ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເຊື່ອວ່າ ຈະໄດ້ຮັບ ຜົນປະໂຫຍດ ຈາກກົດໝາຍ ອາຊີວະສຶກສາ


ພິທີມອບປະກາດສະນີຍະບັດ ແກ່ນັກຮຽນ ທີ່ຮຽນ ຈົບອາຊີວະ ສຶກສາ ທີ່ວຽງຈັນ
ພິທີມອບປະກາດສະນີຍະບັດ ແກ່ນັກຮຽນ ທີ່ຮຽນ ຈົບອາຊີວະ ສຶກສາ ທີ່ວຽງຈັນ
ລັດຖະມົນຕີ​ລາວ​ເຊື່ອ​ໝັ້ນ​ວ່າ​ ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​
ຫຼວງ​ຫຼາຍ​ຈາກ​ກົດໝາຍ ວ່າ​ດ້ວຍ​ອາຊີວະສຶກສາ ທີ່​ຈະ​ປະກອບ
ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແຮງ​ງານ​ລາວ​ ໃຫ້​ມີຄຸນ​ນະພາ​ບສູງ​
ຂຶ້ນ​ໄປ​ນັບ​ມື້


ທ່ານ​ພັນ​ຄໍາ ວິພາ​ວັນ ລັດຖະມົນ​ຕີ​ກະຊວງ​ ສຶກສາ​ທິການແລະ​ກິລາ ​ໄດ້ຖະ​ແຫຼ​ງຢືນຢັນ
​ວ່າ ກົດໝາຍ​ວ່າ​ດ້ວຍ​ອາຊີວະ​ສຶກສາ ທີ່​ເປັນ​ກົດໝາຍ​ທີ່​ຮ່າງ​ຂຶ້ນມາ​ໃໝ່​ນັ້ນ ຈະ​ປະກອບ
ສ່ວນ ຢ່າງ​ສໍາຄັນ​ເຂົ້າ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ລາວ ​ໃຫ້​ມີ​ຄຸນ​ນະ
ພາ​ບ​ໃນ ລະດັບ​ມາດຕະຖານ​ຂອງ​ອາ​ຊ່ຽນ ​ແລະ​ສາກົນ​ ໃນ​ລະຍະ​ຕໍ່​ໄປ.

ທັງ​ນີ້ ກໍ​ເນື່ອງ​ຈາກ​ວ່າ​ກົດໝາຍ​ສະບັບ​ດັ່ງກ່າວ ​ຈະ​ເປັນ​ບ່ອນ​ອິງ​ພື້ນຖານ​ທາງ​ດ້ານ​ນິຕິ
ກໍາ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ອາຊີວະ​ສຶກສາ ​ໃຫ້​ສອດ​ຄ່ອງ​ກັບ​ຍຸດ​ທະ​ສາດ​ການ​
ພັດທະນາ ​ແລະ​ໂຄງ​ສ້າງທາງ​ເສ​ດຖະກິດ​ຂອງ​ລາວ ທີ່​ເຊື່ອມ​ໂຍງ​ ກັບ​ພາກ​ພື້ນ​ ແລະ​ ສາກົນ ​ໂດ​ຍຈະ​ເຮັດ​ໃຫ້​ຂະ​ແໜງ​ການ​ ທີ່​ກ່ຽວຂ້ອງ​ທັງ​ໃນ​ຂັ້ນ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ​ ມີ​
ຄວາມ​ເປັນເອກ​ກະພາບ​ກັນ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ກົດ​ໝາຍ​ໄດ້​ຢ່າງ​ຖືກຕ້ອງ ​ແລະ​ມີ​ປະສິດທິພາບ​ນັ້ນ​ເອງ. ​

​ເຖິງ​ແມ່ນ​ວ່າ​ ໃນ​ລະຍະ​ທີ່​ຜ່ານ​ມາ ທາງ​ການ​ລາວ​ຈະ​ໄດ້ ​ປະກາດ​ບັງຄັບໃຊ້​ກົດໝາຍ​
ກ່ຽວ​ກັບ​ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ ​ມາ​ແລ້ວ​ຫຼາຍ​ສະບັບ​ກໍ​ຕາມ ຫາກ​ແຕ່​ກໍ​
ຍັງ​ບໍ່​ຮັດກຸມ ​ແລະ​ມີ​ຫຼາຍ​ດ້ານ​ທີ່​ຍັງ​ບໍ່​ສອດຄ່ອງ​ກັບ​ຍຸ​ທະ​ສາດ​ການ​ພັດທະນາ​ຊາດລາວ ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການ​ປະກາດ​ບັງຄັບ​ໃຊ້​ກົດໝາຍ ​ວ່າ​ດ້ວຍ​ອາຊີວະ​ສຶກສາ​ດັ່ງກ່າວ ດັ່ງທີ່​ທ່ານ​ພັນ​ຄໍາ ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

ທ່ານ​ພັນ​ຄໍາ ວິພາ​ວັນ ລັດຖະມົນ​ຕີ​ກະຊວງ​ສຶກສາ​ທິການ ​ແລະ​ກິລາ
ທ່ານ​ພັນ​ຄໍາ ວິພາ​ວັນ ລັດຖະມົນ​ຕີ​ກະຊວງ​ສຶກສາ​ທິການ ​ແລະ​ກິລາ

“ລະຍະ​ທີ່​ຜ່ານ​ມາ ​ເຖິມ​ແມ່ນ​ວ່າ​ພວກ​ເຮົາ​ມີ​ກົດໝາຍວ່າ
ດ້ວຍ​ການ​ສຶກສາ ກົດໝາຍວ່າ​ດ້ວຍ​ແຮງ​ງານ ດໍ​າລັດ​
ຂອງ​ນາຍົກລັດຖະມົນຕີວ່າ​ດ້ວຍ​ພັດທະນາ​ອາຊີວະ​ສຶກ
ສາ ​ແລະ​ເຝິກອົບ​ລົມ​ວິຊາ​ຊີບ ດໍາລັດ​ນາຍົກລັດຖະມົນຕີ​
ວ່າ​ດ້ວຍ​ການ​ສ້າງ​ແລະ​ພັດທະນາ​ສີມືແຮງ​ງານ ​ແລະ​ນິຕິ​
ກໍາ​ອື່ນ​ໆ ທີ່​ກ່ຽວ​ຂ້ອງ​ຈໍານວນ​ນຶ່ງ ທັງ​ໝົດ​ນັ້ນ ກໍ​ຍັງ​ມີ​
ຫຼາຍ​ດ້ານ​ບໍ່​ທັນ​ສອດ​ຄ່ອງກັບ​ຍຸ​ທະ​ສາດ ​ແຫ່ງ​ການ​ພັດ
ທະນາ​ ແລະ​ໂຄງ​ປະກອບ​ເສດຖະກິດ​ ຂອງ​ປະ​ເທດ.”


ປັດຈຸບັນ ​ໃນທົ່ວປະ​ເທດ​ລາວ ​ມີ​ສະ​ຖາ​ບັນ​ອາຊີວະ​ສຶກສາ​ພາກ​ລັດ 22 ​ແຫ່ງ ​ແລະ​ເອກ​ກະ​ຊົນ 73 ​ແຫ່ງ ຊຶ່ງ​ສາມາດ​ຮອງ​ຮັບ​ນັກ​ສຶກສາ​ໄດ້ 20,886 ຄົນ ​ແລະ 40,198 ຄົນ ຕາມ​ລໍາດັບ ຫາກ​ແຕ່ບັນຫາ​ທີ່​ລາວຕ້ອງ​ປະ​ເຊີນ​ຢູ່​ໃນ​ເວລາ​ນີ້ ຄືການ​ທີ່​ບໍ່​ສາມາດ​ພັດ ທະນາ​ຊັບພະຍາກອນ​ມະນຸດ​ໄດ້​ ຕາມ​ຄວາມ​ຕ້ອງການ​ຂອງ​ນັກທຸລະກິດ​ຊາວ​ຕ່າງ​ຊາດ ທີ່​ເຂົ້າມາ​ລົງທຶນ​ໃນ​ລາວ ຊຶ່ງ​ກໍ​ເປັນ​ຜົນ​ເຮັດ​ໃຫ້​ຕ້ອງ​ນໍາ​ເຂົ້າ​ແຮງ​ງານ​ມີ​ຝີ​ມື​ຈາກ​ຕ່າງປະ​ເທດ​ຫຼາຍ​ຂຶ້ນ ຢ່າງ​ຕໍ່​ເນື່ອງ ​ໂດຍ​ລະຍະ 2 ປີ​ທີ່​ຜ່ານ​ມາ ລັດຖະບານ​ລາວ​ໄດ້​ອະນຸຍາດ​ໃຫ້​ບັນດາ​ບໍລິສັດຕ່າງ​ຊາດ​ທີ່​ລົງທຶນ​ຢູ່​ໃນ​ລາວ​ ໃຫ້​ນໍາ​ເຂົ້າ​ແຮງ​ງານມີ​ຝີ​ມື​ຈາກ​ຕ່າງປະ​ເທດ​ແລ້ວ ​ຫຼາຍ​ກວ່າ 2 ໝື່ນ​ຄົນ ​ເນື່ອງ​ຈາກ​ວ່າ​ບຸກຄະລາ​ກອນ ຫຼື​ແຮງ​ງານ ທີ່​ລາວ​ມີ​ຢູ່​
ໃນ​ປັດຈຸບັນ​ບໍ່​ສາມາດ​ຈະ​ຕອບ​ສະໜອງ​ໄດ້ ​ເພາະ​ມີ​ຄວາມ​ຮູ້-ຄວາມ​ສາມາດ​ບໍ່​ເຖິງ ລະດັບ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ ຕ້ອງການ.

