ນແຂວງ ແຂວງໄຊຊົມບູນ ໄດ້ໃຫ້ການຢືນຢັນວ່າ:

“ປັດຈຸບັນນີ້ ຢູ່ໃນແຂວງໄຊສົມບູນ ບໍລິສັດໃຫນການລົງທຶນກະປະມານ 68 ບໍລິສັດ ໃນ 68 ບໍລິສັດຫັ້ນ ທີ່ມີບັນຫາເນາະ 30 ບໍລິສັດ ຈັ່ງຊັ້ນຫລະ ໂລຫະແລະອະໂລຫະນີ້ ເປັນສ່ວນນຶ່ງຂອງການອະນຸຍາດໃນຂັ້ນທ້ອງຖິ່ນ ຈະເປັນບັນຫາຂໍ້ຫຍຸ້ງຍາກຢູ່ບ່ອນວ່າ ຕິດພັນກັບແຮ່ຫລັງຈາກອະນຸຍາດເລື້ອງຫີນ-ເລື້ອງຊາຍໄປແລ້ວ ບາງບໍລິສັດກະເຫັນວ່າ ມີແຮ່ທາດ ກະມີການຄົ້ນຄວ້າ ໂດຍບໍ່ມີການລາຍງານ ບາງໂຮງງານໃຫ້ມີການຄົ້ນຄວ້າ-ສຶກສາຂໍ້ມູນ ແຕ່ໄປເຮັດໂຮງງານການຜະລິດໂດຍກົງ.”

ສະມາຊິກສະພາປະຊາຊົນຂັ້ນແຂວງ ຢືນຢັນວ່າ ການຂຸດຄົ້ນແຮ່ທາດແບບທົດລອງເລັ່ງດ່ວນ ທີ່ໄດ້ດຳເນີນການຂຸດຄົ້ນ ນັບແຕ່ປີ 2021 ເປັນຕົ້ນມາໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງ ແລະຮຸນແຮງຂຶ້ນນັບມື້ ເພາະນອກຈາກຈະເປັນການຂຸດຄົ້ນແຮ່ທາດທີ່ບ9ມີການສຶກສາ ແລະສຳຫຼວດເພື່ອປ້ອງກັນຜົນກະທົບຕໍ່ສັງຄົມແລະສິ່ງແວດລ້ອມທຳມະຊາດແຕ່ຢ່າງໃດແລ້ວ ຍັງປາກົດມີການຂຸດຄົ້ນຢ່າງຊະຊາຍ ໂດຍທີ່ບັນດາພະນັກງານລັດທີ່ກ່ຽວຂ້ອງນັ້ນ ບໍ່ໄດ້ດຳເນີນມາດຕະການໃດເລີຍ ຕໍ່ບັນດາບໍລິສັດທີ່ໄດ້ຮັບສຳປະທານດັ່ງກ່າວ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດຫາຍາກທີ່ເປັນສຳປະທານຂອງບັນດາບໍລິສັດຈີນນັ້ນ ກໍຄືພາກສ່ວນນຶ່ງທີ່ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງທີ່ສຸດໃນປັດຈຸບັນ.

ໂດຍອີງຕາມແຜນຍຸດທະສາດແຫ່ງຊາດວ່າ ດ້ວຍການພັດທະນາອຸດສາຫະກຳການຂຸດຄົ້ນແຮ່ທາດ ເຖິງປີ 2030 ລັດຖະບານລາວ ໄດ້ວາງເປົ້າໝາຍຈະສ້າງລາຍຮັບໃຫ້ໄດ້ໃນມູນຄ່າລວມເຖິງ 2,800 ລ້ານໂດລາ ຊຶ່ງຈະເປັນລາຍຮັບຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນແລະແປຮູບແຮ່ທາດ ເພື່ອຈຳໜ່າຍທັງພາຍໃນປະເທດ ແລະສົ່ງອອກໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ 23,400 ລ້ານໂດລາ ໃນຊ່ວງປີ 2021-2030 ໂດຍເພີ້ມຂຶ້ນເກີນກວ່າ 40 ເປີເຊັນ ທ່ຽບກັບໃນຊ່ວງປີ 2011-2020 ແຕ່ການທີ່ຈະບັນລຸເປົ້າໝາຍໃຫ້ໄດ້ຢ່າງແທ້ຈິງນັ້ນ ຈະຕ້ອງສ້າງໂຮງງານຫຼອມເຫຼັກໃຫ້ໄດ້ 1 ແຫ່ງໃນປີ 2025 ສ້າງຕັ້ງໂຮງງານຜະລິດ Alumina ໃຫ້ໄດ້ 1 ແຫ່ງໃນປີ 2026 ສ້າງໂຮງງານແຮ່ຫາຍາກແຍກເປັນທາດດຽວໃຫ້ໄດ້ 1 ແຫ່ງກ່ອນປີ 2030 ແຕ່ຈົນເຖິງປັດຈຸບັນນີ້ ກໍຍັງນບໍ່ປາກົດວ່າ ມີຄວາມຄືບໜ້າໃນໂຄງການໃດເລີຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG