ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ​ແຫ່ງ​ຊາດລາວ ຮັບຮອງ​ເອົາໂຄງການ ​ທາງ​ລົດ​ໄຟ​ຄວາມ​ໄວສູງ​


ທ່ານ ລີ ຊາງ ຈິນ ປະທານ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ແຫ່ງ​ປະ​ເທດ​ຈີນ ຈັບມື​ກັບທ່ານ​ທອງ​ສິງ ທໍາ​ມະ​ວົງ ນາ ຍົກ​ລັດຖະມົນຕີ​ລາວ ໃນ​ລະຫວ່າງ​ການ​ເຂົ້າມາ​ຢ້ຽມ​ຄໍານັບ​ ​ທ່ານນາຍົກ ເມື່ອ​ບໍ່​ດົນ​ມາ​ນີ້.
ທ່ານ ລີ ຊາງ ຈິນ ປະທານ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ແຫ່ງ​ປະ​ເທດ​ຈີນ ຈັບມື​ກັບທ່ານ​ທອງ​ສິງ ທໍາ​ມະ​ວົງ ນາ ຍົກ​ລັດຖະມົນຕີ​ລາວ ໃນ​ລະຫວ່າງ​ການ​ເຂົ້າມາ​ຢ້ຽມ​ຄໍານັບ​ ​ທ່ານນາຍົກ ເມື່ອ​ບໍ່​ດົນ​ມາ​ນີ້.
ສະພາ​ແຫ່ງ​ຊາດລາວ​ມີ​ມະຕິ​ຮັບຮອງ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​
ຄວາມ​ໄວສູງ​ເຊື່ອມ​ຕໍ່​ຈາກ​ຈີນ​ມາລາ​ວ ​ໂດຍ​ການ​ກໍ່​ສາງ​ຈະ​ໃຊ້
​ເວລາ 5 ປີ​ຈຶ່ງ​ຈະ​ສໍາ​ເລັດ​ແລະ ຕ້ອງ​ໃຊ້​ເງິນ​ລົງທຶນ​ເຖິງ 7,000 ລ້ານ​ໂດ​ລາ.

ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ ໄດ້​ມີ​ມະຕິ​ຮັບຮອງ​ໂຄງການ​ກໍ່
ສ້າງ​ທາງ​ລົດ​ໄຟຄວາມ​ໄວ​ສູງ​ເຊື່ອມ​ຕໍ່​ກັບ​ຈີນ​ຢ່າງ​ເປັນ​ທາງ​ການ
​ໃນ​ກອງ​ປະຊຸມ​ສະ​ໄໝ​ວິສາມັນ​ຂອງ ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ
7 ​ໃນ​ວັນ​ທີ 18 ຕຸລາ​ທີ່​ຜ່ານ​ມາ​ນີ້ ພາຍ​ໃຕ້​ການ​ເປັນ ປະທານ​
ຂອງ​ທ່ານ​ນາງ ປາ​ນີ ຍາ​ທໍ​ຕູ ​ໂດຍ​ມີ​ທ່ານ​ສົມ​ສະຫວາດ​ ​ເລັ່ງສະ
ຫວັດ ຮອງ​ນາຍົກລັດຖະມົນຕີຜູ້​ຊີ້ ນໍາວຽກ​ງານ​ດ້ານ​ເສດຖະກິດ
​ຂອງ​ລັດຖະບານ​ລາວ ​ເຂົ້າຮ່ວມ​ເພື່ອ​ໃຫ້​ຂໍ້​ມູນ​ໃນ​ລາຍ​ລະອຽດ
​ກ່ຽວ​ກັບ​ໂຄງການ​ຕໍ່​ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ດ້ວຍ.
ທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ
ທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ

ການ​ລົງມະຕິ​ດັ່ງກ່າວ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ໃນ​ຄັ້ງ​
ນີ້ກໍ​ເປັນ​ການ​ຮັບຮອງ​ໂຄງການ​ດ້ວຍ​ສຽງ​ສ່ວນ​ໃຫຍ່ ກໍ​ຄື 100
ສຽງ ​ແຕ່​ໃນ​ຂະນະ​ດຽວ​ກັນກໍ​ມີ​ຢູ່ 9 ສຽງ​ ທີ່​ສະ​ແດງ​ການ​ຄັດຄ້ານ​
ໂຄງການ​ແລະ​ອີກ 2 ສຽງ​ທີ່​ງົດ​ການ​ອອກສຽງ ດ້ວຍ​ເຫດ​ນີ້​ຈຶ່ງ​ເປັນ
​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ​ ສາມາດ​ຈະ​ເລີ່​ມດໍາເນີນ​ໂຄງການ
​ຮ່ວມ​ກັບ​ທາງ​ການ​ຈີນ​ໄດ້​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ.

