ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ​ວ່າ ພາກ​ສ່ວນ ບໍ​ລິ​ການແລະທ່ອງທ່ຽວ ຍັງບໍ່​ພ້ອມ ທີ່​ຈະ​ແຂ່ງ​ຂັນ ໃນ AEC


ສະຖານທີ່ທ່ອງທ່ຽວຕ່າງໆ ທີ່ໜ້າສົນໃຈ ໃນນະຄອນຫລວງພະບາງ.
ສະຖານທີ່ທ່ອງທ່ຽວຕ່າງໆ ທີ່ໜ້າສົນໃຈ ໃນນະຄອນຫລວງພະບາງ.
ບຸກຄະລາ​ກອນ ​ໃນ​ພາກ​ບໍລິການ​ ແລະ​ທ່ອງ​ທ່ຽວ​ຂອງ​ລາວ
ຍັງ​ຂາດ​ຄວາມ​ພ້ອມ​ໃນ​ການແຂ່ງ​ຂັນ​ທາງ​ດ້ານ​ທຸລະ​ກິດ​ໃນ​
ປະຊາ​ຄົມ​ເສດຖະກິດ​ອາ​ຊ່ຽນແລະ​ຫຼັກສູດ​ການ​ສຶກສາ​ກໍ​ຍັງ​
ບໍ່ໄດ້​ມາດຕະຖານ​ອີກ​ດ້ວຍ.


ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະ​ທໍາ ​ແລະ​ທ່ອງ​ທ່ຽວ​ ຍອມຮັບ​ວ່າ ບຸກຄະລາ​ກອນ​ໃນ​ພາກ​ບໍລິ​ການ ​ແລະ​ທ່ອງ​ທ່ຽວ​ຂອງ​ລາວ​ຍັງບໍ່​ມີ​ຄວາມ​ພ້ອມ​ໃນ​ທຸກໆ​ດ້ານ​ທີ່​ຈະ​ແຂ່ງຂັນ​ທາງ​ດ້ານ​ທຸລະ​ກິດ ກັບ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ​ຈົນ​ເຖິງ​ປັດຈຸບັນ​ນີ້.

​ໂດຍ​ສະ​ເພາະ​ແມ່ນ​ຫຼັງ​ຈາກ​ທັງ 10 ປະ​ເທດ​ສະມາຊິກ​ຂອງ​ອາ​ຊ່ຽນ​ຈະຕ້ອງລວມ​ພາກເສດ
ຖະກິດ​ເຂົ້າ​ເປັນ​ປະ​ຊາ​ຄົມ​ດຽວ​ກັນ​ນັບ​ຈາກ​ທ້າຍ​ປີ 2015 ​ເປັນ​ຕົ້ນ​ໄປ​ນັ້ນ ກໍ​ຍັງ​ຈະ​ສົ່ງຜົນ
​ກະທົບ​ຢ່າງ​ໜັກ​ຕໍ່​ຜົນ​ປະ​ໂຫຍ​ດ​ໃນ​ພາກ​ບໍລິການ​ແລະ​ທ່ອງ​ທ່ຽວ​ໃນ​ລາວ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້ ອີກ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ບັນດາ​ໜ່ວຍ​ທຸລະ​ກິດ​ດ້ານ​ບໍລິການ​ແລະ​ທ່ອງ​ທ່ຽວ​ຂອງ 9 ປະ​ເທດ​ສະມາຊິກ ທີ່​ບຸກຄະລາ​ກອນ​ມີ​ປະສິດທິພາບ​ສູງ​ກວ່າ​ບຸກຄະລາ​ກອນ​ຂອງ​ລາວ​ໃນທຸກໆ​ດ້ານ​ນັ້ນ ຍ່ອມ​ສາມາດ​ທີ່​ຈະ​ເຂົ້າມາທໍາ​ງານ​ແລະ​ດໍາ​ເນີນ​ທຸລະ​ກິດ​ໃນ​ລາວ​ໄດ້​ຢ່າງ​ເສລີ ຊຶ່ງ​ເຮັດ​ໃຫ້ທາງ​ການ​ລາວ​ຈະ​ຕ້ອງ​ເລັ່ງດໍາ​ເນີນ​ການ​ພັດທະນາ​ບຸກຄະລາ​ກອນ​ ໃນ​ພາກ​ບໍລິການ ​ແລະ​ທ່ອງ​ທ່ຽວ ຢ່າງ​ຮີບ​ດ່ວນທີ່​ສຸດ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໄດ້​ຢືນຢັນ​ວ່າ:

“ສິ່ງ​ທີ່​ພວກ​ເຮົາ​ຈະ​ຕ້ອງປັບປຸງ ອັນ​ສໍາຄັນ​ແມ່ນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃນ​ຂະ​ແໜງ​ການທ່ອງທ່ຽວ ​ເພື່ອ​ໃຫ້​ມັນ​ທັນ​ກັບ​ເວລາ ​ທີ່​ພວກ​ເຮົາ​ຈະ​ເຂົ້າ​ໄປ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊ່ຽນ​ຫັ້ນ​ເນາະ ​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ພະ ນັກງານ​ທີ່​ເຮັດ​ວຽກ​ໃນ​ຂະ​ແໜງ​ການທ່ອງທ່ຽວ ກໍ​ຕ້ອງ​ເປັນ​ພະນັກງານ​ທີ່​ມີ​ຄຸນ​ນະພາ​ບ ດັ່ງ​ນັ້ນຢາກ​ໄດ້​ພະນັກງານ​ທີ່​ມີ​ຄຸນ​ນະພາ​ບ ພວ​ກ​ເຮົາ​ກໍ​ຕ້ອງ​ໄດ້​ເຮັດ​ໃຫ້​ພວກ​ນ້ອງໆ​ໄດ້​ຮັບ​ການ​ສຶກສາ​ຕາມ​ມາດຕະຖານ​ ທັງ​ໃນ​ມະຫາວິທະຍາ​ໄລ ຫຼື​ວ່າ​ໂຮງຮຽນ​ວິຊາ​ຊີບ​ຕ່າງໆ.”

ທັງ​ນີ້​ໂດຍ​ກໍລະນີທີ່​ຖື​ວ່າ​ ບຸກຄະລາ​ກອນ​ໃນ​ພາກ​ບໍລິການ​ແລະ​ທ່ອງ​ທ່ຽວ​ຂອງ​ລາວ ​ມີ​ ລະດັບ​ປະສິດທິພາບ​ຕໍ່າ​ທີ່​ສຸດ ​ເມື່ອ​ທຽບ​ໃສ່​ກັບປະ​ເທດ​ສະມາຊິກ​ອາ​ຊ່ຽນ​ດ້ວຍ​ກັນ ກໍ​ຄື​ພາສາ​ອັງກິດ ລະດັບ​ຄຸນ​ນະພາ​ບ​ ໃນ​ການ​ບໍລິການ​ແກ່​ນັກ​ທ່ອງ​ທ່ຽວ​ທັງ​ໃນ​ໂຮງ​ແຮມ ຮ້ານ​ອາຫານ ສະຖານ​ບັນ​ເທີ​ງ ​ແລະ​ການ​ໃຫ້​ຂໍ້​ມູນ​ດ້ານ​ການທ່ອງທ່ຽວ ​ແລະ​ບໍລິການ​ທີ່​ຄົບ​ຖ້ວນນັ້ນ ກໍ​ຍັງ​ຈະຕ້ອງ​ດໍາ​ເນີນ​ການ​ພັດທະນາ​ຢ່າງ​ຮີບ​ດ່ວນ​ເຊັ່ນ​ກັນ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ປີ 2013 ທີ່ຜ່ານ​ມາ​ນັ້ນ ກໍ​ມີ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ຈໍານວນ​ທັງ​ໝົດ 3,799,490 ຄົນ ​ໂດຍ​ເພີ່ມ​ຂຶ້ນຈາກ 3 ລ້ານ ​3 ​ແສນ​ຄົນ​ໃນ ປີ 2012 ທັງ​ກໍ​ຍັງ​ເປັນ​ຈໍານວນ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ເຂົ້າມາ​ໃນ​ລາວ​ເກີນ​ກວ່າ​ແຜນການ​ໃນ​ປີ 2013 ​ແລະ​ເກີນ​ກວ່າ​ລະດັບ​ຄາດໝາຍ​ສໍາລັບ​ປີ 2015 ທີ່​ວາງ​ໄວ້​ຈໍາ ນວນ 3,750,000 ຄົນ​ອີກ​ດ້ວຍ.

