ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະ​ຕັ້ງ ​ໜ່ວຍ​ສະ​ເພາະ​ກິດ​ ເພື່ອກວດ​ສອບ​ ງົບປະມານ ​ທົ່ວປະເທດ


ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີກະຊວງການເງິນ
ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີກະຊວງການເງິນ
ລັດຖະມົນຕີ​ ວ່າການ​ກະຊວງ​ການ​ເງິນ ຢືນຢັນ​ວ່າ​ ຈະ​ຈັດ​ຕັ້ງ​
ໜ່ວຍ​ສະ​ເພາະ​ກິດ​ເພື່ອ ຮັບຜິດຊອບ​ ໃນ​ການກວດ​ສອບ​ການ​
ໃຊ້​ຈ່າຍ​ງົບປະມານ​ໃນ​ໂຄງການ​ພັດທະນາ​ຕ່າງໆ​ຂອງ​ລັດຖະ
ບານ​ລາວ​ ໃນ​ທົ່ວ​ປະ​ເທດ.


ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ ວ່າການ​ກະຊວງ​ການ​ເງິນ
ຖະ​ແຫຼ​ງຢືນຢັນ​ວ່າ ດ້ວຍ​ສະພາບ​ການ​ຮົ່ວ​ໄຫຼ​ ທາງດ້ານ​ງົບປະມານ​ລາຍ​ຮັບແລະ​ລາຍ​ຈ່າຍ​
ຂອງ​ລັດຖະບານ​ລາວ ທີ່​ກາຍ​ເປັນ​ບັນຫາ​ໃຫຍ່​ຂຶ້ນທຸກ​ມື້ນີ້ ​ເຮັດ​ໃຫ້​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ
​ຈັດ​ຕັ້ງ​ໜ່ວຍ​ສະ​ເພາະ​ກິດຂຶ້ນມາ ​ເພື່ອ​ຮັບຜິ​ດຊອບ​ວຽກ​ງານ​ໃນ​ດ້ານ​ການກວດ​ສອບ​ທັງ​
ໃນ​ດ້ານ​ການ​ຈັດ​ເກັບ​ລາຍ​ຮັບ ​ແລະ​ການ​ໃຊ້​ຈ່າຍ​ງົບປະມານ​ໃນ​ໂຄງການ​ພັດທະນາ​
ຕ່າງໆ​ຂອງ​ລັດຖະບານ​ໃນ​ທົ່ວ​ປະ​ເທດ ຢ່າງ​ຮີບ​ດ່ວນ​ທີ່​ສຸດ.

