ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມ​ຕ ລາວ ຢືນຢັນ ທີ່ຈະກວດກາ ໂຄງການ ລົງທຶນຕ່າງໆ ໃນທົ່ວປະເທດ


ພະນັກງານ ບໍລິສັດພູເບ້ຍມາຍນິ້ງຈຳກັດ ກຳລັງປະຕິບັດໜ້າທີ່.
ພະນັກງານ ບໍລິສັດພູເບ້ຍມາຍນິ້ງຈຳກັດ ກຳລັງປະຕິບັດໜ້າທີ່.

ລັດຖະມົນຕີລາວ ຢືນຢັນວ່າ ໄດ້ທຳການກວດກາບັນດາ
ໂຄງການລົງທຶນສຳຫລວດ ແລະ ຂຸດຄົ້ນແຮ່ທາດໃນທົ່ວ
ປະເທດ ຢ່າງແທ້ຈິງ ແລະ ໄດ້ປັບໄໝບັນດາໂຄງການ ທີ່
ຜິດສັນຍາການລົງທຶນດ້ວຍ.

ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ
ແລະ ບໍ່ແຮ່ ຖະແຫລງຢືນຢັນວ່າ ການກວດກາບັນດາໂຄງການ ລົງທຶນໃນ ການສຳຫລວດ ແລະ ຂຸດຄົ້ນບໍ່ແຮ່ໃນທົ່ວປະເທດ ຍັງຄົງສືບຕໍ່ເລື້ອຍ ມາ ຈົນເຖິງປັດຈຸບັນນີ້ ໂດຍການດຳ ເນີນງານ ໃນລະຍະທີ່ຜ່ານມານັ້ນ ກໍພົບວ່າມີຫຼາຍໂຄງການທີ່ຍັງຄົງບໍ່ປະຕິບັດຕາມສັນຍາ ການລົງທຶນຊຶ່ງທາງການລາວ ກໍໄດ້ດຳເນີນມາດຕະການ ທັງການອອກໝາຍຮຽກໃຫ້ຜູ້ລົງ
ທຶນມາເພື່ອຕັກເຕືອນ ໃຫ້ປະຕິບັດຕາມສັນຍາ ຫຼືໃນກໍລະນີທີ່ຜູ້ລົງທຶນ ໄດ້ປະຕິບັດຜິດສັນ ຍານັ້ນ ກໍໄດ້ມີການປັບໄໝຕາມກົດໝາຍ ໄປແລ້ວ ດັ່ງທີ່ທ່ານສຸລິວົງໄດ້ໃຫ້ການຊີ້ແຈງວ່າ:

“ຫລັງຈາກທີ່ກວດກາ ບັນດາບໍລິສັດເຫລົ່ານັ້ນ ພວກຂ້າພະເຈົ້າ ໄດ້ທຳການແຈ້ງ
ເຊີນ ຊຶ່ງມີໂຄງການຂຸດຄົ້ນຄຳຢູ່ນະຄອນຫລວງ ມີໂຄງການຂຸດຄົ້ນປຸງແຕ່ງເຫຼັກ
ແລະ ໂຄງການຂຸດຄົ້ນກົ່ວ ຊືນ ສັງກະສີ ຢູ່ແຂວງຫົວພັນ ໂຄງການຂຸດຄົ້ນ ແລະ
ຜະລິດເຫລັກ ຢູ່ແຂວງວຽງຈັນ ໂຄງການຂຸດຄົ້ນແຮ່ບ໊ອກຊິດ ຢູ່ແຂວງເຊກອງ
ພວກຂ້າພະເຈົ້າ ໄດ້ເຮັດບົດບັນທຶກ ມີບາງບ່ອນ ໄດ້ແຈ້ງບັນທຶກ ມາດຕະການ
ປັບໄໝ ຕາມທີ່ກົດໝາຍອະນຸຍາດ.”

