ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວເປັນ 1 ໃນ 15 ປະເທດທີ່ມີອັດຕາສ່ວນ ງົບປະມານການສຶກສາຕໍ່າທີ່ສຸດໃນໂລກ ຍ້ອນລັດຖະບານຕ້ອງຫັກເງິນສ່ວນນຶ່ງໄວ້ ໃຊ້ໜີ້ຕ່າງປະເທດ


ພິ​ທີ​ມອ​ບ​ລາ​ງວັນ​ໃຫ້​ນັກ​ຮຽນ​ທີ່​ໄດ້​ຊະ​ນະ​ການ​ແຂ່ງ​ຂັນ​ແຕ້ມ​ຮູບ​ໃນ​ປີ 2022, ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ ເກົ້າ​ລ​້ຽວ.
ພິ​ທີ​ມອ​ບ​ລາ​ງວັນ​ໃຫ້​ນັກ​ຮຽນ​ທີ່​ໄດ້​ຊະ​ນະ​ການ​ແຂ່ງ​ຂັນ​ແຕ້ມ​ຮູບ​ໃນ​ປີ 2022, ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ ເກົ້າ​ລ​້ຽວ.

ທະນາຄານໂລກເວົ້າວ່າ ການພັດທະນາຊັບພະຍາກອນມະນຸດຢູ່ລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຊຶ່ງມີສາເຫດຕົ້ນຕໍ ມາຈາກການຫຼຸດງົບປະມານ ການສຶກກສາ ແລະດ້ານອື່ນໆທີ່ສໍາຄັນລົງຫຼາຍ ຢ່າງໜ້າເປັນຫ່ວງ ເພື່ອໃຫ້ລັດ ຖະບານລາວມີເງິນໄປໃຊ້ໜີ້ແກ່ຕ່າງປະເທດ.

ການທີ່ລາວມີໜີ້ສາທາລະນະ ຕໍ່ຕ່າງປະເທດທີ່ສະສົມມາໄດ້ຫຼາຍປີນັ້ນ ໄດ້ສ້າງ ຄວາມກົດດັນໃຫ້ແກ່ລັດຖະ ບານຫຼາຍ ຊຶ່ງເຮັດໃຫ້ການ ລົງທຶນໃສ່ຂະແໜງການ ສໍາຄັນຖືກຈໍາກັດ ດັ່ງທີທ່ານເພໂດຣ ມາຕິນສ໌, ນັກເສດຖະສາດອະວຸໂສ ຢູ່ຫ້ອງ ການທະນາຄານໂລກປະຈໍາລາວ ກ່າວຢູ່ກອງປະຊຸມທີ່ມີຜູ້ຕາງລັດຖະບານລາວເຂົ້າຮ່ວມນໍາຢູ່ໂຮງແຮມລາວພລາຊາແລະທາງອອນລາຍໃນເດືອນທັນວາ 2023 ຜ່ານມາວ່າ:

"ເງິນທີ່ຕ້ອງຊໍາລະຫນີ້ສິນຕາມກໍານົດໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ ເຖິງແມ່ນວ່າຈະມີການເລື່ອນກໍານົດເວລາໃຊ້ໜີ້ ອອກໄປຢ່າງ ຫຼວງຫຼາຍ ນັບແຕ່ປີ 2020 ເປັນມາກໍຕາມ ຊຶ່ງມັນເຮັດໃຫ້ພື້ນທີ່ງົບປະມານສໍາລັບການລົງທຶນທີ່ສໍາຄັນຖືກຈໍາກັດ ຕົວຢ່າງເຊັ່ນ ດ້ານຊັບພະຍາກອນມະນຸດທີ່ມີຄວາມສາມາດສູງ ໃນການເລັ່ງການ ພັດທະນາໃຫ້ເຕີບໂຕໄວຂຶ້ນໃນໄລຍະກາງ."

ທ່ານກ່າວຕໍ່ໄປວ່າ ລາວໄດ້ຕັດສັດສ່ວນຂອງງົບປະມານການສຶກສາ ຢູ່ໃນລວມ ຍອດຜະລິດຕະພັນພາຍໃນ ຫລື GDP ລົງຢ່າງໜ້າ ເປັນຫວ່ງເມື່ອທຽບໃສ່ 100 ກວ່າປະເທດໃນໂລກ ຊຶ່ງທ່ານກ່າວດັ່ງນີ້:

