ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປູກກາເຟ ໃນເຂດພູຜາ ຂອງລາວ ສະໜອງທາງເລືອກ ແກ່ການປູກຝິ່ນ


Growing Coffee in Laos Highlands Provides Alternative to Opium Poppies
please wait

No media source currently available

0:00 0:02:43 0:00

ທ່ານ​ບົວທອງ ນັກ​ປູກ​ກາ​ເຟ ອາຍຸ​ສີ່​ສິບ​ເຈັດ​ປີ ​ໄດ້​ປູກ​ກາ​ເຟ Arabica ມາ​ເປັນ​ເວລາ ເກືອບ​ນຶ່ງທົດ​ສະ​ວັດ ຢູ່​ເທິງພູ​ໃນແຂວງ​ຫລວງ​ພະ​ບາງ ປະ​ເທດ​ລາວ.

ທ່ານ​ໄດ້​ເລີ້ມ​ປ່ຽນ​ຈາກ​ການ​ເຮັດໃຮ່​ປູກ​ເຂົ້າ ທີ່ທ່ານ​ກ່າວ​ວ່າ ລັດຖະບານ​ໄດ້​ຫ້າມ “ການ​ຖາງແລະ​ຈູດປ່າ” ອັນ​ເປັນ​ເທັກນິກທີ່​ເຂົາ​ເຈົ້າ​ກ່າວ​ວ່າ​ ເປັນ​ໄພ​ອັນຕະລາຍ ຕໍ່ປ່າ​ໄມ້. ທ່ານ​ທອງ​ກ່າວ​ວ່າ ຕົ້ນ​ກາ​ເຟ 800 ຕົ້ນ​ຂອງ​ທ່ານ​ທີ່ຢູ່​ໃນບໍລິ​ເວນ​ເຄິ່ງ​ເຮັກ​ຕາ ​ທີ່ປູກ​ຢູ່​ເຈີ້​ຍພູ​ນັ້ນ ​ໄດ້​ນຳເງິນ​ລາຍ​ໄດ້ມາ​ໃຫ້​ທ່ານ ​ຫລາຍ​ກ່ອນ​ການ​ປູກ​ເຂົ້າ ​ແລະເປັນ​ຜົນ​ປູກ​ໄລຍະ​ຍາວທີ່​ສາມາດ​ຜະລິດ​ໄດ້​ເປັນ​ເວລາຫຼາຍ​ທົດ​ສະ​ວັດ.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ມີ​ພຽງ​ທີ່ດິນ​ຜືນ​ນ້ອຍໆ​ ​ແຕ່​ວ່າ​ເປັນ​ບ່ອນ​ທີ່​ດີ​ສຸດ​ ຄົນ​ອຶ່ນໆ​ມີ​ທີ່​ດິນ​ຫລາຍ​ກວ່າ ​ແຕ່​ວ່າ​ເວລາ​ເຂົາ​ເຈົ້າເກັບກ່ຽວ ​ເຂົາ​ເຈົ້າ​ບໍ່​ໄດ້​ແກ່ນ​ກາ​ເຟຫລາຍ​ເທົ່າ​ທີ່​ຄວນ” ທ່ານ​ໄດ້​ກ່າວ​ເພີ້​ມອີກ​ວ່າ ​ໂດຍຊີ້​ໄປ​ຫາ​ທາງ​ຄອກໝູ ທີ່​ຟ​ຟົດສະໜັ່ນ​ຢູ່​ນັ້ນ ​ເປັນ​ແຫລ່ງທີ່​ມາ​ຂອງ​ຂອງ​ປຸ​ຍທີ່​ເຮັດ​ໃຫ້​ຂີ້​ດິນ​ຂອງ​ທ່ານ​ອຸດົມສົມ​ບູນ.

ທ່ານ​ທອງ ​ແມ່ນ​ນຶ່ງ​ໃນ​ຈຳນວນ​ກວ່າ 780 ຄອບຄົວ​ໃນ​ແຂວງ​ຫລວງ​ພະ​ບາງ ທີ່​ພາກັນ​ປູກ​ກາ​ເຟ Arabica ​ເພື່ອ​ນຳ​ໄປ​ຂາຍ​ໃຫ້​ບໍລິສັດ Saffron Coffee ທີ່​ມີ​ຫ້ອງ​ການ​ຢູ່່​ທີ່​ນັ້ນ​.

ບັນດາ​ນັກ​ທ່ອງ​ທ່ຽວ​ພາກັນ​ຫລັ່ງ​ໄຫລ​ເຂົ້າໄປຍັງ​ເມືອງ​ມໍລະດົກ​ໂລກ ຜູ້​ຜະລິດ​ກາ​ເຟ​ເຊື່ອ​ວ່າ ​ໄດ້​ພົບ​ກັບການ​ແກ້​ໄຂ​ ແບບ​ມີ​ແຕ່​ໄດ້​ກັບ​ໄດ້ ສຳລັບ​ບັນດາ​ຊາວ​ປູກຝັງ​ຢູ່່​ເທິງພູ ຊຶ່ງ​ທີ່​ຜ່ານ​ມາ​ໄດ້ກາງຕໍ່​ການ​ປູກຝິ່ນ​ ​ເປັນ​ເງິນ​ລາຍ​ໄດ້ ​ແລະ​ຫ້າມ​ຈາກ​ການ​ກັບ​ຄືນໄປ “ຖາງແລະ​ຈູດປ່າ.”

ລຸນ​ຫລັງ​ທີ່​ໄດ້​ມີ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພີ້ມຂຶ້ນ​ເພື່ອ​ຈະ​ລຶບລ້າງ​ການ​ປູກ ຝິ່ນຂອງ​ລັດຖະບານນັ້ນ ​ການ​ປູກ​ຝິ່ນ​ຢູ່​ໃນ​ປະ​ເທດ​ລາວ ​ໄດ້​ຫລຸດ​ລົງ​ມາ​ຈາກ 26,800 ​ເຮັກຕາ​ໃນ​ປີ 1998 ຫາ 1,800 ​ເຮັກຕາ​ໃນ​ປີ 2005 ​ອີງ​ຕາມ​ອົງ ການຄວບຄຸມຢາ​ເສບ​ຕິດ ​ແລະ​ອາ​ຊະ​ຍາ​ກຳຂອງ​ສະຫະ​ປະຊາ​ຊາດ. ​ແຕ່​ວ່າ ການ​ຫລຸດ​ລົງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຫລາຍ​ຄອບ ຄົວ​ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ລາວ​ ບໍ່​ມີ​ລາຍ​ໄດ້.

ທະຫານໄທສອງຄົນ ທຳລາຍຕົ້ນຝິ່ນທີ່ Chiang Mai ເຂດສາມຫລ່ຽມຄຳ.
ທະຫານໄທສອງຄົນ ທຳລາຍຕົ້ນຝິ່ນທີ່ Chiang Mai ເຂດສາມຫລ່ຽມຄຳ.

ຊາວ​ສວນ​ຢູ່​ເທິງພູ​ໄດ້​ຫັນປ່ຽນມາ​ປູກ​ເຂົ້າ ຫລືປູກ​ໝາກສາລີ ​ເພີ້ມຂຶ້ນ ​ໂດຍໃຊ້​ປະ​ເພນີ​ເກົ່າ ​ໃນ​ການ “ຖາງແລະ​ຈູດປ່າ” ອັນ​ເປັນ​ເທັກ​ນິກທີ່​ຕ້ອງການ​ຈູດ​ຕົ້ນ​ໄມ້​ເພື່ອ​ເຮັດໃຫ້​ມີ
ເນື້ອ​ທີ່ປູກຝັງ. ດິນ​ສວນ​ອາດ​ໃຊ້​ໄດ້​ພຽງ​ບໍ່​ເທົ່າ​ໃດໃນ​ການ​ເກັບ​ກ່ຽວ ​ແລະ​ສາ​ມາດ​ທີ່ຈະ​ເປັນ​ຫລາຍ​ທົດ​ສະ​ວັດທີ່​ຈະ​ກັບ​ຄືນ​ມາບ່ອນ​ເດີມ ​ໃ​ນຂະ ນະ​ທີ່​ພວກ​ຊາວ​ສວນ​ຍົກຍ້າຍ​ໄປ​ເຂດ​ອຶ່ນ ​ແລະ​ດຳ​ເນີນການ​ຊໍ້າ​ແລ້ວຊໍ້າ​ອີກ. ນະ​ໂຍບາຍ​ຂອງ​ລັດຖະບານ​ໃນ​ໄລຍະ 20 ປີ​ທີ່ຜ່ານ​ມາ ​ໄດ້​ຈຳກັດ​ກິດຈະ​ການ​ດັ່ງ ກ່າວ ​ເຮັດ​ໃຫ້​ຊາວ​ໃຮ່ຊາວ​ສວນ​ຢູ່​ເທິງພູ​ກັນ​ຊອກ​ຫາ​ວິ​ທີ​ທາງ​ແນວ​ອຶ່ນ.

ຮອງ​ຫົວໜ້າ​ຫ້ອງການ Saffron ທ່ານ Derek Smith ກ່າວ​ວ່າ “​ນຶ່ງ​ໃນເປົ້າ​ໝາຍ​ໃຫຍ່ ຂອງ​ບໍລິສັດ Saffron Coffee ກໍຄື​ການ​ອາ​ໄສ​ການ​ເຮັດ​ວຽກ​ທີ​ໄດ້​ເຮັດ​ໂດຍອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ຫລື NGO ​ແລະພະ​ແນ​ກການຕ່າງໆ​ຂອງລັດຖະບານທີ່​ໄດ້​ເຮັດ​ມາ​ກ່ອນ ​ເພື່ອ​ສົ່ງ​ເສີ​ມການ​ປູກກາ​ເຟ ຢູ່​ຝຍພາກ​ເໜືອ​ຂອງ​ປະ​ເທດລາວ.”

“ຄວາມ​ຫຍຸ້ງຍາກ​ອີກ​ຢ່າງ​ນຶ່ງກ່ຽວ​ກັບ​ໂຄງການ​ເຫຼົ່ານີ້ກໍ​ຄື ບໍ່​ມີ​ຕະຫລາດ​ສຳລັບ​ກາ​ເຟ ແລະ​ນັ້ນ​ແມ່ນບໍລິສັດ Saffron ​ແນ​ໃສ່​ທີ່​ຈະ​ເຮັດ.”

ການທ່ອງທ່ຽວ​ຢູ່​ໃນປະ​ເທດ​ລາວກຳລັງຈະ​ເລີ​ນ​ງອກ​ງາມ. ​ອີງ​ຕາມ​ຕົວ​ເລກ​ຂອງ​ລັດຖະ ບານ​ແລ້ວ ມີ​ພວກ​ນັກ​ທ່ອງ​ທ່ຽວ ຈຳນວນ 4 ລ້ານ 6 ​ແສນ 8 ໝື່ນ​ຄົນ​ໄດ້​ເຂົ້າ​ມາ​ຢ້ຽມຢາມ​ປະ​ເທດລາວ​ທີ່​ບໍ່​ມີ​ທາງອອກ​ສູ່​ທະ​ເລ ​ໃ​ນປີ 2015 ​ເພີ້ມຂື້ນ​ຈາກ 2 ລ້ານ 5 ​ແສນ​ຄົນ​ໃນ​ປີ 2010. ຢູ່​ນະຄອນຫຼວງ​ພະ​ບາງ ຊຶ່ງ​ເປັນ​ເມືອງ ​ມໍລະດົກ​ໂລກ ຂອງອົງການ UNESCO ​ແລ​ະ​ເມືອງຫຼວງເກົ່າ​ຂອງລາວ​ນັ້ນ ມີພວກນັກ​ທ່ອງ​ທ່ຽວຫລາຍ​ກວ່າ 600,000 ຄົນ​ໄດ້​ມາ​ຢ້ຽມຢາ​ມ​ໃນປີ​ກາຍ​ນີ້ ​ເພີ້​ມ ຂຶ້ນ​ 14 ​ເປີ​ເຊັນ​ຈາກ​ປີ 2014.

ການເກັບກ່ຽວເຂົ້າໃນປະເທດລາວ. ລັດຖະບານຫ້າມຖາງປ່າ ແລະຈູດ.
ການເກັບກ່ຽວເຂົ້າໃນປະເທດລາວ. ລັດຖະບານຫ້າມຖາງປ່າ ແລະຈູດ.

ອີງ​ຕາມ​ທ່ານ Smith ​ແລ້ວ ​ບໍລິສັດ​ຂອງ​ທ່ານ​ໄດ້​ຂາຍ​ກາ​ເຟທີ່​ຂົ້ວ​ແລ້ວ ໃຫ້ແກ່ ທຸລະ​ກິດ​ຢູ່​ທົ່ວ​ປະ​ເທ​ດລາວ ​ແລະນອກ​ນັ້ນ​ຍັງ​ມີ​ກາ​ເຟຕົນ​ເອງ​ຢູ່ທີ່​ນະຄອນຫລວງ​ພະ​ບາງ ຊຶ່ງຄວາ​ມ
ຮຽກຮ້ອງ​ຕ້ອງການ​ກາ​ເຟ ທີ່​ປູກ​ຢູ່​ໃນທ້ອງ​ຖິ່ນ ​ໄດ້​ມີ​ເພີ້ມຂຶ້ນ ຈາກໂຮງ​ແຮມ ​ແລະ​ບ້ານ​ພັກໃນທົ່ວ​ປະ​ເທດຈົນບໍ່​ສາ​ມາດ​ທີ່​ຈະສະໜອງ​ຕອບໃຫ້​ທັນກັບ​ຄວາມ​ຕ້ອງການ​ໄດ້.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ໄດ້ລະບຸເຖິງ​ທັງຄວາມ​ຈຳ​ເປັນ ​ທີ່​ຊາວ​ສວນຕ້ອງ​ໄດ້​ປູກ​ກາ​ເຟ​ແລະ​ປູກ​ຢູ່​ໃນ​ສວນ​ນ້ອຍໆ ​ໂດ​ຍການ​ຂາຍ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ​ຫລັງ​ຈາກ​ນັ້ນກໍ​ສົ່ງ ອອກ​ໄປ​ຕ່າງປະ​ເທດນຳ​ດ້ວຍ.”

​ແຕ່​ໃນ​ຂະນະ​ທີ່​ຄວາ​ມຮຽກຮ້ອງ​ຕ້ອງການກາ​ເຟ​ໄດ້​ເພີ້​ມຂຶ້ນ​ຢ່າງ​ສະໝໍ່າສະ​ເໝີ​ນີ້ ການຄໍ້​າປະກັນໃນ​ການ​ສະໜອງ​ຕອບ​ນີ້ບໍ່​ໄດ້​ເປັນ​ທີ່​ງ່າຍດາຍໃນ​ຕອນ​ຕົ້ນໆ​ເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG