ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີລາວ ຍອມຮັບວ່າ ສັດປ່າຫຼາຍຊະນິດຕົກຢູ່ພາຍໃຕ້ສະພາບການ ທີ່ອັນຕະລາຍ


ຮູບພາບກວາງ ຢູ່ໃນປ່າແຫ່ງນຶ່ງຂອງ ສປປ ລາວ.
ຮູບພາບກວາງ ຢູ່ໃນປ່າແຫ່ງນຶ່ງຂອງ ສປປ ລາວ.

ລັດຖະມົນຕີລາວຍອມຮັບວ່າ ສັດປ່າຫຼາຍຊະນິດທີ່ຕົກຢູ່ພາຍໃຕ້ສະພາບການທີ່ອັນຕະລາຍ ແລະມີຄວາມສ່ຽງສູງທີ່ຈະສູນພັນ ຍ້ອນຖືກຄຸກຄາມໂດຍຂະບວນການລັກລອບຕັດ ແລະຄ້າໄມ້ເຖື່ອນ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ຖະແຫຼງວ່າ ລັດ ຖະບານລາວໄດ້ກໍານົດເປົ້າໝາຍຍຸດທະສາດການພັດທະນາ ແລະຮັກສາພື້ນທີ່ປ່າໄມ້ໃຫ້ໄດ້ 16 ລ້ານເຮັກຕ້າ ຄິດເປັນອັດຕາການປົກຫຸ້ມຂອງປ່າໄມ້ ໃນອັດຕາສະເລ່ຍ 70 ເປີເຊັນຂອງເນື້ອທີ່ທັງໝົດຂອງລາວໃນປີ 2025, ແຕ່ການທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ໃນການປະຕິບັດໂຕຈິງນັ້ນກໍບໍ່ແມ່ນເລື້ອງງ່າຍ ເພາະຍັງມີບັນຫາຫຍຸ້ງຍາກ ໃນຫຼາຍດ້ານເຊັ່ນ ການບຸກລຸກ ແລະລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດ ໂດຍຂະບວນການຄ້າໄມ້ເຖື່ອນຂ້າມຊາດ ທີ່ນອກ ຈາກຈະກະທົບຕໍ່ແຜນການເພີ້ມອັດຕາການປົກຄຸມຂອງປ່າໄມ້ດັ່ງກ່າວແລ້ວ ກໍຍັງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັດນໍ້າ ສັດປ່າທີ່ຫາຍາກຫຼາຍຊະນິດ ທີ່ຕົກຢູ່ພາຍໃຕ້ສະພາບການທີ່ອັນຕະລາຍ ແລະມີຄວາມສ່ຽງສູງທີ່ຈະສູນພັນດ້ວຍ ຍ້ອນການບຸກລຸກເຂດປ່າສະຫງວນດັ່ງກ່າວ ໄດ້ທໍາລາຍທີ່ຢູ່ ແຫຼ່ງອາຫານຂອງສັດປ່າຢ່າງກວ້າງຂວາງ ເຊິ່ງເຮັດໃຫ້ຈະຕ້ອງໄດ້ຮັບການຮ່ວມມືຈາກປະຊາຊົນລາວໃນການປ້ອງກັນ ແລະຮັກສາເຂດປ່າສະຫງວນຂອງຊາດຢ່າງແທ້ຈິງ ຈຶ່ງຈະສາມາດອະນຸລັກຄວາມຫຼາກຫຼາຍດ້ານຊີວະນານາພັນ ແລະເສີມສ້າງຄວາມໝັ້ນຄົງດ້ານສະບຽງອາຫານໄດ້ຕໍ່ໄປຢ່າງຍືນຍົງ, ດັ່ງທີ່ທ່ານເພັດ ໄດ້ໃຫ້ການຢືນຢັນວ່າ:

“ສປປ ລາວ ເປັນປະເທດນຶ່ງທີ່ອຸດົມຮັ່ງມີ ອັນເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ມີຊະນິດພັນປາ 500 ກວ່າຊະນິດ, ສັດປ່າ 1,000 ກວ່າຊະນິດ ແລະສັດປ່າທີ່ຫາຍາກໃກ້ຈະສູນພັນຂອງໂລກມີ ໄດໂນເສົາ, ຂະຍຸ, ຊ້າງ, ເສືອໂຄ່ງ, ອົງໝັ່ງ, ປາຂ່າ ແລະສັດປ່າຊະນິດອື່ນໆ. ສັດດັ່ງກ່າວແມ່ນມີຄວາມສໍາຄັນຕໍ່ຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນ ຂອງລະ ບົບນິເວດທໍາມະຊາດ ເພື່ອປະກອບເຂົ້າໃນການຄໍ້າປະກັນສະບຽງອາຫານ.”

ຝູງຊ້າງປ່າ ຢູ່ໃນປ່າຂົງເຂດແຫ່ງນຶ່ງຂອງ ສປປ ລາວ.
ຝູງຊ້າງປ່າ ຢູ່ໃນປ່າຂົງເຂດແຫ່ງນຶ່ງຂອງ ສປປ ລາວ.

ທັງນີ້ ນາຍົກລັດຖະມົນຕີລາວກໍໄດ້ອອກຄໍາສັ່ງເລກທີ 15/ນຍ ເພື່ອຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດນັບຕັ້ງແຕ່ເດືອນພຶດສະພາ 2016 ເປັນຕົ້ນ ມາ, ແຕ່ດ້ວຍການຈັດຕັ້ງເຄືອຂ່າຍການຄ້າໄມ້ເຖື່ອນທີ່ມີລັກສະນະຂ້າມຊາດ ແລະມີພະນັກງານຂອງລັດເຂົ້າໄປມີສ່ວນໃນຜົນປະໂຫຍດຮ່ວມດ້ວຍນັ້ນ ຈຶ່ງເຮັດໃຫ້ຍາກຕໍ່ການປາບປາມ ໂດຍໜ່ວຍຍສະເພາະກິດຂອງລັດຖະບານລາວໄດ້ກວດກາໂຮງງານແປຮູບໄມ້ 3,454 ແຫ່ງໃນຊ່ວງ 5 ປີຜ່ານມາພົບວ່າ 2,364 ໂຮງງານທີ່ໃຫ້ການສົ່ງເສີມ ແລະຊື້ໄມ້ຈາກຂະບວນການລັກລອບຕັດໄມ້ ຈຶ່ງໄດ້ອອກຄໍາສັ່ງໃຫ້ຍຸຕິກິດຈະການທັງ 2,364 ໂຮງງານ, ສ່ວນທີ່ເຫຼືອ 1,090 ໂຮງງານນັ້ນຍັງຕິດຕາມກວດກາການດໍາເນີນກິດຈະການແບບໃກ້ຊິດຈົນເຖິງປັດຈຸບັນນີ້.

ສ່ວນກະຊວງກະສິກໍາ ແລະປ່າໄມ້ກໍໄດ້ສ້າງຕັ້ງເຂດປ່າໂຄກໂອງ-ມັ່ງທີ່ແຂວງສະຫວັນນະເຂດ ໃຫ້ເປັນເຂດອະນຸລັກພັນສັດປ່າແຫ່ງທໍາອິດໃນລາວເມື່ອບໍ່ດົນມານີ້ ໂດຍຖືເປັນການປະຕິບັດຕາມອະນຸສັນຍາ ວ່າດ້ວຍການຄ້າລະຫວ່າງປະ ເທດ ກ່ຽວກັບສັດປ່າທີ່ໃກ້ສູນພັນ ຫຼື CITES ທີ່ລາວເຂົ້າຮ່ວມເປັນສະມາຊິກໃນປີ 2004 ເຊິ່ງມີເປົ້າໝາຍສໍາຄັນຄືການປະຕິບັດໃນທຸກວິຖີທາງ ເພື່ອຢຸດການຄ້າສັດປ່າຜິດກົດໝາຍໃຫ້ໄດ້ຢ່າງສົມບູນ ຫາກແຕ່ກໍຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ແທ້ຈິງ ໂດຍສະເພາະຢູ່ທີ່ເຂດຕິດຕໍ່ຊາຍແດນລາວ ກັບປະເທດຈີນ ພະມ້າ ໄທ ກໍາປູເຈຍ ແລະຫວຽດນາມ.

ທັງນີ້ ໂດຍສັດປ່າໃນລາວທີ່ຕົກເປັນເປົ້າໝາຍຂອງຂະບວນການຄ້າສັດປ່າຂ້າມຊາດຄື ເສືອ ໝີກະທິງ ໂອງ-ມັ່ງ ລີງ ຊ້າງ ຟານ ແຂ້ ແລະ ກະຮອກ ແລະໝູປ່າເປັນຕົ້ນ, ດ້ວຍເຫດນີ້ ທາງການລາວຈຶ່ງໄດ້ຈັດທໍາ ແລະຂຶ້ນບັນຊີສັດປ່າໄວ້ໃນ 3 ປະເພດນໍາກັນ ໂດຍບັນຊີທີ 1 ເປັນປະເພດສັດປ່າຫວງຫ້າມທີ່ບໍ່ໃຫ້ລ່າຢ່າງເດັດຂາດເຊັ່ນ ເສືອ ໝີ ກະທິງ ໂອງ ມັ່ງ ລີງ ແລະຊ້າງ, ກັບບັນຊີທີ 2 ເປັນສັດປ່າປະເພດອະນຸລັກທີ່ສາມາດລ່າໄດ້ເມື່ອໄດ້ຮັບອະນຸຍາດເປັນກໍລະນີພິເສດເຊັ່ນ ຟານ ແລະແຂ້, ສ່ວນກໍລະນີທີ 3 ເປັນສັດປ່າປະເພດຜ່ອນຜັນໃຫ້ປະຊາຊົນລາວສາມາດລ່າໄດ້ ສະເພາະມາປຸງເປັນອາຫານເທົ່ານັ້ນ ເຊັ່ນແລນ ແລະກະຮອກ ລະໝູປ່າເປັນຕົ້ນ, ນອກຈາກນີ້ ລັດຖະບານລາວຍັງໄດ້ຂຶ້ນບັນຊີສັດປ່າ 165 ຊະນິດ ເປັນສັດປ່າຫວງຫ້າມ ໃນນີ້ເປັນສັດລ້ຽງລູກດ້ວຍນໍ້ານົມ 79 ຊະນິດ ສັດເລືອຄານ 22 ຊະນິດ ສັດປີກ 52 ຊະນິດ ສັດນໍ້າ ແລະສັດ ເຄິ່ງບົກ-ເຄິ່ງນໍ້າ 12 ຊະນິດ ສ່ວນສັດປ່າ 66 ຊະນິດກໍໄດ້ຂຶ້ນບັນຊີເປັນສັດປ່າຄຸ້ມຄອງ ໃນນີ້ເປັນສັດລ້ຽງລູກດ້ວຍນໍ້ານົມ 15 ຊະນິດ ສັດເລື້ອຍຄານ 6 ຊະ ນິດ ສັດປີກ 27 ຊະນິດ ແມງໄມ້ 9 ຊະນິດ ສັດນໍ້າ ແລະສັດເຄິ່ງບົກເຄິ່ງນໍ້າ 9 ຊະນິດ.

ສັດປ່າ ຢູ່ໃນປ່າແຫ່ງນຶ່ງຂອງ ສປປ ລາວ.
ສັດປ່າ ຢູ່ໃນປ່າແຫ່ງນຶ່ງຂອງ ສປປ ລາວ.

XS
SM
MD
LG