“ພວກເຮົາສາມາດເຫັນໄດ້ວ່າການໃຊ້ຈ່າຍຫຼຸດລົງຈາກຕໍ່າກວ່າ 4 ເປີເຊັນພຽງແຕ່ ໜ້ອຍດຽວ ໃນປີ 2013 ມາເປັນ 2 ເປີເຊັນໃນປີ 2021. ສະນັ້ນ ສັດສ່ວນຂອງມັນຢູ່ໃນ GDP ໄດ້ຫຼຸດລົງເຄິ່ງນຶ່ງ ຂະນະທີ່ປະເທດອື່ນສ່ວນໃຫຍ່ສະເລ່ຍແລ້ວ ແມ່ນ ກວມເອົາ 4 ເປີເຊັນ. ແມ່ນແຕ່ເວົ້າເຖິງສ່ວນແບ່ງຂອງມັນໃນການໃຊ້ຈ່າຍລວມ, ມັນກໍຫຼຸດລົງຈາກປະມານ 15 ເປີເຊັນ ມາເປັນ 11 ຫລື 12 ເປີເຊັນ ຂອງງົບປະມານທັງຫມົດ. ນີ້ໝາຍເຖິງການໃຫ້ບູລິມະສິດໃຫ້ແກ່ການສຶກສາຕໍ່າສຸດຊຶ່ງໜ້າ ເປັນຫ່ວງ. ໃນປີ 2022 ລາວຢູ່ໃນອັນດັບທີ 15 ຂອງໂລກທີ່ມີອັດຕາສ່ວນໃຊ້ຈ່າຍ ດ້ານນີ້ຕໍ່າທີ່ສຸດ. ມີແຕ່ 14 ປະເທດເທົ່ານັ້ນໃນໂລກທີ່ມີອັດຕາສ່ວນຕໍ່່າກວ່າລາວ.”

ທ່ານກ່າວເພີ້ມວ່າ ນອກຈາກນັ້ນ ລາວຍັງຕັດຄ່າໃຊ້ຈ່າຍ ດ້ານສາທາລະນະສຸກ ແລະສະຫວັດດີສັງຄົມຊຶ່ງລວມເຂົ້າກັນແລ້ວໄດ້ຫຼຸດ

ລົງ 9 ເປີເຊັນຈາກປະມານ 24 ເປີເຊັນຂອງ GDP ໃນປີ 2013 ມາເປັນພຽງແຕ່ 15 ເປີເຊັນ ຂອງ GDP ໃນປີ 2022 ຊຶ່ງກົງກັນ ຂ້າມກັບ ທ່າອ່ຽງເພີ້ມຂຶ້ນຂອງ GDP. ແມ່ນແຕ່ພາລະການໃຊ້ ຄ່າ ດອກເບ້ຍສອງອັນໃຫ້ແກ່ຕ່າງປະເທດໃນປີ 2020 ກໍເກີນມູນຄ່າງົບປະມານ ຂອງສໍາລັບຂະແໜງການເຫລົ່ານີ້ແແລ້ວ.

ທາງດ້ານສາດສະດາຈານອ່ຽນແບດ, ນັກຄົ້ນຄວ້າກ່ຽວກັບພູມສາດ, ສິ່ງແວດ ລ້ອມ ແລະດ້ານອື່ນໆຂອງປະເທດລາວ, ໄທ ແລະ ກໍາປູເຈຍເລົ່າເຖິງບັນຫາການ ສຶກສາໃນລາວຕາມທີ່ທ່ານໄດ້ໄປເຫັນສະພາບຕົວຈິງເມື່ອມໍ່ໆມານີ້ ສູ່ພວກເຮົາຟັງ ວ່າ:

“ແທ້ຈິງອາຄານການຮຽນດຽວນີ້ ໜະກະຄືຊິດີກວ່າເກົ່າ ເພາະວ່າປະຊາຊົນເອງ ຫລືວ່າພາກສ່ວນຂອງລັດ ຫລື ອົງການຊ່ວຍເຫລືອ ກະລົງທຶນຫຼາຍໃນການຊ່ອຍ ຂະເຈົ້າເຮັດໂຮງຮຽນເນາະ ແຕ່ບັນຫາໜັກທີ່ສຸດຄືວ່າບໍ່ມີຄູ ຄູໜີ້ ມັນຂາດຍ້ອນ ຫຼາຍບັນຫາ. ແຕ່ກ່ອນ ກະຂາດຄືກັນ ແຕ່ຂາດສະເພາະແຕ່ຢູ່ຊົນນະບົດ, ບ້ານຢູ່ ຫ່າງໄກສອກຫຼີກ ຫລືວ່າຢູ່ແຖວຊົນຊາດຊົນເຜົ່າເຂົາເຈົ້າຢູ່ໜີ້ນະ. ບັດດຽວນີ້ ແມ່ນກະທັ້ງໝູ່ບ້ານຂອງລາວລຸ່ມ ຢູ່ໃກ້ໆຕົວເມືອງເນາະ ກະຍັງມີບັນຫາຢູ່ເລື້ອງຄູ ເພາະວ່າສ່ວນນຶ່ງຄູກະ ກະບໍານານໄປ, ບໍານານແລ້ວ ຂະເຈົ້າບໍ່ໃຫ້ຮັບແທນ ຂະ ເຈົ້າຮັບມາແທນບໍ່ໄດ້ ເພາະວ່າມັນກ່ຽວກັບໜີ້ສິນຂອງລັດຖະບານລາວແລ້ວ.”

