ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພະນັກງານ ພັກ ລັດ ແລະກົມກອງ ຂອງລາວ ຕ້ອງແຈ້ງ ຊັບສິນ ເລີ່ມປີ 2014 ນີ້


ທ່ານນນາງ ວຽງທອງ ສີພັນດອນ ປະທານອົງການກວດສອບ ແຫ່ງລັດ ຂອງລາວ
ທ່ານນນາງ ວຽງທອງ ສີພັນດອນ ປະທານອົງການກວດສອບ ແຫ່ງລັດ ຂອງລາວ
ບັນດາ​ ພະນັກງານ ຕັ້ງ​ແຕ່​ ລະດັບ​ຜູ້​ບໍລິຫານ​ຂຶ້ນ​ໄປ ທັງ​ໃນ​ພັກ
​ລັດຖະບານ ລັດ​ວິ​ສາ​ຫະກິດ ກອງທັບ ອົງການ​ຈັດ​ຕັ້ງ​ມະຫາຊົນ
ຂອງ​ພັກ ຈະ​ຕ້ອງ​ສະ​ແດງ​ບັນຊີ​ຊັບ​ສິນ ນັບ​ແຕ່​ວັນ​ທີ 1 ມັງກອນ
ປີ 2014 ນີ້​ເປັນ​ຕົ້ນ​ໄປ.

please wait

No media source currently available

0:00 0:05:08 0:00
ລິງໂດຍກົງ

ອົງການ​ກວດ​ສອບ​ແຫ່​ງລັດ​ ພາຍ​ໃຕ້​ການເປັນ​ປະທານ​ຂອງ​ທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ​ ລາຍ​ງາຍ​ວ່າ ການຈັດ​ຕຽມ​ເອກ​ກະສາ​ນສໍາຄັນ​ຕ່າງໆ ​ເພື່ອ​ການ​ປະຕິບັດ​ຕາມ​ດໍາ ລັດ ຂອງ​ນາຍົກລັດຖະມົນຕີ ທີ່​ວ່າ​ດ້າຍ​ການສະ​ແດງ​ບັນຊີ​ຊັບ​ສິນ ​ແລະ​ໜີ້​ສິນ​ຂອງ​ບັນ ດາ​ພະນັກ ງານ ທັງ​ໃນ​ພັກ​ປະຊາຊົນ​ປະຕິວັດ ​ແລະ​ລັດຖະບານ​ລາວ ທີ່​ໄດ້​ປະກາດ​ບັງ ຄັບ​ໃຊ້ນັບ​ແຕ່ເດືອນ​ມິຖຸນາ​ເປັນ​ຕົ້ນ​ມາ​ນັ້ນ ໃກ້​ຈະ​ສໍາ​ເລັດ​ສົມບູນ​ແລ້ວໃນ​ຂະນະ​ນີ້ ​ແລະ​ ຄາດ​ວ່າການ​ປະຕິບັດ​ຈັດ​ຕັ້ງ​ຕາມ​ດໍາລັດ​ດັ່ງກ່າວ ຈະ​ສາມາດ​ເລີ່​ມດໍາ​ເນີນ​ການ​ໄດ້ຢ່າງ​ເປັນ​ຮູບ​ປະ​ທໍາ ນັບ​ແຕ່ ວັນ​ທີ 1 ມັງກອນ ປີ 2014 ​ເປັນ​ຕົ້ນ​ໄປ. ​

ໂດຍ​ຜູ້​ທີ່​ຈະ​ຕ້ອງ​ສະ​ແດງ​ບັນຊີ​ຊັບ​ສິນ ​ແລະ​ໜີ້​ສິນ ​ຕາມ​ດໍາລັດ ຂອງ​ນາຍົກລັດຖະມົນຕີ ສະບັບ​ດັ່ງກ່າວ​ນີ້ ກໍ​ຄື​ພະນັກງງານ​ ຕັ້ງ​ແຕ່​ລະດັບ​ຜູ້​ບໍລິຫານ​ຂຶ້ນ​ໄປ ທັງ​ໃນ​ພັກ​ ລັດຖະ ບານ ລັດ​ວິ​ສາ​ຫະກິດ ອົງການ​ນຈັດ​ຕັ້ງ​ມະຫາຊົນ​ຂອງ​ພັກ ຕໍາຫຼວດ-ທະຫານ ທີ່​ມີ​ຍົດ​ຕັ້ງ​ແຕ່​ຮ້ອຍ​ໂທ​ຂຶ້ນ​ໄປ ລວມເຖິງ​ສະມາຊິກ​ໃນ​ຄອບຄົວ​ຂອງ​ພະນັກງານ​ ທີ່ຢູ່​ໃນ​ເງື່ອນ
ໄຂ​ດັ່ງກ່າວ​ນີ້​ດ້ວຍ.

ສ່ວນ​ກ່ຽວ​ກັບ​ຊັບ​ສິນ ທີ່​ຈະ​ຕ້ອງ​ສະ​ແດງ​ນັ້ນ ກໍ​ມີ​ທັງ​ເງິນສົດ ​ເງິນ​ຝາກ​ໃນ​ທະນາຄານ ​ເຮືອນ ທີ່​ດິນ ຍານພາຫະນະ ​ເຄຶ່ອງ​ເພັດ​ພອຍ ​ແລະ​ຂອງ​ມີຄ່າ​ຕ່າງໆ ລວມ​ເຖິງ​ມູນ​ຄ່າ​ຮຸ້ນ ຫຼື ການ​ລົງທຶນ​ໃນ​ທຸລະ​ກິດ ​ແລະ​ສິນ​ນໍ້າ​ໃຈ ​ໃນ​ໂອກາດ​ຕ່າງໆ ທີ່​ມີ​ມູນ​ຄ່າ​ຕັ້ງ​ແຕ່ 5 ລ້ານ​ກີບ​ຂຶ້ນໄປ ຕະຫຼອດ​ຈົນ​ໜີ້​ສິນ ​ແລະ​ການ​ຖື​ຄອງ​ຊັບສິນ​ໃດໆ ທີ່​ມີ​ມູນ​ຄ່າ​ຕັ້ງ​ແຕ່ 20 ລ້ານ​ກີບ​ຂຶ້ນ​ໄປນັ້ນ ກໍ​ຈະ​ຕ້ອງ​ສະ​ແດງ​ດ້ວຍ​ເຊັ່ນ​ກັນ. ​

ແຕ່​ຢ່າງ​ໃດໍ​ກໍ​ຕາມ ສໍາລັບ​ໃນ​ລະຍະ​ເລີ່​ມການ​ປະຕິບັດຈັດ​ຕັ້ງ​ດັ່ງກ່າວ ບັນດາ​ພະ​ນັກ​ງານ​ທີ່ຢູ່​ພາຍ​ໃຕ້​ເງື່ອນ​ໄຂ​ເຫຼົ່າ​ນີ້ ຍັງ​ມີ​ເວລາ​ອີກ 1 ປີ ທີ່​ຈະ​ຕ້ອງ​ດໍາ​ເນີນ​ການ​ໃຫ້​ສໍາ​ເລັດ​ຕາມ​ດໍາລັດ​ນາຍົກລັດຖະມົນຕີລາວສະບັບ​ນີ້ ​ແລະຫຼັງ​ຈາກ​ນັ້ນ ກໍ​ຍັງ​ຈະ​ຕ້ອງ​ສະ​ແດງ​ບັນຊີ​ຊັບ​ສິນ​ເປັນ​ປະ ຈໍາ​ທຸກໆ 2 ປີ ທັງ​ນີ້ ​ໂດຍ​ຖື​ເປັນ​ມາດ​ຕະການ​ສໍາຄັນ ທີ່​ນໍາ​ໃຊ້​ໃນ​ການ​ປ້ອງ​ກັນ​ແລະ​ປາບ​ປາມ ການ​ສໍ້​ລາດ​ບັງ​ຫຼວງ ​ໃນ​ວົງ​ການ​ພັກ ​ແລະ​ລັດຖະບານ​ທີ່​ເພີ່ມ​ຂຶ້ນຢ່າງ​ຕັ້ງໜ້າ​ນັ້ນ​ເອງ.

​ໂດຍ​ກ່ອນ​ໜ້າ​ນີ້ ອົງການ​ກວດ​ສອບ​ແຫ່ງ​ລັດ ກ​ໍ​ໄດ້​ລາຍ​ງານ​ຜົນ​ການກວດ​ສອບການ ຈັດ​ຕັ້ງ ປະຕິບັດ​ທາງ​ດ້ານ​ງົບປະມານ ລາຍ​ຮັບ-ລາຍ​ຈ່າຍ​ຂອງ​ລັດຖະບານ​ລາວ ​ໃນ​ແຜນການ​ປີ 2010-2011 ຕໍ່​ກອງ​ປະຊຸມສະ​ໄໝ​ສາມັນ​ຄັ້ງ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ​ເມື່ອ ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ​ວ່າ ​ໄດ້​ກວດພົບ​ການ​ໃຊ້​ຈ່າຍ​ງົບປະມານ​ທີ່​ບໍ່​ເປັນ​ໄປ​ຕາມ​ແຜນການຄິດ​ເປັນ​ມູນ​ຄ່າ​ເຖິງ 1,933.33 ຕື້​ກີບ ຫຼື​ປະມານ 254 ລ້ານ​ ໂດ​ລ່າ ຊຶ່ງ​ສະ​ແດງ​ເຖິງ​ການ​ປະ ຕິ​ບັດ​ໜ້າ​ທີ່ ທີ່​ບໍ່​ສຸດຈະລິດ​ຂອງ​ບັນດາ​ພະນັກງານ​ພັກ ລັດຖະບານ ດັ່ງ​ທີ່​ທ່ານ​ປະດັບ​ເພັດ ​ໄຊຍະໂຄດ ຮອງ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

“ມີ​ບາງ​ຫົວ​ໜ່ວຍ​ງົບປະມານ​ບໍ່​ເອົາ​ເງິນ​ຊ່ວຍ​ເຫຼືອ​ລ້າ ​ແລະ​ເງິນ​ກູ້​ຢືມ​ຈາກ​ພາຍ​ໃນ​ແລະ​ຕ່າງ ປະ​ເທດ​ທີ່​ຕົນ​ໄດ້​ຮັບ ​ແລະ​ຄຸ້ມ​ຄອງ​ມາ​ລວມສູນ​ຢູ່​ໃນ​ລະບົບ​ຄັງ​ເງິນ​ແຫ່ງ​ຊາດ​ຢ່າ​ງຄົບ​ຖ້ວນ ການ​ເກັບ​ມ້ຽນ​ເອກ​ກະສານ​ຢັ້ງຢືນ​ບັນຊີ ກໍ​ບໍ່​ເຫັນ​ເປັນ​ລະບົບ ​ເຮັດ​ໃຫ້​ເອກ​ກະສາ​ນສໍາຄັນ​ແລະ​ເອກ​ກະສາ​ນຫຼັກ​ຖານ ຈໍານວນ​ນຶ່ງ​ຕົກ​ເຫ່ຍ​ເສຍ​ຫາຍ​ໄປ.”

ທ່ານ​ພູ​ເພັດ ຄໍາພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ
ທ່ານ​ພູ​ເພັດ ຄໍາພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ

ທາງ​ດ້ານ​ ທ່ານ​ພູ​ເພັດ ຄໍາພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​
ການ​ເງິນ ຖະ​ແຫຼ​ງວ່າ​ໃນ​ລະຍະ​ແຜນການ​ປີ 2012- 2013 ລັດ
ຖະບານ​ລາວ​ໄດ້​ວາງ​ເປົ້າໝາຍ​ ການຈັດ​ເກັບ​ລາຍຮັບ ​ເພີ່ມ​ຂຶ້ນ
ຈາກ​ແຜນກນປີ 2011-2012 ບໍ່​ຕໍ່າ​ກວ່າ 30.35% ​ເນື່ອງ​ຈາກ​
ລັດຖະບານ​ລາວ ມີ​ພາລະ​ດ້ານ​ລາຍ​ຈ່າຍຫຼາຍ​ຂຶ້ນ ຈາກ​ການ​ປັບ​
ເງິນ​ເດືອນ​ໃຫ້​ພະ​ນັກ​ງານ​ໃນ​ທົ່ວ​ປະ​ເທດທີ່​ໄດ້ເລີ່​ມການ​ປະຕິບັດ​
ຈັດ​ຕັ້ງ​ນັບແຕ່​ເດືອນ​ຕຸລາ 2012 ​ເປັນ​ຕົ້ນ​ມາ.

​ໂດຍ​ຖ້າ​ຫາກ​ເປັນ​ໄປ​ຕາມ ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້​ດັ່ງກ່າວ ກໍ​
ຈະ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ລາຍ​ຮັບ​ລວມ​ເຖິງ 19,927 ຕື້​ກີບ
ຊຶ່ງ​ໃນ​ນີ້ ກໍ​ແບ່ງ​ເປັນ​ລາຍ​ຮັບ​ ພາຍ​ໃນ​ປະ​ເທດ​ ໃນ​ມູນ​ຄ່າ 15,289 ຕື້​ກີບ ຈຶ່ງ​ເຮັດ​ໃຫ້ ຕ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ລ້າ​ ຈາກ​ຕ່າງປະ​ເທດ​ ບໍ່​ໜ້ອຍ​ກວ່າ 4,638 ຕື້​ກີບ ຫຼື​ປະມານ​ 587 ລ້ານ ໂດ​ລ່າ ​ແຕ່​ວ່າການ​ປ້ອງ​ກັນ​ແລະ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ​ກໍ​ຄື​ເງື່ອນ​ໄຂ​ສໍາຄັນ​ທີ່​ນານາ​ຊາດ​ ໄດ້​ກໍາໜົດ​ໃຫ້​ລັດຖະບານ​ລາວ​ ຕ້ອງ​ປະຕິບັດ​ຈັດ​ຕັ້ງ ຢ່າງ​ຈິງ​ຈັງ ​ເພື່ອ​ແລກ​ກັບ​ການ​ຊ່ວຍ​ເຫຼືອ​ດັ່ງກ່າວ ​ໂດຍ​ມາດ​ຕະການ​ທີ່ສໍາຄັນ​ຢ່າງ​ນຶ່ງ ກໍ​ຄື​ການສະ​ແດງ​ບັນຊີ​ຊັບ​ສິນ​ຂອງ​ພະນັກງານ​ພັກ-ລັດຖະບານລາວ ນັ້ນ​ເອງ​.
XS
SM
MD
LG