ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ລາວ ​ໝັ້ນ​ໃຈ​ວ່າ​ ຈະ​ບັນລຸ​ເປົ້າໝາຍ ໃນ​ການ​ກະຈາຍ​ໂອກາດ ​ດ້ານ​ການ​ສຶກສາ ໃຫ້​ເດັກນ້ອຍ​ທຸກ​ຄົນ​ໃນ​ປີ 2015


ນາຍຄູຍິງ ກຳລັງສັ່ງສອນ ນັກຮຽນເດັກຜູ້ຊາຍ ຊັ້ນປະຖົມ ວິຊາຂະນິດສາດ.
ນາຍຄູຍິງ ກຳລັງສັ່ງສອນ ນັກຮຽນເດັກຜູ້ຊາຍ ຊັ້ນປະຖົມ ວິຊາຂະນິດສາດ.

ລັດຖະມົນຕີ​ລາວ​ໝັ້ນ​ໃຈ​ວ່າ​ຈະ​ບັນລຸ​ເປົ້າໝາຍ ​ໃນ​ການ​ກະຈາຍ
​ໂອກາດ​ດ້ານ​ການ​ສຶກສາ ສຳ​ຫລັບ​ເດັກນ້ອຍ​ທຸກ​ຄົນ​ໃນ​ປີ 2015
ຫາກ​ແຕ່​ກໍ​ຍອມວ່າ​ຢູ່​ເຂດ​ຊົນນະບົດ​ນັ້ນ ຍັງ​ເປັນ​ບັນຫາ​ທີ່​ທ້າ​ທາຍ.

ທ່ານ​ພັນ​ຄຳ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິ​ລາ ຖະ​ແຫລ​ງ
ວ່າ​ເປົ້າໝາຍ​ສຳຄັນ​ທີ່​ສຸດ​ ຂອງ​ການ​ພັດທະນາ​ທາງ​ດ້ານ​ການ​ສຶກສາ ​ຂອງ​ລາວ​ໃນ​ລະຍະ
ນັບ​ແຕ່​ປັດຈຸບັນ​ໄປ​ເຖິງ​ທ້າຍ​ປີ 2015 ກໍ​ຄື​ການ​ກະຈາຍ​ໂອກາດ​ດ້ານ​ການ​ສຶກສາ​ ສຳ​
ຫລັບເດັກນ້ອຍ​ທຸກ​ຄົນ​ໃນ​ລາວ​ໃຫ້​ຢ່າງ​ແທ້​ຈິງ.

ທັງ​ນີ້​ດ້ວຍ​ການ​ດຳ​ເນີນ​ມາດ​ຕະການ​ໃນ​ທຸກ​ວິທີ​ທາງ ​ເພື່ອ​ເຮັດ​ໃຫ້​ເດັກນ້ອຍ ​ແລະ​ປະຊາ
ຊົນ​ລາວ​ທຸກ​ຄົນ​ໄດ້​ຮຽນ​ໜັງສື​ຈົບ​ຊັ້ນປະຖົມ​ສຶກສາ​ ອັນ​ຈະ​ເປັນ​ພື້ນຖານ​ຮອງ​ຮັບເປົ້າ
ໝາຍການຂະຫຍາຍ​ໂອກາດ​ດ້ານ​ການ​ສຶກສາຂຶ້ນສູ່​ລະດັບ ​ມັດທະຍົມ​ຕົ້ນ​ໃຫ້​ໄດ້​ຢ່າງ​
ເປັນ​ຮູບ​ປະ​ທຳດັ່ງ​ທີ່​ທ່ານ​ພັນ​ຄຳ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ອັນ​ສຳຄັນ​ທີ່​ສຸດ​ຢູ່​ໃນ​ນີ້​ນິ ​ແມ່ນ​ຈະ​ຕ້ອງ​ໄດ້​ສູ້ຊົນ​ໃຫ້​ບັນລຸ​ການ​ບຳລຸງ​ຊັ້ນປະຖົມ ​
ໃນ​ທົ່ວ​ປະ​ເທດ​ນີ້​ໃຫ້​ຈົບ ​ແລະ ​ໃຫ້​ສາມາດ​ປະການ​ລົບ​ລ້າງ​ບຳລຸງ​ປະຖົມ​ທົ່ວ​
ປະ​ເທດ​ໄດ້​ໃນ​ປີ 2015 ​ແລະ​ທັງ​ໝົດ​ນັ້ນ ​ເພື່ອ​ກ້າວ​ສູ່​ການ​ກະກຽມ​ການ​ກ້າວ​ໄປ
​ສູ່​ການຈັດຕັ້ງປະຕິບັດ​ການ​ສຶກສາມັດ​ຖະຍົມ​ຕົ້ນພາກ​ບັງຄັບ​ໃນ​ຕໍ່ໜ້າ​ນີ້.”

ທາງ​ດ້ານ ທ່ານ​ຊົມ​ພູ ​ແກ້ວ​ປັນຍາ ຫົວໜ້າພະ​ແນກສຶກສາທິການ ​ແລະ​ກິລາ​ນະຄອນຫລວງ ວຽງ​ຈັນ ​ໄດ້​ໃຫ້ການຢືນຢັນ​ວ່າ​ເປົ້າໝາຍ​ສຳຄັນ ຂອງ​ເຂດ​ນະຄອນຫລວງ​ວຽງ​ຈັນ ​ໃນ​ສົກຮຽນ 2014 ນີ້ ກໍ​ຄື​ການ​ເພີ້ມ​ອັດຕາ​ການ​ສຶກສາກ່ອນ​ໄວ​ຮຽນ​ໃຫ້​ໄດ້​ເຖິງ 81 ​ເປີ​ເຊັນ ຂອງ​ເດັກນ້ອຍ​ອາຍຸ​ລະຫວ່າງ 3-5 ປີ ​ແລະ​ເພີ້ມອັດຕາ​ການ​ເຂົ້າຮຽນ​ຊັ້ນປະຖົມ​ໃຫ້​ບັນລຸ​ເຖິງ 99.95 ​ເປີ​ເຊັນ ຂອງ​ເດັກນ້ອຍ​ອາຍຸ​ລະຫວ່າງ 6-10 ປີ ພ້ອມ​ທັງ​ຮັບປະກັນ​ໃຫ້​ມີ​ອັດຕາ​ການ​ຮຽນ​ຈົບ​ຊັ້ນ
ປະຖົມ​ໃຫ້​ໄດ້​ເຖິງ 95.5 ​ເປີ​ເຊັນ ຂອງ​ເດັກນ້ອຍ​ໃນ​ໄວ​ຮຽນ​ທັງ​ໝົດ.

ບັນດານັ້ກສຶກສາຂັ້ນມັດທະຍົມ ກຳລັງຮັບໃບປະກາດສະນີຍາບັດ ຈົບການສຶກສາ.
ບັນດານັ້ກສຶກສາຂັ້ນມັດທະຍົມ ກຳລັງຮັບໃບປະກາດສະນີຍາບັດ ຈົບການສຶກສາ.

ໂດຍ​ຖ້າ​ຫາກ​ການຈັດຕັ້ງປະຕິບັດ ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ
​ໄວ້​ດັ່ງກ່າວ ກໍ​ຈະ​ເປັນ​ຫລັກ​ປະກັນ​ທີ່​ດີ​ ໃຫ້​ແກ່​ການ​ບັນລຸ​ເປົ້າໝາຍ
​ສະຫະ​ສະ​ວັດ​ການ​ພັດທະນາ​ດ້ານ​ການ​ສຶກສາ ​ໃນ​ປີ 2015 ​ໃນ
​ເຂດນະຄອນຫລວງ​ວຽງ​ຈັນ ​ໄດ້​ຢ່າງ​ຄັກ​ແນ່ ກໍ​ຄື​ການ​ເພີ້​ມອັດຕາ
​ການ​ເຂົ້າຮຽນ ​ແລະ​ຈົບ​ຊັ້ນປະຖົມ​ໃຫ້​ໄດ້​ທັງ 100 ​ເປີ​ເຊັນ ​ໃນ​ທົ່ວ
​ເຂດ​ນະຄອນ​ຫລວງ​ວຽງ​ຈັນ ​ໃນ​ປີ 2015 ດັ່ງກ່າວ.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ຈະ​ບໍ່​ສາມາດ​ເກີດ
​ຂຶ້ນ​ໃນ​ເຂດ​ຊົນນະບົດ​ຂອງ​ລາວ​ໄດ້​ຢ່າງ​ແນ່ນອນ ​ເນື່ອງ​ຈາກ​ວ່າ
ການ​ຈັດຕັ້ງປະຕິບັດ​ແຜນການ​ໃນ​ການ​ກະຈາຍ​ໂອກາດ​ດ້ານ​ການ​ສຶກສາ​ສຳ​ຫລັບ​ເດັກ ນ້ອຍ​ທຸກ​ຄົນໃນ​ທົ່ວ​ປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂ​ດຊົນນະບົດ ທີ່​ໄດ້​ເລີ້ມ​ຈັດຕັ້ງ ປະຕິບັດ​ ນັບ​ແຕ່​ສົກຮຽນ​ປີ 2011-2012 ​ເປັນຕົ້ນມານັ້ນ ສາມາດ​ປະຕິບັດ​ໄດ້​ຕ່ຳ​ກວ່າ​ເປົ້າໝາຍ​ທີ່​ວ່າງ​ໄວ້.

ກໍ​ຄື​ໃນ​ຂະນະ​ທີ່​ແຜນການ​ໄດ້​ວາງໄວ້​ວ່າ​ ຈະ​ຕ້ອງ​ກະຈາ​ຍ​ໂອກາດ​ດ້ານ​ການ​ສຶກສາ​ສຳ​ຫລັບ​ເດັກນ້ອຍ​ທຸກ​ຄົນ​ໃຫ້ໄດ້​ເຖິງ 98 ​ເປີ​ເຊັນ ຂອງ​ເດັກນ້ອຍ​ອາຍຸ​ລະຫວ່າງ 6-10 ປີ ​ໃນ​ທົ່ວ​ປະ​ເທດ​ໃນ​ປີ 2015 ນັ້ນຫາກ​ແຕ່ວ່າ​ໃນ​ຕົວ​ຈິງ​ກັບ​ສາມາດ​ປະຕິບັດ​ໄດ້​ພຽງ 95.2 ​ເປີ​ເຊັນ ​ໂດຍ​ເພີ້​ມຂຶ້ນພຽງ 1.2 ​ເປີ​ເ​ຊັນ ​ເທົ່າ​ນັ້ນ ​ເມື່ອ​ທຽບ​ໃສ່​ລະຫວ່າງ​ສົກຮຽນ​ປີ 2012-2013 ກັບ​ສົກຮຽນ​ປີ 2013-2014 ນີ້.

ໂດຍສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດໄດ້​ຕ່ຳ​ກວ່າ​ເປົ້າໝາຍ​ທີ່​ວ່າ​ໄວ້ ກໍ​ຍ້ອນ​ວ່າ​ລັດຖະບານ ບໍ່​ສາມາດ​ຕອບ​ສະໜອງ​ງົບປະມານໃຫ້ກັບການ​ຂະຫຍາຍ​ໂອ​ກາດ​ດ້ານ​ການ​ສຶກສາ​ໄດ້​ຢ່າງ​ພຽງພໍ ​ແລະ​ໃນ​ຂະນະ​ດຽວ​ກັນ ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ໃນ​ຊົນນະບົດ​ກໍ​ຍັງ​ໄດ້​ເຮັດ​ໃຫ້​ຈຳນວນ​ເດັກນ້ອຍ​ທີ່​ບໍ່​ຈົບ​ຊັ້ນປະຖົມ​ມີ​ຈຳນວນ​ເພີ້​ມຂຶ້ນດ້ວຍ.

​ໂດຍ​ສະພາ​ບການ​ດັ່ງກ່າວ ຍັງ​ເຮັດ​ໃຫ້​ຄາດໝາຍ​ໄດ້​ວ່າ​ລັດຖະບານ​ລາວ ຈະ​ສາມາດ​ກະຈາຍ​ໂອກາດ​ດ້ານ​ການ​ສຶກສາ​ສຳ​ຫລັບ​ເດັກນ້ອຍ​ໄດ້​ບໍ່ເຖິງ 96 ​ເປີ​ເຊັນ ​ແລະ​ໃນ​ນີ້ກໍ​ຈະ​ມີ​ພຽງ 74 ​ເປີ​ເຊັນ ​ເທົ່າ​ນັ້ນທີ່​ຈະ​ມີ​ໂອກາດ​ໄດ້​ຮຽນ​ຈົນ​ຈົບ​ຊັ້ນປະຖົມ ​ໃນ​ສົກຮຽນ​ປີ 2014-2015 ​ແ​ລະ​ແນ່ນອນ​ວ່າ ​ໂອກາດ​ໃນ​ດ້ານ​ການ​ສຶກສາ​ຊັ້ນສູງ​ກໍ​ຍ່ອມ​ຈະ​ມີ​ອັດຕາ​ສະ​ເລ່ຍທີ່​ຕ່ຳ​ກວ່າ​ໃນ​ລະດັບ​ປະຖົມ​ດ້ວຍ​ເຊັ່ນ​ກັນ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ສົກຮຽນ 2013 ທີ່​ມີ​ນັກຮຽນ​ຈົບ​ຊັ້ນມັດ​ຖະຍົມ​ປາຍ 44,490 ຄົນ ​ແຕ່​ກໍ​ມີ​ພຽງ 9,950 ຄົນ ​ເທົ່າ​ນັ້ນທີ່​ມີ​ໂອກາດ​ໄດ້​ສຶກສາ​ຕໍ່​ໃນ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ທັງ 4 ​ແຫ່ງຂອງ​ລາວ​ໃນ​ສົກ​ຮຽນ 2014 ນີ້.

XS
SM
MD
LG