ທ່ານກ່າວຕໍ່ໄປອີກວ່າ:

“ອັນນີ້ ກະເປັນບັນຫາໃຫຍ່ ແລະບາງໂຮງຮຽນກະປິດໄວ້ ສົ່ງລູກໄປໂຮງຮຽນອື່ນ ເພາະວ່າມັນບໍ່ມີຄູສໍາລັບເຂົາເຈົ້າເອງ ກະເລີຍ ເດັກນ້ອຍ ກະຕ້ອງເດີນທາງ ບາງ ຄົນກະບໍ່ມີຄວາມສະດວກ.”

ສ່ວນທາງທ່ານສຸລິວັນ ຈັນທະລັງສີ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະຢູ່ກະ ຊວງການເງິນຂອງລາວເວົ້າວ່າ ລັດຖະບານລາວ ພະຍາຍາມຫາທາງແກ້ໄຂບັນ ຫານີ້ຢູ່ ຊຶ່ງທ່ານກ່າວໃນກອງປະຊຸມທີ່ກ່າວມາຂ້າງເທິງນັ້ນວ່າ:

“ພວກເຮົາພະຍາຍາມຄຸ້ມຄອງລະດັບໜີ້ສິນໃຫ້ຢູ່ໃນລະດັບໃດນຶ່ງ. ພວກເຮົາພະ ຍາຍາມບໍ່ໃຫ້ມັນເພີ່ມຂຶ້ນຕື່ມອີກໂດຍສະເພາະໜີ້ສິນພາຍນອກ ແລະທ່ານກໍຄົງເຫັນແລ້ວວ່າໃນຊຸມປີຜ່ານມາໃນປີ 2021-22 ໜີ້ສິນພາຍນອກຂອງ ສປປ ລາວ ຢູ່ໃນລະດັບດຽວກັນກັບປີ 2021 ແມ່ນແຕ່ວ່າເຮົາມີການລະບາດຂອງໂຄວິດ-19 ກໍຕາມ ທັງນີ້ກໍເພາະວ່າ: ນຶ່ງ, ພວກເຮົາພະຍາຍາມຈໍາກັດການກູ້ຢືມໃຫມ່ ໃຫ້ ໜ້ອຍລົງ ແລະສຸມໃສ່ໂຄງການທີ່ເປັນບູລິມະສິດທີ່ສຸດ, ພະຍາຍາມຄັດເລືອກເອົາໂຄງການທີ່ປະສິດທິພາບຫຼາຍທີ່ສຸດ. ອັນທີສອງ, ພວກເຮົາກໍຢຸດເຊົາການກູ້ຢືມທີ່ມີດອກເບ້ຍສູງ, ເງິນກູ້ລາຄາແພງ, ຂ້າພະເຈົ້າຫມາຍເຖິງເງື່ອນໄຂທາງການ ການເພື່ອເອົາມາລົງທຶນ ແລະພວກເຮົາຢຸດການອອກໃບຮັບປະກັນ ການກູ້ຢືມ ເງິນຕ່າງໆ ນັບແຕ່ປີ 2017-18 ເປັນຕົ້ນມາ."

ແຕ່ຢ່າງໃດກໍຕາມທ່ານນາງມາຣຽມ ເຊີແມ່ນ, ຫົວໜ້າທະນາຄານ ໂລກປະຈໍາມຽນມາ, ກໍາປູເຈຍ ແລະລາວ ກໍໄດ້ກ່າວເຕືອນວ່າ:

“ຕ້ອງໄດ້ມີການລົງທຶນດ້ານການສຶກສາ ແລະສາທາລະນະສຸກທີ່ເຂັ້ມແຂງເພື່ອ ຈະສ້າງທຶນຮອນດ້ານຊັບພະຍາກອນມະນຸດຄືນໃໝ່, ຊຶ່ງເປັນສິ່ງຈຳເປັນຕໍ່ການເຕີບໂຕຂອງເສດຖະກິດ ແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ພວກເຮົາບໍ່ຄວນລືມວ່າຄວາມຮັ່ງມີອັນແທ້ຈິງຂອງປະເທດຊາດແມ່ນປະຊາຊົນຂອງຕົນນັ້ນເອງ.”

ໃນປີ 2022 GDP ຂອງລາວມີຢູ່ 15.74 ຕື້ໂດລາ. ສ່ວນໜີ້ສາທາລະນະແລະໜີ້ທີ່ລັດຖະບານຮັບປະກັນ ແມ່ນກວມເອົາເກີນກວ່າ 110 ເປີເຊັນຂອງ GDP ຂອງປີ ນັ້ນ, ອີງຕາມລາຍງານຂອງທະນາຄານໂລກ. ແຕ່ໃນຕົວຈິງແລ້ວໜີ້ສິນຂອງລາວອາດສູງກ່ວານັ້ນຫຼາຍ ຖ້າລວມເອົາໜີ້ບົ່ມຊ້ອນເຂົ້ານໍາ, ອີງຕາມ ດຣ. ແບຣດດລີ ພາກສ໌ (Bradley Parks), ນັກຊ່ຽວຊານຜູ້ນຶ່ງຢູ່ຫ້ອງທົດລອງຄົ້ນຄວ້າ AidData ໃນມະຫາວິທະຍາໄລ William &Marry, ລັດເວີຈີເນຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG