ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ເປັນໜີ້ລັດຖະບານຈີນ 4,494 ລ້ານຢວນ ທີ່ໃຊ້ໃນການຮ່ວມລົງທຶນກໍ່ສ້າງທາງລົດໄຟ ຄວາມໄວສູງ ລາວ-ຈີນ


ຮູບພາບລົດໄຟຄວາມໄວສູງອັນນທໍາອິດຂອງລາວຕິດຢູ່ທີ່ຝາຂອງຕຶກອາຄານໃນສະຖານີລົດໄຟຄວາມໄວສູງໃນບ້ານໄຊ, ນະະຄອນຫລວງວຽງຈັນ
ຮູບພາບລົດໄຟຄວາມໄວສູງອັນນທໍາອິດຂອງລາວຕິດຢູ່ທີ່ຝາຂອງຕຶກອາຄານໃນສະຖານີລົດໄຟຄວາມໄວສູງໃນບ້ານໄຊ, ນະະຄອນຫລວງວຽງຈັນ

ລັດຖະບານລາວ ເປັນໜີ້ລັດຖະບານຈີນ 4,494 ລ້ານຢວນທີ່ໃຊ້ໃນການຮ່ວມລົງທຶນກໍ່ສ້າງທາງລົດໄຟໃນລາວ ສ່ວນບໍລິສັດຈີນ ກໍຄືຜູ້ທີ່ຄຸມສຳປະທານໂຄງການຕ່າງໆໃນຕະຫຼອດເສັ້ນທາງລົດໄຟລາວ-ຈີນ ໃນລາວ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ຖະແຫລງຢືນຢັນວ່າ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນລາວເປັນ ໂຄງການຮ່ວມມືລະຫວ່າງລັດຖະບານລາວກັບຈີນ ຖືເປັນສ່ວນປະກອບນຶ່ງ ໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ ຫຼື BRI ທີ່ລິເລີ້ມໂດຍ ທ່ານສີ ຈິ້ນຜິງ ປະທານປະເທດຈີນໂດຍສະເພາະໂຄງການທາງລົດໄຟລາວ-ຈີນ ໃນລາວ ທີ່ໄດ້ເລີ້ມເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 4 ທັນວາ 2021 ລັດຖະບານລາວ-ຈີນ ໄດ້ມອບໝາຍໃຫ້ລັດວິສາຫະກິດລົດໄຟ ທັງ 2 ຝ່າຍ ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນລົດໄຟລາວ-ຈີນ ຂຶ້ນມາເພື່ອຮັບຜິດຊອບດຳ ເນີນການບໍລິຫານໂຄງການທັງໝົດໃນລາວ ໂດຍທີ່ຝ່າຍລາວກັບຈີນ ຮ່ວມລົງທຶນໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າລົງທຶນລວມທັງໝົດ 37,450 ລ້ານຢວນ ຊຶ່ງແບ່ງເປັນທຶນເລີ້ມຕົ້ນ 40 ເປີເຊັນທີ່ລັດວິສາຫະກິດລົດໄຟລາວ-ຈີນ ຮັບຜິດຊອບຮ່ວມກັນແລະທຶນ 60 ເປີເຊັນທີ່ບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນກູ້ຢືມຈາກທະນາຄານຂອງ ລັດຖະບານຈີນ.

ພາຍໃຕ້ການຕົກລົງດັ່ງກ່າວ ລັດວິສາຫະກິດລົດໄຟລາວ ກໍໄດ້ກູ້ຢືມຈາກທະນາຄານຈີນ ເພື່ອປະກອບສ່ວນໃນທຶນເລີ້ມຕົ້ນ 40 ເປີເຊັນນັ້ນໃນມູນຄ່າ 4,494 ລ້ານຢວນກັບຝ່າຍຈີນປະກອບສ່ວນ 10,486 ລ້ານຢວນ ສ່ວນບໍລິສັດທາງລົດໄຟ ລາວ-ຈີນ ທີ່ຮັບຜິດຊອບການຮ່ວມທຶນ 60 ເປີເຊັນຫຼື 22,470 ລ້ານຢວນນັ້ນ ກໍໄດ້ມີການປະກອບສ່ວນຈາກ 4 ຂາຫຸ້ນດ້ວຍກັນໃນປັດຈຸບັນນີ້ ດັ່ງທີ່ ທ່ານລັນ ໄດ້ຖະແຫລງຢືນຢັນວ່າ:

“ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີມູນຄ່າການລົງທຶນທັງໝົດ 37.45 ຕື້ຢວນເປັນໂຄງການຮ່ວມມືລະຫວ່າງາລັດຖະບານແຫ່ງ ສປປ ລາວ ກັບລັດຖະບານແຫ່ງ ສປ ຈີນ ໂດຍສ້າງຕັ້ງບໍລິສັດຮ່ວມທຶນ ຄືບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ ຊຶ່ງປະກອບດ້ວຍ 4 ຂາຫຸ້ນໃຫຍ່ ຄື ບໍລິສັດລົງທຶນ ລົດໄຟບໍ່ຫານ-ວຽງຈັນ (ຈີນ) ຖືຫຸ້ນ 40 ເປີເຊັນ ລັດວິສາຫະກິດລົດໄຟແຫ່ງຊາດ ສປປ ລາວ ຖືຫຸ້ນ 30 ເປີເຊັນ ກຸ່ມບໍລິສັດລົງທຶນແຫ່ງຊາດຈີນ ຖືຫຸ້ນ 20 ເປີເຊັນ ກຸ່ມບໍລິສັດລົງທຶນແຂວງຢຸນໜານ ຖືຫຸ້ນ 10 ເປີເຊັນ.”

ນອກຈາກນີ້ ບັນດາບໍລິສັດຈາກຈີນກໍຍັງເປັນກຸ່ມລົງທຶນລາຍໃຫຍ່ທີ່ຄຸມສຳປະທານ ໂຄງການຕ່າງໆ ໃນຕະຫຼອດເສັ້ນທາງລົດໄຟລາວ-ຈີນໃນລາວຫຼາຍທີ່ສຸດອີກ ດ້ວຍ ນັບແຕ່ດ່ານບໍ່ເຕັນ ແຂວງຫລວງນ້ຳທາ ມາເຖິງນະຄອນວຽງຈັນ ເຊັ່ນ ໂຄງການພັດທະນາເມືອງໃໝ່ວັງວຽງ ແຂວງວຽງຈັນ ທີ່ຈະລົງທຶນລວມເຖິງ 5,000 ລ້ານໂດ​ລາ ເພື່ອພັດທະນາເຂດເມືອງໃໝ່ວັງວຽງ ທີ່ຝັ່ງຕາເວັນຕົກ ຂອງນໍ້າຊອງທີ່ມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ ໃຫ້ເປັນເຂດ ບໍລິການ ແລະທ່ອງທ່ຽວຄົບ​ວົງ​ຈອນ​ທີ່​ມີ​ທັງ​ແຫລ່ງ​ທ່ອງ​ທ່ຽວ ທຳມະຊາດ ແລະວັດທະນະທຳ, ສູນການຄ້າ ໂຮງແຮມ ໂຮງໝໍ ໂຮງຮຽນນາໆ ຊາດ ແລະສະຖານບັນເທີງຕ່າງໆ ດ້ວຍເປົ້າໝາຍຈະດຶງດູດເອົານັກທ່ອງທ່ຽວຊາວ ຈີນໃຫ້ໄດ້ເຖິງ 9 ລ້ານຄົນຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

ສ່ວນທີ່ແຂວງອຸດົມໄຊນັ້ນ ບັນດາບໍລິສັດຈາກຈີນໄດ້ພາກັນເຂົ້າມາລົງທຶນໃນພາກ ການຜະລິດກະສິກຳ ພາກບໍລິການ-ການທ່ອງທ່ຽວ ແລະ logistic ເພາະເລັງ ເຫັນຜົນປະໂຫຍດທີ່ຈະໄດ້ຈາກການຂົນສົ່ງ ແລະການກະຈາຍສິນຄ້າທີ່ຈະ ສະດວກວ່ອງໄວຂຶ້ນຈາກການທີ່ທາງລົດໄຟລາວ-ຈີນ ໃນລາວ ທີ່ມີໄລຍະທາງ ຜ່ານເຂດແຂວງອຸດົມໄຊຍາວທີ່ສຸດໃນລາວນັ້ນ ດັ່ງທີ່ທ່ານອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການແລະການລົງທຶນແຂວງອຸດົມໄຊ ໄດ້ໃຫ້ການຢືນຢັນວ່າ:

“ການລົງທຶນທີ່ນັກລົງທຶນສົນໃຈຢູ່ແຂວງອຸດົມໄຊ ເຮົານີ້ ສ່ວນໃຫຍ່ກະແມ່ນລົງທຶນທາງດ້ານກະສິກຳ ການບໍລິການ-ການທ່ອງທ່ຽວນີ້ ແລະກໍມີຈຳນວນນຶ່ງ ເຂົາເຈົ້າກະສົນໃຈມາເຮັດເລື້ອງ Logistic ເພາະວ່າ ຢູ່ແຂວງອຸດົມໄຊເຮົາ ມັນມີທ່າແຮງອັນນຶ່ງ ກະຄືວ່າ ທາງລົດໄຟນີ້ຜ່ານຫຼາຍ ກວ່າໝູ່ຫັ້ນແຫລະໃນ 400 ກວ່າກິໂລແມັດນີ້ ທາງລົດໄຟຜ່ານແຂວງອຸດົມໄຊ ນີ້ກະຖືວ່າ 160 ກວ່າກິໂລແມັດ ແລະກະມີສະຖານີລົດໄຟຢູ່ 3 ແຫ່ງ ເພື່ອພັດທະນາເລື້ອງການຂົນສົ່ງ ເລື້ອງເຮັດ Logistic ຕິດພັນກັບການທ່ອງທ່ຽວ.”

ທາງດ້ານທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວ ລາວສ້າງຊາດຢືນຢັນວ່າ ປະຊາຊົນລາວຍັງບໍ່ເຫັນດີກັບບາງໂຄງການເຊັ່ນ ການລົງທຶນຂອງບໍລິສັດ AMATA ທີ່ຈະພັດທະນາເຂດເມືອງໃໝ່ ແລະຜະລິິດ ສິນຄ້າກະສິກຳປອດສານພິດສົ່ງໄປຈີນ ເພາະຢ້ານວ່າ ຈະສົ່ງຜົນກະທົບຢ່າງ ກວ້າງຂວາງ ຈຶ່ງຮຽກຮ້ອງຂໍໃຫ້ກວດກາຢ່າງຮອບຄອບກ່ອນຈະອະນຸຍາດ ໃຫ້ສຳປະທານໃນພື້ນທີ່ 5,000 ເຮັກຕາ ເຊັ່ນດຽວກັນກັບບໍລິສັດດອກງິ້ວຄຳ ຈາກຈີນ ທີ່ຈະລົງທຶນພັດທະນາເມືອງໃໝ່ເຊື່ອມຕໍ່ກັບສະຖານີລົດໄຟ 9 ແຫ່ງໃນແຂວງອຸດົມໄຊ ແລະບໍລິສັດບໍ່ເຕັນແດນງາມທີ່ຈະລົງທຶນພັດທະນາ ເຂດເສດຖະກິດພິເສດ ບົນເນື້ອທີ່ 3,000 ເຮັກຕາຢູ່ເມືອງໄຊ ແລະເມືອງນາໝໍ້ນັ້ນ.

XS
SM
MD
LG