ລິ້ງ ສຳຫລັບເຂົ້າຫາ

logo-print

ລັດຖະບານລາວຂາດ ມາດຕະການທີ່ມີ ປະສິດທິພາບ ເພື່ອຮັກສາບໍ່ໃຫ້ ຄ່າເງິນກີບຂອງລາວອ່ອນຄ່າລົງນັບມື້


ເງິນກີບຂອງລາວ ທຽບໃສ່ກັບເງິນບາດ ແລະສະກຸນເງິນອື່ນ

ລັດຖະບານລາວ ບໍ່ມີມາດຕະການທີ່ມີປະສິດທິພາບ ເພື່ອຮັກສາສະຖຽນລະພາບຂອງຄ່າເງິນກີບໃນຕະຫລາດເງິນ ໂດຍສະເພາະແມ່ນການຂາດດຸນການຄ້າຄືສາເຫດສໍາຄັນ ທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າ ລົງນັບມື້, ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດ ສປປ ລາວ ເປີດເຜີຍວ່າາ ເງິນກີບອ່ອນຄ່າລົງເຖິງ 8.85 ເປີເຊັນ ເມື່ອທຽບ ກັບຄ່າເງິນບາດຂອງໄທ ໃນໄລຍະ 8 ເດືອນທີ່ຜ່ານມາຂອງປີ 2020 ນີ້ ທັງຍັງ ເປັນການອ່ອນຄ່າລົງຫລາຍທີ່ສຸດ ເມື່ອທຽບກັບອັດຕາແລກປ່ຽນ ລະຫວ່າງເງິນກີບກັບເງິນ ສະກຸນອື່ນໆ ເຊັ່ນເງິນ ຢວນຂອງຈີນ ແລະເງິນໂດລາສະຫະລັດນັ້ນ ກໍປາກົດວ່າ ເງິນກີບໄດ້ອ່ອນຄ່າ ລົງໃນອັດຕາສະເລ່ຍ 5.22 ເປີເຊັນ ແລະ 2.65ເປີເຊັນ ຕາມລໍາດັບໃນໄລຍະດຽວກັນ.

ສາເຫດທີ່ເຮັດໃຫ້ເງິນກີບອ່ອນຄ່າລົງນັ້ນ ກໍມີຫລາຍປັດໄຈດ້ວຍກັນ ເຊັ່ນ ການເປັນໜີ້ຂອງພາກທະນາ ຄານທັງໝົດໃນລາວທີ່ເປັນໜີ້ຕ່າງປະເທດໃນມູນຄ່າລວມຫລາຍກວ່າ 29,616 ຕື້ກີບ ແລະໃນຂະນະ ດຽວກັນ ການທີ່ພາກທະນາຄານທັງໝົດໃນລາວກໍໄດ້ປ່ອຍສິນເຊື່ອພາຍໃນປະເທດ ໄປໃນມູນຄ່າ ລວມ ເກີນກວ່າ 89,704 ຕື້ກີບອັນລວມເຖິງການໃຫ້ສິີເຊື່ອພາຍໃນປະເທດໄປໃນມູນຄ່າລວມ 7,278.39 ຕື້ກີບ ເມື່ອສົມທົບກັບການຂາດດຸນການຄ້າຢ່າງຕໍ່ເນື່ອງ ກໍຍິ່ງເຮັດໃຫ້ຄ່າເງິນກີບມີ ທ່າອ່ຽງທີ່ຈະຕົກຕໍ່າ ລົງໄປອີກ.

ທັງນີ້ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ ການຄ້າຕ່າງປະເທດຂອງ ລາວ ໃນຊ່ວງເດືອນມັງກອນ-ມິຖຸນາ 2020 ມີມູນຄ່າລວມ 4,693.66 ລ້ານໂດລາໃນນີ້ເປັນການສົ່ງສິນຄ້າອອກໄປ ຕ່າງປະເທດ 2,080 ລ້ານໂດລາ ແລະ ນຳເຂົ້າສິນຄ້າຕ່າງປະເທດ 2,613.66 ລ້ານໂດລາ ຈຶ່ງເຮັດໃຫ້ ລາວ ຂາດດຸນການຄ້າໃນມູນຄ່າລວມ 533 ລ້ານໂດລາ ທັງຍັງເປັນສາເຫດສໍາຄັນທີ່ເຮັດໃຫ້ລາວ ຂາດແຄນເງິນຕາຕ່າງປະເທດອີກດ້ວຍ ໂດຍທະນາຄານພັດທະນາເອເຊຍ ຫຼື ADB ຄາດການວ່າ ລັດຖະບານລາວ ຈະຕ້ອງປະເຊີນກັບບັນຫາຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງຍອດຜະລິດຕະພັນລວມພາຍ ໃນ ຫຼື GDP ໃນປີ 2020 ອັນຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ເຫຼືອບໍ່ເຖິງ 1,000 ລ້ານໂດລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປເທດໄດ້ ບໍ່ເຖິງ 2 ເດືອນ ແລະເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມຈາກຕ່າງປະເທດເພີ່ມຂຶ້ນເພື່ອດຸ່ນດ່ຽງລາຍຈ່າຍ ທີ່ີສູງກວ່າລາຍຮັບ ໂດຍລັດຖະບານລາວ ມີໜີ້ເຖິງ 13,491 ລ້ານໂດລາ ຄິດເປັນ 68 ເປີເຊັນຂອງ GDP ໃນປີ 2019 ທັງຍັງຄາດວ່າຈະເພີ້ມຂຶ້ນເປັນເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2020 ນີ້ອີກດ້ວຍ.

