ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອັດຕາການ ເສຍຊີວິດ ຂອງແມ່ ແລະເດັກ ໃນລາວ ຍັງສູງທີ່ສຸດ ໃນອາຊ່ຽນ


ແມ່ ແລະລູກນ້ອຍ ໃນເຂດຊົນນະບົດ
ແມ່ ແລະລູກນ້ອຍ ໃນເຂດຊົນນະບົດ
ທາງການລາວຍອມຮັບວ່າອັດຕາສະເລ່ຍການເສຍຊີວິດ
ຂອງແມ່ແລະເດັກໃນ ລາວຍັງສູງທີ່ສຸດໃນອາຊ່ຽນ ໂດຍມີ
ສາເຫດສໍາຄັນປະການນຶ່ງ ມາຈາກການ ຕັ້ງທ້ອງ ຫຼືຖືພາ
ໄວເກີນໄປ ຂອງແມ່ຍິງລາວ.


ທ່ານສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການກະຊວງ
ແຜນການ ແລະການລົງທຶນຖະແຫຼງຢືນຢັນວ່າ ການເສຍ
ຊີວິດຂອງແມ່ແລະເດັກໃນລາວຍັງ ມີອັດຕາສະເລ່ຍສູງ
ທີ່ສຸດເມື່ອທຽບໃສ່ກັບປະເທດສະມາຊິກໃນອາຊ່ຽນດ້ວຍກັນໂດຍເຖິງແມ່ນວ່າການ
ຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດການພັດທະນາໃນຂະແໜງການສາທາລະນະ
ສຸກຂອງລາວໃນລະຍະຜ່ານມາ ຈະມີຄວາມຄືບໜ້າເກີດຂຶ້ນຫຼາຍດ້ານກໍຕາມ ຫາກແຕ່
ວ່າໃນຂະນະດຽວກັນກໍມີ ບາງດ້ານທີ່ຍັງເປັນບັນຫາທີ່ທ້າທາຍ ແລະກໍເປັນການຍາກ
ທີ່ຈະສາມາດບັນລຸ ເປົ້າໝາຍທີ່ວາງໄວ້ໃນປີ 2015 ໄດ້ຢ່າງແທ້ຈິງ.

ໂດຍສະເພາະແມ່ນເປົ້າໝາຍສະຫັດສະວັດໃນດ້ານໂພຊະນາການຂອງເດັກນ້ອຍ ແລະ
ໃນດ້ານອັດຕາການເສຍຊີວິດຂອງແມ່ຍິງໃນຂະນະຕັ້ງທ້ອງ ຫຼືຖືພານັ້ນ ຖືເປັນບັນຫາ
ທີ່ມີຄວາມຄືບໜ້າຢ່າງຊັກຊ້າທີ່ສຸດຕົວຢ່າງກໍຄືບັນຫາ ກ່ຽວກັບການຂາດສານອາຫານ
ຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີນັ້ນ ກໍໄດ້ເປັນສາເຫດທີ່ເຮັດໃຫ້ການລົດຈໍານວນ
ເດັກນ້ອຍຕົວເຕ້ຍສາມາດດໍາເນີນໄປ ໄດ້ຢ່າງຊັກຊ້າ ກໍຄືສາມາດລົດຈໍານວນເດັກ
ນ້ອຍຕົວເຕ້ຍຈາກລະດັບ 40% ໃນປີ 2006 ລົງມາເປັນ 38% ໃນປັດຈຸບັນນີ້ ຫຼືຫລຸດ
ລົງພຽງແຕ່ 2%​ ເທົ່າ ນັ້ນ ໃນລະຍະກວ່າ 6 ປີທີ່ຜ່ານມານີ້.

ສ່ວນເດັກນ້ອຍອາຍຸຕໍ່າກວ່າ 5 ປີທີ່ມ່ີນໍ້າໜັກຕໍ່າກວ່າເກນນັ້ ກໍຍັງຄິດເປັນສັດ ສ່ວນ
ເຖິງ 32%​ໃນຂະນະທີ່ເປົ້າໝາຍສະຫັດສະວັດກໍໄດ້ວາງເອົາໄວ້ທີ່ລະດັບບໍ່ເກີນ 22%
​ຂອງຈໍານວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5​ ປີ ທົ່ວປະເທດ ຈຶ່ງນັບເປັນບັນຫາທ້າທາຍ
ອີກດ້ານນຶ່ງ ທີ່ເປັນການຍາກທີ່ຈະດໍາເນີນການຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍສະ
ຫັດສະວັດໄດໃນປີ 2015 ເພາະໃນລະຍະນັບແຕ່ປີ 2006 ເປັນຕົ້ນມາ ລັດຖະບານ
ລາວສາມາດລົດຈໍານວນເດັກນ້ອຍທີ່ມີນໍ້າໜັກຕໍ່າກວ່າເກນ ໄດ້ພຽງແຕ່ 5% ເທົ່ານັ້ນ
ຊຶ່ງກໍເຊັ່ນດຽວກັນກັບບັນຫາທ້າທາຍກ່ຽວກັບອັດຕາການເສຍຊີວິດຂອງແມ່ຍິງໃນຂະ
ນະທີ່ຖືພາ ເຖິງແມ່ນວ່າອັດຕາການເສຍຊີວິດຈະຫຼຸດລົງຈາກ 650 ໃນທຸກໆນຶ່ງແສນ
ຄົນໃນປີ 1995 ລົງມາເປັນ 339 ຄົນກໍຕາມ ຫາກແຕ່ວ່າ ການທີ່ຈະບັນລຸໃຫ້ໄດ້ 260
ຄົນໃນທຸກໆນຶ່ງແສນຄົນພາຍໃນປີ 2015 ນັ້ນ ກໍຍັງເປັນບັນຫາທີ່ ທ້າທາຍຢ່າງຍິ່ງ ໂດຍສາເຫດສໍາຄັນປະການນຶ່ງທີ່ເຮັດ ໃຫ້ເກີດສະພາບການ ດັ່ງກ່າວນີ້ ກໍຄືການຕັ້ງ
ທ້ອງກ່ອນເວລາອັນຄວນ ຂອງເຍົາວະຊົນລາວເພດຍິງ ດັ່ງທີ່ທ່ານ ສຸດຈິດ ໄດ້ໃຫ້ການ
ອະທິບາຍວ່າ:

ການສັກຢາປ້ອງກັນພະຍາດແກ່ເດັກນັກຮຽນ ຢູ່ໂຮງຮຽນແຫ່ງນຶ່ງໃນລາວ
ການສັກຢາປ້ອງກັນພະຍາດແກ່ເດັກນັກຮຽນ ຢູ່ໂຮງຮຽນແຫ່ງນຶ່ງໃນລາວ

ຄວາມສ່ຽງໃນການຕາຍຂອງແມ່ ແມ່ນສູງຢູ່ໃນ
ກຸ່ມໄວໜຸ່ມຍິງໃນລະຫວ່າງການຖືພາ ໃນເວລາ
ການເກີດ ຫຼືແລະຫຼັງການເກີດ ແມ່ນສາເຫດຫຼັກ
ຂອງການຕາຍໃນກຸ່ມໄວໜຸ່ມຍິງ ໄວໜຸ່ມຫຼາຍຄົນ
ໃນ ສປປ.ລາວ ມີເພດສໍາພັນ ແບບບໍ່ປອດໄພ ບໍ່ມີໂອກາດເຂົ້າເຖິງຂໍ້ມູນຂ່າວສານ ວິທີຄຸມກໍາ
ເນີດ ແລະ ການສຶກ ສາຂັ້ນພື້ນຖານທາງດ້ານສຸ
ຂະພາບ ໄວຈະເຣີນພັນ ເປັນສາເຫດເຖິງການຖື
ພາແບບບໍ່ຕັ້ງໃຈ ການຫຼຸລູກ ແລະການຕິດເຊື້ອເອດສ໌ ກໍຄືພະ ຍາດຕິດຕໍ່ທາງເພດ ຊຶ່ງບັນຫາສຸຂະພາບເຫຼົ່ານັ້ນ ຈະມີຜົນກະທົບຕໍ່ຊີວິດ ຂອງໄວໜຸ່ມ.”


ທາງດ້ານທ່ານນາງ ອິນລາວັນ ແກ້ວບຸນພັນ ລັດຖະມົນຈີຊ່ວຍວ່າການກະຊວງສາທາ
ລະນະສຸກ ໄດ້ຊີ້ແຈງວ່າສາເຫດສໍາຄັນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວໃນລາວ ກໍຄືການຂາດແຄນນາຍໝໍ ແລະຜະດຸງຄັນ ທີ່ຄອຍ ໃຫ້ການຊ່ວຍເຫຼືອແມ່ຍິງໃນຂະນະ
ອອກລູກ.

ດ້ວຍເຫດນີ້ ການທີ່ຈະຈັດຕັ້ງປະຕິບັດໃຫ້ສາມາດບັນລຸເປົ້າໝາຍສະຫັດສະ ວັດການ
ພັດທະນາດ້ານສາທາລະນະສຸກດັ່ງກ່າວນີ້ ໄດ້ຢ່າງເປັນຮູບປະທໍານັ້ນ ຈຶ່ງມີຄວາມຈໍາ
ເປັນຢ່າງຍິ່ງທີ່ຈະຕ້ອງດໍາເນີນການພັດທະນາຊັບພະຍາກອນມະນຸດ ແລະເພີ່ມບຸກ
ຄະລາກອນດ້ານສາທາລະນະສຸກໃຫ້ໄດ້ຢ່າງພຽງພໍ ທັງ ໃນດ້ານປະລິມານ ແລະຄຸນ
ນະພາບນັ້ນເອງ.

ໂດຍອັດຕາການມີນາຍໝໍ ຫຼືຜະດຸງຄັນ ທີ່ຄອຍໃຫ້ການຊ່ວຍເຫຼືອຂະນະອອກລູກຢູ່
ໃນລາວ ປັດຈຸບັນນີ້ ຄິດເປັນພຽງ 41% ຂອງການເກີດລູກທັງ ໝົດເທົ່ານັ້ນ ຊຶ່ງຖືເປັນ
ອັດຕາສະເລ່ຍທີ່ຕໍ່າສຸດໃນອາຊ່ຽນດ້ວຍການ ກໍຄືໃນ ມຽນມາ ຢູ່ທີ່ລະດັບ 64%, ກໍາປູ
ເຈຍ 71%, ຫວຽດນາມ 88%, ແລະໄທ 99%​ ຕາມລໍາດັບ.
XS
SM
MD
LG