ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວ ເລີ້ມເປີດໃຫ້ຄົນ ໄປເຮັດວຽກເຮັດການ ແລະທຸລະກິດ ແບບລະມັດລະວັງ


ລິງໂດຍກົງ

ການສັນຈອນໃນເມືອງຫລວງພະບາງ ໄລຍະທີ່ປະເທດເລີ້ມເປີດໃຫ້ຄົນໄປເຮັດການຄືນ

ໃນຂະນະທີ່ຫຼາຍປະເທດຢູ່ທົ່ວໂລກກໍາລັງເປີດປະເທດໃຫ້ມີການໄປມາຫາສູ່ກັນ ແລະການເຮັດລ້າເຮັດການ ຢູ່ໃນຫລາຍໆລະດັບຢູ່ນີ້ ນັບຕັ້ງແຕ່ຕົ້ນອາທິດນີ້ມາລາວ ກໍໄດ້ເລີ້ມຜ່ອນຜັນມາດຕະການຈໍາກັດ ທີ່ໃຊ້ ໃນການສະກັດກັ້ນການລະ ບາດຂອງໂຄວິດ-19 ໂດຍການເປີດໃຫ້ຄົນໄປເຮັດວຽກເຮັດການແລະທຸລະກິດ ຢ່າງມີຄວາມລະມັດລະວັງ ຊຶ່ງກໍຄື ຍັງຮັກສາລະບຽບການໃນການໃສ່ໜ້າກາກ ປິດປາກເວລາຄົນ ອອກນອກບ້ານນອກເຮືອນໄປ ໂດຍສະເພາະແລ້ວແມ່ນໃນ ເວລາໄປພົວພັນວຽກງານ ໃນສໍານັກງານຕ່າງໆ ດັ່ງການ ເປີດເຜີຍຂອງເຈົ້າ ຂອງບ້ານພັກສອງແຫ່ງ ໃນນະຄອນຫລວງພະບາງວ່າ:

ແຕ່ວ່າໃນການປະຕິບັດຕົວຈິງກໍຍັງມີບາງຄົນທີ່ບໍ່ປະຕິບັດຕາມຄໍາແນະນັ້ນຢຸ່ ດັ່ງການເປີດເຜີຍຂອງຜູ້ກ່ຽວທີ່ເວົ້າວ່າ:

ສ່ວນບັນດາສໍາງານຫ້ອງການນັ້ນ ຜູ້ກ່ຽວເວົ້າວ່າ ກໍຍັງບໍ່ທັນໄດ້ເປີດຢ່າງເຕັມ ສ່ວນເທື່ອ. ຫ້ອງການສ່ວນໃຫຍ່ ແມ່ນເປີດໃຫ້ພະນັກງານໄປເຮັດວຽກເຄິ່ງມື້ ແບບປ່ຽນຜຽນກັນ ເຊັ່ນວ່າ ຄົນນຶ່ງໄປເຮັດວຽກໃນຕອນເຊົ້າ ສ່ວນອີກຜູ້ນຶ່ງ ໃຫ້ໄປໃນຕອນແລງ ຫລື ບາງຄົນທີ່ມີຄວາມຈໍາເປັນກໍໃຫ້ສືບຕໍ່ເຮັດວຽກຢູ່ບ້ານ ຢູ່ເຮືອນເຄິ່ງມື້ ແລ້ວໄປເຮັດວຽກຢູ່ຫ້ອງການເຄິ່ງມື້. ເມື່ອເວົ້າເຖິງໂຮງຮຽນຕ່າງໆ ຜູ້ ກ່ຽວກໍເວົ້າວ່າ ດັ່ງທີ່ຢູ່ຄໍາຖະແຫລງການຂອງທ່ານກອງສີ ແສງມະນີ, ຮອງລັດ ຖະມົນຕີກະຊວງສຶກສາທິການແລະກິລານັ້ນ ນັບແຕ່ວັນທີ 18 ພຶດສະພາ ເປັນ
ຕົ້ນມາ ໄດ້ມີການເປີດໃຫ້ແຕ່ພວກທີ່ຈໍາເປັນທີ່ສຸດທີ່ຕ້ອງໄດ້ເສັງຈົບຊັ້ນ ຊຶ່ງກໍຄື ພວກທີ່ຢູ່ຊັ້ນ ປະຖົມປີທີ 5, ຊັ້ນມັດທະຍົມປີທີ 4 ແລະ ຊັ້ນມັດທະຍົມປີທີ 7 ເທົ່ານັ້ນໄປເຂົ້າໂຮງຮຽນ.

ອ່ານສະຫລຸບຂ່າວເປັນພາສາອັງກິດຢູ່ລຸ່ມນີ້:

Laos Reopens for Business with Caution News

Laos reopens for business with caution starting from this week, said a businessman in Luang Prabang. Masks wearing rules government buildings, especially in the banks are still strictly enforeced, while offices open for only half-day for each person to go in to work.

XS
SM
MD
LG