ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການອະນຸຍາດໃຫ້ສໍາປະທານທີ່ດິ ທີ່ບໍ່ໂປ່ງໃສ ເຮັດໃຫ້ເກີດບັນຫາຂັດແຍ້ງຢ່າງກວ້າງຂວາງໃນສັງຄົມລາວ ໂດຍການໃຊ້ອິດທິພົນຢຶດເອົາທີ່ດິນຂອງປະຊາຊົນເພີ້ມຂຶ້ນ


ທີ່ດິນໃນຂົງເຂດຊົນນະບົດແຫ່ງນຶ່ງຂອງ ສປປ ລາວ.
ທີ່ດິນໃນຂົງເຂດຊົນນະບົດແຫ່ງນຶ່ງຂອງ ສປປ ລາວ.

ການອະນຸຍາດໃຫ້ສໍາປະທານທີ່ດິນ ທີ່ບໍ່ໂປ່ງໄສ ເຮັດໃຫ້ເກີດບັນຫາຂັດແຍ້ງຢ່າງກວ້າງຂວາງໃນສັງຄົມລາວ ໂດຍປາກົດມີການໃຊ້ອິດທິພົນຢຶດເອົາທີ່ດິນຂອງປະ ຊາຊົນ ເພື່ອໄປສົ່ງມອບໃຫ້ນາຍທຶນເພີ້ມຂຶ້ນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ປະສານງານອົງການບໍ່ຂຶ້ນກັບລັດຖະບານລາວເປີດເຜີຍວ່າ ບັນຫາຫຍຸ້ງຍາກທີ່ເກີດຂຶ້ນຢ່າງກວ້າງຂວາງ ແລະຍັງມີທ່າອ່ຽງເພີ້ມຂຶ້ນໃນລາວ ໃນປັດຈຸບັນນີ້ ກໍຄື ການຂັດແຍ້ງລະຫວ່າງປະຊາຊົນກັບພາກລັດ ແລະນັກລົງທຶນທີ່ໄດ້ຮັບອະນຸຍາດສໍາປະທານທີ່ດິນ ເພື່ອການຜະລິດດ້ານກະສິກໍາ ຈໍານວນເຖິງ 1,223 ໂຄງການ ທີ່ມີເນື້ອທີ່ລວມກວ້າງກວ່າ 11 ລ້ານເຮັກຕ້າ, ແຕ່ວ່າ ມີການໃຊ້ທີ່ດິນໂຕຈິງ 6 ແສນກວ່າເຮັກຕ້າ ຫຼື 5 ເປີເຊັນເທົ່ານັ້ນ ຂອງພື້ນທີ່ສໍາປະທານທັງໝົດ ແລະ ການອະນຸຍາດສໍາປະທານຂຸດຄົ້ນແຮ່ທາດຈໍານວນ 649 ບໍລິສັດ ໃນ 942 ກິດ ຈະການທົ່ວປະເທດ ໂດຍສາເຫດສໍາຄັນທີ່ເຮັດໃຫ້ເກີດຄວາມຂັດແຍ້ງດັ່ງກ່າວກໍເພາະວ່າ ພະນັກງານລັດໄດ້ໃຊ້ອິດທິພົນໃນອໍານາດໜ້າທີ່ຂອງພວກຕົນເພື່ອຍາດແຍ່ງ ຫຼືຢຶດເອົາທີ່ດິນຂອງປະຊາຊົນ ເພື່ອສົ່ງມອບໃຫ້ກັບບັນດານັກລົງທຶນ ທີ່ໄດ້ຮັບອະນຸຍາດສໍາປະທານດັ່ງກ່າວ ໂດຍໄດ້ຮັບຜົນຕອບແທນເປັນການສ່ວນໂຕ ໃນຂະນະທີ່ປະຊາຊົນລາວທີ່ຖືກຍາດແຍ່ງເອົາທີ່ດິນນັ້ນ ຊໍ້າພັດໄດ້ຮັບການຊົດເຊີຍໃນອັດຕາທີ່ຕໍ່າຫຼາຍເມື່ອທຽບກັບສະພາບໂຕຈິງ ດັ່ງປະຊາຊົນທີ່ຖືກບັງຄັບເວນຄືນທີ່ດິນໃນເຂດພັດທະນາໂຄງການສີພັນດອນ-ຄອນພະເພັງ ຂອງຈີນ ທີ່ເມືອງໂຂງ ແຂວງຈໍາປະສັກ ໄດ້ໃຫ້ການຢືນຢັນວ່າ:

“ພວກນາຍທຶນນີ້ນະ ຄົນຕ່າງປະເທດນີ້ແຫຼະ ມາລົງທຶນຢູ່ບ້ານກະມາຢຶດດິນໄຮ່ດິນສວນພໍ່ແມ່ປະຊາຊົນເນາະ ທີນີ້ນາຍບ້ານກະປະກາດມາວ່າ ດິນໃຜ ຖືກເຂົາເຈົ້າເອົາຫັ້ນນະ ບໍ່ໃຫ້ຂັດຂືນນະ ບໍ່ໃຫ້ຂັດຂວາງ ບໍ່ໃຫ້ຄັດຄ້ານ ໃຫ້ເຂົາເອົາ ຖືວ່າຈະເປັນການພັດທະນາປະເທດຊາດບ້ານເມືອງຫັ້ນນະ ແລ້ວຈະໃຫ້ເຂົາຊົດເຊີຍ, ແລ້ວທີນີ້ພໍ່ແມ່ປະຊາຊົນກະບໍ່ຮູ້ກົດໝາຍຫຍັງ ກະໃຫ້ເນາະ, ທີນີ້ ບາດໃຫ້ໄປແລ້ວ ຄ່າຊົດເຊີຍເພິ່ນໃຫ້ນິໜ້ອຍທີ່ສຸດເລີຍ ນຶ່ງດຽວໃນໂລກນີ້ ໜ້ອຍທີ່ສຸດເລີຍ ນີ້ລະມັນແມ່ນ ການຂູດຮີດ-ຂົ່ມເຫັງ ປະຊາຊົນໂດຍທາງກົງ.”

ສ່ວນເຈົ້າໜ້າທີ່ກວດກາພັກ ແລະລັດຖະບານເປີດເຜີຍວ່າ ການອະນຸມັດໃຫ້ສໍາປະທານທີ່ດິນບໍ່ໂປ່ງໃສໂດຍບັນດາພະນັກງານລັດນັ້ນ ຍັງເປັນບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງ ທີ່ບໍ່ພຽງແຕ່ຈະເຮັດໃຫ້ລັດຖະບານຕ້ອງສູນເສຍລາຍໄດ້ຢ່າງຫຼວງຫຼາຍເທົ່ານັ້ນ ແຕ່ຍັງເຮັດໃຫ້ເກີດບັນຫາຂັດແຍ້ງໃນສັງຄົມລາວເພີ້ມຂຶ້ນອີກດ້ວຍ ເພາະການອະນຸຍາດສໍາປະທານທີ່ດິນທີ່ບໍ່ໂປ່ງໃສດັ່ງກ່າວ ບໍ່ພຽງແຕ່ຈະໄດ້ກວມເອົາທີ່ດິນຂອງປະຊາຊົນຢ່າງກວ້າງຂວາງເທົ່ານັ້ນ ແຕ່ການອະນຸຍາດສໍາປະ ທານທີ່ດິນທີ່ມີລັກສະນະເປັນການປົກປິດຂໍ້ມູນໂຄງການ ເພື່ອຫລົບຫຼີກການຊໍາລະຄ່າສໍາປະທານ ແລະຄ່າພາສີອາກອນຕ່າງໆ ໂດຍສະເພາະແມ່ນໃນບັນດາແຂວງທີ່ມີເຂດຕິດຕໍ່ຊາຍແດນກັບຈີນ ແລະຫວຽດນາມນັ້ນ ກໍຍັງເຮັດໃຫ້ລັດຖະບານສູນເສຍລາຍຮັບໄປຢ່າງຫຼວງຫຼາຍອີກດ້ວຍ.

