ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ຟໍ​ຣຳ​ເອ​ເຊຍ ຮຽກຮ້ອງໃຫ້ລາວ ປ່ອຍໂຕທະນາຍຄວາມສິດທິມະນຸດ ທ່ານ ຫລູ ຊີເຫວີຍ ໃນທັນທີ ແລະຮັບປະກັນຄວາມປອດໄພຂອງທ່ານ


ທະນາຍຄວາມສິດທິມະນຸດຂອງຈີນ ທ່ານ ຫລູ ຊີເຫວີຍ (Lu Siwei) ຢືນຢູ່ເສັ້ນທາງເລກທີ 13 ປະມານ 300 ກິໂລແມັດ ທາງທິດເໜືອຂອງນະຄອນວຽງຈັນ, ສປປ ລາວ, ເມື່ອວັນທີ 27 ກໍລະກົດ 2023.
ທະນາຍຄວາມສິດທິມະນຸດຂອງຈີນ ທ່ານ ຫລູ ຊີເຫວີຍ (Lu Siwei) ຢືນຢູ່ເສັ້ນທາງເລກທີ 13 ປະມານ 300 ກິໂລແມັດ ທາງທິດເໜືອຂອງນະຄອນວຽງຈັນ, ສປປ ລາວ, ເມື່ອວັນທີ 27 ກໍລະກົດ 2023.

ອົງການສົນທະນາເພື່ອສິດທິມະນຸດແລະການພັດທະນາຂອງເອເຊຍ ຫຼື ຟໍ​ຣຳ​ເອ​ເຊຍ ໄດ້ສະແດງຄວາມເປັນຫ່ວງຢ່າງຍິ່ງຂອງຕົນ ເນື່ອງຈາກການຫາຍຕົວໄປຂອງທ່ານ​ຫລູ ຊີເ​ຫວີຍ ນັກປົກປ້ອງສິດທິມະນຸດແລະເປັນທະນາຍຄວາມຜູ້ທີ່ມີຊື່ສຽງຈາກຈີນ ຊຶ່ງຜູ້ກ່ຽວໄດ້ຖືກຈັບກຸມ ໃນຂະນະທີ່ເດີນທາງຜ່ານປະເທດລາວ.

ເປັນເວລານຶ່ງເດືອນແລ້ວ ນັບຕັ້ງແຕ່ທ່ານຫລູ ໄດ້ຫາຍຕົວໄປ.

ໃນວັນທີ 28 ເດືອນກໍລະກົດ ທ່ານ​ຫລູ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດລາວ ຈັບກຸມ ໃນຂະນະທີ່ທ່ານກຳລັງຂຶ້ນລົດໄຟ ໄປປະເທດໄທ. ທ່ານ​ຫລູ ໄດ້ຫລົບໜີອອກມາຈາກຈີນ ໂດຍມີເຈດຕະນາທີ່ຈະໄປໄທ ເພື່ອຂີ່ເຮືອບິນມາຍັງສະຫະລັດ ຫາຄອບຄົວຂອງທ່ານ. ນັບຕັ້ງແຕ່ທ່ານໄດ້ຖືກຄວບຄຸມໂຕ ທ່ານຫລູ​ ກໍໄດ້ຖືກນຳໂຕໄປກັກຕົວໄວ້ ຢູ່ໃນສະຖານທີ່ທີ່ບໍ່ໄດ້ຖືກເປີດເຜີຍແລະອາດຈະບໍ່ໄດ້ຮັບການຕິດຕໍ່ກັບຄອບຄົວຂອງທ່ານ, ທະນາຍຄວາມ ຫຼືບຸກຄົນອື່ນໃດທີ່ທ່ານເລືອກ.

ໃນຖານະເປັນທະນາຍຄວາມ ທ່ານຫລູ ໄດ້ຮັບເອົາຄະດີຄວາມທັງຫຼາຍທີ່ລະອຽດອ່ອນ ໂດຍສ່ວນໃຫຍ່ຈະວ່າຄວາມໃຫ້ແກ່ພວກລູກຄວາມທີ່ເຫັນວ່າ ຕົກເປັນເປົ້າໝາຍທາງດ້ານການເມືອງ ໂດຍທາງການຈີນ. ພາຍໃນບັນດາລູກຄວາມຂອງທ່ານ ລວມມີ ທ່ານ ຢູ ເວນຊາງ (Yu Wensheng) ທະນາຍຄວາມສິດທິມະນຸດ ແລະພວກນັກເຄື່ອນໄຫວ ຊາວຮ່ອງກົງ 12 ຄົນ ຜູ້ທີ່ໄດ້ພະຍາຍາມຫລົບໜີໄປໄຕ້ຫວັນ ດ້ວຍການຂີ່ເຮືອໄວໃນປີ 2020.

ຍ້ອນວຽກງານທີ່ບໍ່ຢຸດຢັ້ງຂອງທ່ານ ທ່ານຫລູໄດ້ປະສົບກັບການຂົ່ມຂູ່ ແລະຮາວີລົບກວນ ລວມທັງການຖອນອອກຈາກການເປັນທະນາຍຄວາມ ໃນເດືອນມັງກອນ 2021 ສຳລັບການຂຽນບົດຄວາມຄິດເຫັນທາງອອນໄລນ໌ ທີ່ຖືກກ່າວຫາວ່າ ‘ໄດ້ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ.’ ແລະການຫ້າມອອກນອກປະເທດ ໄດ້ຖືກວາງຕໍ່ທ່ານຫລູ ນຳດ້ວຍ.

The Asian Forum for Human Rights and Development (FORUM-ASIA) expresses its grave concerns over the disappearance of Lu Siwei, a renowned human rights defender and lawyer from China who was arrested while in transit in Laos.
It has been a month since Lu disappeared.
On 28 July 2023, Lu was arrested by Laotian police while boarding a train for Thailand. Lu had fled China, with the intention of flying from Thailand to the United States to reunite with his family. Since his detention, Lu has remained in an undisclosed location, likely without any contact to his family, attorneys, or any other person of his choosing.
As a lawyer, Lu took on delicate cases, often representing clients seen as political targets by Chinese authorities. Among his clients were human rights lawyer Yu Wensheng and the 12 Hong Kong activists who attempted to flee to Taiwan on a speedboat in 2020.
For his relentless work, Lu experienced intimidation and harassment, including disbarment in January 2021 for an online speech that allegedly ‘endangered national security.’ An exit ban was also placed on Lu.

XS
SM
MD
LG