ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເຂື່ອນໄຟຟ້າ ໃນລາວ ໃຫ້ປະໂຫຍດ ຢ່າງຫຼວງຫຼາຍ ແລະມີ ຜົນກະທົບໜ້ອຍ


Muslim clerics pray before boarding an Indonesian Air Force NAS 332 Super Puma helicopter. The clerics will fly over the Java Sea where AirAsia Flight 8501 went down to pray for the victims, at Iskandar Airport in Pangkalan Bun, Central Borneo, Indonesia, Jan. 6, 2015.
Muslim clerics pray before boarding an Indonesian Air Force NAS 332 Super Puma helicopter. The clerics will fly over the Java Sea where AirAsia Flight 8501 went down to pray for the victims, at Iskandar Airport in Pangkalan Bun, Central Borneo, Indonesia, Jan. 6, 2015.
ລັດຖະມົນຕີ​ລາວ​ຢືນຢັນ​ວ່າ ການ​ກໍ່ສ້າງ​ເຂື່ອນ​ຜະລິດ​ໄຟຟ້າໃນ​
ລາວ ນອກຈາກ​ຈະ​ສ້າງຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ​ແລ້ວ ກໍ​ຍັງ​
ເປັນ​ພະລັງງານ​ທົດ​ແທນ​ ທີ່​ສະອາດ ​ແລະ​ສົ່ງ​ຜົນ​ກະທົບ​ບໍ່​ຫຼາຍ​
ອີກ​ດ້ວຍ​.

please wait

No media source currently available

0:00 0:05:02 0:00
ລິງໂດຍກົງ

ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ຖະ​ແຫຼ​ງຢືນຢັນ​ວ່າ ການພັດທະ​ນາ​ດ້ານ​ພະລັງງານ​ໃນ​ລາວ​ທີ່​ສ່ວນ​ໃຫຍ່​ຈະ​ເປັນ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນໍ້າຕົກ​ນັ້ນ ຖື​ເປັນ​ພະລັງງານທາງ​ເລືອກ​ແລະ​ທົດ​ແທນ​ທີ່​ສະອາດ ​ແລະ​ເປັນ​ມິດ​ຕໍ່​ສະ ພາບ​ແວດ​ລ້ອມທໍ​າມະ​ຊາດ ທັງ​ຍັງ​ຈະສົ່ງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສັງຄົມ​ໃນ​ລະດັບ​ທີ່​ຕໍ່າ​ຫຼາຍ​ອີກ​ດ້ວຍ. ຍິ່ງ​ໄປ​ກວ່າ​ນັ້ນ ກາ​ນກໍ່ສ້າງ​ເຂື່ອນ​ໄຟ​ຟາ​ນໍ້າຕົກ ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ທາງ​ເສດຖະກິດ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະ ຊາຊົນ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ກໍ່ສ້າງ​ເຂື່ອນ​ໄຟຟ້ານໍ້າຕົກ ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ທາງ​ເສ​ດຖະກິດ​ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ ການ​ເປັນ​ຢູ່ຂອງ​ປະຊາຊົນ​ລາວ​ໃຫ້​ດີ​ຂຶ້ນ​ເທື່ອ​ລະກ້າວ ​ເນື່ອງ​ຈາກ​ລາວ​ສາມາດ​ ທີ່​ຈະ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ກະ​ແສ​ໄຟຟ້າ ​ແລະ​ໃນ​ຂະນະດຽວ​ກັນ ການ​ຕອບ​ສະໜອງ​ກະ​ແສ​ໄຟຟ້າ ​ໄປ​ໃຫ້​ປະຊາຊົນ​ລາວ ​ໄດ້​ຊົມ​ໃຊ້​ຢ່າງ​ກວ້າງ​ຂວາງ ຫຼາຍ​ຂຶ້ນນັບ​ມື້ນັ້ນ ກໍ​ຍັງ​ໄດ້​ປະກອບສ່ວນຢ່າງ​ສໍາຄັນ​ເຂົ້າ​ໃນ​ການ​ພັດທະນາ​ພາກ​ການ​ຜະລິດ​ຕ່າງໆ​ໄດ້​ເປັນ​ຢ່າງ​ດີ ດັ່ງ​ທີ່​ທ່ານ​ສຸ​ລິ​ວົງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ທ່ານ​ສຸ​ລິ​ວົງ ດາລາ​ວົງ ລມຕ ກະຊວງ​ພະລັງງານ​ແລະ​ບໍ່​ແຮ່
ທ່ານ​ສຸ​ລິ​ວົງ ດາລາ​ວົງ ລມຕ ກະຊວງ​ພະລັງງານ​ແລະ​ບໍ່​ແຮ່

“ການ​ພັດທະນາ​ໄຟຟ້າ​ຢູ່​ ສປປ.ລາວ ສ່ວນ​ໃຫຍ່​ແມ່ນ​ໄຟ
ຟ້າ​ນໍ້າຕົກ ຊຶ່ງ​ຈັດ​ເປັນ​ພະລັງງານ​ໃນ​ກຸ່ມ​ແຫຼ່ງພະລັງງານ​
ທີ່​ສະອາດ ​ເປັນ​ພະລັງງານ ທີ່​ທົດ​ແທນ​ໄດ້ ​ແລະ​ມີ​ຜົນ​ກະ
ທົບ​ໜ້ອຍ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ​ແລະສັງຄົມ ພ້ອມ​
ກັນ​ນັ້ນ​ຍັງ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ ຕໍ່​ກາ​ນພັດທະ
ນາ​ຊົນນະບົດ ​ເປັນ​ການປະກອບສ່ວນ​ສ້າງ​ລາຍ​ຮັບ​ແຫ່ງ​
ຊາດ ຈາກ​ການ​ຂາຍ​ໄຟຟ້າ ​ແລະ​ເປັນ​ກາ​ນຊ່ວຍ​ໃຫ້​ຂະ
ແໜງການ​ອື່ນໆ ​ໄດ້​ຮັບ​ການ​ພັດທະນາ​ອີກ​ດ້ວຍ.”


ທັງ​ນີ້​ໂດຍ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່ ​ໄດ້​ວາງ​ແຜນການ​ທີ່​ຈະ​ເພີ່ມ​ລະດັບ​ຄວາມ​ອາດ​ສາມາດ​ໃນ​ການຜະລິດພະລັງງານ​ໄຟຟ້າ​ຈາກ 3,200 MW ​ໃນ​ປັດຈຸບັນ ​ເປັນ​ບໍ່​ໜ້ອຍ​ກວ່າ 12,500 MW ​ໃນ​ປີ 2020 ຊຶ່ງ​ຖ້າ​ຫາກວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງໄວ້ ກໍຄື​ການ​ກໍ່ສ້າງ​ເຂື່ອນ 8 ​ໂຄງການ ​ແລະ​ໂຮງງານ​ຜະລິດໄຟຟ້າ ລິກ​ໄນ​ຕ໌ 1 ​ແຫ່ງ​ໃຫ້ສໍາ​ເລັດ​ຕາມ​ແຜນການນັ້ນ​ເອງ. ​

ໂດຍ​ສໍາລັບ​ໂຄງການ​ທີ່​ຄາດໝາຍ​ວ່າ​ຈະ​ກໍ່ສ້າງ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2015 ກໍ​ມີ​ຢູ່ 3 ​ໂຄງ ການ​ດ້ວຍ​ກັນ ກໍ​ຄື​ໂຄງການ​ເຂື່ອນ​ຫ້ວຍ​ລໍາ​ພັນ​ຂະໜາດ 88 MW ​ໃນ​ແຂວງ​ຫຼວງ​ນໍ້າ​ທາ ​ໂຄງການ​ເຂື່ອນ​ນໍ້າ​ຄານ 2 ຂະໜາດ 130 MW ​ໃນ​ແຂວງຫຼວງ​ພະ​ບາງ ​ແລະ​ໂຮງງານ​ຜະລິດ​ພະລັງງ​ານ​ໄຟຟ້າ​ຈາກຖ່ານລິກ​ໄນ​ຕ໌ ຫຼື​ໂຄງການ​ຫົງ​ສາ ລິກ​ໄນ​ຕ໌ ຂະ ໜາດ 1,800 MW ​ໃນ​ແຂວງ​ໄຊ​ຍະ​ບຸລີ.

ສ່ວນ​ທີ່​ຈະ​ກໍ່ສ້າງ​ສໍາ​ເລັດ​ພາຍ​ໃນ​ປີ 2016 ກໍ​ປະກອບ​ດ້ວຍ 3 ​ໂຄງການ ກໍ​ຄື​ໂຄງການ​ເຂື່ອນ​ນໍ້າ​ອູ່ 5 ຂະໜາດ 240 MW ກັບ​ໂຄງການ​ເຂື່ອນ​ນໍ້າ​ອູ່ 6 ຂະໜາດ 180 MW ​ໃນ​ແຂວງ​ຫຼວງ​ພະ​ບາງ ​ແລະໂຄງການ​ເຂື່ອນນໍ້າ​ງຽບ​ 1 ຂະໜາດ 180 MW ​ໃນ​ແຂວງ​ວຽງ​ຈັນ ​ແລະ​ອີກ 3 ​ໂຄງການ​ທີ່​ເຫຼືອ​ນັ້ນ ກໍ​ຄື​ໂຄງການ​ເຂື່ອນ​ນໍ້າ​ອູ່ 2 ຂະໜາດ 120 MW ກັບ​ໂຄງການ​ເຂື່ອນ​ນໍ້າ​ຄານ 3 ຂະໜາດ 60 MW ​ໃນ​ເຂ​ດ​ແຂວງຫຼວງ​ພະ​ບາງ​ນັ້ນ ຈະ​ກໍ່ສ້າງສໍາ​ເລັດ​ໃນ​ປີ 2017 ​ແລະ​ໂຄງການ​ເຂື່ອນ​ໄຊ​ຍະ​ບຸລີ​ເທິງ​ແນວ​ແມ່​ນໍ້າຂອງ​ໃນ​ເຂດ​ແຂວງ​ໄຊຍະ​ບຸລີ ທີ່​ຈະ​ຜະລິດ​ພະລັງງານ​ໄຟຟ້າ ​ໄດ້​ເຖິງ 1,280 MW ນັ້ນ ກໍ​ມີ​ກໍານົດ​ການ​ກໍ່ສ້າງ​ໃຫ້ສໍາ​ເລັດ​ພາຍໃນ​ປີ 2019 ​ໂດຍ​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ຂາຍ​ໃຫ້ໄທ​ໃນ​ສັດສ່ວນ 85% ຂອງ​ພະລັງ​ງານ​ໄຟຟ້າ ທີ່​ຜະລິດ​ໄດ້​ທັງ​ໝົດ​ເຖິງ 6 ໝື່ນ​ລ້ານ​ກິ​ໂລ​ວັດ/​ໂມງ​ຕໍ່​ປີ. ​

ໃນ​ປັດຈຸບັນ​ ​ເຂື່ອນ​ທີ່​ກໍ່ສ້າງ​ສໍາ​ເລັດ ​ແລະ​ໄດ້​ຜະລິດ​ກະ​ແສ​ໄຟຟ້າ​ແລ້ວ ມີ​ຢູ່ 18 ​ໂຄງ ການທີ່ ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ລວມກັນ 3,200 MW ຫຼື 12,039.67 ລ້ານ​ກິ​ໂລ​ວັດ/​ໂມງ​ຕໍ່​ປີ ​ແລະ​ກໍ​ໄດ້​ສົ່ງ​ຂາຍ​ໃຫ້ການໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ EGAT ​ໃນ​ປະລິມານ​ລວມ 11,178.5 ລ້ານ​ກິ​ໂລ​ວັດ/​ໂມງ​ຕໍ່​ປີ ​ຄິດ​ເປັນ​ມມູນ​ຄ່າ​ເກີນ​ກວ່າ 470 ລ້ານ​ໂດ​ລ່າ​ໃນ​ປີ​ທີ່​ຜ່ານມາ.

ໂດຍ​ການ​ດໍາ​ເນີນ ​ແຜນການ​ດັ່ງກ່າວ​ນີ້ ຂອງ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່ ກໍ​ຄື​ການ​ຕອບ​ສະໜອງ​ຕໍ່​ເປົ້າໝາຍຂອງ​ພັກ ​ແລະ​ລັດຖະບານ​ລາວ ທີ່​ຈະ​ພັດ​ທະ​ນາລາ​ວ​ເປັນ​ໝໍ້​ໄຟ​ຂອງ​ເອ ​ເຊຍ (Battery of Asia) ​ໃຫ້​ໄດ້​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ​ເພື່ອ​ກໍ່ສ້າງ​ເຂື່ອນ​ຢູ່ໃນ​ລາວ ​ໃຫ້​ຫຼາຍ​ຂຶ້ນຢາງ​ບໍ່​ຢຸດ​ຍັ້ງ ​ແລະ​ກໍ​ຍັງ​ເປັນ​ການ​ນໍາ​ໃຊ້​ ປະ​ໂຫຍ​ດຈາກ​ທ່າ​ແຮງບົ່ມ​ຊ້ອນ​ດ້ວຍຊັບພະຍາກອນ​ນໍ້າຂອງ​ລາວ​ໄດ້​ເປັນ​ຢ່າງ​ດີ​ອີກ​ດ້ວຍ.

ແຕ່ຢ່າງໃດ​ກໍ​ຕາມ ການ​ດໍາ​ເນີນ​ແຜນການ​ດັ່ງກ່າວ​ກໍ​ເຮັດໃຫ້​ລັດຖະບານ​ລາວ​ຕ້ອງ​ປະ​ເຊີນ​ກັບ ການ​ຄັດຄ້ານ​ຈາກ​ບັນດາ​ອົງການ​ອະນຸລັກ​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ລະ ດັບ​ສາກົນ ຫຼາຍຂຶ້ນນັບ​ມື້​ ​ເຊັ່ນ​ດຽວ​ກັນ ​ໂດຍ​ລ່າ​ສຸດ 19 ອົງການ​ພັນທະ​ມິດ​ເພື່ອ​ການ​ປົກປ້ອງ​ແມ່​ນໍ້າຂອງ ຫຼື Save the Mekong ກໍ​ໄດ້​ພາກັນ​ຍື່ນ​ຈົດໝາຍ​ເຖິງ​ນາຍົກລັດ ຖະມົນຕີລາວ ​ໄທ​ ກໍາປູ​ເຈຍ ​ແລະ​ຫວຽດນາມ ​ເພື່ອ​ຮຽກຮ້ອງ​ໃຫ້​ໂຈະໂຄງການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ ຢູ່​ຄອນ​ພະ​ເພັງ ​ໃນແຂວງ​ຈໍາປາ​ສັກ​ຂອງ​ລາວ.
XS
SM
MD
LG