ທັງ​ນີ້​ໂດຍ​ທາງ​ການ​ລາວ ຄາດໝາ​ຍວ່າ​ໃນ​ຊ່ວງ​ປີ 2011-2015 ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່ ລົງທຶນ​ໃນ​ລາວ​ຕ້ອງການ​ແຮງ​ງານ​ມີ​ຝີ​ມື ​ຈໍານວນ​ຫຼາຍ​ກວ່າ 9 ໝື່ນ​ຄົນ ຊຶ່ງໃນ​ລະຍະ 2 ປີ ທີ່​ຜ່ານ​ມາ ກໍ​ໄດ້​ມີ​ການ​ນໍາເຂົ້າ​ແຮງ​ງານ​ ມີ​ຝີ​ມື​ຈາກ​ຕ່າງປະ​ເທດ​ແລ້ວ 2 ໝື່ນ
​ກວ່າ​ຄົນ ຈຶ່ງຍັງ​ເຫຼືອ​ອີກ 7 ໝື່ນກວ່າ​ຄົນ ທີ່​ຈະ​ຕ້ອງ​ນໍາ​ເຂົ້າມາ​ເພີ່ມ​ຂຶ້ນອີກ​ນັບ​ ຈາກ​ປັດ
ຈຸບັນ​ໄປ​ຈົນ​ເຖິງ ປີ 2015. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ ກໍ​ໄດ້​ວາງເປົ້າໝາຍ​ທີ່​ຈະ​ພັດທະນາ​ເພື່ອຍົກ​ລະດັບ​ຝີ​ມື​ແຮງ​ງານ​ຂອງ​ລາວ​ ໃຫ້​ໄດ້​ເຖິງ 240,000 ຄົນ ພາຍ​ໃນ​ປີ 2020 ​ເພື່ອ​ຕອບສະໜອງ
​ແຮງ​ງານ​ມີ​ຝີ​ມື ​ໃຫ້​ກັບ​ບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ຢູ່​ໃນ​ລາວ​ໃຫ້​ໄດ້​ຢ່າງ​ພຽງພໍ ທັງ​ນີ້ດ້ວຍ​ການ​ປັບປຸງ​ກົດໝາຍ​ແຮງ​ງານ​ ໃຫ້​ມີ​ຄວາມ​ສອດຄ່ອງ​ກັບ​ການ​ພັດທະນາ ເສດຖະ
ກິດ-ສັງຄົມ ​ແລະ​ເຮັດ​ໃຫ້​ແຮງ​ງານ​ລາວ​ມີ​ຄຸນ​ນະພາ​ບທີ່​ສາມາດ​ເຊື່ອມ​ໂຍງ​ເສດຖະກິດ​ໃນ​ອາ​ຊ່ຽນ ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ກໍ​ຄືການຈັດ​ຕັ້ງ​ປະຕິບັດ​ຕາມ​ກົດໝາຍ ​ວ່າ​ດ້ວຍ​ອາຊີວະ​ສຶກສາ​ ທີ່​ຜ່ານ​ມະຕິ​ຮັບຮອງ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ຢ່າງ ​ເປັນ​ທາງ​ການ​ແລ້ວ​ນັ້ນ​ເອງ.
XS
SM
MD
LG