ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາແຫ່ງຊາດລາວ ຮັບຮອງການແຕ່ງຕັ້ງ ທ່ານສອນໄຊ​ ສີພັນດອນ​ ໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສປປ ລາວ


ສະພາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ສປປ ລາວ
ສະພາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ສປປ ລາວ

ທ່າມກາງສະພາບເສດຖະກິດຂອງລາວ ປະສົບບັນຫາໄພເງິນເຟີ້ຖີບຕົວສູງຂຶ້ນຢູ່ນີ້​ ລາວກໍໄດ້ປະກາດເລືອກເອົານາຍົກລັດຖະມົນຕີໃໝ່, ທ່ານສອນໄຊ ສີພັນດອນ, ລູກຊາຍ ຂອງອະດີດ ປະທານປະເທດ ລາວ ຂຶ້ນແທນທ່ານພັນຄໍາ ວິພາວັນ ແຕ່ວ່າ ປະຊາຊົນລາວບາງຄົນກໍຍັງບໍ່ມີຄວາມຫວັງຫຍັງຫຼາຍວ່າ ມັນຈະພາໃຫ້ມີການປ່ຽນແປງທາງເສດຖະກິດ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນມື້ສຸດທ້າຍຂອງກອງປະຊຸມສະໄຫມສາມັນຄັ້ງທີ 4 ຂອງ​ສະພາ​ແຫ່ງຊາດ​ຊຸດ​ທີ ​IX ກໍຄືວັນທີ ​30 ​ທັນວາ ​2022 ສະພາແຫ່ງຊາດລາວ ໄດ້ຮັບຮອງການແຕ່ງຕັ້ງ ທ່ານສອນໄຊ​ ສີພັນດອນ​ ຮອງນາຍົກລັດຖະມົນຕີ ຊຶ່ງເປັນລູກຊາຍ ຂອງທ່ານຄໍາໄຕ ສີພັນດອນ, ອະດີດປະທານປະເທດລາວ ທີ່ມີອິດທິພົນສູງນັ້ນ ຂຶ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ​ລາວ ​ຜູ້ໃໝ່ ​ຊຶ່ງເປັນຄົນທີ 9 ນັບແຕ່ປະເທດປ່ຽນລະບອບການປົກຄອງ ໃນປີ 1975 ເປັນຕົ້ນມາ. ສ່ວນທ່ານພັນ ຄໍາ ວິພາວັນ, ອາຍຸ 72 ປີນັ້ນ ກໍໄດ້ຂຶ້ນກ່າວຕໍ່ສະພາວ່າ ໃນວັນທີ 15 ທັນວາ ຜ່ານມາທ່ານໄດ້ຍື່ນໜັງສື ເຖິງປະທານປະເທດ ທອງລຸນ ສີສຸລິດ ເພື່ອຂໍອອກກິນເບ້ຍບໍານານ. ທ່ານກ່າວອີກວ່າ ທ່ານໄດ້ເປັນນາຍົກຂອງລາວ ໃນວັນທີ 22 ມີນາ ກໍຄືເປັນເວລາເກືອບ ສອງປີ ຊຶ່ງເປັນຊ່ວງທີ່ລາວ ປະສົບກັບບັນຫາທາງດ້ານເສດຖະກິດອັນໜັກໜ່ວງ ແລະເນື່ອງຈາກທ່ານມີອາຍຸສູງ ຈຶ່ງບໍ່ອາດສາມາດແບກຫາບພາລະອັນໜັກໜ່ວງຂອງປະເທດຕໍ່ໄປໄດ້.