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ

​ໂດຍ​ໜ່ວຍ​ສະ​ເພາະ​ກິດ​ດັ່ງກ່າວ​ນີ້ ​ໄດ້ຖືກ​ຈັດ​ຕັ້ງ​ຂຶ້ນດ້ວຍ​ການ​
ຊີ້​ນໍາ​ຂອງ ທ່ານ​ທອງ ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ​ເນື່ອງ​
ຈາກ​ເຫັນ​ວ່າການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະ ມານ​ຂອງ​ລັດຖະ
ບານ​ລາວ​ໃນ​ລະຍະ​ທີ່​ຜ່ານ​ມາ​ນີ້ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຕໍ່າ​
ກວ່າ​ເປົ້າໝາ​ຍ​ແຜນການ ທີ່​ວາງ​ໄວ້ ​ແລະ​ໃນ​ຂະນະ​ດຽວ​ກັນ ກໍ​
ປາກົດ​ວ່າການ​ໃຊ້​ຈ່າຍ​ງົບປະ ມານ​ໃນ​ຫຼາຍ​ໂຄງການ​ກໍ​ບໍ່ ​ເປັນ​
ໄປ​ຕາມ​ແຜນການ ທັງ​ຍັງ​ມີ​ປະສິດທິພາບ​ຕໍ່າ​ອີກ​ດ້ວຍ​. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ພູ​ເພັດ ກໍໄດ້​ໃຫ້ການ​ຢືນຢັນ​ວ່າການ​ຈັດ​
ຕັ້ງ​ໜ່ວຍ​ສະ​ເພາະ​ກິດ​ດັ່ງກ່າວ​ນີ້ ບໍ່​ເປັນ​ການ​ຊໍ້າ​ຊ້ອນ​ກັບ​ຄະນະ
ສະ​ເພາະ​ກິດ​ຕິດຕາມ​ເສດຖະກິດ​ມະຫະພາກ ​ແລະ​ຊຸກຍູ້​ເກັບ​ລາຍ​ຮັບ​ທີ່​ທ່າ​ນສົມ​ສະ ຫວາດ ​ເລັ່ງສະຫວັດ ຮອງ​ນາຍົກ​ລັດຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານ​ເສດຖະກິດ​ຂອງ​ລັດຖະບານ​ລາວ ​ເປັນ​ປະທານ​ຄະນະ​ແຕ່​ຢ່າງ​ໃດ ​ເນື່ອງ​ຈາກ​ວ່າ​ຄະນະ​ສະ​ເພາະ​ກິດ​ຈັດ​ຕັ້ງ​ຂຶ້ນ​ໃໝ່​ນີ້ ມີ​ເປົ້າໝາຍ ​ເພື່ອ​ອັດ​ຊ່ອງ​ວ່າງ​ການ​ຮົ່ວໄຫຼ​ຂອງ​ງົບປະມານ​ລາຍ​ຮັບ ​ແລະ​ລາຍ​ຈ່າຍ​ເປັນ​ສໍາຄັນ ດັ່ງ​ທີ່​ທ່ານ ພູ​ເພັດ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ຜ່ານມາ​ນີ້​ກໍ​ມີ​ຄະນະ​ສະ​ເພາະ​ກິດ​ຕິດຕາມ​ເສດຖະກິດ​ມະຫະພາກ ​ແລະ​ຊຸກຍູ້​ເກັບ​ລາຍ​ຮັບ ຊຶ່ງ​ເປັນຫົວໜ້າ​ຄະນະ​ໂດຍ​ຮອງ​ນາຍົກລັດຖະມົນຕີ ຜູ້​ຮັບຜິດ ຊອບ​ວຽກ​ງານ​ເສດຖະກິດ ​ແຕ່​ວ່າ​ໃໝ່ໆ​ນີ້ ​ເພີ່ນ​ກະ​ໄດ້​ຊີ້​ນໍາ​ໃຫ້​ແຕ່ງ​ຕັ້ງ​ຄະນະ​ສະ​ເພາະ​ກິດສະ​ເພາະ ທີ່​ກ່ຽວ​ກັບ​ການ​ຊຸກຍູ້ ຂຸດ​ຄົ້ນ​ເກັບ​ລາຍ​ຮັບ​ເພື່ອ​ອັດ​ຊ່ອງ​ວ່າງ​ຂອງ​ການ​ຕົກ​ເຫ່ຍ​ເສຍ​ຫາຍ​ຂອງ​ການ​ຮົ່ວໄຫຼ​ແຕ່​ລະ​ດ້ານໆ ອັນ​ນີ້ ທ່ານນາຍົກ​ເພິ່ນ ​ໄດ້​ຊີ້​ນໍາ​ແລ້ວ​ວ່າ​ໃຫ້​ແຕ່ງ​ຕັ້ງ​ຄະນະ​ນີ້​ຂຶ້ນ.” ​

ໂດຍ​ໃນ​ແຜນການ​ງົບປະມານ​ປະ​ຈໍາປີ 2013-2014 ນີ້ ສະພາ​ແຫ່ງ​ຊາດ​ລາວ​ໄດ້​ອະນຸ ມັດ​ງົບປະມານ​ລາຍ​ຈ່າຍ​ໃຫ້​ລັດຖະບານ​ລາວ​ໃນ​ມູນ​ຄ່າ 29,745 ຕື້​ກີບ ຫຼື​ປະມານ 3,700 ລ້ານ​ໂດ​ລ່າ ​ແຕ່​ໃນ​ຂະນະ​ດຽວ​ກັນ ລັດຖະບານ​ລາວກໍ​ຈະ​ຕ້ອງ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ໃນ​ມູນ​ຄ່າ 25,216 ຕື້​ກີບ ຫຼື​ປະມານ 3,100 ລ້ານ​ໂດ​ລ່າ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ສາ ມາດ​ຄວບ​ຄຸມ​ການ​ກູ້​ຢືມ​ເງິນ​ທັງ​ຈາກ​ສ​ະຖາ​ບັນ​ການ​ເງິນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ໃຫ້​ຢູ່​ໃນ​ມູນ​ຄ່າ​ລວມບໍ່​ເກີນ 4,529 ຕື້​ກີບ ຫຼື​ປະມານ 566 ລ້ານ​ໂດ​ລ່າ​ນັ້ນ​ເອງ.

