ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ປັບປຸງ ຄອງຊົນລະປະທານ ເພື່ອສະໜອງນ້ຳ ໃຫ້ ເນື້ອທີ່ນາ ໃຫ້ໄດ້ເຖິງ 580,000 ເຮັກຕາ


ທາງ​ການ​ລາວ​ເລັ່ງປັບປຸງ​ ລະບົບ​ຄອງ​ຊົນລະປະທານ ​ໃນ​ທົ່ວ​
ປະ​ເທດ ​ເພື່ອ​ເພີ້​ມປະສິດທິພາບ ​ໃນ​ການ​ຕອບ​ສະໜອງ​ນ້ຳ ​ໃຫ້
​ກັບ​​ເນື້ອທີ່ນາ.
ທາງ​ການ​ລາວ​ເລັ່ງປັບປຸງ​ ລະບົບ​ຄອງ​ຊົນລະປະທານ ​ໃນ​ທົ່ວ​ ປະ​ເທດ ​ເພື່ອ​ເພີ້​ມປະສິດທິພາບ ​ໃນ​ການ​ຕອບ​ສະໜອງ​ນ້ຳ ​ໃຫ້ ​ກັບ​​ເນື້ອທີ່ນາ.

ທາງ​ການ​ລາວ​ເລັ່ງປັບປຸງ​ ລະບົບ​ຄອງ​ຊົນລະປະທານ ​ໃນ​ທົ່ວ​
ປະ​ເທດ ​ເພື່ອ​ເພີ້​ມປະສິດທິພາບ ​ໃນ​ການ​ຕອບ​ສະໜອງ​ນ້ຳ ​ໃຫ້
​ກັບເນື້ອທີ່ນາ ​ໃຫ້​ໄດ້​ເຖິງ 580,000 ​ເຮັກຕາ ​ໃນ​ຕະຫລອດ
​ລະດູ​ການ 2014-2015 ນີ້.

ທ່ານ​ໄມ​ກອງ ພອນ​ພົມມະ​ວົງ ຫົວໜ້າ​ກົມ​ຊົນລະປະທານ ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້
ຖະ​ແຫລ​ງວ່າ ​ເປົ້າໝາຍ​ສຳ​ຄົນທີ່​ສຸດ ຂອງ​ການ​ພັດທະນາ​ປັບປຸງ ລະບົບ​ຄອງ​ຊົນລະປະທານ ​ໃນ​ທົ່ວ​ປະ​ເທ​ດລາວ ທີ່​ກຳລັງ​ດຳ​ເນີນ​ການ​ຢ່າງ​ຕັ້ງໜ້າ ​ໃນ​ເວລາ​ນີ້ ກໍ​ຄື​ການ​ເພີ້​ມລະດັບ​ປະສິດທິພາບ ​ໃນ​ການ​ຕອບ​ສະໜອງ​ນ້ຳ ​ໃຫ້​ກັບ​ເນື້ອ​ທີ່​ນາ ​ໃຫ້​ໄດ້​ໃນ​ເນື້ອ​ທີ່​ລວມ 580,000 ເຮັກຕາ​ ໃນ​ລະດູ​ການ​ປີ 2014-2015 ຊຶ່ງ​ໃນ​ນີ້ ​ແບ່ງ​ເປັນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້ເນື້ອ​ທີ່ ນາປີ 400,000 ​ເຮັກຕາ ​ແລະ ນາ​ແຊງ 180,000 ​ເຮັກຕາ ຕາມ​ລຳດັບ.

ໂດຍຖ້າຫາກການດຳເນີນງານເປັນໄປຕາມແຜນການ ທີ່ວາງໄວ້ ດັ່ງກ່າວກໍຈະເປັນສິ່ງ
ທີ່ຮັບປະກັນໄດ້ວ່າ ຜົນຜະລິດເຂົ້າໃນທົ່ວປະເທດລາວ ຈະມີປະລິມານລວມເຖິງ 4 ລ້ານ
2 ແສນ ໂຕນໃນປີ 2015 ຊຶ່ງນອກຈາກຈະພຽງພໍ ກັບການບໍລິໂພກ ພາຍໃນປະເທດແລ້ວ ກໍຍັງຈະມີຜົນຜະລິດເຂົ້າ ສຳຫລັບສົ່ງອອກ ຕ່າງປະເທດ ໃນປະລິມານລວມບໍ່ນ້ອຍກວ່າ
6 ແສນໂຕນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການ ກະຊວງກະສິກຳ ປ່າໄມ້
ກໍຍອມຮັບວ່າຊາວນາລາວ ຍັງມີລະດັບ ຄວາມອາດສາມາດຕ່ຳ ທັງໃນດ້ານວິຊາການ
ແລະ ເທັກນິກ ເມື່ອປຽບທຽບກັບຊາວນາ ໃນປະເທດໄທ ແລະ ຫວຽດນາມ ສ່ວນຄວາມ
ອາດສາມາດ ໃນການຂະຫຍາຍພື້ນທີ່ ປູກເຂົ້ານັ້ນ ກໍຍັງຕ່ຳກວ່າຊາວນາ ໃນກຳປູເຈຍ
ແລະ ສະຫະພາບມຽນມາດ້ວຍ.

