ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລາວ ​ຢືນຢັນ​ວ່າ ການ​ເຈລະຈາ​ກັບ​​ຈີນ ​ກ່ຽວ​ກັບ ​ແຜນການ​ກໍ່ສ້າງ ​ທາງ​ລົດ​ໄຟ ຍັງຄົງສືບຕໍ່


ໂຕແບບຂອງລົດໄຟຄວາມໄວສູງ ແລະ ແຜນທີ່ ແຜນການກໍ່ສ້າງເສັ້ນທາງລາງລົດໄຟໃນລາວ.
ໂຕແບບຂອງລົດໄຟຄວາມໄວສູງ ແລະ ແຜນທີ່ ແຜນການກໍ່ສ້າງເສັ້ນທາງລາງລົດໄຟໃນລາວ.

ລັດຖະມົນຕີ​ລາວ​ຢືນຢັນ​ວ່າ ການ​ເຈລະຈາ​ກັບ​ທາງ​ການ​ຈີນ​
ກ່ຽວ​ກັບ​ແຜນການ​ກໍ່ສ້າງ​ ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລະຫວ່າງ​ລາວ​
ກັບ​ຈີນ​ຍັງ​ຄົງ​ສືບ​ຕໍ່​ຈົນ​ເຖິງ​ປັດຈຸບັນ ​ໂດຍ​ມີ​ຄວາມ​ຫວັງ​ວ່າ​
ຈະ​ຕົກລົງ​ກັນໄດ້​ໃນ​ໄວໆ​ນີ້.

ທ່ານ​ນາງ​ວິໄລ​ຄຳ ​ໂພ​ສາລາ​ດ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ໂຍທາ​ທິການ ​ແລະ​
ຂົນ​ສົ່ງ ຖະ​ແຫລ​ງຢືນຢັນ​ວ່າ ການ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້ຕາງໜ້າ​ຂອງ​ລັດຖະບານ​
ລາວ​ກັບ​ຈີນ​ກ່ຽວ​ກັບ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ເພື່ອ​ເຊື່ອມ​ຕໍ່​ຈາກ​ຈີນ​ມາລາ​ວຍັງ​ສືບ​ຕໍ່​
ການ​ເຈລະຈາ​ຢູ່​ເລື້ອຍ​ມາ​ ຈົນ​ເຖິງ​ປັດຈຸບັນ ​ໂດຍ​ນາຍົກລັດຖະມົນຕີຂອງທັງ 2 ປະ​ເທດ​
ໄດ້​ແຕ່ງຕັ້ງຄະນະ​ກຳມະການ​ ຂອງຝ່າຍ​ຕົນ​ຂຶ້ນມາ​ຮັບຜິດຊອບ​ການ​ເຈລະຈາ​ເປັນ​ການ
ສະ​ເພາະ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງ​ວິໄລ​ຄຳ ກໍ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ​ຄາດໝາຍ​ໄດ້​ວ່າ ການ​
ເຈລະຈາ​ລະຫວ່າງ​ຄະນະ​ຮັບຜິດຊອບ ຂອງ​ທາງ​ການ​ລາວ ແລະ​ຈີນ​ຈະ​ຕ້ອງ​ໃຊ້​ເວລາ​
ອີກຍາວ​ນານ​ເທົ່າ​ໃດ​ແທ້ ຫາກ​ແຕ່​ກໍ​ມີ​ຄວາມ​ຫວັງ​ວ່າ​ ທາງ​ການ​ຂອງ​ທັງ 2 ຝ່າຍ​ຈະ​ສາ
ມາດ​ຕົງ​ລົງ​ກັນ​ໄດ້​ໃນ​ທີ່​ສຸດ ​ເນື່ອງ​ຈາກ​ວ່າ​ຜູ້ນຳ​ລັດຖະບານ​ລາວ​ແລະ​ຈີນ ຕ່າງ​ກໍ​ໄດ້​ໃຫ້​
ຄວາມ​ສຳຄັນ​ຢ່າງ​ຍິ່ງ​ ກັບ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ເພື່ອ​ຊ່ອມ​ຕໍ່​ລະຫວ່າງ​ກັນ ດັ່ງ​ທີ່​
ທ່ານ​ນາງ ວິ​ໄລ​ຄຳ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ກໍ່​ສ້າງ​ເສັ້ນທາງ​ລົດ​ໄຟ​ຖື​ເປັນອັນ​ໃໝ່​ສະ​ເພາະ​ປະ​ເທດ​ຂອງ​ພວກ​ເຮົາ
ສະນັ້ນ ກະຊວງ​ໂຍທາ​ ໃນ​ນາມ​ທີ່​ລັດຖະບານ​ໄດ້​ມອບ​ໝາຍ​ ໃຫ້​ຮັບຜິດຊອບ
ກໍ​ແມ່ນ​ສືບ​ຕໍ່​ການ​ເຈລະຈາ​ຄະນະ​ນຳ ​ເພິ່ນ​ກະ​ໄດ້​ເອົາ​ໃຈ​ໃສ່ ​ເພິ່ນ​ກະ​ໄດ້​ເຈ
ລະຈາ​ຊ່ວຍ​ ພ້ອມ​ກັນນັ້ນ ພວກ​ເຮົາ​ກະ​ແມ່ນ​ໄດ້​ກະກຽມ​ ຜູ້​ຮັບຜິ​ດຊອບ​ໂຄງ
ການ​ ໂດຍ​ການ​ແຕ່ງຕັ້ງຈາກ​ທ່ານ​ນາຍົກຯ ກະຖື​ວ່າ​ມີ​ຄວາມ​ຄືບ​ໜ້າ ດຽວ​ນີ້​
ຢູ່​ໃນ​ຂັ້ນ​ເຈລະຈາ ​ເຖິງ​ແນວທາງ​ໃດ​ກະ​ຢ່າ ກະຊວງ​ໂຍທາຯ ກະ​ມີ​ຄວາມ​
ຫວັງ​ຫັ້ນ​ແຫລະ.”

ກ່ອນ​ໜ້າ​ນີ້ ທ່ານ​ພົນ​ເອກ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແລະ ຫົວໜ້າ​ຄະນະ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ແຫ່ງ​ຊາດ​ໄທ ​ໄດ້ປະກາດ​ແຜນການ​ຢ່າງ​ຄັກ​ແນ່​ແລ້ວ​ວ່າ​ທາງ​ການ​ໄທ ຍັງ​ບໍ່​ມີ​ແຜນການ​ທີ່​ຈະ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ລະຍະ​ອັນ​ໃກ້​ນີ້ ຫາກ​ແຕ່​ຈະ​ຈັດ​ສັນ​ງົບປະມານ​ໃຫ້​ກັບ​ການ​ພັດທະນາ​ທາງ​ລົດ​ໄຟ​ຄວາມ​ໄວ​ລະດັບ​ປານ​ກາງ​ລະບົບ​ທາງ​ຄູ່​ເປັນ​ໂຄງການ​ບຸລິມະສິດ.

ນາຍົກລັດຖະມົນຕີລາວ ທ່ານທອງສິງ ທຳມະວົງ ແລະ ນາຍົກລັດຖະມົນຕີຈີນ ທ່ານ ຫຼີ ເກີ້ຈຽງ.
ນາຍົກລັດຖະມົນຕີລາວ ທ່ານທອງສິງ ທຳມະວົງ ແລະ ນາຍົກລັດຖະມົນຕີຈີນ ທ່ານ ຫຼີ ເກີ້ຈຽງ.

​ໂດຍ​ຄະນະ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ແຫ່ງ​ຊາດ​ໄທ​ ກໍ​ໄດ້​
ອະນຸມັດ​ແຜນການ​ກໍ່ສ້າງ​ໃນ 6 ​ເສັ້ນທາງ​ດ້ວຍ​ກັນ ຊຶ່ງ​ໃນ​ນີ້​ກໍ​ມີ
​ຢູ່ 2 ​ເສັ້ນທາງ​ທີ່​ຈະ​ເຊື່ອມ​ຕໍ່​ກັບປະ​ເທດ​ລາວ​ໄປ​ປະ​ເທດ​ຈີນ ກໍ​ຄື
​ເສັ້ນທາງ​ຈາກ​ທ່າ​ເຮືອ​ແຫລມ​ສະ​ບັງ​ໄປ​ໜອງ​ຄາຍ ກັບ​ເສັ້ນທາງ
​ຈາກ​ທ່າ​ເຮືອ​ແຫລມ​ສະ​ບັງ​ໄປ​ຍັງ​ອຳ​ເພີ​ຊຽງ​ຂອງ ​ໃນ​ເຂດ​ຈັງ​ວັດ
​ຊຽງ​ລາຍ ຊຶ່ງ​ຕັ້ງຢູ່​ກົງກັນຂ້າມ​ກັບ​ເມືອງ​ຫ້ວຍຊາຍ ​ແຂວງ​ບໍ່ແກ້ວ
ຂອງ​ລາວ.

​ໂດຍ​ທັງ​ສອງ​ເສັ້ນທາງ​ດັ່ງກ່າວ​ນີ້ ກໍ​ຍັງ​ສາມາດ​ຈະ​ເຊື່ອມ​ຕໍ່​ກັບ​
ບາງກອກ ​ໄດ້​ດ້ວຍ​ເສັ້ນທາງ​ເຊື່ອມ​ຕໍ່​ທີ່​ໂຄ​ລາດ ທັງ​ຍັງ​ສາມາດ
​ຈະ​ເຊື່ອມ​ຕໍ່​ໄປ​ຍັງ​ປະ​ເທດ​ມາ​ເລ​ເຊຍ​ ແລະ​ສິງກະ​ໂປ ​ໄດ້​ໂດຍ​
ຜ່ານ​ເຂດ​ພາກ​ໃຕ້​ຂອງໄທ​ອີກ​ດ້ວຍ ​ໂດຍ​ຄະນະ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ແຫ່ງຊາດ​ໄທ ກໍ​ໄດ້​ກຳ​ນົດ​ເປົ້າໝາຍ​ດຳ​ເນີນ​ງານ​ໃຫ້​ແລ້ວ​ສຳ​ເລັດ​ພາຍ​ໃນ​ປີ 2022 ​ເປັນ​ຢ່າງ​ຊ້າ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ທາງ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ​ ລະບົບ​ລາງ​ຄູ່​ສາມາດ​ເຊື່ອມ​ຕໍ່​ ກັບ​ຈີນໄດ້​ຢ່າງ​ສົມບູນ ຖ້າ​ຫາກ​ວ່າ ​ໄດ້​ມີ​ການ​ກໍ່ສ້າງ​ທາງ​ລົດໄຟ​ລະບົບ​ດຽວ​ກັນ​ກັບ​ໄທ ຢູ່​ໃນ​ລາວ.