ລາວໄດ້ຮັບລາງວັນ ປະເທດທີ່ໜ້າທ່ອງທ່ຽວທີ່ສຸດ ປະເທດນຶ່ງ ໃນໂລກ
ລາວໄດ້ຮັບລາງວັນ ປະເທດທີ່ໜ້າທ່ອງທ່ຽວທີ່ສຸດ ປະເທດນຶ່ງ ໃນໂລກ

ສໍາລັບ​ສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເດີນທາງ​ເຂົ້າ
ມາ​ໃນ​ລາວ​ເພີ່ມ​ຂຶ້ນນັ້ນ ທ່ານ​ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະ
ມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ- ວັດ​ທະ​ນະ​ທໍາ ​ແລະ​
ທ່ອງ​ທ່ຽວກໍ​ໄດ້​ຊີ້​ແຈງ​ວ່າ​ເປັນ​ຍ້ອນ​ການ​ພັດທະນາ​ພາກ​ບໍລິ
ການ ​ແລະ​ທ່ອງ​ທ່ຽວ​ໃນ​ລາວ ທີ່​ກ້າວ​ໄປ​ສູ່​ລະດັບ​ມາດຕະ
ຖານ​ສາກົນ​ຫຼາຍ​ຂຶ້ນ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ການ​ທີ່​ລາວ​ໄດ້​
ຮັບ​ລາງວັນ ລະດັບ​ໂລກ​ມາ​ຢ່າງ​ຕໍ່​ເນື່ອງ. ​

ໂດຍ​ເລີ່​ມຈາກ​ປີ 2008 ທີ່​ວາລະສານ New York Times ​ໄດ້ຈັດ​ໃຫ້​ລາວ​ເປັນ 1 ​ໃນ 53 ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ໃນ​ໂລກ ຕິດຕາມ​ດ້ວຍ​ໂຄງການ​ທ່ອງ​ທ່ຽວ​ທໍາ​ມະ ຊາດ​ໂດຍ​ປະຊາຊົນ​ມີ​ສ່ວນ​ຮ່ວມ​ຢູ່​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ຫາ ​ໃນ​ແຂວງ​ຫຼວງ​ນໍ້າ​ທາ ກໍ​ໄດ​້ຮັບ​ລາງວັນ​ດີ​ເດັ່ນ ​ໃນ​ຖານະ​ທີ່​ເປັນ​ໂຄງການ​ທີ່​ມີ​ສ່ວນ​ໃນ​ການ​ລົບ​ລ້າງ​ຄວາມ​ຍາກຈົນ ຂອງ​ປະຊາຊົນ ຈາກ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ (UNDP) ສ່ວນ​ເມືອງ​ມໍລະດົກ​ໂລກ​ຫຼວງ​ພະ​ບາງ​ນັ້ນ ກໍ​ໄດ້​ຮັບ​ຫຼຽນ​ຄໍາ ​ໃນ​ຖານະ​ເມືອງ​ທ່ອງ​ທ່ຽວ​ອັນ​ດັບ 1 ຂອງ​ໂລກ ຈາກ​ວາລະສານ Wonderous ຂອງ​ອັງກິດ​ເຖິງ 6 ປີຕິ​ດຕໍ່​ກັນ ​ແລະ​ໃນ​ປີ 2013 ສະພາ​ການທ່ອງທ່ຽວ ​ແລະ​ການ​ຄ້າ​ແຫ່ງ​ສະຫະພາບ​ຢູ​ໂຣບ ກໍ​ໄດ້​ຍົກຍ້ອງ​ໃຫ້​ລາວ ​ເປັນ​ປ​ະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ຕາມ​ລໍາດັບ.
XS
SM
MD
LG