ໂດຍອິງຕາມການກວດກາ ຂອງຄະນະສະເພາະກິດ ທີ່ລັດຖະບານລາວ ໄດ້ຕັ້ງຂຶ້ນມາ
ທຳການກວດສອບ ທັງໃນດ້ານເອກະສານ ແລະ ການລົງໄປກວດກາສະພາບຕົວຈິງ
ໃນປີຜ່ານມານັ້ນ ພົບວ່າມີພຽງ 14 ໂຄງການເທົ່ານັ້ນ ທີ່ຈັດຕັ້ງ ປະຕິບັດໄດ້ ຕາມມາດ
ຕະຖານ ທີ່ກຳນົດໄວ້ ໃນສັນຍາລົງທຶນ ສ່ວນໂຄງການທີ່ເຫຼືອ ກໍຍັງຈະຕ້ອງມີການພັດ
ທະນາປັບປຸງໃຫ້ໄດ້ ມາດຕະຖານຕາມສັນຍາລົງທຶນຕໍ່ໄປ.

ວິທີການຊອກຫາຄຳ ຂອງປະຊາຊົນລາວ ຢູ່ຕາມແຄມຝັ່ງແມ່ນ້ຳຂອງ.
ວິທີການຊອກຫາຄຳ ຂອງປະຊາຊົນລາວ ຢູ່ຕາມແຄມຝັ່ງແມ່ນ້ຳຂອງ.

ທາງດ້ານກະຊວງແຜນການແລະການລົງທຶນ ລາຍງານວ່າ
ທາງການລາວ ທັງໃນລະດັບສູນກາງ ແລະ ຂັ້ນທ້ອງຖິ່ນ ໄດ້
ອະນຸຍາດ ສຳປະທານການຂຸດຄົ້ນແຮ່ທາດ ໃຫ້ແກ່ບໍລິສັດ
ເອກະຊົນລາວ ແລະ ຕ່າງຊາດໄປແລ້ວ 470 ໂຄງການ ໂດຍ
ຄິດເປັນພື້ນທີ່ ຂຸດຄົ້ນລວມກວ້າງກວ່າ 36,300 ກິໂລແມັດ
ມົນທົນ ໃນທົ່ວປະເທດ ແລະ ມີມູນຄ່າການລົງທຶນ ລວມກັນ
ເຖິງ 5,900 ລ້ານດອນລາ ຫາກແຕ່ກໍປະກົດວ່າມີຫຼາຍໂຄງການ
ທີ່ອາດຈະຕ້ອງຖືກຍົກເລີກ ເພາະວ່າ ບັນດາຜູ້ລົງທຶນ ບໍ່ປະຕິບັດ
ຕາມເງື່ອນໄຂ ທີ່ກຳນົດໄວ້ໃນສັນຍາລົງທຶນ ແລະ ໃນຫຼາຍໂຄງ
ການ ກໍຍັງບໍ່ມີ ຄວາມຄືບໜ້າ ໃນການດຳເນີນງານ ຫຼື ບໍ່ມີການນຳເງິນລົງທຶນ ເຂົ້າມາໃນລາວ ຢ່າງແທ້ຈິງ ຫຼືເປັນພຽງ ການຖືຄອງໃບອະນຸຍາດສຳປະທານໄວ້ເທົ່ານັ້ນ.

ທາງດ້ານທ່ານ Richard Taylor ຜູ້ອຳນວຍການ ຝ່າຍປະສານງານຕ່າງປະເທດຂອງ
ກຸ່ມບໍລິສັດພູເບ້ຍມາຍນິ້ງຈຳກັດ ກໍໄດ້ຢືນຢັນວ່າ ກຸ່ມບໍລິສັດພູເບ້ຍ ເປັນບໍລິສັດໜຶ່ງ ທີ່ມີ
ການປະຕິບັດຕາມສັນຍາລົງທຶນ ຢ່າງຄົບຖ້ວນ ໂດຍຫຼ້າສຸດ ກໍໄດ້ມີການຂະຫຍາຍພື້ນທີ່
ສຳຫລວດ ເພື່ອຂຸດຄົ້ນແຮ່ຄຳ ແຮ່ເງິນ ແຮ່ທອງແດງຢູ່ເຂດເມືອງໂພນສະຫວັນແຂວງ ຊຽງຂວາງ.

ທັງນີ້ໂດຍໃນປັດຈຸບັນກຳລັງ ຢູ່ໃນຂັ້ນຕອນຂອງການ ປະເມີນຜົນ ທີ່ໄດ້ຈາກການສຳ ຫລວດ ແລະ ການຂຸດເຈາະຫາແຫລ່ງແຮ່ທາດ ຢ່າງຕັ້ງໜ້າ ຊຶ່ງຄາດວ່າ ຈະສາມາດຕັດ
ສິນໃຈ ໃນຂັ້ນສຸດທ້າຍໄດ້ພາຍໃນປີ 2014 ນີ້ຢ່າງແນ່ນອນ ເພາະການສຳຫລວດ ທີ່ ຜ່ານມາພົບວ່າ ມີປະລິມານແຮ່ຄຳ ແຮ່ເງິນ ແລະ ແຮ່ທອງແດງ ໃນລະດັບສູງພໍສົມຄວນ
ແຕ່ວ່າເພື່ອເປັນການຮັບປະກັນ ໃຫ້ໄດ້ວ່າ ການລົງທຶນຂຸດຄົ້ນຈະຄຸ້ມຄ່າ ແລະ ເກີດຜົນ
ປະໂຫຍດ ຕໍ່ການພັດທະນາ ທາງເສດຖະກິດໃນລາວ ຢ່າງແທ້ຈິງ ຈຶ່ງຕ້ອງໃຊ້ເວລາ ໃນ
ການສຳຫລວດ ແລະ ຂຸດເຈາະຫາແຫລ່ງ ແຮ່ທາດ ຢ່າງລະອຽດອີກລະຍະໜຶ່ງ.

ແຕ່ຢ່າງໃດກໍຕາມ ໃນປັດຈຸບັນນີ້ ບໍລິສັດພູເບ້ຍມາຍນິ້ງຈຳກັດ ກໍໄດ້ຜະລິດແຮ່ຄຳ ເງິນ
ແລະ ທອງແດງຢູ່ບໍ່ແຮ່ 2 ແຫ່ງດ້ວຍກັນ ກໍຄືບໍ່ແຮ່ພູຄຳ ແລະ ບໍ່ແຮ່ບ້ານຫ້ວຍຊາຍ ຊຶ່ງຕັ້ງ
ຢູ່ໃນເຂດ ເມືອງອະນຸວົງ ໃນເຂດປົກຄອງຂອງແຂວງໄຊສົມບູນ ທີ່ສ້າງຕັ້ງຂຶ້ນໃໝ່ ໂດຍ
ໃນປີ 2014 ນີ້ ບໍລິສັດພູເບ້ຍ ກໍໄດ້ວາງແຜນ ການຜະລິດຈາກບໍ່ແຮ່ທັງ 2 ແຫ່ງໃຫ້ໄດ້
ແຮ່ຄຳ ໃນປະລິມານລວມ ລະຫວ່າງ 160,000-165,000 ອອນສ໌ ແຮ່ທອງແດງ ລະ
ຫວ່າງ 65,000-70,000 ໂຕນ ແລະ ແຮ່ເງິນອີກ 1.2 ລ້ານອອນສ໌ ຕາມລຳດັບ.

ໂດຍຜົນຜະລິດແຮ່ທາດ ຂອງກຸ່ມບໍລິສັດພູເບ້ຍ ຄິດເປັນ 8 ເປີເຊັນ ຂອງຍອດຜະລິດຕະ
ພັນລວມ (GDP) ຂອງລາວ ໃນແຜນການປີ 2012-2013 ທີ່ຜ່ານມາ ແລະ ຫາກຄິດໄລ່
ນັບຈາກປີ 2003 ເປັນຕົ້ນມາ ກໍຈະໄດ້ວ່າກຸ່ມບໍລິສັດພູເບ້ຍ ໄດ້ຊຳລະພັນທະ ໃຫ້ກັບລັດ
ຖະບານລາວແລ້ວ ຄິດເປັນມູນຄ່າລວມເຖິງ 280 ລ້ານ ດອນລາ ທັງຍັງສາມາດສ້າງວຽກ
ເຮັດງານທຳ ໄດ້ຫຼາຍກວ່າ 3,300 ຕຳແໜ່ງ ໂດຍໃນນີ້ 86 ເປີເຊັນ ເປັນຄົນລາວ.

XS
SM
MD
LG