ທາງ​ດ້ານ ທ່ານຫຼີ ​ເຄີ້ຈຽງ ນາຍົກລັດຖະມົນຕີຈີນ ກໍ​ໄດ້ຢືນຢັນ​ວ່າ ຈະ​ເລັ່ງລັດ​ໃຫ້​ມີ​
ການ​ເຈລະຈາ​ລະ​ຫວ່າງລາວ​ກັບ​ຈີນ ​ເພື່ອ​ຕົກລົງ​ກ່ຽວ​ກັບ​ແຜນການ​ກໍ່​ສ້າງ​ທາງ​ລົດ​ໄຟ
​ໃນ​ລາວ ​ໃຫ້​ໄວທີ່​ສຸດ ​ໂດຍ​ເປັນ​ການຢືນຢັນ​ໃນ​ໂອກາດ​ທີ່ ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ລາວ ​ໄດ້​ເດີນທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ
​ໃນ​ຊ່ວງ​ຕົ້ນ​ເດືອນ​ເມສາ 2014 ທີ່​ຜ່ານ​ມາ.

ໂດຍ​ເຖິງ​ແມ່ນ​ວ່າ ການຢືນຢັນ​ຂອງ​ນາຍົກລັດຖະມົນ​ຈີນ ​ໃນ​ຄັ້ງຫລ້າ​ສຸດ​ນີ້ ຈະ​ຍັງ​ຄົງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ ການ​ເຈລະຈາ​ດັ່ງກ່າວ​ຈະ​ກຳນົດ​ໃຫ້​ມີ​ຂຶ້ນຢ່າງເປັນ​ທາງ​ການ​ເມື່ອ​ໃດ​ກໍ​ຕາມ ຫາກ​ແຕ່​ນາຍົກລັດຖະມົນຕີຈີນກໍ​ໄດ້​ຢືນຢັນ​ວ່າ ການ​ເຈລະຈາ​ຮອບ​ໃໝ່​ຈະ​ມີ​ການ​ກຳນົດ​ຮູບ​ແບບ​ຂອງ​ການ​ຮ່ວມ​ມື ທີ່​ມີ​ປະສິດທິພາບ ​ແລະ​ຕ່າງຝ່າຍ​ຕ່າງ​ໄດ້​ຮັບປະ​ໂຫຍ​ດຢ່າງ​ຍຸຕິ​ທຳ ​ແລະ​ສອດ​ຄ້ອງ​ກັບ​ສະພາບ​ການ​ທີ່​ເປັນ​ຈິງ ຊຶ່ງ​ທາງ​ການ​ຈີນ​ກໍ​ໄດ້​ແຕ່​ຕັ້ງຄະນະ​ຮັບຜິ​ດຊອບ​ ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ຂອງ​ໂຄງການ​ອີກ​ເທື່ອ​ໃໝ່​ແລ້ວ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ທາງ​ການ​ຈີນ​ເຫັນ​ວ່າ ລົດ​ໄຟ​ຄວາມ​ໄວ​ສູງ​ອາດ​ຈະ​ບໍ່​ເມາະ​ສົມ​ກັບ​ສະພາບ​ພູມີ​ປະ​ເທດ​ໃນ​ລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ກັບ​ທັງ​ຍັງ​ອາດ​ຈະ​ບໍ່​ສອດ​ຄ້ອງ​ກັບ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ອີກ​ດ້ວຍ ​ເພາະສະນັ້ນ ທາງ​ການ​ຈີນ ຈຶ່ງ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ປັບ​ປ່ຽນຈາ​ກລົດ​ໄຟ​ຄວາມ​ໄວ​ປານ​ກາງ​ລະບົບ​ລາງ​ຄູ່ ທີ່​ແຍກ​ກັນ​ລະຫວ່າງ​ຂະ​ບວນ​ໂດຍສານ​ທີ່​ມີ​ຄວາມ​ໄວ 160 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ ​ແລະ​ຂະ​ບວນຂົນ​ສົ່ງ​ສິນຄ້າ​ທີ່​ມີ​ຄວາມ​ໄວ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ຕາມ​ລຳດັບ.

XS
SM
MD
LG