ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຮ່າງວິໄສທັດ ການພັດທະນາປະເທດ ເຖິງປີ 2030


ກອງປະຊຸມສູນ ກາງພັກປະຕິວັດລາວ ເພື່ອວາງແຜນຮ່າງ ວິໄສທັດ ການພັດທະນາ ປະເທດ
ກອງປະຊຸມສູນ ກາງພັກປະຕິວັດລາວ ເພື່ອວາງແຜນຮ່າງ ວິໄສທັດ ການພັດທະນາ ປະເທດ
ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດລາວ ດໍາ​ເນີນ​ກາ​ນຮ່າງ​ວິ​ໄສ​ທັດ
ການ​ພັດທະນາ​ຊາດ ຮອດ​ປີ 2030 ​ໂດຍ​ມອບ​ໝາຍ​ ໃຫ້​ທ່ານ​
ບົວ​ສອນ ບຸບຜາ​ວັນ ອະດີດ​ນາຍົກລັດຖະມົນຕີ ​ເປັນ​ຫົວໜ້າ​ຄະ
ນະ​ຮັບຜິດຊອບ.


ຄະນະ​ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​
ລາວ ພາຍ​ໃຕ້​ການ​ນໍາ ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາ​ທິ
ການ​ໃຫຍ່​ພັກ ​ແລະ​ປະທານ​ປະ​ເທດ​ລາວ ​ໄດ້​ມີມະຕິ​ມອບ​ໝາຍ​ໃຫ້​ໜ່ວຍ​ງານ​ຄົ້ນຄວ້າ​ ແຜນ​ຍຸດ​ທະ​ສາດ​ ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ ທີ່​ມີ​ທ່ານ​ບົວ​ສອນ ບຸບຜາ​ວັນ ອະດີດ​ນາຍົກລັດຖະມົນຕີ​ເປັນ​ຫົວໜ້າ​ຄະນະ​ນັ້ນ ​ໃຫ້ເປັນ​ພາກສ່ວນ​ຮັບຜິດ​ຊອບ​ ໃນ​ການ​ດໍາ​ເນີນ​ການ​ຮ່າງ​ວິ​ໄສ​ທັດ ການ​ພັດທະນາ​ຊາດ​ໃນ​ລະຍະນັບ​ຈາກ​ປີ 2016-2030 ຢ່າງ​ເປັນ​ທາງ​ການ​
ເມື່ອ​ບໍ່​ດົນ​ມາ​ນີ້.

ທ່ານ​ບົວ​ສອນ ບຸບຜາ​ວັນ ອະດີດ​ນາຍົກລັດຖະມົນຕີ​
ທ່ານ​ບົວ​ສອນ ບຸບຜາ​ວັນ ອະດີດ​ນາຍົກລັດຖະມົນຕີ​

​ໂດຍ​ການ​ມອບ​ໝາຍ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ກໍານົດ​ ໃຫ້​ຄະນະ​ຂອງ​
ທ່ານ​ບົວ​ສອນ ຈະ​ຕ້ອງ​ດໍາ​ເນີນ​ການ​ຮ່າງ​ວິໄສ​ທັດ​ການ​ພັດທະນາ​
ຊາດ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2014 ​ເປັນ​ຢ່າງ​ຊ້າ​ອີກ​ດ້ວຍ ​ເພື່ອ​ທີ່​
ວ່າ​ຈະໄດ້​ມີ​ເວລາ​ຢ່າງ​ພຽງພໍ ສໍາລັບ​ການ​ນໍາ​ເອົາ​ຮ່າງ​ວິ​ໄສ​ທັດດັ່ງ​
ກ່າວ ລົງ​ໄປ​ທາ​ບທາມ​ໃຫ້ສະມາຊິກພັກ​ປະ​ກອບ​ຄວາມ​ຄິດ​ເຫັນ
​ໃນ​ທົ່ວ​ປະ​ເທດ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2015 ​ເພື່ອ​ທີ່​ວ່າ​ຈະ​ໄດ້​ນໍາ​
ສະ​ເໜີ​ຮ່າງ​ວິ​ໄສ​ທັດ​ດັ່ງກ່າວ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​
ພັກ ​ໃນ​ຕົ້ນ​ປີ 2016 ຕໍ່​ໄປ.

ນອກຈາກ​ການ​ຮ່າງ​ວິ​ໄສ​ທັດ ການ​ພັດທະນາ​ຊາດ​ ຈົນ​ເຖິງ​ປີ 2030 ດັ່ງກ່າວ ຄະນະ​ກໍາມະ
ການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ ຍັງ​ໄດ້​ມອບ​ໝາຍ​ ໃຫ້​ໜ່ວຍງານ​ຄົ້ນຄວ້າ​ ແຜນ​ຍຸດ​ທະ​
ສາດ​ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ ​ທີ່​ມີ​ທ່ານ​ບົວ​ສອນ ​ເປັນ​ຫົວໜ້າ​ຄະນະນັ້ນ
ໃຫ້ດໍາ​ເນີນ​ການ​ຮ່າງ​ແຜນ​ຍຸດ​ທະ​ສາດ ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ລະຍະ 10
ປີ ນັບຈາກ​ປີ 2015-2025 ອີກ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ຄະນະ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຕ້ອງການໃຫ້​ມີຄວາມ​ຕໍ່​ເນື່ອງ​ໃນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ລະຍະ 5 ປີ ຄັ້ງ​ທີ 7 ທີ່​ຈະ​ສິ້ນ​ສຸດ​ແຜນການ​ໃນ​ທ້າຍ​ເດືອນ​ກັນຍາ ປີ 2015 ຫາກ​ບໍ່​ສະ​ນັ້ນ ກໍ​ຍ່ອມ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເປົ້າໝາຍ​ທີ່​ພັກ​ ຈະ​ນໍາພາ​ປະ​ເທດ​ໃຫ້​ຫຼຸດ​ພົ້ນ​ຈາກ​ສະພາບ​ດ້ອຍ​ພັດທະນາ​ໃຫ້​ໄດ້​ພາຍ​ໃນ​ປີ 2020 ຢ່າງ​ຫຼີກ​ລ່ຽງ
ບໍ່​ໄດ້.

ກ່ອນ​ໜ້າ​ນີ້ ກອງ​ປະຊຸມ​ຄະນະ​ລັດຖະບານ​ລາວ​ກໍ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ແຜນການ​ແລະ​
ການ​ລົງທຶນ​ເປັນ​ພາກສ່ວນ​ຮັບຜິດຊອບ​ດໍາ​ເນີນ​ການ​ຮ່າງ ​ແຜນການ​ພັດທະນາ​ເສດຖະກິດ-
ສັງຄົມ​ແຫ່​ງຊາດ​ສະບັບ​ທີ 8 ສໍາລັບ​ຈັດ​ຕັ້ງ​ປະຕິບັດ​ໃນ ຊ່ວງ​ປີ 2016-2020 ຢ່າງ​ເປັນ​ທາງ​
ການ​ແລ້ວ ​ໂດຍ​ໄດ້​ວາງ​ຄາດໝາຍ​ທີ່​ຈະ​ເຮັດ​ໃຫ້​ເສດຖະກິດລາວ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ ​ໃນ
ອັດຕາ​ສ​ະ​ເລ່ຍ ລະຫວ່າງ 8.5%​ຫາ 9%​ ຕໍ່​ປີ ​ແລະ​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ (GDP)
ກໍຈະໄລ່​ສະ​ເລ່ຍ​ເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ລາວ​ໄດ້​ເຖິງ 3,2​00 ໂດລ່າ ຕໍ່​ຄົນ​ໃນ​ປີ 2020
ທີ່​ເປັນ​ການ​ຮັບ​ປະກັນ​ວ່າ​ ລາວ​ໄດ້​ຫຼຸດ​ພົ້ນ​ຈາກ​ການເປັນ​ປະ​ເທດ​ດ້ອຍ​ພັດທະນາ​ແລ້ວ ນັ້ນ​ເອງ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ ​ສະບັບ​ທີ 7 ນັບ​ແຕ່​ປີ 2011 ​
ເປັນ​ຕົ້ນ​ມາ​ແລະ​ຍັງ​ຈະ​ຈັດ​ຕັ້ງ​ປະຕິບັດ​ຕໍ່​ໄປ​ ຈົນ​ເຖິງ​ປີ 2015 ນັ້ນ ກໍ​ປາກົດ​ວ່າ ເສດຖະກິດ
ໃນ​ລາວ ​ໄດ້​ຂະຫຍາຍຕົວ​ເພີ່ມ​ຂຶ້ນ ຈາກ 8.1% ​ໃນ​ແຜນການ​ ປີ 2010-2011 ​ເປັນ
8.3% ​ໃນ​ແຜນການ​ ປີ 2012-2013 ດັ່ງ​ທີ່​ທ່ານ​ພູ​ເພັດ ຄໍາພູນ​ວົງ ລັດຖະມົນຕີ​ວ່າການ
ກະຊວງ​ການ​ເງິນ ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ສູ້​ຊົນ​ຕອບ​ສະໜອງ​ ຄວາມ​ຕ້ອງການ​ໃຊ້​ຈ່າຍ​ບໍລິຫານ ​ເພື່ອ​ສ້າງ​ເງື່ອນ​ໄຂ​ ບັນລຸ
​ເປົ້າ ໝາຍ​ສະຫັດ​ສະ​ວັດ ດ້ານ​ການ​ພັດທະນາ​ໃນ​ປີ 2015 ຮັບປະ ກັນ​ສະຖຽນ​ລະ​
ພາບ​ທາງ​ດ້ານ​ເສດຖະກິດມະຫາ​ພາກ ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ ​ເຮັດ​ໃຫ້​ເສດຖະກິດ
ຂະຫຍາຍຕົວ​ຕໍ່​ເນື່ອງ​ ໃນ​ລະດັບ 8.3% ອັດຕາ​ເງິນ​ເຟີ້ ​ໃຫ້​ຢູ່​ໃນ​ລະດັບ​ຕໍ່າ​ກວ່າ
ອັດຕາ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​
ໃຫ້​ໄດ້​ຕາມ​ຄາດໝາຍ​ ທີ່​ກໍານົດ​ໄວ້.”


​ໂດຍ​ປັດ​ໄຈສໍາຄັນ ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ໃນ​ລາວ​ມີ​ການຂະ​ຫຍາ​ຍຕົວ​ເພີ່ມ​ຂຶ້ນດັ່ງ​ກ່າວ
ກໍ​ຄື ການ​ຂະຫຍາຍຕົວ​ຂອງ​ການ​ຜະລິດ​ໃນ​ພາກ​ອຸດສາຫະກໍາ​ ການ​ຂຸດ​ຄົ້ນ​ແຮ່​ທາດ
ແລະພະລັງງານ ​ເປັນ​ສໍາຄັນ.
XS
SM
MD
LG