ສຳນັກງານນາຍົກລັດຖະມົນຕີ ທີ່ນະຄອນຫຼວງວຽງຈັນ
ສຳນັກງານນາຍົກລັດຖະມົນຕີ ທີ່ນະຄອນຫຼວງວຽງຈັນ

ທ່ານສອນໄຊ ທີ່ເມື່ອກ່ອນເຄີຍເປັນເຈົ້າແຂວງແຂວງຈໍາປາສັກ ແລະຕໍ່ມາໄດ້ ເປັນລັດຖະມົນຕີກະຊວງແຜນການແລະການລົງທຶນ ແລະຖືກແຕ່ງຕັ້ງໃຫ້ເປັນ ຮອງນາຍົກກ່ອນຈະມາເປັນນາຍົກຄົນໃໝ່ນີ້. ເມື່ອຖາມວ່າການທີ່ທ່ານຖືກເລືອກ ໃຫ້ຂຶ້ນມາເປັນນາຍົກຄົນໃໝ່ນີ້ ຈະມີການປ່ຽນແປງແນວໃດນັ້ນ ປະຊາຊົນຫລາຍຄົນກໍຍັງບໍ່ແນ່ໃຈເທື່ອວ່າ ມັນຈະດີຂຶ້ນຫລາຍປານໃດ ດັ່ງທີ່ປະຊາຊົນທ່ານນຶ່ງໃນແຂວງຈໍາປາສັກ ໃຫ້ຄໍາເຫັນວ່າ:

“ຖາມວ່າເຫັນດີບໍ ກະບໍ່ຮູ້ແຫລະນໍ ເລື້ອງທ່ານສອນໄຊນີ້ ປະຫວັດເພິ່ນກະບໍ່ຮູ້ປານໃດຫັ້ນນະ ຄັນຄາວກີ້ຢູ່ແຂວງຈໍາປາສັກເປັນເຈົ້າແຂວງນີ້ກະວ່າຄັກຢູ່ ແຕ່ວ່າຂຶ້ນໄປຢູ່ພຸ້ນບໍ່ຮູ້ ຮ້ວຍແຕ່ວ່າຄວາມຫວັງເສດຖະກິດຂ້ອຍກະບໍ່ຈັກຊິວ່າຄືກັນໂຕນີ້ນະ ຄວາມຫວັງດຽວນີ້ ກະຄື ຢາກໃຫ້ເພິ່ນແກ້ທີ່ຜ່ານມາຫລາຍໆຢ່າງຫັ້ນແຫລະຄັນວ່າເພິ່ນແກ້ໄດ້ກະດີ ຄັນດີແທ້ຢາກໃຫ້ເພິ່ນແກ້ທຸລະກິດ ເຄືອຄ່າຍ ຢາກໃຫ້ເພິ່ນ ມີກົດໝາຍອອກມາແບບເປັນໂຕ ເປັນຕົນຄັກແນ່ຫັ້ນນະ .”

ສ່ວນປະຊາຊົນອີກບາງຄົນຄິດວ່າ ມັນອາດຈະເຮັດໃຫ້ສະພາວະເງິນກີບທີ່ອ່ອນ ຄ່າລົງນັ້ນ ດີຂຶ້ນໜ້ອຍນຶ່ງ ເພາະມີການເຊື່ອກັນວ່າ ມີຄົນວົງໃນຂອງທ່ານພັນ ຄໍາ ວິພາວັນ, ນາຍົກຄົນກ່ອນ ມີສ່ວນກ່ຽວຂ້ອງກັບການປັ່ນປ່ວນເງິນເພື່ອເກງກໍາໄລ ແຕ່ແນວໃດກໍຕາມ ເນື່ອງຈາກວົງການການນໍາຂອງລາວ ຍັງຂາດຄວາມໜັກແໜ້ນໃນການແກ້ໄຂບັນຫາດັ່ງກ່າວ ສະນັ້ນການປ່ຽນນາຍົກ ກໍຍັງອາດຈະບໍ່ນໍາການປ່ຽນແປງຫຍັງຫລາຍ ມາໃຫ້ເສດຖະກິດລາວ ທີ່ຝືດເຄືອງຍ້ອນສະພາບເງິນເຟີ້ ດັ່ງທີ່ນັກທຸລະກິດທ່ານນຶ່ງ ໃນນະຄອນຫລວງວຽງຈັນໃຫ້ຄໍາເຫັນສ່ວນຕົວ ວ່າ:

