ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວລາວ 2,500 ກວ່າຄົນ ຂໍຄວາມຊ່ວຍເຫຼືອ ຈາກ ສະພາແຫ່ງຊາດ ເລຶ່ອງທີ່ດິນ


ການຍາດແຍ່ງ ທີ່ດິນ ຢ່າງບໍ່ຖືກຕ້ອງຊອບທໍາ ທີ່ມີຢ່າງກວ້າງຂວາງ ໃນລາວ.
ການຍາດແຍ່ງ ທີ່ດິນ ຢ່າງບໍ່ຖືກຕ້ອງຊອບທໍາ ທີ່ມີຢ່າງກວ້າງຂວາງ ໃນລາວ.
ສະພາ​ແຫ່ງ​ຊາດ​ລາວ​ໄດ້​ຮັບ​ຄໍາ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ປະຊາ
ຊົນ​ລາວ ຫຼາຍ​ກວ່າ 2,500 ກໍລະນີ ​ໂດຍ​ສ່ວນ​ໃຫຍ່​ ເປັນ​ບັນຫາ​
ຂັດ​ແຍ້​ງ ກ່ຽວ​ກັບ​ສິດທິ​ ໃນ​ການ​ຖື​ຄອງ​ທີ່​ດິນ​ທໍາ​ກິນ ​ແລະ​ທີ່ຢູ່​ອາ​
ໄສ.


ຫ້ອງການ​ສະພາ​ແຫ່ງ​ຊາດ​ລາວ ລາຍ​ງານ​ວ່າການ​ເຄື່ອນ​ໄຫວ​ຂອງ​ສະມາຊິກ​ສະພາ​ ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ​ໃນ​ລະຍະ 2 ປີ​ເຄິ່ງທີ່​ຜ່ານ​ມາ​ນີ້ ສາມາດ​ລົງ​ໄປ​ເຄື່ອນ​ໄຫວ​ໄດ້​ຫຼາຍ​ກວ່າ 2,400 ຈຸດ​ໃນ​ທົ່ວ​ປະ​ເທດ ​ໂດຍ​ມີ​ປະຊາຊົນ​ລາວ​ເຂົ້າຮ່ວມ​ໃນ​ກິດຈະ​ກໍາ​ຕ່າງໆ ຫຼາຍ​ກວ່າ 5 ​ແສນ​ຄົນ ​ໃນ​ຂະນະ​ດຽວ​ກັນ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ລົງ​ໄປ​ເຄື່ອນໄຫວ​ໃນ​ເຂດ​ຕ່າງໆ​ນັ້ນ ກໍ​ໄດ້​ຮັບ​ຄໍາ​ຮ້ອງ​ຂອງ​ປະຊາຊົນ​ລາວ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ສະພາ​ແຫ່ງ​ຊາດ ​ເຖິງ 2,549 ກໍລະນີ​ ດ້ວຍ​ກັນ. ​

ທີ່ດິນໃນລາວແຫ່ງນຶ່ງ ໃນຫຼາຍໆແຫ່ງ ທີ່ບໍ່ມີໃບຕາດິນ
ທີ່ດິນໃນລາວແຫ່ງນຶ່ງ ໃນຫຼາຍໆແຫ່ງ ທີ່ບໍ່ມີໃບຕາດິນ

ໂດຍ​ຄໍາ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ສ່ວນ​ໃຫຍ່​ນັ້ນ ກໍ​ເປັນ​ບັນຫາ​ຂັດ​
ແຍ້​ງທີ່​ກ່ຽວ​ກັບ​ສິດທິ​ໃນ​ການ​ຖື​ຄອງ​ທີ່​ດິນ​ທໍາ​ກິນ ​ແລະ​ທີ່ຢູ່​ອາ​ໄສ
ຊຶ່ງ​ກໍ​ມີ​ທັງຄວາມ​ຂັດ​ແຍ້​ງລະຫວ່າງ​ປະຊາຊົນ​ກັບປະຊາ​ຊົນແລະ​
ຄວາມ​ຂັດ​ແຍ້​ງລະຫວ່າງ​ປະຊາຊົນ​ ກັບ​ບໍລິສັດ​ເອກ​ກະ​ຊົນ​ລາວ
​ແລະ​ບໍລິສັດ​ຕ່າງ​ຊາດ ຕະຫຼອດ​ຈົນ​ຄວາມ​ຂັດ​ແຍ້​ງລະຫວ່າງ​ ປະ
ຊາຊົນ​ກັບ​ພາກ​ລັດຖະບານ​ລາວ ​ໂດຍສະ​ເພາະ​ແມ່ນ​ ໃນ​ສອງ​ກໍ
ລະນີ​ຫຼັງ​ນີ້ ຖື​ເປັນ​ບັນຫາ​ ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ​ທີ່​ສຸດ.

ການຖາກຖາງ ທີ່ດິນ ສໍາປະທານ ແຫ່ງນຶ່ງ ໃນລາວ
ການຖາກຖາງ ທີ່ດິນ ສໍາປະທານ ແຫ່ງນຶ່ງ ໃນລາວ

ທັງ​ນີ້ກໍເນື່ອງ​ຈາກ​ວ່າ​ທາງ​ການ​ລາວທັງ​ໃນ​ຂັ້ນ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ ​ໄດ້​ມີ​ການ​ໃຫ້​ສໍາ​ປະທາ​ນສິດທິ​ໃນ​ການ​ເຊົ່າ​ທີ່​ດິນ​ລະຍະ​ຍາວ​ແກ່​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ລາວແລະ​ຕ່າງ​ຊາດ​ຢ່າງ​ກວ້າງຂວາງນັ້ນ ​ໄດ້​ໄປ​ກວມ​ເອົາ​ທີ່​ດິນ​ທໍາ​ກິນ ​ແລະ​ທີ່ຢູ່​ອາ​ໄສ​ຂອງ​ປະຊາຊົນ​ລາວດ້ວຍ ​ແລ​ະ​ເມື່ອປະກອບ​ກັບ​ການ​ ທີ່​ປະຊາຊົນລາວ​ສ່ວນ​ໃຫຍ່ ກໍ​ຍັງ​ຄົງບໍ່​ມີ​ໃບ​ຕາ ດິນ ​ເພື່ອ​ຢັ້ງຢືນ​ສິດທິ​ໃນ​ທີ່​ດິນຂອງ​ພວກ​ຕົນ​ດ້ວຍແລ້ວ ກໍ​ໄດ້​ເປັນຊ່ອງ​ວ່າງ​ໃຫ້​ເກີດ​ການ​ຍາດ​ແຍ່ງ​ເອົາທີ່​ດິນ​ຂອງ​ປະຊາຊົນ​ໄປ​ສົ່ງ​ມອບ​ໃຫ້​ບໍລິສັດ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ຢ່າງ​ເປັນຂະ​ບວນການ ທັງ​ນີ້ໂດຍ​ມີ​ບັນດາພະນັກງານ​ຂອງ​ລັດຖະບານລາວ ຈໍາ ນວນ​ບໍ່​ໜ້ອຍ ທີ່​ດໍາ​ເນີນການ​ດັ່ງກ່າວ ​ເພື່ອ​ແລກ​ກັບ​ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ​ຈາກ​ບໍລິສັດ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງຊາດ​ນັ້ນ​ເອງ.

ທັງ​ນີ້ ​ໂດຍ​ບັນດາ​ພະນັກງານ​ລັດ​ດັ່ງກ່າວ ຈະ​ໃຊ້​ກົດໝາຍ​ໄປ​ຂົ່ມຂູ່​ໃຫ້​ປະຊາ​ຊົນ​ຢ້ານ​ກົວ​ວ່າ​ຈະ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ບຸກລຸກ​ທີ່​ດິນ​ຂອງ​ສ່ວນ​ລວມ ​ແລະ​ເມື່ອ​ປະຊາຊົນ​ໄດ້​ພາ ກັນຍົກຍ້າຍ​ ອອກ​ໄປ​ແລ້ວ​ນັ້ນ ບັນດາ​ພະນັກງານ​ລັດ​ເຫຼົ່ານັ້ນ ກໍ​ຈະ​ຈັດການ​ສົ່ງ​ມອບ​ທີ່​ດິນ​ດັ່ງກ່າວ ​ໃຫ້​ແກ່​ນາຍທຶນ​ໃນ​ທັນທີ ຫາ​ກ​ແຕ່​ສໍາລັບ​ປະຊາຊົນ​ລາວ​ທີ່​ຮູ້​ເທົ່າ​ທັນ​ການ​ກະທໍາ​ຂອງ​ພະນັກງານ​ລັດ​ນັ້ນ ກໍ​ໄດ້​ມີ​ການ​ຟ້ອງ​ຮ້ອງ​ສານ​ເປັນ​ຄະດີ​ຄວາມ​ທີ່​ຂັດ​ແຍ້​ງ ກັນ​ຢ່າງ​ກວ້າງຂວາງ ທັງຍັງ​ປາກົດ​ດ້ວຍ​ວ່າ ​ໄດ້​ມີ​ການ​ບຸກລຸກ​ເຂົ້າ​ໄປ​ໃນ​ເຂດ​ປ່າ​ສະ ຫງວນ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກໍາ-ປ່າ​ໄມ້ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ເລຶ່ອງບັນ​ຫາ​ທີ່ດິນ​ນີ້ ກະ​ຍັງ​ເປັນ​ບັນຫາ​ທີ່​ວ່າ​ມີ​ຄວາມ​ສົນ​ໃຈ ​ແລະ​ເປັນ​ຫ່ວງ​ເປັນໃຍ​ຂອງ​ສັງຄົມ ​ເວົ້າ​ເຖິງ ທີ່​ດິນ​ມັນ​ຕ້ອງ​ເວົ້າ​ເຖິງ​ການ​ພົວພັນ​ເຖິງ​ປ່າ ​ແລະ​ກະ​ພົວພັນ​ເຖິງ​ບ່ອນ​ວ່າການ​ຈັບຈອງ ນັບແຕ່​ພວກ​ເຮົາ​ໄດ້​ມີ​ການຈັດ​ສັນ​ແບ່ງ​ດິນ​ແບ່ງ​ປ່າ​ໃຫ້​ພໍ່​ແມ່​ປະຊາຊົນ​ໄດ້​ຄຸ້ມ​ຄອງ​ນໍາ​ໃຊ້​ນັ້ນ ​ແລະພ້ອມ​ດຽວ​ກັນ​ນັ້ນ ບັນຫາ​ດັ່ງກ່າວ​ກໍ​ຍັງ​ເປັນ​ຊ່ອງ​ວ່າງ​ເກີດ​ມີ​ການ​ຊື້​ສິດ​ນໍາ​ໃຊ້​ທີ່​ດິນ​ຈາກປະຊາຊົນ ກະລາ​ມ​ໄປ​ຮອດບ່ອນ​ປ່າ​ສະຫງວນ.”

ພ້ອມ​ກັນ​ນີ້ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກໍາ-ປ່າ​ໄມ້ ກໍ​ເປີດ​ເຜີຍ​ວ່າການ​ອອກໃບ​ຕາ ດິນ ​ໃຫ້​ປະຊາຊົນ​ລາວ​ທີ່​ໄດ້​ເລີ່​ມລົງມື​ດໍາ​ເນີນ​ການ​ນັບ​ຕັ້ງ​ແຕ່​ປີ 1997 ​ເປັນ​ຕົ້ນ​ມາຈົນ​ເຖິງ​ປັດຈຸບັນ​ນີ້ ນັບ​ເປັນ​ເວລາ​ເຖິງ 16 ປີ​ແລ້ວ ຫາກ​ແຕ່​ຄະນະ​ຮັບຜິດຊອບ​ກໍ​ສາມາດ​ອອກ​ໃບ​ຕາດິນ ​ໃຫ້​ກັບ​ປະຊາຊົນ​ໄດ້​ພຽງ 705,000 ​ແປງ ຄິດ​ເປັນ 30% ຂອງ​ຈໍານວນ​ແປງ​ທີ່​ດິນ​ທັງໝົດ ​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ.

ດ້ວຍ​ເຫດ​ນີ້ ຈຶ່ງ​ຖື​ເປັນ​ການ​ດໍາ​ເນີນ​ງານ​ທີ່​ຊັກ​ຊ້າ​ຢ່າງ​ຍິ່ງ ​ເມື່ອ​ທຽບກັບ​ແຜນການ​ທີ່​ລັດ ຖະບານ ​ໄດ້​ວາງ​ເປົ້າໝາຍທີ່​ຈະ​ອອກໃບ​ຕາດິນ​ໃຫ້​ກັບ​ປະຊາຊົນ​ລາວ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 1 ລ້ານ​ຄອບຄົວ​ໃນ​ທົ່ວ​ປະ​ເທດ​ພາຍ​ໃນ​ປີ 2015 ອັນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ເປົ້າໝາຍ ຂອງ​ລັດຖະບານ​ລາວ ທີ່​ຈະ​ອອກ​ໃບ​ຕາດິນ​ໃຫ້​ແກ່​ປະຊາຊົນ​ລາວ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ພາຍ​ໃນ​ປີ 2020 ອີກ​ດ້ວຍ.
XS
SM
MD
LG