ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປັນປະເທດ ທີ່ມີອັດຕາສ່ວນ ຂອງຈໍານວນພະນັກງານລັດ ຕໍ່ຈໍານວນປະຊາ ກອນ ໃນອັດຕາສູງທີ່ສຸດ ໃນອາຊຽນ


ແຟ້ມຮູບ-ເອື້ອຍຄູ ແລະບັນດານ້ອງນ້ອຍນັກຮຽນພາກັນໃສ່ໝວກທີ່ອອກແບບມາສໍາລັບຮັກສາໄລຍະຫ່າງ, ເພື່ອຝຶກຊ້ອມສໍາລັບການເວັ້ນໄລຍະຫ່າງທາງສັງຄົມ ເພື່ອຊ່ວຍຈໍາກັດຂອບເຂດການລະບາດຂອງພະຍາດໂຄວິດ-19, ຢູ່ທີ່ໂຮງຮຽນບ້ານປ່າມວດ ໃນຈັງຫວັດຊຽງໃໝ່, ພາກເໜືອຂອງປະເທດໄທ.
ແຟ້ມຮູບ-ເອື້ອຍຄູ ແລະບັນດານ້ອງນ້ອຍນັກຮຽນພາກັນໃສ່ໝວກທີ່ອອກແບບມາສໍາລັບຮັກສາໄລຍະຫ່າງ, ເພື່ອຝຶກຊ້ອມສໍາລັບການເວັ້ນໄລຍະຫ່າງທາງສັງຄົມ ເພື່ອຊ່ວຍຈໍາກັດຂອບເຂດການລະບາດຂອງພະຍາດໂຄວິດ-19, ຢູ່ທີ່ໂຮງຮຽນບ້ານປ່າມວດ ໃນຈັງຫວັດຊຽງໃໝ່, ພາກເໜືອຂອງປະເທດໄທ.

ລາວເປັນປະເທດທີ່ມີອັດຕາສ່ວນຂອງຈໍານວນພະນັກງານລັດ ຕໍ່ຈໍານວນປະຊາ ກອນ ໃນອັດຕາສູງທີ່ສຸດ ໃນອາຊຽນ ແຕ່ພະນັກງານສ່ວນໃຫຍ່ ບໍ່ມີຄວາມຮູ້-ຄວາມສາມາດ ໃນການປະຕິບັດໜ້າທີ່ໂຕຈິງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນຖະແຫຼງວ່າ ອັດຕາສ່ວນຂອງຈໍານວນພະນັກງານລັດ ຕໍ່ຈໍານວນປະຊາກອນລາວໃນປັດຈຸບັນນີ້ ຢູ່ທີ່ລະດັບເກີນກວ່າ 2 ເປີ​ເຊັນ ຊຶ່ງ​ເປັນ​ອັດ​ຕາ​ສ່ວນທີ່​ສູງ​ທີ່​ສຸດ ​ໃນ​ກຸ່ມ​ອາ​ຊ່ຽນແລະ​ເຮັດ​ໃຫ້ຕ້ອງ​ນຳ​ໃຊ້​ງົບ​ປະ​ມານ ​ສຳ​ລັບ​ເປັນ​ເງິນ​ເດືອນ​ແລະ​ເງິນ​ນະ​ໂຍ​ບາຍ​ໃຫ້​ ແກ່​ພະ​ນັກ​ງານ​ໃນ​ອັດ​ຕາ​ສ່ວນທີ່​ເກີນກວ່າ 46 ເປີເຊັນ ຂອງງົບປະມານລາຍຈ່າຍທັງໝົດຂອງລັດຖະບານລາວໃນແຕ່ລະປີ ທັງຍັງມີທ່າອ່ຽງເພີ້ມຂຶ້ນທຸກປີອີກດ້ວຍ, ດັ່ງນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວຈະຕ້ອງຈໍາກັດໂກຕ້າໃນການບັນຈຸພະນັກງານໃໝ່ໃຫ້ນ້ອຍລົງ ພາຍໃຕ້ເປົ້າໝາຍທີ່ຈະຫຼຸດອັດຕາສ່ວນຂອງຈໍານວນພະນັກງານລັດຕໍ່ຈໍານວນປະຊາກອນລາວໃຫ້ລົງມາຢູ່ທີ່ລະດັບບໍ່ເກີນ 1.8 ເປີເຊັນ ໃຫ້ໄດ້ໃນປີ 2025, ທັງຍັງຈະຄັດເລືອກເອົາຜູ້ທີ່ມີຄວາມຮູ້-ຄວາມສາ ມາດຢ່າງແທ້ຈິງອີກດ້ວຍ ດັ່ງທີ່ທ່ານທອງຈັນ ຢືນຢັນວ່າ:

“ລັດຖະບານ ໄດ້ວາງຄາດໝາຍຫຼຸດຜ່ອນຈໍານວນລັດຖະກອນລົງ ທຽບໃສ່ຈໍານວນພົນລະເມືອງໃນທົ່ວປະເທດ ໃຫ້ຢູ່ໃນລະດັບ 1.8 ເປີເຊັນເພື່ອໃຫ້ສອດຄ່ອງກັບລາຍຮັບງົບປະມານຂອງລັດຖະບານປີ 2021, ທົ່ວປະເທດມີພະນັກ ງານລັດຖະກອນທັງໝົດຈໍານວນ 176,151 ຄົນ ໃນນັ້ນ ລັດຖະກອນຄູມີຈໍານວນ 74,041 ຄົນ ກວມເອົາ 42 ເປີເຊັນ ຂອງຈໍານວນພະນັກງານລັດຖະກອນທັງໝົດ, ລັດຖະກອນແພດມີຈໍານວນທັງໝົດ 16,254 ຄົນ ກວມເອົາ 9.5 ເປີເຊັນຂອງຈໍານວນລັດຖະກອນທັງໝົດ.”

ສ່ວນ ທ່ານກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ ລັດຖະບານລາວຊຸດປັດຈຸບັນ ຈະບໍ່ຍອມໃຫ້ມີການຊື້ຈ້າງເອົາຕໍາແໜ່ງ ໃນວົງການພະນັກງານຂອງລັດຖະບານຢ່າງເດັດຂາດ, ແຕ່ວ່າ ຈະເນັ້ນໜັກໃນການພິຈາລະນາຈາກລະດັບຄວາມຮູ້-ຄວາມສາມາດໂຕຈິງຂອງພະນັກງານເປັນສໍາຄັນ ກໍຄືມີແຕ່ພະນັກງານທີ່ມີຄວາມຮູ້-ຄວາມສາມາດຢ່າງແທ້ຈິງເທົ່ານັ້ນ ທີ່ຈະໄດ້ຮັບການສົ່ງເສີມໃຫ້ກ້າວຂຶ້ນຕໍາແໜ່ງທີ່ສູງຂຶ້ນ ລວມເຖິງການຄັດເລືອກເພື່ອບັນຈຸພະນັກງານໃໝ່ໃນທຸກໜ່ວຍງານຂອງລັດດ້ວຍ.

ທາງດ້ານທ່ານທອງລຸນ ສີສຸລິດ, ປະທານປະເທດກໍຖະແຫຼງຍອມຮັບວ່າ ການຫຼິ້ນພັກ-ຫຼິ້ນພວກ ແລະການຊື້ເອົາຕໍາແໜ່ງໃນວົງການພະນັກງານຂອງລັດຖະບານລາວ ໄດ້ເກີດຂຶ້ນ ພາຍໃນທຸກພາກສ່ວນທົ່ວປະເທດ ເຊິ່ງກໍເຮັດໃຫ້ການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆຂອງລັດຖະບານລາວບໍ່ບັນລຸເປົ້າໝາຍ ເນື່ອງຈາກວ່າພະນັກງານລັດທີ່ຮັບຜິດຊອບນັ້ນ ບໍ່ມີຄວາມຮູ້ຄວາມສາມາດໃນການປະຕິບັດວຽກງານໂຕຈິງ ໂດຍບັນຫາດັ່ງກ່າວນີ້ຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ອີກດ້ວຍ ເຊິ່ງຖືເປັນສະພາບການທີ່ຂັດແຍ້ງກັບເງື່ອນໄຂ ທີ່ອົງການສາກົນໄດ້ກໍານົດໃຫ້ລັດຖະບານລາວຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອຈະໄດ້ຮັບການຊ່ວຍເຫຼືອຕໍ່ໄປ ລວມເຖິງການຊ່ວຍເຫຼືອຈາກທະນາຄານໂລກ 395 ລ້ານໂດລາໃນປີ 2022 ຫາປີ 2026 ດັ່ງທີ່ ທ່ານນາງທິບພະກອນ ຈັນທະວົງສາ, ໂຄສົກຂອງລັດຖະບານລາວໄດ້ຖະແຫຼງຜົນການປະຊຸມຂອງລັດຖະບານວ່າ:

“ກອງປະຊຸມ ໄດ້ຮັບຮອງເອົາແຜນຍຸດທະສາດການຮ່ວມມືລະຫວ່າງລັດຖະບານລາວ ແລະທະນາຄານໂລກປີ 2022 ເຖິງ 2026 ແລະບັນຊີໂຄງການບູລິມະສິດ ເຂົ້າແຜນການລົງທຶນຂອງລັດຖະບານທີ່ຈະໄດ້ຮັບທຶນຈາກທະນາຄານໂລກ ໃນຫ່ວງງົບປະມານສໍາລັບໄລຍະປີ 2023 ຫາປີ 2024, ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະການລົງທຶນສົມທົບກັບພາກສ່ວນກ່ຽວຂ້ອງຮີບຮ້ອນປັບປຸງບັນດາໂຄງການ ໃຫ້ຕິດພັນກັບວາລະແຫ່ງຊາດ ແລະນະໂຍບາຍຂອງທະນາຄານໂລກ ເພື່ອຮັບປະກັນການນໍາໃຊ້ທຶນຢ່າງມີປະສິດທິພາບ ແລະປະສິດທິຜົນສູງ.”

ໂດຍລັດຖະບານລາວໄດ້ກໍານົດໂຄຕ້າໃຫ້ບັນຈຸພະນັກງານໃໝ່ໄດ້ບໍ່ເກີນ 1,300 ຄົນ ໃນປີ 2022 ນີ້, ໃນນີ້ ເປັນໂຄຕ້າຂອງກະຊວງສຶກສາທິການ ແລະກິລາ 340 ຄົນ, ກະຊວງສາທາລະນະສຸກ 320 ຄົນ, ສ່ວນກະຊວງອື່ນໆ ລວມເຖິງຫ້ອງການປະທານປະເທດດ້ວຍນັ້ນ ກໍໄດ້ໂຄຕ້າລະຫວ່າງ 3-33 ຄົນ ຈຶ່ງເຮັດໃຫ້ເກີດບັນຫາຂາດແຄນບຸກຄະລາກອນໃນຫຼາຍພາກສ່ວນ ໂດຍສະເພາະແມ່ນກະຊວງສຶກສາທີ່ມີໂຮງຮຽນ 12,744 ແຫ່ງຢູ່ເຂດຊົນນະບົດນັ້ນກໍ່ຍັງຂາດແຄນຄູ 19,757 ຄົນ, ໃນຂະນະທີ່ໂຮງຮຽນຢູ່ໃນຂົງເຂດໂຕເມືອງ ຊໍ້າພັດມີຄູເກີນຄວາມຕ້ອງການເຖິງ 9,664 ຄົນ ທີ່ບໍ່ຍອມໄປສອນຢູ່ໂຮງຮຽນໃນເຂດຊົນນະ ບົດ ຈຶ່ງເຮັດໃຫ້ໂຮງຮຽນ 12,744 ແຫ່ງໃນເຂດຊົນນະບົດຍັງຂາດແຄນຄູຕໍ່ໄປນັ້ນເອງ.

XS
SM
MD
LG