ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເງິນທີ່ລາວໄດ້ຮັບຈາກຈີນ ເປັນເງິນກູ້ ທີ່ມີດອກເບ້ຍສູງ ແລະເກືອບຄ້າຍຄຽງກັບ ກັບດັກໜີ້, ອີງຕາມນັກຊ່ຽວຊານ


ທ. Murray Hiebert, ນັກຄົ້ນຄວ້າອາວຸໂສຂອງໂຄງການເຂດ ເອເຊຍຕາເວັນອອກສຽງໃຕ້ຂອງ CSIS ກ່າວຢູ່ໃນກອງປະຊຸມທາງອອນລາຍເພື່ອເປັນຂີດໝາຍເດືອນຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງສະຫະລັດ ແລະລາວ, ວັນທີ 22 ກັນຍາ 2021 [ຖ່າຍຈາກເວັບໄຊທ໌ຂອງ Center for Strategic & International Studies (CSIS)]

ດັ່ງວີໂອເອໄດ້ສະເໜີໄປມື້ວານນີ້ ສປປ ລາວ ເປັນນຶ່ງໃນ 42 ປະເທດໃນໂລກທີ່ມີໜີ້ ຈີນກວມເອົາຢ່າງໜ້ອຍ 10 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ຫລື GDP, ອີງຕາມຜົນການຄົ້ນຄວ້າທີ່ດໍາເນີນໂດຍເອດດາຕາ (AidData) ທີ່ມະຫາວິທະຍາໄລວິລລຽມ ແລະແມຣີ ຫລື William & Mary ໃນລັດເວີຈີເນຍ.

ປັດຈຸບັນ ລາວມີໜີ້ຕ່າງປະເທດຫລາຍກວ່າ 13 ຕື້ໂດລາຊຶ່ງໃນນີ້ສ່ວນໃຫຍ່ ແມ່ນໜີ້ທີ່ມີຕໍ່ຈີນ. ນັກຊ່ຽວຊານຈໍານວນນຶ່ງເວົ້າວ່າ ມັນເປັນບັນຫາທີ່ໜ້າເປັນຫ່ວງ.

“ຫຼາຍໂຄງການຂອງຈີນບໍ່ແມ່ນການລົງທຶນໂດຍກົງ ຫລື FDI. ດັ່ງນັ້ນ, ທະນາຄານໂລກ
ໃນເດືອນກໍລະກົດຜ່ານມາຄາດຄະເນວ່າໜີ້ສິນພາຍນອກຂອງລາວສູງກວ່າ 13 ຕື້ໂດລາ, ເຊິ່ງເທົ່າກັບ 72 ເປີເຊັນຂອງ GDP ຂອງປະເທດ ແລະຫຼາຍກວ່າ 1 ສ່ວນ 3 ຂອງໜີ້ ນັ້ນແມ່ນຂອງ EDL, ບໍລິສັດກະຈາຍໄຟຟ້າຢູ່ໃນນະຄອນຫຼວງວຽງຈັນ. …ຍ້ອນສະພາບຄວາມຫຍຸ້ງຍາກທີ່ບໍລິສັດ EDL ປະເເຊີນຢູ່ ແລະການຊຳລະໜີ້ສິນ ມັນຈຶ່ງໄດ້ຕັ້ງບໍລິສັດທີ່ເອີ້ນວ່າ EDL Transmission ແລະຫັນເອົາ 90 ເປີເຊັນ ຂອງບໍລິສັດນັ້ນໄປໃຫ້ບໍລິສັດທີ່ຊື່ວ່າ Southern Power Grid Company. ອັນນັ້ນເປັນອັນຕະລາຍຫລາຍ, ຖ້າຈະໃຫ້ຂ້າພະເຈົ້າເວົ້າຢູ່ທີ່ນີ້ກໍຈະແມ່ນວ່າ ຂ້ອນຂ້າງອັນຕະລາຍເຖິງຂັ້ນເກືອບວ່າ ຖືກ “ກັບດັກໜີ້. ເວົ້າແທ້ໆ, ຂ້າພະເຈົ້າ ຄິດວ່າໂລກຄວນຈະຊ່ວຍລາວໃຫ້ຮູ້ວ່າ ຕົນບໍ່ສາມາດຢືມເງິນຈາກຈີນໄປເລື້ອຍໆ. ມັນບໍ່ແມ່ນຟຣີ ແລະອັດຕາດອກເບ້ຍກໍສູງສົມຄວນ. ສະນັ້ນ, ຂ້າພະເຈົ້າ ຢາກເວົ້າວ່າ ເປັນຫ່ວງກ່ຽວກັບອະນາຄົດຂອງເສດຖະກິດ,” ນັ້ນຄືຄໍາເວົ້າຂອງທ່ານເມີເຣ ຮີເບີດ ( Murray Hiebert) ທີ່ກ່າວຢູ່ໃນກອງປະຊຸມທາງອອນລາຍເນື່ອງໃນເດືອນຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງສະຫະລັດ ແລະລາວທີ່ຈັດຂຶ້ນເມື່ອມໍ່ໆມານີ້ ໂດຍສູນສຶກສາ ດ້ານຍຸດທະສາດ ແລະສາກົນ (Center for Strategic & International Studies). ທ່ານເປັນນັກຄົ້ນຄວ້າອາວຸໂສ ຂອງໂຄງການເຂດ ເອເຊຍຕາເວັນອອກສຽງໃຕ້ຂອງສູນສືກສາດັ່ງກ່າວ.

XS
SM
MD
LG