ນອກຈາກນັ້ນ ການສໍາຫຼວດສະພາບທີ່ດິນໃນລາວ ທີ່ດໍາເນີນການສໍາຫຼວດໂດຍກະຊວງຊັບພະຍາກອນ ແລະສິ່ງແວດລ້ອມທໍາມະຊາດໃນໄລຍະທີ່ຜ່ານມານີ້ຍັງພົບວ່າ ມີທີ່ດິນຂອງປະຊາຊົນລາວທີ່ຕັ້ງຢູ່ໃນເຂດປ່າໄມ້ຈໍານວນເຖິງ 628,000 ແຫ່ງ ແລະມີຫຼາຍກວ່າ 2,000 ບ້ານທີ່ຕັ້ງຢູ່ໃນເຂດສະຫງວນຕ່າງໆ ໃນຂະນະ ທີ່ທາງການລາວ ກໍຍັງບໍມີແນວທາງທີ່ແຈ່ມແຈ້ງໃນການແກ້ໄຂບັນຫາດັ່ງກ່າວນີ້ ດັ່ງທີ່ທ່ານນາງບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງ ແວດລ້ອມທໍາມະຊາດໄດ້ຖະແຫຼງຍອມຮັບວ່າ:

“ຈາກການສັງລວມເບື້ອງຕົ້ນມີ 32 ເມືອງ 610 ບ້ານ ຕັ້ງຢູ່ເຂດປ່າໄມ້, ແລະຄາດຄະເນວ່າ ມີສໍາມະໂນຕອນດິນປຸກສ້າງ ແລະກິດຈະກໍາຈໍານວນ 628,000 ຕອນ, ມີຫຼາຍບ້ານຕັ້ງຢູ່ເຂດສະຫງວນທາງບົກ ແລະທາງນໍ້າ ອັນນີ້ພວກເຮົາຍັງບໍ່ທັນໄດ້ມີໂຕເລກຢັ້ງຢືນຈາກກະຊວງກ່ຽວຂ້ອງ ແລະເຂດທີ່ມີລະເບີດຍັງບໍ່ທັນແຕກ ມີປະ ມານ 2,177 ບ້ານ ແລະມີຕອນດິນຈໍານວນ 6 ແສນກວ່າຕອນ ແມ່ນນອນໃນເຂດ 3 ປະເພດປ່າ, ຖ້າວ່າພວກເຮົາອອກໃບຕາດິນໝົດ ມັນຈະຕ້ອງໄດ້ມີຜົນກະ ທົບຕໍ່ເນື້ອທີ່ປ່າໄມ້.”

ໃນນີ້, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມທໍາມະຊາດ ໄດ້ວາງເປົ້າໝາຍການອອກໃບຕາດິນໃຫ້ແກ່ປະຊາຊົນລາວໃຫ້ໄດ້ 400,000 ຕອນ ໃນປີ 2023 ແຕ່ການຈັດຕັ້ງປະຕິບັດໂຕຈິງໃນ 6 ເດືອນຕົ້ນປີນີ້ ຍັງສາມາດປະຕິບັດໄດ້ພຽງ 10 ເປີເຊັນຂອງແຜນການເທົ່ານັ້ນ ແລະຄາດການວ່າ ຈະປະຕິບັດໄດ້ຫຼາຍສຸດບໍ່ເກີນ 280,000 ຕອນໃນຕະຫຼອດປີ 2023 ເຊິ່ງຖືເປັນການຈັດຕັ້ງປະຕິບັດໄດ້ຕໍ່າກວ່າ 18 ເປີເຊັນ ຂອງເປົ້າໝາຍແຜນການທີ່ຈະອອກໃບຕາດິນໃຫ້ແກ່ປະຊາຊົນລາວ ໃຫ້ໄດ້ເຖິງ 1.6 ລ້ານຕອນ ພາຍໃນປີ 2025 ອີກດ້ວຍ.

XS
SM
MD
LG