ສະມາຊິກສະພາແຫ່ງຊາດລາວຍອມຮັບວ່າປະສິດທິພາບໃນ
ການປະຕິບັດງານຂອງສະພາແຫ່ງຊາດລາວຍັງຕໍ່າໃນຫຼາຍໆ
ດ້ານ ໂດຍສະເພາະແມ່ນການພັດທະນາລະບົບກົດໝາຍທີ່
ຍັງບໍ່ໄດ້ມາດຕະຖານສາກົນ.
ທ່ານສົມພັນ ແພງຄໍາມີ ສະມາຊິກສະພາ ແລະຮອງປະທານສະ
ພາແຫ່ງຊາດລາວ ໄດ້ຖະແຫຼງຍອມຮັບວ່າການປະຕິບັດໜ້າທີ່ ຂອງສະມາຊິກສະພາແຫ່ງຊາດລາວ ໃນລະຍະເຄິ່ງແຜນການ 5
ປີທີ່ຜ່ານມາ ຍັງມີຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງ ແກ້ໄຂໃນຫຼາຍດ້ານ ໂດຍສະເພາະແມ່ນ
ການປະຕິບັດພາລະບົດບາດເປັນຕົວແທນ ແຫ່ງສິດທິອໍານາດ ແລະຜົນປະໂຫຍດຂອງ
ປະຊາຊົນບັນດາເຜົ່າທີ່ຍັງບໍ່ສົມຄູ່ກັບພາລະບົດບາດ.
ຊຶ່ງກໍເຊັ່ນດຽວກັນກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງທີ່ຍັງ ຊັກຊ້າ
ສ່ວນການປະຕິບັດພາລະບົດບາດຂອງການເປັນອົງການນິຕິບັນຍັດ ກໍຍັງບໍ່ເປັນໄປຕາມ
ແຜນການທີ່ວາງໄວ້ ແລະຍັງມີການເລື່ອນເວລາໃນການສ້າງ ແລະປັບປຸງກົດໝາຍຢູ່
ເລື້ອຍ
ມາ ເພາະວ່າການຮ່າງກົດໝາຍຍັງບໍ່ທັນລະອຽດ ແລະບໍ່ຮັດກຸມ ຈຶ່ງຕ້ອງມີການນໍາກັບມາ
ຄົ້ນຄວ້າຄືນໃໝ່ອີກຫຼາຍເທື່ອ ໃນຂະນະທີ່ສະມາຊິກສະພາແຫ່ງຊາດກໍຍັງລົງໄປພົບປະ
ເພື່ອເຜີຍແຜ່ຜົນງານຂອງສະພາແຫ່ງຊາດຕໍ່ປະຊາຊົນໄດ້ຢ່າງຈໍາກັດອີກດ້ວຍ ດັ່ງທີ່
ທ່ານ ສົມພັນ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:
“ການປະຕິບັດພາລະບົດບາດເປັນຕົວແທນແຫ່ງສິດທິ
ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຍັງບໍ່ທັນເຮັດ
ໄດ້ກວ້າງຂວາງ ແລະບໍ່ທັນໄດ້ເຂົ້າເຖິງກຸ່ມເປົ້າໝາຍ
ຕ່າງໆຢ່າງມີຈຸດສຸມ ສະມາຊິກສະພາແຫ່ງຊາດຈໍານວນ
ນຶ່ງ ບໍ່ທັນໄດ້ຕັ້ງໜ້າເຂົ້າຮ່ວມຢ່າງເຕັມເມັດເຕັມໜ່ວຍ ໂດຍສະເພາະແມ່ນການລົງເຜີຍແຜ່ຜົນສໍາເລັດຂອງ
ກອງປະຊຸມສະພາແຫ່ງຊາດບໍ່ທັນສາມາດປະຕິບັດໄດ້
ຕາມແຜນການທີ່ວາງໄວ້.”
ໃນລະຍະເຄິ່ງສະໄໝຂອງແຜນການ 5 ປີທີ່ຜ່ານມານີ້ ບັນດາ
ສະມາຊິກສະພາແຫ່ງຊາດລາວໄດ້ລົງໄປພົບປະແລະເຜີຍແຜ່ຜົນງານຂອງສະພາແຫ່ງ ຊາດລາວໄດ້ 2,400 ກວ່າຈຸດ ມີປະຊາຊົນເຂົ້າຮ່ວມຮັບຟັງ 5 ແສນກວ່າຄົນ ຫຼືບໍ່ເຖິງ 10%
ເທົ່ານັ້ນ ຂອງຈໍານວນປະຊາກອນລາວທີ່ມີຢູ່ຫຼາຍກວ່າ 6.5 ລ້ານຄົນໃນທົ່ວປະເທດ ແລະໃນ
ລະຍະດຽວກັນນີ້ ສະພາແຫ່ງຊາດຍັງໄດ້ຮັບ ຄໍາຮ້ອງຂໍຄວາມຍຸຕິທໍາທີ່ສະເໜີໂດຍປະຊາ
ຊົນລາວບັນດາເຜົ່າຈໍານວນເຖິງ 2,549 ກໍລະນີ ແຕ່ການແກ້ໄຂກໍຍັງຄົງດໍາເນີນໄປຢ່າງຊັກ
ຊ້າຫຼາຍ ທັງໆທີ່ວ່າ ຕາມແຜນການຂອງສະພາແຫ່ງຊາດນັ້ນ ໄດ້ວາງເປົ້າໝາຍທີ່ຈະຕ້ອງ
ດໍາເນີນ ການແກ້ໄຂຄໍາຮ້ອງເຫຼົ່ານີ້ໃຫ້ໄດ້ບໍ່ໜ້ອຍກວ່າ 80% ກໍຕາມ
ທາງດ້ານເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍໃຫ້
ທັດສະນະວ່າ ການພັດທະນາລະບົບກົດໝາຍໃນລາວ ພາຍໃຕ້ຄວາມຮັບຜິດຊອບຂອງ
ສະພາແຫ່ງຊາດລາວຍັງຄົງດໍາເນີນໄປຢ່າງຊັກຊ້າ ແລະຍັງບໍ່ໄດ້ມາດຕະຖານສາກົນ ຊຶ່ງກໍ
ໄດ້ເປັນຜົນເຮັດໃຫ້ບັນດານັກລົງທຶນຕ່າງ ຊາດຍັງບໍ່ມີຄວາມໝັ້ນໃຈ ທີ່ຈະເຂົ້າໄປລົງທຶນ
ໃນລາວໃນຫຼາຍໆດ້ານ.
ໂດຍສະເພາະແມ່ນໃນພາກການເງິນການທະນາຄານທີ່ຖືເປັນກົນໄກສໍາຄັນທີ່ສຸດ ສໍາລັບ
ການພັດທະນາພາກການລົງທຶນນັ້ນ ກໍຍັງປາກົດວ່າມີພຽງທະນາຄານຂະໜາດນ້ອຍ ຈາກບາງປະເທດເທົ່ານັ້ນ ທີ່ໄດ້ເຂົ້າມາເປີດສາຂາເພື່ອດໍາເນີນທຸລະກິດຢູ່ໃນລາວ ເຊັ່ນ
ທະນາຄານຈາກຫວຽດນາມ ກໍາປູເຈຍ ແລະຈີນ ເປັນຕົ້ນ ສ່ວນທະນາຄານຈາກຢູໂຣບ ສະຫະລັດອາເມຣິກາ ແລະຍີ່ປຸ່ນັ້ນ ຍັງບໍ່ໃຫ້ ຄວາມສໍາຄັນກັບລາວແຕ່ຢ່າງໃດ.
ເຈົ້າໜ້າທີ່ຂັ້ນສູງຂອງ UNDP ບອກວ່າ ກໍລະນີທີ່ສາມາດສະແດງໃຫ້ເຫັນເຖິງການທີ່
ບັນດາທະນາຄານຊັ້ນນໍາຂອງໂລກຍັງບໍ່ໃຫ້ຄວາມສົນໃຈທີ່ຈະເຂົ້າມາລົງ ທຶນໃນລາວ ໄດ້
ຢ່າງຊັດເຈນ ກໍຄືການທີ່ລາວໄດ້ເປີດຕະຫຼາດຫຼັກຊັບ ນັບເປັນ ເວລາກວ່າ 2 ປີມາແລ້ວ ຫາກແຕ່ຈົນເຖິງມື້ນີ້ ກໍຍັງຄົງມີພຽງ 2 ບໍລິສັດເທົ່ານັ້ນ ທີ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບ
ແຫ່ງຊາດລາວ ກໍຄືບໍລິສັດຜະລິດໄຟຟ້າລາວມະຫາຊົນ ກັບທະນາຄານການຄ້າຕ່າງປະ
ເທດມະຫາຊົນ.
ສ່ວນກໍລະນີ ທີ່ສາມາດສະແດງໃຫ້ເຫັນເຖິງລະດັບປະສິດທິພາບຕໍ່າຂອງສະມາ ຊິກສະພາ
ແຫ່ງຊາດລາວໄດ້ຢ່າງຊັດເຈນ ກໍຄືການທີ່ສາມາດສ້າງກົດໝາຍໃໝ່ ໄດ້ພຽງ 9 ສະບັບ
ເທົ່ານັ້ນ ໃນຊ່ວງເກືອບ 3 ປີທີ່ຜ່ານມາ ແຕ່ໃນຂະນະດຽວກັນ ກັບຕ້ອງເສຍເວລາສ່ວນ
ໃຫຍ່ໄປກັບການດັດແກ້ກົດໝາຍເກົ່າເຖິງ 20 ສະບັບ ເນື່ອງຈາກເປັນກົດໝາຍທີ່ຖືກຮ່າງ
ຂຶ້ນມາໂດຍບໍ່ໄດ້ມາດຕະຖານສາກົນ ແລະບໍ່ສອດຄ່ອງກັບສະພາບການທັງພາຍໃນ ແລະ
ນອກປະເທດ ທີ່ປ່ຽນແປງ ໄປຢ່າງໄວວານັ້ນເອງ.