ທ່ານ​ ວິ​ໄລ​ວັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ "ພວກ​ເຮົາ​ຈະ​ລົງ​ເລິກ​ເຖິງ​ເຂົ້າ ທີ່​ເປັນ​ເອກະລັກ ຂອງ​ຄົນ​ລາວ ຍົກ​ຕົວ​ຢ່າງ ເຂົ້າ​ໄກ່​ນ້ອຍ ​ໄດ້​ປຽບ​ທີ່​ສຸດ ຜະລິດ​ ອອກ​ເທົ່າ​ໃດ ກໍ​ແມ່ນ​ບັນດາ​ປະ​ເທດ​ ເພື່ອນ​ບ້ານ​ມາ​ຊື້​ເອົາ​ໝົດ.”
ທ່ານ​ ວິ​ໄລ​ວັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ "ພວກ​ເຮົາ​ຈະ​ລົງ​ເລິກ​ເຖິງ​ເຂົ້າ ທີ່​ເປັນ​ເອກະລັກ ຂອງ​ຄົນ​ລາວ ຍົກ​ຕົວ​ຢ່າງ ເຂົ້າ​ໄກ່​ນ້ອຍ ​ໄດ້​ປຽບ​ທີ່​ສຸດ ຜະລິດ​ ອອກ​ເທົ່າ​ໃດ ກໍ​ແມ່ນ​ບັນດາ​ປະ​ເທດ​ ເພື່ອນ​ບ້ານ​ມາ​ຊື້​ເອົາ​ໝົດ.”

ຊຶ່ງ​ດ້ວຍ​ເງື່ອນ​ໄຂ ​ແລະ​ປັດໄຈ​ດັ່ງກ່າວ ຈຶ່ງ​ເປັນ​ການ​ຍາກ​ຢ່າງ​ຍິ່ງ
ທີ່​ຊາວນາ ​ໃນ​ລາວ​ຈະ​ສາມາດ​ເພີ້​ມຜົນ​ຜະລິດ​ເຂົ້າ ​ເພື່ອ​ໃຫ້​ກາຍ
​ເປັນ​ຜູ້​ສົ່ງ​ອອກ​ລາຍ​ໃຫຍ່​ຂອງ​ໂລກໄດ້ ​ຄືກັບ​ໄທ ​ແລະ​ຫວຽດນາມ
ລວມ​ເຖິງ​ມຽນມາ ​ແລະ​ກຳປູ​ເຈຍ ທີ່​ກຳລັງ​ເພີ້​ມການ​ຜະລິດ​ເຂົ້າ
​ເພື່ອ​ສົ່ງ​ອອກ​ຢ່າງ​ຕັ້ງໜ້າ ດ້ວຍ​ເຫດ​ນີ້ ຈຶ່ງ​ມີ​ພຽງ​ການ​ແນ​ໃສ່​ການ​
ຜະລິດ​ເຂົ້າ ທີ່​ເປັນ​ແນວ​ພັນ​ພື້ນ​ເມືອງ ຄຸນ​ນະພາ​ບດີ ​ເທົ່າ​ນັ້ນ ທີ່​
ຈະ​ເຮັດ​ໃຫ້​ຊາວນາ​ລາວ​ ສາມາດ​ແຂ່ງຂັນ ໃນ​ຕະຫລາດ​ໂລກ​ໄດ້
ດັ່ງ​ທີ່ ​ທ່ານ​ ວິ​ໄລ​ວັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ: “ສິຖື​ປັດ​ໄຈ​ເຂົ້ານີ້
​ເປັນ​ສິນຄ້າ​ລາຍ​ໃຫຍ່​ນີ້ ຄື​ສິ​ເປັນ​ໄປ​ໄດ້​ຍາກ ​ເນື່ອງ​ຈາກ​ວ່າ
ພວກ​ເຮົາ​ກໍ​ມີຫຼາຍອັນ​ຈຳກັດ ​ແລະ ພວກ​ເຮົາ​ນີ້ ຖື​ສຳຄັນ​
ຍຸດ​ທະສາດ ການ​ຜະລິດ​ເຂົ້ານີ້ ​ໃຫ້​ເປັນ​ສະ​ບຽງ​ເອີ້ນ​ວ່າ ​
ໃຫ້​ກຸ້ມ​ກິນ​ພາຍ​ໃນ​ແລ້ວ ກໍ​ມີ​ອັນ​ສ່ວນ​ແຮ່​ໄວ້ ສ່ວນ​ເປັນ
ສິນຄ້າ​ນີ້ ພວກ​ເຮົາ​ຈະ​ລົງ​ເລິກ​ເຖິງ​ເຂົ້າ ທີ່​ເປັນ​ເອກະລັກ ຂອງ​ຄົນ​ລາວ ຍົກ​ຕົວ​
ຢ່າງ ເຂົ້າ​ໄກ່​ນ້ອຍ ​ໄດ້​ປຽບ​ທີ່​ສຸດ ຜະລິດ​ອອກ​ເທົ່າ​ໃດ ກໍ​ແມ່ນ​ບັນດາ​ປະ​ເທດ​
ເພື່ອນ​ບ້ານ​ມາ​ຊື້​ເອົາ​ໝົດ.”

ທາງ​ດ້ານ​ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ ກໍ​ລາຍ​ງານ​ວ່າ​ ພາກທຸລະ​ກິດ​ການ​ສົ່ງ​ອອກ​
ຜະລິດ​ຕະພັນ​ເຂົ້າລາວ ​ໄປ​ຕ່າງປະ​ເທດ ຍັງ​ບໍ່​ສາມາດ​ແຂ່ງ​ຂັນ​ໃນ​ຕະລາດ​ໂລກ ​ໄດ້​ຢ່າງ​
ແທ້​ຈິງ ​ເພາະ​ສ່ວນ​ໃຫຍ່ ກໍ​ຍັງ​ເປັນ​ຜົນ​ຜະລິດ ທີ່​ມີ​ລະດັບ​ຄຸນ​ນະພາ​ບຕ່ຳ​ກວ່າ ຜະລິດ​ຕະພັນ ​ເຂົ້າຂອງ​ໄທ ຫວຽດນາມ ກຳປູ​ເຈຍ ​ແລະ ມຽນມາ.

ທັງ​ນີ້ ກໍ​ເນື່ອງ​ຈາກ​ວ່າ ການ​ປູກ​ເຂົ້າ​ໃນ​ລາວ ກໍ​ຍັງ​ຂາດຫຼັກວິຊາ​ການສະ​ໄໝ​ໃໝ່ ​ແລະ​
ການ​ຫີບ​ຫໍ່ ກໍ​ຍັງ​ບໍ່​ມີ​ລະບົບ ​ການ​ຄັດເລືອກ​ປະ​ເພດ ຂອງ​ເຂົ້າອອກ​ຈາກ​ກັນ ກ່ອນ​ທີ່​ຈະ​
ສົ່ງ​ອອກ​ໄປ​ຕ່າງປະ​ເທດ ສະນັ້ນ ຈຶ່ງ​ເຮັດ​ໃຫ້​ຜະລິດ​ຕະພັນ​ເຂົ້າ ຂອງ​ລາວ​ບໍ່​ເປັນ​ທີ່​ຕ້ອງການ
ຂອງ​ຕະຫລາດ​ ໃນ​ຕ່າງປະ​ເທດ ​ເພາະ​ຖືກ​ມອງເຫັນວ່າ ​ເປັນ​ຜະລິດ​ຕະພັນ​ເຂົ້າ ທີ່​ມີ​ຄຸນ​
ນະພາ​ບຕ່ຳ​ນັ້ນ​ເອງ.

ດັ່ງ​ຈະ​ເຫັນ​ໄດ້​ຈາກ​ປີ 2013 ທີ່​ລັດຖະບານ​ລາວ ​ໄດ້​ຕັ້ງ​ເປົ້າໝາຍ ການ​ສົ່ງ​ອອກ​ເຂົ້າ​ໄປ
​ຕ່າງປະ​ເທດ ​ໃຫ້​ໄດ້ ​3 ​ແສນ​ໂຕນ ​ແຕ່​ກໍ​ປະຕິບັດ​ໄດ້​ແທ້​ຈິງ ພຽງ 25,000 ກວ່າ​ໂຕນ ຄິດ​
ເປັນ​ມູນ​ຄ່າ 10 ລ້ານ​ດອນ​ລາ ​ເທົ່າ​ນັ້ນ ​ໂດຍ​ທີ່​ເຂົ້າລາວ​ມີ​ລາຄາ ຊື້​ຂາຍ​ບໍ່​ເຖິງ 400 ດອນ​
ລາຕໍ່​ໂຕນ ​ໃນ​ຂະນະ​ທີ່​ເຂົ້າ​ໄທ ຊື້​ຂາຍຂັ້ນຕ່ຳ 480 ດອນ​ລາຕໍ່​ໂຕນ ສ່ວນ​ເຂົ້າຂອງ​ກຳປູ​ເຈຍ ຫວຽດນາມ ​ແລະ ມຽນມານັ້ນ ​ເຖິງ​ແມ່ນ​ວ່າ ຈະ​ມີ​ລາຄາ ຊື້​ຂາຍ​ຕ່ຳ​ກວ່າ​ເຂົ້າ ຂອງ​ໄທກໍ​ຕາມ ຫາກ​ແຕ່​ກໍ​ຍັງ​ມີ​ການ​ຊື້​ຂາຍ ​ໃນ​ລາຄາ​ສະ​ເລ່ຍ ບໍ່​ຕ່ຳ​ກວ່າ 440 ດອນ​ລາ​ຕໍ່​ໂຕນ.

XS
SM
MD
LG