ທ້າງດ້ານ ທ່ານນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດຈາກເຂດນະຄອນຫຼວງວຽງຈັນ ໄດ້ຖະໃຫ້ຄວາມຄິດເຫັນ ວ່າການຕົກຕໍ່າຂອງຄ່າເງິນກີບທຽບໃສ່ເງິນຕາຕ່າງປະເທດທຸກສະກຸນໃນປັດຈຸບັນ ກໍເພາະວ່າລັດຖະບານ ລາວ ຍັງບໍ່ມີມາດຕະການທີ່ມີປະສິດທິ ພາບຢ່າງພຽງພໍໃນການຄຸ້ມຄອງຄ່າເງິນກີບ ໂດຍສະເພາະແມ່ນໃນດ້ານການຄ້າຕ່າງປະເທດທີ່ລາວ ຍັງຕົກເປັນຝ່າຍຂາດດຸນຢູ່ເລື້ອຍມານັ້ນຖືເປັນສາເຫດສໍາຄັນທີ່ສຸດ ດັ່ງທີ່ທ່ານນາງ ວາລີ ໄດ້ຖະແຫຼງຢືນຢັນວ່າ:
ໃນການຄວບຄຸມສະຖາບັນການເງິນ ແລະ ອັດຕາແລກປ່ຽນໃນຊ່ວງ 2-3 ອາທິດຜ່ານມາມັນຜັນຜວນແຮງແບບຜິດປົກກະຕິ ອັນນີ້ຢາກຕັ້ງຄຳຖາມໃຫ້ທາງລັດຖະບານ ໂດຍສະເພາະທະນາຄານກາງ ຄຶດວ່າມັນຜັນຜວນຍ້ອນອີຫຍັງ ພວກເຮົາກະຢາກຮູ້ສາເຫດວ່າມັນແຮງໂພດ ມັນຜິດປົກກະຕິ ມັນບໍ່ໄປຕາມທິດສະດີແມ່ນຢູ່ວ່າ Deman ໄປກັບ Supply ນີ້ແຕ່ວ່າໂຕນັ້ນເຮົາກະນຳເຂົ້າມາຫຼາຍຢູ່ລະ ເຮົາກໍເປັນປະເທດທີ່ນຳເຂົ້າຢູ່ແລ້ວ ແຕ່ປັດຈຸບັນນີ້ສົ່ງອອກບັກຫຼາຍໆ ກະຍັງຄ່າເງິນຍັງອ່ອນຢູ່.

ທັງນີ້ ທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫລງວ່າລັດຖະບານລາວ ມີຄວາມຕ້ອງການດ້ານທຶນສຳຮອງເງິນຕາຕ່າງປະເທດ ຄິດເປັນມູນຄ່າບໍ່ຕ່ຳກວ່າ 4,000 ລ້ານໂດລາໃນແຕ່ລະປີ ຫາກແຕ່ກໍສາມາດປະຕິບັດຕົວຈິງໄດ້ພຽງ 50 ເປີເຊັນ ກໍຄືສາມາດແລກປ່ຽນເງິນຕາຕ່າງປະເທດຈາກບັນດາຜູ້ສົ່ງອອກສິນຄ້າລາວໄປຕ່າງປະເທດໄດ້ໃນມູນຄ່າ 2,000 ລ້ານໂດລາຕໍ່ປີ ຈຶ່ງເຮັດໃຫ້ລັດຖະບານລາວຍັງຂາດແຄນທຶນສຳຮອງເງິນຕາຕ່າງປະເທດ ໃນມູນຄ່າເຖິງ 2,000 ລ້ານໂດລາ.

ສ່ວນກອງທຶນການເງິນສາກົນ (IMF) ກໍໄດ້ປັບຫລົດຄາດໝາຍການເຕີບໂຕທາງເສດ
ຖະກິດໃນລາວ ຈາກລະດັບ 6.2 ເປີເຊັນ ລົງມາເປັນ 0.7 ເປີເຊັນ ໃນປີ 2020. ສ່ວນ
ທະນາຄານພັດທະນາເອເຊຍ (ADB) ຄາດວ່າການລາວຈະຂະຫຍາຍໂຕໃນລະດັບ
3.5 ເປີເຊັນ ຊຶ່ງໃນນີ້ພາກບໍລິການ, ພາກກະສິກຳ ແລະພາກອຸດສາຫະກຳຈະຂະ
ຫຍາຍໂຕ 1.3 ເປີເຊັນ, 2.5 ເປີເຊັນ ແລະ 5.7 ເປີເຊັນ ຕາມລໍາດັບ.

ເບິ່ງຄວາມເຫັນ (1)

ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG