ລິ້ງ ສຳຫລັບເຂົ້າຫາ

site logo
ວັນເສົາ, 21 ພຶດສະພາ 2022

ການຈັດຕັ້ງປະຕິບັດ ການຮຽນ-ການສອນ ດ້ວຍລະບົບອອນລາຍຂອງໂຮງຮຽນໃນທົ່ວປະເທດຂອງ ສປປ ລາວ ຍັງມີປະສິດທິຜົນຕໍ່າຫຼາຍ


ຫ້ອງຮຽນແຫ່ງນຶ່ງໃນເຂດຊົນນະບົດຂອງລາວ.

ການຈັດຕັ້ງປະຕິບັດການຮຽນ-ການສອນ ດ້ວຍລະບົບອອນລາຍຂອງໂຮງຮຽນໃນທົ່ວປະເທດລາວ ຍັງມີປະສິດທິຜົນຕໍ່າຫຼາຍ ທັງຍັງມີບັນຫາແຕກໂຕນກັນຢ່າງຫຼວງຫຼາຍ ລະຫວ່າງເຂດໂຕມືອງກັບເຂດຊົນນະບົດ. ຊົງ​ລິດ​ ໂພນ​ເງິນ​ມີລາຍ​ງານ​ ຈາກ​ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການ ແລະກິລາເປີດເຜີຍວ່າ ການສໍາຫຼວດເພື່ອການປະເມີນຜົນ ກ່ຽວກັບການຈັດຕັ້ງປະຕິບັດໃນດ້ານການຮຽນ ແລະການສອນ ດ້ວຍລະບົບອອນລາຍຂອງໂຮງຮຽນໃນທຸກລະດັບຊັ້ນໃນທົ່ວປະເທດ ໃນໄລຍະນຶ່ງປີທີ່ຜ່ານມາ ພົບວ່າ ຍັງມີປະສິດທິຜົນຕໍ່າຫຼາຍ, ໂດຍນອກຈາກຈະມີສາ ເຫດທີ່ສໍາຄັນມາຈາກການຂາດແຄນດ້ານອຸປະກອນສື່ສານ ແລະລະບົບສັນຍານອິນເຕີເນັດ ຍັງໄປບໍ່ທົ່ວເຖິງໃນທຸກພື້ນທີ່ ຂອງປະເທດລາວແລ້ວ ກໍຍັງມີບັນຫາກ່ຽວກັບການປະກອບສ່ວນ ຈາກບັນດາພໍ່-ແມ່ ແລະຜູ້ປົກຄອງ ທີ່ຂາດການເບິ່ງ ແຍງນັກຮຽນທີ່ເປັນລູກຫຼານຂອງພວກຕົນອີກດ້ວຍ ໂດຍສະເພາະແມ່ນນັກຮຽນລະດັບມັດທະຍົມຕົ້ນ ຖືວ່າເປັນກຸ່ມໃຫຍ່ທີ່ສຸດທີ່ບໍ່ໄດ້ໃຫ້ຄວາມສົນໃຈຕໍ່ການຮຽນເລີຍ, ແຕ່ວ່າ ກັບໄດ້ພາກັນໃຊ້ອຸປະກອນສື່ສານເພື່ອກິດຈະກໍາສ່ວນໂຕເປັນຫຼັກ ດັ່ງທີ່ເຈົ້າໜ້າທີ່ລາວຢືນຢັນວ່າ:

“ມໍຕົ້ນນີ້ ສ່ວນໃຫຍ່ແລ້ວກໍເອີ້ນວ່າ ເຂົາເຈົ້າກໍຍັງບໍ່ທັນມີແນວຄິດທີ່ຢາກຮຽນຫັ້ນນະ, ບາງຄົນນີ້ ຄັນວ່າມີເຄື່ອງ ມີໂທລະສັບ ບາງເທື່ອກໍບໍ່ສົນໃຈນໍາການຮຽນ ບໍ່ເຂົ້າຮຽນຫັ້ນລະ ໂດຍທີ່ຕິດເກມ ຫຼືວ່າຫຼິ້ນຫຍັງ ກໍສາລະພັດໄປເນາະ ອັນວ່າເດັກນ້ອຍກັບໂທລະສັບນະ ຖືວ່າ ຢູ່ທາງບ້ານແມ່ນມອບໃຫ້ພໍ່ແມ່ເດ້ ເປັນຜູ້ຄຸມຊ່ວຍເນາະ, ເຮົາກໍມ່ແຕ່ສອນທາງນີ້ ຜູ້ໃດພໍ່ແມ່ເອົາໃຈໃສ່ແດ່ ກະໄດ້ດີ, ຜູ້ທີ່ພໍ່ແມ່ບໍ່ເອົາໃຈໃສ່ ຂາດຄວາມໃກ້ຊິດຕິດແທດ ກໍເຮັດໃຫ້ຜົນການຮໍ່າຮຽນຕໍ່າ.”

ກ່ອນໜ້ານີ້ ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ກໍໃຫ້ການຍອມຮັບວ່າ ການຈັດຕັ້ງປະຕິບັດ ແຜນການພັດທະນາເຍົາວະຊົນລາວ ໃນຊ່ວງປີ 2016-2020 ທີ່ຜ່ານມານັ້ນ ບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານ ໂດຍສະເພາະໃນດ້ານໂພຊະນາການ ທີ່ຂາດແຄນຢ່າງໜັກໜ່ວງ ການສຶກສາຂັ້ນພື້ນຖານທີ່ບໍ່ທົ່ວເຖິງບັນຫາທີ່ເຍົາວະຊົນພົວພັນກັບບັນຫາຢາເສບຕິດ ແນວຄິດທາງສັງຄົມທີ່ຫຼ້າຫຼັງ-ງົມງາຍຂອງປະຊາຊົນລາວບັນດາເຜົ່າໃນເຂດຊົນນະບົດນັ້ນ ຖືເປັນບັນຫາທີ່ແກ້ໄຂໄດ້ຍາກ ທັງຍັງເປັນອຸປະສັກຕໍ່ການຈັດຕັ້ງປະຕິບັດແຜນການພັດທະນາເຍົາວະຊົນລາວ ໃນປັດຈຸບັນນີ້ອີກດ້ວຍ.

ປັດຈຸບັນ, ອັດຕາການເຂົ້າຮຽນຂອງເດັກນ້ອຍລາວ ແຕ່ອາຍຸ 3-5 ປີຢູ່ທີ່ລະດັບ 49 ເປີເຊັນ, ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະມັດທະຍົມປາຍຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນແລະ 47.8 ເປີເຊັນຕາມລໍາດັບ, ເຊິ່ງກໍຖືເປັນການພັດທະນາດ້ານການສຶກສາທີ່ມີການຂະຫຍາຍໂຕເພີ້ມຂຶ້ນໃນທຸກພາກສ່ວນ ຫາກແຕ່ວ່າ ການພັດທະນາການສຶກສາໃນລາວກໍຍັງຂາດຄຸນນະພາບ ເຫັນໄດ້ຈາກອັດຕາການຄ້າງຫ້ອງ ໃນລະດັບປະ ຖົມສຶກສາຍັງຢູ່ລະດັບ 3.8 ເປີເຊັນ, ສ່ວນບັນຫາຍາກຈົນຂອງປະຊາຊົນລາວໃນເຂດຊົນນະບົດ ກໍຍັງເຮັດໃຫ້ເດັກນ້ອຍລາວ ຕ້ອງປະການຮຽນໃນອັດຕາສະ ເລ່ຍເຖິງ 4.8 ເປີເຊັນ ເຊິ່ງຖືເປັນອັດຕາທີ່ສູງທີ່ສຸດໃນອາຊຽນດ້ວຍກັນ ແລະເມື່ອສົມທົບດ້ວຍສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງຂອງປະຊາຊົນໃນລາວ ເຊິ່ງມາສາເຫດມາຈາກລະດັບຄ່າຄອງຊີບທີ່ປັບໂຕສູງຂຶ້ນັບມື້ ໃນຂະນະທີ່ລັດຖະບານລາວກໍບໍ່ສາມາດຈະໃຫ້ການຊ່ວຍເຫຼືອໄດ້ຢ່າງທົ່ວເຖິງນັ້ນ ກໍຍັງເຮັດໃຫ້ການປະລະການຮຽນໃນລະດັບຊັ້ນປະຖົມສຶກສາໃນເຂດຊົນນະບົດນັ້ນ ມີອັດຕາສະເລ່ຍທີ່ສູງກວ່າ 20 ເປີເຊັນຂອງຈໍານວນນັກຮຽນລະດັບປະຖົມທັງໝົດໃນເຂດຊົນນະບົດ.