ທັງ​ນີ້​ໂດຍ​ທາງ​ການ​ຈີນ​ຄາດ​ວ່າການ​ກໍ່​ສາງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງຈາກ​ຊາຍແດນ​ຈີນ ກັບ​ລາວ​ທີ່​ດ່ານ​ບໍ່​ຫານ-ບໍ່​ເຕັນ​ໃນ​ແຂວງ​ຫຼວງ​ນໍ້າ​ທາ ມາ​ຍັງ​ນະຄອນ​ວຽງ​ຈັນນັ້ນ ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ເຖິງ 7,000 ລ້ານ​ໂດ​ລາ ​ໂດຍ​ຖ້າ​ຫາກ​ອິງ​ຕາມ​ການ​ຖະ​ແຫຼ​ງຂອງ​ທ່ານ​ສົມ​ສະຫວາດ ທີ່​ໄດ້​ໃຫ້ການ​ຢືນຢັນ​ວ່າ​ ທາງ​ການ​ລາວ​ ແລະ​ຈີ​ນຈະ​ຮ່ວມທຶນ​ກັນ​ໃນ​ສັດສ່ວນ 30% ຕໍ່ 70% ຂອງ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ນັ້ນ ກໍ​ໝາຍຄວາມ​ວ່າ ​ທາງ​ການ​ລາວ​ຈະ​ຕ້ອງ​ຮ່ວມ​ລົງທຶນ​ໃນ​ມູນ​ຄ່າ​ເຖິງ 2,100 ລ້ານ​ ໂດ​ລາ ນັ້ນ​ເອັງ.

ຫາກ​ແຕ່​ວ່າການ​ຈັດ​ຫາ​ເງິນ​ທຶນ​ໃນ​ມູນ​ຄ່າ​ດັ່ງກ່າວ​ນີ້​ກໍ​ບໍ່​ແມ່ນ​ເລຶ່ອງງ່າຍ​ສໍາລັບ​ລັດຖະບານ​ລາວ ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ສາມາດ​ຮ່ວມ​ລົງທຶນກັບ​ຈີນ​ໄດ້​ໃນ​ຮູບ​ຂອງ​ຊັບ​ສິນ ​ແລະ​ການ​ອໍານວຍ​ຄວາມ​ສາມາດ​ໃນ​ດ້ານ​ຕ່າງໆ​ໃ ຫ້ກັບ​ໂຄງການ ດັ່ງ​ທີ່​ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການ​ຊີ້ແຈງວ່າ:

ບໍລິສັດ​ຮ່ວມ​ທຶນ​ໄດ້​ເວົ້າ​ກັນ​ວ່າ​ຝ່າຍ​ຈີນ​ແມ່ນ​ຈະ​ປະກອບ​ເປັນ​ເງິນສົດ​ແລະ​ອຸບ ປະກອນ ຖື​ຮຸ້ນ​ນີ້​ກໍ​ແມ່ນ 70% ສ່ວນ​ຝ່າຍ​ລາວ​ຈະ​ຖື​ຮຸ້ນ 30% ​ໃນ​ນີ້​ກໍ​ລວມຄ່າ​ເວນ ຄືນ​ທີ່​ດິນ ຍົກຍ້າຍ​ຈັດ​ສັນ​ປະຊາຊົນ​ຫຼື​ວ່າ ຄ່າ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ.”

ທາງ​ລົດໄຟ​ສະ​ເພາະ​ທີ່ຢູ່ໃສ​ເຂດລາວ​ຈະ​ມີ​ລະຍະ​ທາງ​ຍາວ​ເກືອບ 420 ກິ​ໂລ​ແມັດ ຊຶ່ງ​ຕາມ​ການ​ກໍ່ສ້າງ​ທີ່​ເຊື່ອມ​ຕໍ່​ຈາກ​ຈີນ​ຢູ່​ທີ່​ດ່ານ​ຊາຍ​ແດນ​ບໍ່​ເຕັນ​ໃນ​ແຂວງ​ຫຼວງ​ນໍ້າ​ທານັ້ນ ຈະ​ມີ​ການ​ກໍ່ສ້າງ​ສະຖານີ​ໃຫຍ່ 5 ​ແຫ່ງ ກໍ​ຄື​ຢູ່​ທີ່​ດ່ານ​ບໍ່​ເຕັນ ອຸດົມ​ໄຊ ຫຼວງ​ພະ​ບາ​ງ ວັງ​ວຽງ ​ແລະ​ນະຄອນ​ວຽງ​ຈັນ ນອກ​ນັ້ນ ກໍ​ຈະ​ເປັນ​ສະຖານີ​ຍ່ອຍອີກ 26 ​ແຫ່ງ ສ່ວນ​ການ​ກໍ່​ສ້າງ​ຢູ່​ໃນ​ເຂດ​ປະ​ເທດ​ຈີນ​ນັ້ນ ທາງ​ການ​ຈີນ​ກໍ​ໄດ້ເລີ່​ມລົງມືກໍ່ສ້າງນັບ​ແຕ່​ເດືອນ​ຕຸລາ 2010 ​ເປັນ​ຕົ້ນ​ມາ​ແລ້ວ. ​ໂດຍ​ເປັນ​ການ​ເລີ່​ມການ​ກໍ່ສ້າງ​ຈາກ​ເຂດ​ສິບ​ສອງ​ພັນ​ນາ ມົນທົນ​ຢູນນານ ​ເພື່ອ ​ຈະ​ຕໍ່​ມາ​ຍັງ ຊາຍ​ແດນ​ລາວ​ທີ່​ດ່ານ​ບໍ່​ເຕັນ​ໃຫ້​ໄດ້​ໃນ​ປີໜ້າ.

ທາງດ້ານ​ທ່ານ ລີ ຊາງ ຈິນ ປະທານ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ແຫ່ງ​ປະ​ເທດ​ຈີນ​ກໍ​ໄດ້ ​ໃຫ້ການ​ຢືນຢັນ​ໃນ​ລະຫວ່າງ​ການ​ເຂົ້າມາ​ຢ້ຽມ​ຄໍານັບ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກ​ລັດຖະມົນຕີ​ລາວ​ ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ວ່າການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນລາວ​ ເພື່ອ​ເຊື່ອມ​ຕໍ່​ກັບ​ຈີນ​ຈະ​ເລີ່​ມລົງມື​ດໍາ​ເນີນ​ການ​ໃນ​ໝໍ່ໆ​ນີ້ ​ໂດຍ​ລັດຖະບານ​ຈີນ​ໄດ້​ມອບ​ໝາຍ​ໃຫ້​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ເປັນ​ຜູ້​ຮັບຜິດຊອບ​ຂອງ​ຝ່າຍ​ຈີນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ລີ ຊາງ ຈິນ ກໍ​ຍອມ​ຮັບ​ວ່າການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມໄວ​ສູງ​ໃນ​ເຂດລາວ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ທີ່​ສຸດ​ເຂດ​ນຶ່ງ ​ເນື່ອງ​ຈາກ​ວ່າ​ພື້ນ​ທີ່ ທີ່​ຈະກໍ່ສ້າງ​ທາງ​ລົດ​ໄຟ​ນັ້ນ​ເປັນ​ທັງ​ເຂດ​ພູດ​ອຍ ​ແລະ​ແມ່​ນໍ້າ​ລໍາ​ເຊ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ມີ ການ​ເຈາະ​ອຸ​ໂມງ​ກໍ​ຄິດ​ເປັນ​ລະຍະ​ທາງ​ລວມ​ເຖິງ 190 ກິ​ໂລ​ແມັດ ແລະ​ຍັງ​ຈະ ຕ້ອງສ້າງ​ຂົວ​ຫຼາຍ​ແຫ່ງ​ທີ່​ມີ​ລະຍະ​ທາງ​ຍາວ​ລວມ​ເຖິງ 90 ​ກິ​ໂລ​ແມັດ​ດ້ວຍ​ນັ້ນ ຈຶ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ໃຊ້ເວລາ​ໃນ​ການ​ດໍາ​ເນີນ​ງານ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ຫຼາຍ​ຂຶ້ນອີກດ້ວຍ.
XS
SM
MD
LG