ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາແຫ່ງຊາດລາວ ຮັບຮອງເອົາ ລັດຖະທຳມະນູນ ສະບັບປັບປຸງໃໝ່


ກອງປະຊຸມສະໄໝສາມັນ ຄັ້ງທີ 10 ຂອງສະພາແຫ່ງຊາດລາວຊຸດທີ 7
ກອງປະຊຸມສະໄໝສາມັນ ຄັ້ງທີ 10 ຂອງສະພາແຫ່ງຊາດລາວຊຸດທີ 7

ສະມາຊິກສະພາແຫ່ງຊາດລາວ ຮັບຮອງເອົາລັດຖະທຳມະນູນ
ສະບັບປັບປຸງໃໝ່ ທີ່ກຳນົດໃຫ້ມີການສ້າງຕັ້ງ ສະພາປະຊາຊົນ
ທ້ອງຖິ່ນ ຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ອົງການ
ກວດສອບແຫ່ງຊາດ.

ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫຼງວ່າ ສະມາຊິກສະພາ
ແຫ່ງຊາດລາວ ໄດ້ມີມະຕິຮັບຮອງເອົາລັດຖະທຳມະນູນປີ 2003 ສະບັບປັບປຸງໃໝ່ ດ້ວຍ
ຄະແນນສຽງສ່ວນຫຼາຍ ໃນລະຫວ່າງກອງປະຊຸມສະໄໝສາມັນ ຄັ້ງທີ 10 ອັນຖືເປັນກອງ
ປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ມີກຳນົດການດຳເນີນກອງປະຊຸມ
ໃນລະຫວ່າງ ວັນທີ 7-25 ທັນວາ 2015 ນີ້ ດັ່ງທີ່ທ່ານກ່າວວ່າ:

“ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 7 ໄດ້ຮັບຟັງການ
ລາຍງານພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້ ໜຶ່ງ ໄດ້ພິຈາລະນາ ຮັບ
ຮອງເອົາລັດຖະທຳມະນູນ ສະບັບປັບປຸງ ຟັງການລາຍງານກ່ຽວກັບ ການກະກຽມ
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ສະມາຊິກສະພາປະຊາຊົນ
ຂັ້ນແຂວງ.”

ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫຼງວ່າ ສະມາຊິກ ສະພາແຫ່ງຊາດລາວ ໄດ້ມີມະຕິຮັບຮອງເອົາລັດຖະທຳມະນູນປີ 2003 ສະບັບປັບ ປຸງໃໝ່ ດ້ວຍຄະແນນສຽງສ່ວນຫຼາຍ.
ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫຼງວ່າ ສະມາຊິກ ສະພາແຫ່ງຊາດລາວ ໄດ້ມີມະຕິຮັບຮອງເອົາລັດຖະທຳມະນູນປີ 2003 ສະບັບປັບ ປຸງໃໝ່ ດ້ວຍຄະແນນສຽງສ່ວນຫຼາຍ.

ໂດຍລັດຖະທຳມະນູນສະບັບປັບປຸງໃໝ່ນີ້ ປະກອບມີ 14 ໝວດ
119 ມາດຕາ ແລະ ໃນນີ້ມີ 3 ໝວດ 21 ມາດຕາໃໝ່ ທີ່ເພີ້ມຂຶ້ນ
ຈາກເດີມ ກໍຄືໝວດທີ່ວ່າດ້ວຍ ສະພາປະຊາຊົນທ້ອງຖິ່ນ ອົງການ
ກວດສອບແຫ່ງລັດ ແລະ ຄະນະກຳມະການເລືອກຕັ້ງ ລະດັບຊາດ
ພ້ອມທັງຍັງໄດ້ປັບປຸງຄຳນຳກັບບົດບັນຍັດ ໃນໝວດທີ່ວ່າດ້ວຍ
ສະພາແຫ່ງຊາດ ປະທານປະເທດກັບລັດຖະບານ ການປົກຄອງ
ທ້ອງຖິ່ນ ສານປະຊາຊົນ ແລະອົງການໄອຍະການປະຊາຊົນ.

ນອກຈາກນັ້ນ ກອງປະຊຸມຍັງໄດ້ມີການພິຈາລະນາ ຮ່າງກົດໝາຍ
ໃໝ່ 3 ສະບັບ ຄືກົດໝາຍວ່າດ້ວຍສະພາແຫ່ງຊາດ ກົດໝາຍວ່າ
ດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາ
ແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ.

ທ່ານສົມພັນ ໃຫ້ການຢືນຢັນດ້ວຍວ່າ ນອກຈາການພິຈາລະນາເພື່ອຮັບຮອງເອົາກົດ
ໝາຍທັງ 4 ສະບັບດັ່ງກ່າວ ກອງປະຊຸມ ກໍຍັງຈະຮັບຟັງການລາຍງານ ກ່ຽວກັບການ
ກະກຽມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ຊຶ່ງຈະມີການເລືອກຕັ້ງ
ຢ່າງເປັນທາງການ ໃນປີ 2016 ເພື່ອແທນສະມາຊິກສະພາແຫ່ງຊາດລາວ ຊຸດທີ 7
ທີ່ຈະຄົບວາລະ 5 ປີ ໃນທ້າຍປີ 2015 ນີ້ ແລະນອກຈາກນັ້ນ ກໍຍັງຈະມີການເລືອກຕັ້ງ
ສະມາຊິກສະພາປະຊາຊົນຂັ້ນແຂວງອີກດ້ວຍ.

ໂດຍລັດຖະທຳມະນູນ ສະບັບປັບປຸງ ແລະ ຮ່າງກົດໝາຍທັງ 3 ສະບັບ ດັ່ງກ່າວນີ້ ຖື
ເປັນສ່ວນປະກອບສຳຄັນ ໃນການປະຕິຮູບທາງດ້ານການຄຸ້ມຄອງຂອງລັດ ເພື່ອການ
ກະຈາຍອຳນາດການບໍລິຫານ ໄປສູ່ລະດັບທ້ອງຖິ່ນໃຫ້ຫຼາຍຂຶ້ນ ທັງຍັງເປັນຫຼັກການ
ສຳຄັນທີ່ທາງການລາວ ໄດ້ສັນຍາໄວ້ກັບນານາຊາດ ເພື່ອເປັນການແລກກັບການຊ່ວຍ
ເຫຼືອ ທີ່ຈະໄດ້ຮັບຈາກຕ່າງປະເທດຢ່າງຕໍ່ເນື່ອງ.

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ
ຖະແຫຼງຍອມຮັບວ່າ ແຜນການພັດທະນາເສດຖະກິດ ແລະ ສັງຄົມ ໃນຊ່ວງປີ 2016-
2020 ລັດຖະບານລາວໄດ້ວາງຄາດໝາຍຈະສູ້ຊົນ ເພື່ອຍາດແຍ່ງເອົາຄວາມຊ່ວຍເຫຼືອ
ຈາກຕ່າງປະເທດໃຫ້ໄດ້ ໃນມູນຄ່າລວມ 3,500 ລ້ານໂດລາ ຫຼືບໍ່ໃຫ້ຫຼຸດ 700 ລ້ານໂດລາ
ໃນແຕ່ລະປີ ແລະຄິດເປັນ 12.5 ເປີເຊັນ ຂອງການລົງທຶນ ໃນພາກລັດຖະບານທັງໝົດ.

ໂດຍສຳລັບໃນລະຍະແຜນການປີ 2011-2015 ທີ່ຜ່ານມາລັດຖະບານລາວ ກໍໄດ້ຮັບ
ຄວາມຊ່ວຍເຫຼືອຈາກຕ່າງປະເທດ ຄິດເປັນມູນຄ່າລວມ 3,368 ລ້ານໂດລາ ຫຼືປະມານ
673 ລ້ານໂດລາຕໍ່ປີ ຊຶ່ງໃນນີ້ແບ່ງເປັນການຊ່ວຍເຫຼືອລ້າ ໃນມູນຄ່າ 2,270 ລ້ານໂດລາ
ແລະ ເງິນທຶນກູ້ຢືມໃນມູນຄ່າ 1,098 ລ້ານໂດລາ ສ່ວນການຄາດໝາຍ ໃນແຜນການປີ
2016-2020 ກໍຄິດເປັນລະດັບທີ່ເພີ້ມຂຶ້ນຈາກແຜນການປີ 2011-2015 ພຽງ 4 ເປີເຊັນ
ເທົ່ານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວໝັ້ນໃຈວ່າ ຈະໄດ້ຮັບການຕອບສະໜອງ ຈາກນາ
ນາຊາດຕາມຄາດໝາຍດັ່ງກ່າວ.

ຍິ່ງໄປກວ່ານັ້ນ ການຊ່ວຍເຫຼືອຈາກຕ່າງປະເທດ ຍັງເຮັດໃຫ້ອັດຕາຄວາມຍາກຈົນ ຂອງ
ປະຊາຊົນລາວ ລົດລົງຈາກ 48 ເປີເຊັນ ຂອງຈຳນວນປະຊາກອນທັງໝົດ ໃນປີ 1992
ເປັນ 27.6 ເປີເຊັນ ໃນປີ 2008 ແລະ 17 ເປີເຊັນ ໃນປີ 2015 ໂດຍບັນດາປະເທດຄູ່
ຮ່ວມພັດທະນາຂອງລາວ ໄດ້ໃຫ້ການຊ່ວຍເຫຼືອເພີ້ມຂຶ້ນຢ່າງຕໍ່ເນື່ອງເຊັ່ນດຽວກັນ ກໍຄື
ເພີ້ມຂຶ້ນຈາກ 178 ລ້ານໂດລາ ໃນປີ 1991 ເປັນ 795 ລ້ານໂດລາ ໃນປີ 2013-2014
ຕາມລຳດັບ.

XS
SM
MD
LG