ສ່ວນຜູ້ປະສານງານກອງທຶນພັດທະນາເດັກນ້ອຍສາກົນ (UNICEF) ກໍຢືນຢັນວ່າ ມາດຕະຖານການສຶກສາໃນເຂັດໂຕເມືອງ ກັບເຂດຊົນນະບົດຂອງລາວມີການແຕກໂຕນກັນຫຼາຍ ເຊິ່ງເຫັນໄດ້ຈາກບັນຫາຂາດແຄນຄູຂອງໂຮງຮຽນໃນເຂດຊົນນະບົດ ຈຶ່ງເຮັດໃຫ້ຕ້ອງອາໄສການປະກອບສ່ວນຈາກຄູອາສາສະໝັກຈໍານວນ 9,809 ຄົນ, ໃນຂະນະທີ່ໂຮງຮຽນໃນເຂດໂຕເມືອງມີຄູເກີນຄວາມຕ້ອງການເຖິງ 8,611 ຄົນ, ໃນນີ້ ຍັງບໍ່ມີຄູຄົນໃດ ທີ່ສະໝັກໄປສອນຢູ່ຊົນນະ ບົດ ປະກອບກັບລັດຖະບານໄດ້ຈໍາກັດການບັນຈຸຄູໃໝ່ໄດ້ບໍ່ເກີນ 1,000 ຄົນຕໍ່ປີດ້ວຍແລ້ວ ຈຶ່ງເຮັດໃຫ້ໂຮງຮຽນໃນເຂດຊົນນະບົດ ຍັງຕ້ອງປະເຊີນກັບບັນຫາຂາດແຄນຄູຕໍ່ໄປ.

ນອກຈາກນັ້ນ, ການແກ້ໄຂບັນຫາດັ່ງກ່າວດ້ວຍການພັດທະນາການສຶກສາທາງ ໄກຜ່ານລະບົບອິນເຕີເນັດ ແລະໂທລະພາບທີ່ເຊື່ອມຕໍ່ໄປຍັງບັນດາໂຮງຮຽນໃນເຂດຊົນນະບົດໃຫ້ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນນັ້ນ ກໍຍັງດໍາເນີນໄປຢ່າງຊັກຊ້າ ຈຶ່ງບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ແຜນການພັດທະນາ ແລະສົ່ງເສີມການສຶກສາຕະຫຼອດຊີບຂອງປະຊາຊົນລາວເທົ່ານັ້ນ ແຕ່ກໍຍັງເຮັດໃຫ້ການພັດທະນາການສຶກສາບັນລຸເປົ້າໝາຍເຖິງ 10 ດ້ານເຊັ່ນ: ອັດຕາການຄ້າງຫ້ອງຂອງນັກຮຽນຊັ້ນປະຖົມຍັງສູງເຖິງ 6.3 ເປີເຊັນ, ເປົ້າໝາຍໄດ້ວາງໄວ້ທີ່ 5 ເປີເຊັນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG