ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຈະບໍ່ສາມາດ ບັນລຸເປົ້າໝາຍ ດ້ານສຸຂະພາບ ແມ່ແລະເດັກ ໄດ້


ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີກະຊວງສາທາລະນະສຸກ
ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີກະຊວງສາທາລະນະສຸກ
ລັດຖະມົນຕີວ່າການກະຊວງສາທາລະນະສຸກຂອງລາວຍອມຮັບ
ວ່າໃັນເປັນການຍາກຫຼາຍທີ່ຈະບັນລຸເປົ້າໝາຍສະຫັດສະວັດ
ການພັດທະນາກ່ຽວກັບສຸຂະພາບອະນາໄມຂອງແມ່ແລະເດັກ ໄດ້ໃນປີ 2015.

ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາ
ທາລະນະສຸກ ຖະແຫຼງຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງ
ທີ 4 ຂອງສະພາແຫ່ງຊາດ ລາວ ຊຸດທີ 7 ຊຶ່ງໄດ້ເປີດກອງປະ ຊຸມຢ່າງເປັນທາງການໃນວັນທີ່ 5 ທັນວາ ທີ່ຜ່ານມານີ້ວ່າ ການຈັດຕັ້ງປະຕິບັດວຽກງານດ້ານສາທາລະນະສຸກເພື່ອ
ໃຫ້ບັນລຸເປົ້າໝາຍສະຫັດສະວັດການພັດທະນາໃນລາວໃຫ້
ໄດ້ໃນປີ 2015 ນັ້ນ ເຖິງແມ່ນວ່າຈະມີຄວາມຄືບໜ້າເກີດ
ຂຶ້ນໃນຫຼາຍດ້ານກໍຕາມ ຫາກແຕ່ວ່າກໍມີບາງດ້ານທີ່ຍັງ
ທ້າທາຍ ແລະກໍເປັນການຍາກທີ່ຈະບັນລຸເປົ້າໝາຍໃນປີ 2015 ໄດ້ຢ່າງແທ້ຈິງ.

ໂດຍສະເພາະແມ່ນເປົ້າໝາຍສະຫັດສະວັດໃນດ້ານໂພຊະນາການຂອງເດັກ ນ້ອຍແລະ ໃນດ້ານອັດຕາການເສຍຊີວິດຂອງແມ່ຍິງໃນຂະນະຕັ້ງທ້ອງ ຫຼືຖືພາ ຖືເປັນບັນຫາທີ່ມີ ຄວາມຄືບໜ້າຢ່າງຊັກຊ້າທີ່ສຸດ ຕົວຢ່າງກໍຄືບັນຫາ ກ່ຽວກັບການຂາດສານອາຫານຂອງ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີນັ້ນ ກໍໄດ້ເປັນສາເຫດເຮັດໃຫ້ການລົດຈໍານວນເດັກນ້ອຍ ຕົວເຕ້ຍ ສາມາດດໍາເນີນໄປຢ່າງຊັກຊ້າ ກໍຄືສາມາດລົດຈໍານວນເດັກນ້ອຍຕົວເຕ້ຍຈາກ ລະດັບ 40% ໃນປີ 2006 ລົງມາເປັນ 38% ໃນປັດຈຸບັນນີ້ ຫຼືລົດລົງພຽງແຕ່ 2% ເທົ່າ ນັ້ນ ໃນໄລຍະ 6 ປີຜ່ານມານີ້.

ສ່ວນເດັກນ້ອຍອາຍຸຕໍ່າກວ່າ 5 ປີທີ່ມີນໍ້າໜັກຕໍ່າກວ່າເກນນັ້ນ ກໍຍັງຄິດເປັນ ສັດສ່ວນເຖິງ 32% ໃນຂະນະທີ່ເປົ້າໝາຍສະຫັດສະວັດກໍໄດ້ວາງເອົາໄວ້ທີ່ ລະດັບບໍ່ເກີນ 22% ຂອງຈໍາ
ນວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີໃນທົ່ວປະເທດ ຈຶ່ງນັບເປັນບັນຫາທ້າທາຍອີກດ້ານ ນຶ່ງທີ່ເປັນການຍາກທີ່ຈະດໍາເນີນການຈັດຕັ້ງປະຕ້ບັດໃຫ້ບັນລຸເປົ້າໝາຍສະຫັດສະວັດ
ໄດ້ໃນປີ 2015 ເພາະ ໃນໄລຍະນັບແຕ່ປີ 2006 ເປັນຕົ້ນມາ ລັດຖະບານລາວສາມາດ ລົດຈໍານວນເດັກນ້ອຍທີ່ມີນໍ້າໜັກຕໍ່າກວ່າເກນໄດ້ພຽງແຕ່ 5% ເທົ່ານັ້ນ ຊຶ່ງກໍເຊັ່ນດຽວ ກັນກັບບັນຫາກ່ຽວກັບອັດຕາການເສຍຊີວິດຂອງແມ່ຍິງໃນຂະນະຕັ້ງທ້ອງ ດັ່ງທີ່ທ່ານ ເອກສະຫວ່າງ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:
ກອງປະຊຸມສະພາແຫ່ງຊາດຊຸດທີ 4
ກອງປະຊຸມສະພາແຫ່ງຊາດຊຸດທີ 4

ເປົ້າໝາຍທີ່ນຶ່ງລົບລ້າງຄວາມທຸກຍາກ ແລະໄພ
ອຶດຫິວໂດຍສະເພາະດ້ານໂພຊະນາການນີ້ເຫັນວ່າ
ອັດຕາສ່ວນເດັກນ້ອຍລຸ່ມຫ້າປີທີ່ມີນໍ້າໜັກຕໍ່າ
ອັນນີ້ໜີ້ ຄືບໜ້າຊ້າ ແລ້ວກໍອັດຕາສ່ວນເດັກນ້ອຍ
ລຸ່ມຫ້າປີ ທີ່ເຕ້ຍບໍ່ສູງອັນນີ້ກໍຊ້າຄືກັນ ບັດນີ້ການ
ສົ່ງເສີມສຸຂະພາບຂອງແມ່ ອັນນີ້ໜີ້ເຫັນວ່າອັດຕາ
ສ່ວນການຕາຍຂອງແມ່ນີ້ເຖິງວ່າຈະຫລຸດລົງຈາກ
650 ສ່ວນແສນຄົນໃນປີ 1995 ກະ ຫລຸດລົງມາຢູ່
ປະມານ 339 ແຕ່ວ່າຕ້ອງບັນລຸ 260 ສ່ວນແສນ
ຄົນໃນປີ 2015 ໝາຍຄວາມວ່າຍັງທ້າທາຍຢູ່.”


ຍິ່ງໄປກວ່ານັ້ນ ອັດຕາການເສຍຊີວິດຂອງແມ່ຍິງລາວໃນຂະນະຕັ້ງທ້ອງກໍຍັງຖືເປັນອັດ
ຕາ ທີ່ສູງທີ່ສຸດໃນ 10 ປະເທດສະມາຊິກໃນກຸ່ມອາຊ່ຽນນໍາກັນອີກດ້ວຍ ຊຶ່ງກໍຄືໃນຂະນະ ທີ່ອັດຕາການເສຍຊີວິດຂອງແມ່ຍິງລາວທີ່ຕັ້ງທ້ອງໃນ ປັດຈຸບັນຢູ່ທີ່ລະດັບ 339 ຄົນຕໍ່ ນຶ່ງແສນຄົນນັ້ນກໍປາກົດວ່າໃນມຽນມາຢູ່ທີ່ລະດັບ 250 ຄົນ ກໍາປູເຈຍ 206​ ຄົນ ຫວຽດ ນາມ 56 ຄົນ ແລະໄທ 48 ຄົນ ຕໍ່ແສນຄົນຕາມລໍາດັບ.

ທັງນີ້ໂດຍທ່ານເອກສະຫວ່າງ ໄດ້ໃຫ້ການອະທິບາຍວ່າສາເຫດສໍາຄັນປະການນຶ່ງທີ່ເຮັດ ໃຫ້ເກີດສະພາບການດັ່ງກ່າວນີ້ໃນລາວ ກໍຄືການຂາດແຄນ ແພດແລະນາງຜະດຸງຄັນ ທີ່ຄອຍໃຫ້ການຊ່ວຍເຫຼືອແມ່ຍິງໃນຂະນະອອກລູກ ເພາະອັດຕາການມີແພດ ຫຼືນາງຜະ ດຸງຄັນທີ່ຄອຍໃຫ້ການຊ່ວຍເຫຼືອໃນຂະນະອອກລູກໃນປັດຈຸບັນນີ້ຄິດເປັນພຽງ 41% ຂອງການເກີດລູກທັງໝົດເທົ່ານັ້ນ.
XS
SM
MD
LG