ສໍາລັບ​ໃນ​ແຜນການ​ປີ 2012-2013 ທີ່​ຜ່ານ​ມາ ລັດຖະບານ​ລາວ​ກໍ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາຍ​ໃນລວມກັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ໄດ້​ຄິດ​ເປັນ​ມູນ​ຄ່າ​ທັງ​ໝົດ 26,288 ຕື້​ກີບ ຄິດ​ເປັນ 96.37% ຂອງ​ແຜນການ​ປີ ​ແລະ​ໃນ​ຂະນະ​ດຽວ​ກັນ ກໍ​ໄດ້​ໃຊ້ຈ່າຍ​ງົບປະມານ​ໄປ​ໃນ​ມູນ​ຄ່າ​ລວມ 26,222 ຕື້​ກີບ ຄິດ​ເປັນ 96.62% ຂອງ​ແຜນ ການ​ປີ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ລັດຖະບານ​ລາວ​ບໍ່​ສາມາດ​ບັນລຸ​ເປົ້າໝາຍ​ໄດ້ ທັງ​ໃນ​ດ້ານ​ງົບປະມານ​ລາຍ​ຮັບ​ແລະ​ລາຍຈ່າຍ​ນັ້ນ​ເອງ.

ທັງ​ນີ້​ໂດຍ ທ່ານ​ພູ​ເພັດ ​ໄດ້​ຖະ​ແຫຼ​ງຢືນ​ຢັນ​ວ່າ​ສາ​ເຫດທີ່​ສໍາຄັນ​ປະການ​ນຶ່ງ​ທີ່​ເຮັດ​ໃຫ້​ເກີດ​ການ​ຮົ່ວ​ໄຫຼ​ຂອງ​ລາຍຮັບ​ງົບປະມານ​ຂອງ​ລັດຖະບານ​ລາວ ກໍ​ຄື​ການ​ຫຼົບ​ລ່ຽງການ ຊໍາລະ​ພາສີ​ອາກອນ ຢ່າງ​ຖືກຕ້ອງ​ຂອງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ໂດຍ​ທີ່​ມີ​ພະນັກງານ​ພາສີ ຂອງ​ລັດຖະ ບານ​ຈໍານວນ​ນຶ່ງ​ໃຫ້ການ​ຊ່ວຍ​ເຫຼືອ ​ເພື່ອ​ແລກ​ກັບ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕອບແທນ​ສ່ວນ​ຕົວ.

​ໂດຍ​ສໍາລັບ​ໃນ​ແຜນການ​ປີ 2012-2013 ທີ່​ຜ່ານ​ມາ ທ່ານ​ພູ​ເພັດ ກໍໄດ້​ຍອມຮັບ​ວ່າ​ມີ ການ​ຮົ່ວ​ໄຫຼ​ຂອງ​ລາຍ​ຮັບ​ຈາກ​ພາສີ​ອາກອນ​ຢ່າງ​ຫຼວງ​ຫຼາຍ ​ເນື່ອງ​ຈາກ​ບັນດາ​ຫົວໜ່ວຍ​ວິ​ສາ​ຫະກິດ ຕ່າງໆ​ທີ່​ດໍາ​ເນີນ​ທຸລະ​ກິດການ​ຄ້າ​ຂາ​ອອກ​ຂາ​ເຂົ້າຄິດ​ເປັນ​ສັດສ່ວນ​ເຖິງ 90% ຂອງ​ຫົວໜ່ວຍ​ທຸລະ​ກິດ​ທັງ​ໝົດໃນ​ລາວ ທີ່​ໄດ້​ແຈ້ງ​ຂໍ້​ມູນ​ທີ່​ບໍ່​ເປັນຄວາມ​ຈິງ ດ້ວຍ​ຫວັງ​ວ່າ​ຈະ​ເຮັດ​ໃຫ້​ມີ​ຜົນ​ກໍາ​ໄລ​ຫຼາຍ​ຂຶ້ນ.

ນອກຈາກ​ນີ້ ການ​ນໍາ​ເຂົ້າຍານ​ພາຫະນະ​ແລະ​ນໍ້າມັນ​ຂອງ​ບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ຢູ່​ໃນ​ລາວ​ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນພາສີ ​ແຕ່​ກໍ​ປາກົດ​ວ່າ​ໄດ້​ມີ​ການ​ນໍາ​ຍານພາຫະ ນະ ​ແລະ​ນໍ້າມັນ ​ເຂົ້າມາ​ເກີນ​ຄວາມ​ຈໍາ​ເປັນ ​ເພື່ອ​ລັກລອບ​ຈໍາ​ໜ່າຍ​ຢູ່​ໃນ​ລາວ ກໍ​ຄື​ອີກ​ສາ​ເຫດ​ນຶ່ງ ທີ່​ເຮັດ​ໃຫ້ ​ເກີດ​ການ​ຮົ່ວ​ໄຫຼ​ດ້ວຍ​ເຊັ່ນ​ກັນ.
XS
SM
MD
LG