ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພັດທະນາຊັບພະຍາກອນມະນຸດໃນລາວ ຍັງບໍ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດແຮງງານທັງໃນລາວ ແລະຕ່າງປະເທດ


Lao workers.
Lao workers.

ການພັດທະນາຊັບພະຍາກອນມະນຸດໃນລາວ ຍັງບໍ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດແຮງງານທັງໃນລາວ ແລະຕ່າງປະເທດ ຈຶ່ງເຮັດໃຫ້ແຮງງານລາວສ່ວນໃຫຍ່ເປັນແຮງງານບໍ່ມີຝີມື-ຄ່າຈ້າງຕໍ່າ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດຈີນໃນລາວໃຫ້ການຢືນຢັນວ່າ ສາເຫດທີ່ສໍາຄັນ ທີ່ເຮັດໃຫ້ບັນດາບໍລິສັດຈາກຈີນ ທີ່ລົງທຶນໃນລາວຕ້ອງນໍາເຂົ້າແຮງງານຈາກປະເທດຈີນ ເປັນດ້ານຫຼັກກໍເພາະວ່າ ແຮງງານລາວບໍ່ສາມາດຈະຕອບສະໜອງຄວາມຕ້ອງການຂອງບໍລິສັດຈາກຈີນໄດ້ຢ່າງພຽງພໍ ເນື່ອງຈາກແຮງງານລາວສ່ວນໃຫຍ່ ເປັນແຮງງານທີ່ບໍ່ມີຄວາມຮູ້-ຄວາມສາມາດທາງເທັກນິກສະໄໝໃໝ່ໃນອຸດສາຫະກໍາການຜະລິດສິນຄ້າຕ່າງໆ ຈຶ່ງເຮັດໃຫ້ແຮງງານລາວບໍ່ສາມາດຈະຮັບປະກັນໄດ້ເລີຍວ່າ ການຜະລິດສິນຄ້າຕ່າງໆນັ້ນ ຈະດໍາເນີນໄປຕາມແຜນການທີ່ວາງໄວ້ ໂດຍສາຍເຫດທີ່ສໍາຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວກໍຄື ຫຼັກສູດການສຶກສາຂັ້ນສູງຂອງລາວບໍ່ສອດຄ້ອງກັບຄວາມຕ້ອງການໂຕຈິງຂອງບັນດາບໍລິສັດຈາກຈີນ ກໍຄືບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວ ເພາະສນັ້ນ ມາດຕະການແກ້ໄຂທີ່ລັດຖະບານລາວຈະຕ້ອງດໍາເນີນການຢ່າງຮີບດ່ວນທີ່ສຸດກໍຄື ການພັດທະນາ-ປັບປຸງຫຼັກສູດການສຶກສາວິຊາຊີບຂັ້ນສູງ ໃຫ້ສອດຂ້ອງກັບເທັກນິກການຜະລິດສະໄໝໃໝ່, ສ່ວນແຮງງານລາວ ໂດຍສະເພາະແມ່ນຊາວໜຸ່ມທີ່ກໍາລັງເປັນຫຼັກໃນການພັດທະນາລາວນັ້ນ ກໍຈະຕ້ອງໃຫ້ຄວາມສໍາຄັນກັບການສຶກສາ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດຂອງຕົຍໃຫ້ເທົ່າກັບແຮງງານຈີນໃຫ້ໄດ້ຢ່າງແທ້ຈິງ ແລະລວມເຖິງການທີ່ແຮງງານລາວ ຈະຕ້ອງມີຄວາມຮູ້ພື້ນຖານ ກ່ຽວກັບຕະຫຼາດໃນຈີນດ້ວຍ, ດັ່ງທີ່ນັກທຸລະກິດຈີນ ຢືນຢັນວ່າ:

“ຄົນຈີນ ຮູ້ທັງພາສາຈີນ ແລະພາສາລາວ ແລະກໍມີຂໍ້ມູນຕ່າງໆ ສາມາດເອົາຈາກຈີນມາໃຊ້ຢູ່ລາວ ແນ່ນອນໄດ້ປຽບ ບໍ່ວ່າຈະເປັນຂາຍສິນຄ້າ ຫຼືວ່າຂາຍຄວາມຮູ້, ແນ່ນອນ ປັດຈຸບັນນີ້ຖ້າຄົນລາວຢາກເຮັດຄ້າຂາຍ ຄົນລາວຕ້ອງຮູ້ພາສາຈີນຈໍານວນນຶ່ງ ເຮົາຕ້ອງມີພື້ນຖານກ່ອນ ດຽວນີ້ພື້ນຖານຂອງລາວຍັງຖືວ່າອ່ອນແອຫຼາຍ ສິນຄ້າສ່ວນຫຼາຍຍັງອາໄສນໍາເຂົ້າເປັນຫຼັກ, ແນ່ນອນ ທຶນ ຮອນເປັນດ້ານນຶ່ງ ແລ້ວກະປະສົບການເປັນດ້ານນຶ່ງ ມັນຂຶ້ນກັບພື້ນຖານປະ ຊາກອນ, ອັນນີ້ສໍາຄັນທີ່ສຸດ ຄົນລາວມີແຕ່ 7 ລ້ານຄົນ ເຊິ່ງເທົ່າກັບປະຊາ ກອນເມືອງນຶ່ງຂອງຈີນ.”

ໃນປັດຈຸບັນ ອັດຕາການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະລະດັບມັດທະຍົມປາຍຢູ່ໃນລາວ ຄິດເປັນອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລໍາດັບ ເຖິງແມ່ນວ່າຈະເປັນການພັດທະນາດ້ານການສຶກສາທີ່ມີການຂະຫຍາຍໂຕເພີ້ມຂຶ້ນໃນທຸກລະດັບກໍຕາມ ແຕ່ການພັດທະນາການສຶກສາໃນລາວກໍຍັງບໍ່ມີຄຸນນະພາບ ສ່ວນການຄ້າງຫ້ອງຮຽນຊັ້ນປະຖົມສຶກສາກໍຢູ່ທີ່ອັດຕາສະເລ່ຍ 3.8 ເປີເຊັນ ແລະບັນຫາຍາກຈົນຂອງປະຊາຊົນໃນເຂດຊົນນະບົດ ກໍຍັງເຮັດໃຫ້ເດັກນ້ອຍລາວຕ້ອງປະລະການຮຽນ ຄິດເປັນອັດຕາສະເລ່ຍສູງກວ່າ 20 ເປີເຊັນ ຂອງຈໍານວນນັກຮຽນລະດັບປະຖົມທັງໝົດໃນເຂດຊົນນະບົດທົ່ວປະເທດ ເຊິ່ງຖືເປັນສາເຫດທີ່ສໍາຄັນປະ ການນຶ່ງ ທີ່ເຮັດໃຫ້ເຍົາວະຊົນລາວຕ້ອງຕົກຢູ່ໃນສະຖານະຫວ່າງງານໃນປັດຈຸ ບັນ, ສ່ວນການຫຼຸດຈໍານວນພະນັກງານຂອງລັດຖະບານນັບແຕ່ປີ 2021 ເປັນ ຕົ້ນມາ ນອກຈາກຈະເຮັດໃຫ້ລັດຖະບານລາວຕ້ອງສູນເສຍບຸກຄະລາກອນຜູ້ທີ່ມີຄວາມຮູ້-ຄວາມສາມາດແລ້ວ ກໍຍັງຈະສົ່ງຜົນກະທົບຕໍ່ການພັດທະນາການສຶກສາຂອງລາວໃນໄລຍະຍາວອີກດ້ວຍ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວໄດ້ໃຫ້ທັດສະນະວ່າ:

“ຕາມການລາຍງານຂອງລັດຖະບານວ່າ ໄດ້ຫຼຸດຜ່ອນໂຄຕ້າລັດຖະກອນລົງຮອດ 2,800 ຄົນ ໃນປີ 2021-2022 ມາເປັນ 800 ຄົນ ໃນປີ 2023 ແຕ່ວ່າໃນຂະນະດຽວກັນ ບໍ່ທັນມີສະຖິຕິການໄຫຼອອກຂອງພະນັກງານທີ່ມີປະສົບການ ມັນສະໝອງ ທີ່ມີລະດັບຄວາມຮູ້-ຄວາມສາມາດ, ຂ້າພະເຈົ້າສະເໜີຕໍ່ລັດຖະບານວ່າ ບໍ່ຄວນຫຼຸດຮວບຮາບໃນການກໍານົດໂຄຕ້າລັດຖະກອນ ຢາກໃຫ້ມີການວິເຄາະ, ຜົນກະທົບຂ້າງຄຽງອີກດ້ວຍ ຜົນກະທົບຈາກບັນຫາເສດຖະກິດ ກໍາລັງສົ່ງຜົນຈະແຈ້ງກ່ຽວກັບການສຶກສາ ຈະເປັນຜົນກະທົບໃນໄລຍະຍາວໃນອະນາຄົດ.”

ຍິ່ງ​ໄປ​ກວ່ານັ້ນ, ເມື່ອສົມທຽບກັບບັນຫາຄ່າຄອງຊີບທີ່ປັບໂຕສູງຂຶ້ນນັບມື້ ແຕ່ປະຊາຊົນລາວຊໍ້າພັດຍັງມີລາຍໄດ້ເທົ່າເກົ່າ ແລະຍັງບໍ່ມີການປັບຂຶ້ນໃຫ້ສອດ​ຄ້ອງກັບສະພາບການໂຕຈິງນັ້ນ ກໍຄືສາເຫດສໍາຄັນທີ່ເຮັດໃຫ້ແຮງງານລາວພາກັນເດີນທາງໄປລັກລອບເຮັດວຽກໂດຍຜິດກົດໝາຍໃນໄທເພີ້ມຂຶ້ນນັບມື້ ເພາະວ່າມີຄ່າຈ້າງສູງກວ່າຢູ່ລາວທີ່ເກີນກວ່າ 5 ເທົ່າ ຈຶ່ງເຮັດໃຫ້ແຮງງານລາວຍັງຄົງພາກັນເດີນທາງໄປລັກລອບເຮັດວຽກໃນໄທເພີ້ມຂຶ້ນ ແຕ່ວ່າກໍສ່ຽງທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດເພີ້ມຂຶ້ນດ້ວຍເຊັ່ນກັນ.

XS
SM
MD
LG