“ເຖິງຈະປ່ຽນນາຍົກໃໝ່ແຕ່ການເມືອງກະຍັງແມ່ນກຸ່ມເກົ່ານະ ກຸ່ມອໍານາດເກົ່າມັນບໍ່ໜ້າຈະມີການປ່ຽນແປງ ພໍເທົ່າໃດດອກ ອາດຈະດີຂຶ້ນຫນ້ອຍນຶ່ງ ຍົກຕົວ ຢ່າງວ່າ ການທີ່ເງິນເພີ້ນີ້ນະ ການປັ່ນເງິນອາດຈະບໍ່ໜັກຂຶ້ນອີກຫັ້ນນະ ແຕ່ວ່າ ບໍ່ມີໃຜດຶງເຣດເງິນລົງດຽວນີ້ ໃຜກະເຫັນແຕ່ປະໂຫຍດສ່ວນຕົວ ຜູ້ໃດກະເຫັນ ແກ່ຕົວແມ່ນ ກະທັ້ງການນໍາເອງ ໂຕນັກທຸລະກິດບາງກຸ່ມທີ່ຄອບຄອງເງິນບາດ ເງິນໂດລາຫັ້ນນະ ກະບໍ່ຍອມດຶງເຣດເງິນລົງ ທັງໆທີ່ເງິນຕຣາຕ່າງປະເທດເງິນບາດ ເງິນຢູໂຣ ເງີນຍີ່ປຸ່ນອີ່ຫຍັງມັນກະເຂົ້າມາປະເທດຫລາຍລະໄດ໋ ເຂົ້າມາ ລາວຫລາຍໄດ໋ ຄວນຈະດຶງລົງແນ່ຈາກ ຫ້າຮ້ອຍສາມກີບລົງມາແນ່ເປັນ 480 470 460 450 ແລະ 400 ກະບໍ່ພາກັນເຮັດຈັ່ງຊີ້ນະ ພາກັນເຫັນແຕ່ ປະ ໂຫຍດ ສ່ວນຕົວຫລາຍເກີນໄປ.”

ພາຍໃນພຽງແຕ່ 10 ເດືອນເທົ່ານັ້ນ ໄພເງິນເຟີ້ຂອງລາວ ເພີ້ມຂຶ້ນຈາກ 6.25 ເປີເຊັນ ໃນເດືອນມັງກອນ ມາເປັນ 38.46 ເປີເຊັນໃນເດືອນພະຈິກປີນີ້. ແຕ່ ບັນຫາໄພເງິນເຟີ້ດ້ານສະບຽງອາຫານແມ່ນຍິ່ງສູງກວ່ານັ້ນອີກ, ຊຶ່ງກໍຄືເພີ້ມຂຶ້ນ 42 ເປີເຊັນ ເມື່ອທຽບໃສ່ເດືອນດຽວກັນ ຂອງປີຜ່ານມາ ອີງຕາມເວັບໄຊຂອງອົງການ Take-Profit. ລິ້ງ: https://takeprofit.org/en/statistics/inflation-rate/laos/

ສ່ວນທະນາຄານໂລກ ກ່າວຢູ່ໃນລາຍງານການຕິດຕາມເສດຖະກິດຂອງລາວ ເດືອນຕຸລາຜ່ານມາວ່າ ນອກຈາກໄດ້ຮັບຜົນກະທົບມາຈາກສະພາບແວດລ້ອມ ທີ່ເຕີບໂຕຊ້າ ຂອງເສດຖະກິດໂລກ ການຊັກຊ້າໃນການປະຕິຮູບຢູ່ພາຍໃນປະ ເທດ ກໍພາໃຫ້ເງິນກີບລາວ ອ່ອນຄ່າລົງຢ່າງວ່ອງໄວ.

ສະນັ້ນໂດຍລວມແລ້ວການປ່ຽນນາຍົກລັດຖະມົນຕີຄົນໃໝ່ໃນລາວ ຕາມຫາງສຽງຂອງປະຊາຊົນລາວ ບາງສ່ວນເຫັນວ່າ ອາດຈະພາໃຫ້ມີການປ່ຽນແປງໄດ້ພຽງເລັກນ້ອຍ ສະນັ້ນສະພາບເສດຖະະກິດຂອງລາວ ຄົງຍັງສືບຕໍ່ປະສົບບັນຫາຫຍຸ້ງຍາກຢູ່.

XS
SM
MD
LG